ກົງສູນໃຫຍ່ແຫ່ງຣາຊາອານາຈັກໄທ ມອບອຸປະກອນການແພດ ໃຫ້ແຂວງຄຳມ່ວນ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 30 ສິງຫາ ນີ້, ກົງສູນໃຫຍ່ແຫ່ງຣາຊາອານາຈັກໄທ ປະຈຳແຂວງສະຫວັນນະເຂດ ນຳໂດຍ ທ່ານ ກິດຕິສັກ ຫລໍປະຕິມາ ຮອງກົງສູນໃຫຍ່, ພ້ອມຄະນະໄດ້ນຳເອົາເຄື່ອງມືການແພດ ມາມອບໃຫ້ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງຄຳມ່ວນ, ເຊິ່ງປະກອບມີ: ຊຸດປ້ອງກັນເຊື້ອໂຄວິດ PPE ຈຳນວນ 100 ຊຸດ, ຜ້າອັກປາກ-ດັງ N95 ຈຳນວນ 10 ກ່ອງ, ຖົງມື 12 ກ່ອງ, ໝວກຄຸມຜົມ 10 ແພັກ, ຜ້າອັກປາກ-ດັງ, ເຈວລ້າງມື, ມຸ້ງ, ໝອນ, ຜ້າຮົ່ມ ແລະ ເຄື່ອງອຸປະໂພກຈຳ ນວນໜຶ່ງ ລວມມູນຄ່າ 50 ລ້ານກີບ. ຕາງໜ້າຮັບໂດຍ ທ່ານ ບຸນມີ ພິມມະສອນ ປະ ທານສະພາປະຊາຊົນແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ.

May be an image of 4 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ໃນວັນດຽວກັນນີ້, ທ່ານ ນາງ ເລສຸກ ບໍລິສັດເລສຸກການຄ້າ ແລະ ຂົນສົ່ງຈຳກັດ ກໍໄດ້ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນວຽການຄວບຄຸມປ້ອງກັນ ແລະ ລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງ ເຊັ່ນດຽວກັນ.ໂອກາດນີ້, ທ່ານຫົວໜ້າຄະນະສະເພາະກິດຂັ້ນແຂວງ ກໍໄດ້ສະແດງຄວາມຂອບ ໃຈມາຍັງ 2 ພາກສ່ວນດັ່ງກ່າວ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ເປັນຫ່ວງເປັນໄຍຕໍ່ແຂວງຄຳມ່ວນ ກໍຄື ຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫລືອຕື່ມອີກໃນຄັ້ງຕໍ່ໄປ.ຂ່າວ: ມະນີວັນພາບ: ຫ້ອງວ່າການແຂວງ

Comments