General

ສປປ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ, ໃນວັນທີ 24 ສິງຫາ 2020 ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ບັນດາຜູ້ນໍາຈາກ 4 ປະເທດສະມາຊິກ ຄື: ກໍາປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” (Enhancing Partnership for Shared Prosperity). ກອງປະຊຸມຄັ້ງນີ້, ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ພ້ອມດຽວກັນນັ້ນ, ກໍຈະໄດ້ປຶກສາຫາລື ແລະ ຮັບຮອງເອົາເອກະສານສໍາຄັນຈໍານວນໜຶ່ງ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືດັ່ງກ່າວ. ນອກຈາກນັ້ນ, ຍັງຈະໄດ້ມີພິທີມອບ-ຮັບໜ້າທີ່ ການເປັນປະທານຮ່ວມໃນນາມປະ ...

Read More »

ລັດຖະມົນຕີກະສິກໍາອາຊຽນ ປະຊຸມທາງໄກ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

ກອງປະຊຸມສະໄໝພິເສດທາງໄກຂອງລັດຖະມົນຕີກະສິກໍາອາຊຽນວ່າ ດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ພາຍໃຕ້ຫົວຂໍ້ “ການຫລຸດຜ່ອນຄວາມທຸກຍາກ ແລະ ຄວາມຕ້ານທານໃນການສ້າງ ແລະ ຟື້ນນຟູແຜນພັດທະນາ ພາຍຫລັງການລະບາດຂອງພະຍາດ ໂຄວິດ19” ຈັດຂື້ຶ້ນຕອນບ່າຍວັນທີ 19 ສິງຫາ 2020 ພາຍໃຕ້ການເປັນປະທານຂອງ ດຣ ອັງທູ ລັດຖະມົນຕີກະຊວງກະສິກໍາ, ລ້ຽງສັດ ແລະ ຊົນລະປະທານຂອງສສ ມຽນມາ ແລະ ການເຂົ້າຮ່ວມຂອງ ທ່ານ ລິນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ແລະລັດຖະມົນຕີກະຊວງກະສິກໍາຈາກ 10 ປະເທດ ສະມາຊິກອາຊຽນ. ໃນໂອກາດດັ່ງກ່າວ, ທ່ານ ລິນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີຄໍາເຫັນໃນກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນໄລຍະທີ່ຫລາຍປະເທດສະມາຊິກອາຊຽນ ກໍາລັງປະເຊີນກັບສິ່ງທ້າທ້າຍ ຈາກການລະບາດຂອງພະຍາດໂຄວິດ 19 ເຊິ່ງສົ່ງຜົນກະທົບຕໍ່ຫລາຍໆດ້ານ ໃນການຜະລິດເປັນສິນຄ້າ ກໍ່ຄືແຜນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ຜູ້ເຂົ້າຮ່ວມຄວນສົນທະນາກັນຢ່າງກົງໄປກົງ ແລະ ທົບທວນຄືນຫລາຍໆບັນຫາທີ່ກ່ຽວຂ້ອງກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄລຍະແຕ່ປິ 2016 ຫາ 2020 ...

Read More »

