ຈີນແລະລາວເປີດການສົ່ງສິນຄ້າທາງລົດຂ້າມຊາຍແດນລະຫວ່າງສອງປະເທດຢ່າງສຳເລັດຜົນ

ວັນທີ 25 ສິງຫານີ້, ພິທີເປີດການຂົນສົ່ງສິນຄ້າທາງລົດຂ້າມຊາຍແດນຈີນ-ລາວ (ຄຸນມິງ-ວຽງຈັນ) ໄດ້ຈັດຂຶ້ນຢູ່ນະຄອນຄຸນມິງຢ່າງສຳເລັດຜົນ.ລົດຄັນໜຶ່ງໄດ້ບັນທຸກສິນຄ້າທີ່ແມ່ນເຄື່ອງ ຈັກອຸປະກອນ ແລະ ຜະລິດຕະພັນເອເລັກໂຕຣນິກຂ້າມຊາຍແດນທີ່ມີມູນຄ່າເກືອບ 3 ລ້ານຢວນ, ແລ່ນອອກຈາກນະຄອນຄຸນມິງ, ຜ່ານດ່ານບໍ່ຫານ-ບໍ່ເຕັນແລ້ວໄປເຖິງນະຄອນຫຼວງວຽງຈັນ;

No photo description available.

ໃນຂະນະດຽວກັນ, ລົດຂົນສົ່ງສິນຄ້າທີ່ໄດ້ບັນທຸກສິນຄ້າທີ່ມີເອກະລັກພິເສດຂອງປະເທດລາວໄດ້ແລ່ນຈາກນະຄອນຫຼວງວຽງຈັນໄປເຖິງດ່ານບໍ່ຫານ, ເມື່ອໄປເຖິງນະຄອນຄຸນມິງແລ້ວຈະແຈກຢາຍສິນຄ້າໄປຫາທ້ອງຖິ່ນຕ່າງໆຂອງຈີນ.

ການເປີດການຂົນສົ່ງສິນຄ້າທາງລົດຄັ້ງນີ້ມີຈຸດປະສົງຊອກຫາຂໍ້ຫຍຸ້ງຍາກບົກຜ່ອງທີ່ອາດພົບເຫັນຢູ່ຕາມຊ່ອງທາງການຈໍລະຈອນສິນຄ້າລະຫວ່າງນະຄອນຄຸນມິງ-ນະຄອນຫຼວງວຽງຈັນ, ເພື່ອເກັບກຳຂໍ້ຫຍຸ້ງຍາກໃນການຂົນສົ່ງສິນຄ້າເພື່ອເປີດຂະບວນລົດຂົນສົ່ງສາກົນຈີນ-ລາວ, ເປັນການທົດລອງຂັ້ນຕອນ, ຕົ້ນທຶນ ແລະ ການຂົນສົ່ງສິນຄ້າສຳລັບການຄ້າ ແລະ ການຈໍລະຈອນ, ພ້ອມທັງສ້າງພື້ນຖານທີ່ດີໃຫ້ແກ່ການເປີດຂະບວນລົດໄຟຂົນສົ່ງສິນຄ້າ ແລະ ການຄ້າສາກົນ ພາຍຫຼັງທາງລົດໄຟລາວ-ຈີນເປີດນຳໃຊ້ໃນທ້າຍປີນີ້.

Comments