ຖືກຕຳນິໜັກ!!! ທະຫານມາລີ ຢຶດອຳນາດ ແຕ່ງຕັ້ງ​ຕົນເອງເປັນປະທານາທິບໍດີແທນ

ຜູ້ນຳອາຟຣິກາ ແລະ ປະເທດຕາເວັນຕົກໄດ້ຕຳໜິຕິຕຽນລັດຖະບານ ທີ່ບັງຄັບໃຫ້ປະທານາທິບໍດີມາລີ ອອກຈາກອຳນາດ, ໂດຍເຕືອນວ່າການກໍ່ລັດຖະປະຫານແມ່ນການຖອຍຫລັງທີ່ເລິກເຊິ່ງ ສຳລັບປະເທດອາຟຣິກາຕາເວັນຕົກ ທີ່ອາດຈະເປັນໄພຂົ່ມຂູ່ຕໍ່ການຕໍ່ສູ້ກັບລັດທິອິດສະລາມ. ທະຫານທີ່ເອີ້ນຕົນເອງວ່າ ຄະນະກຳມະການແຫ່ງຊາດເພື່ອຄວາມຢູ່ລອດຂອງປະຊາຊົນໄດ້ສັນຍາວ່າ ໃນທີ່ສຸດພວກເຂົາຈະມອບອຳນາດຄືນ ໃຫ້ແກ່ລັດຖະບານພົນລະເຮືອນ ແຕ່ບໍ່ໄດ້ກຳນົດເວລາ. ການປະນາມຕໍ່ການເຮັດລັດຖະປະຫານແມ່ນຮຸນແຮງຂຶ້ນເລື້ອຍໆ, ເຊິ່ງສະແດງເຖິງຄວາມເປັນຫ່ວງຂອງສາກົນກ່ຽວກັບຄວາມບໍ່ໝັ້ນຄົງ ໃນປະເທດມາລີ ແລະອາຟຣິກາຕາເວັນຕົກຫຼາຍຂື້ນ ທ່າມກາງການໂຈມຕີທີ່ເພີ່ມຂື້ນ ໂດຍກຸ່ມອິສລາມ ແລະ ການຫຼຸດລົງທາງເສດຖະກິດທີ່ເກີດຂື້ນ. ປາຣີ ມີທະຫານຫຼາຍກວ່າ 5,000 ຄົນປະຈຳການໃນທົ່ວເຂດ Sahel ລວມທັງປະເທດມາລີ ກໍໄດ້ເຂົ້າຮ່ວມໃນການກ່າວປະນາມກັບລັດຖະມົນຕີຕ່າງປະເທດ Jean-Yves Le Drian ໂດຍກ່າວໃນຖະແຫຼງການວ່າຝຣັ່ງໄດ້ຢັ້ງຢືນຢ່າງ ແໜ້ນແຟ້ນກ່ຽວກັບອະທິປະໄຕ ແລະ ປະຊາທິປະໄຕຂອງມາລີ. ສະຫະລັດອາເມລິກາໄດ້ຮຽກຮ້ອງໃຫ້ມີການສົນທະນາກັນ. ທ່ານ Peter Peter Pham, ທູດພິເສດຂອງກະຊວງການຕ່າງປະເທດສຳລັບເຂດ Sahel ກ່າວວ່າ “ສະຫະລັດຂັດຄ້ານການປ່ຽນແປງທີ່ບໍ່ມີລັດຖະທຳມະນູນທັງໝົດ ຂອງລັດຖະບານ ບໍ່ວ່າຈະເປັນໃນຖະໜົນ ຫລືກຳລັງຮັກສາຄວາມປອດໄພ”. ອົງການສະຫະປະຊາຊາດໃຊ້ງົບປະມານ 1,2 ຕື້ໂດລາສະຫະລັດ/ປີ ສຳລັບພາລະກິດຮັກສາສັນຕິພາບກວ່າ 15,000 ຄົນໃນປະເທດ ແລະ ຫົວໜ້າຮັກສາສັນຕິພາບ. ທ່ານກ່າວວ່າປະເທດຈະຕົກຢູ່ໃນສະພາບຫຍຸ້ງຍາກໃນຫຼາຍດ້ານ ຍ້ອນການແຂ່ງຂັນການເມືອງໃນອະນາຄົດ ແລະ ຄວາມສາມາດຂອງພວກເຮົາໃນການເຮັດວຽກກັບລັດຖະບານ ແລະ ...

Read More »

ສສຊ ເຂດເລືອກຕັ້ງທີ 1 ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 8 ໃຫ້ພະນັກງານ-ນັກຮົບ

ໃນວັນທີ 20 ສິງຫາ 2020 ທີ່ກະຊວງປ້ອງກັນປະເທດ, ທ່ານ ນາງ ພອນເພັດ ບຸບຜາ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ 8 ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງເຜີຍແຜ່ຜົນສໍາເລັດ ກອງປະ ຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 8 ພ້ອມຮັບຟັງຄໍາຄິດເຫັນ, ຄຳສະເໜີ ຂອງຜູ້ມີສິດເລືອກຕັ້ງ ເພື່ອເປັນຂໍ້ມູນ ນຳໄປພິຈາລະນາໃນການເຂົ້າຮ່ວມກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດຄັ້ງຕໍ່ໄປ ໃຫ້ພະນັກງານ-ນັກຮົບ ກະຊວງປ້ອງກັນປະເທດ. ໃນໂອກາດດັ່ງກ່າວ, ທ່ານ ພົ.ຕ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ລາຍງານສະພາບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ 4 ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸ ໂດຍສະເພາະແມ່ນ ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ໜ້າທີ່ປັບປຸງກໍ່ສ້າງກຳລັງ, ໜ້າທີ່ຮັບປະກັນດ້ານພາລາທິການ-ເຕັກນິກ, ໜ້າທີ່ພົວພັນ ແລະ ຮ່ວມມື ...

Read More »

ຫ້ອງການກະສິກຳ-ປ່າໄມ້ ເມືອງບົວລະພາ ມອບແນວພັນໄກ່ 400 ກວ່າໂຕ ໃຫ້ປະຊາຊົນ 6 ບ້ານ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງການກະສິກໍາ-ປ່າໄມ້ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີມອບ-ຮັບແນວພັນໄກ່ 400 ກວ່າໂຕ ໃຫ້ປະຊາຊົນ 6 ບ້ານຄື: ບ້ານໂສຍ, ໂພນສັງໄພ, ກະແຕ້, ແກ້ງວັກ, ບ້ານກາງ ແລະ ບ້ານແກ້ງຍາລວນ ເມືອງບົວລະພາ ທີ່ຖືກຜົນກະທົບຈາກໄພພິບັດໃນປີ 2019 ຜ່ານມາ ໂດຍ ທ່ານ ຄຳຮູ້ ວົງພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ໄດ້ແນະນຳວິທີລ້ຽງໄກ່ ແລະ ການປົກປັກຮັກສາໄກ່ ເປັນຕົ້ນແມ່ນເອົາໃຈໃສ່ໃນການສັກຢາຮັກສາໄກ່ຕ້ອງເອົາໃຈໃສ່ຢອດຢາເປັນປົກກະຕິ ເພື່ອເຮັດໃຫ້ໄກ່ມີພູມຕ້ານທານ ປອດຈາກເຊື້ອພະຍາດທີ່ຈະເກີດຂຶ້ນຕາມລະດູການ. ໂອກາດນີ້, ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງ ບົວລະພາ ກໍໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ເອົາໃຈໃສ່ໃນການປົກປັກຮັກສາເບິ່ງແຍງໄກ່ ໃຫ້ເປັນຢ່າງດີໃຫ້ມີຜົນຜະລິດທີ່ດີ ເພື່ອກາຍເປັນສິນຄ້າ ແລະ ເປັນສະບຽງອາຫານໃຫ້ເເກ່ພໍ່ແມ່ປະຊາຊົນໃນອານະຄົດຕໍ່ໜ້າ. ແຫຼ່ງຂໍ້ມູນ: ຂປລ

Read More »

ການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງໃນລາວ ສ່ວນຫຼາຍເກີດຈາກ 3 ຂະແໜງການໃຫຍ່…

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດແຈ້ງໃຫ້ຮູ້ວ່າ: ບັນຫາການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງຍັງເປັນບັນຫາຊໍາເຮື້ອ ແລະ ຍັງແກ້ໄຂບໍ່ຕົກ ພົບສ່ວນຫຼາຍເກີດຈາກ3 ຂະແໜງການໃຫຍ່ເຊັ່ນ: ການຄ້າ, ອາດຊະຍາກຳ ແລະ ການສໍ້ລາດບັງຫຼວງ. ທ່ານ ສະຖາບັນດິດ ອິນສິຊຽງໃໝ່ ຮັກສາການສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ໂຄງການຄົ້ນຄວ້າການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງໄດ້ສ້າງຂຶ້ນໃນປີ 2017 ມີຈຸດປະສົງເພື່ອປັບປຸງການເກັບກຳລາຍຮັບຈາກຂະແໜງການຊັບພະຍາກອນທຳມະຊາດຂອງ ສປປ ລາວ. ປະເທດລາວ ເປັນປະເທດທີ່ກຳລັງພັດທະນາ ເຮັດໃຫ້ມີຄວາມຕ້ອງການທຶນຈຳນວນຫຼາຍ ເຂົ້າໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍຕ່າງໆຈຶ່ງມີຄວາມສ່ຽງ ໃນການບິດເບືອນລາຄາຂອງບັນດາໂຄງການຕ່າງໆ, ການຊໍາລະສະສາງ ໃນຕົວເລກທີ່ສູງ ເຊິ່ງກໍ່ໃຫ້ເກີດການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງ ແລະ ອື່ນໆ. ພາບປະກອບເທົ່ານັ້ນ ທ່ານ ວັນໄຊ ໄຊຍະວົງ ຫົວໜ້າພະແນກຕິດຕາມ ແລະ ພະຍາກອນເສດຖະກິດ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກໍໄດ້ກ່າວເມື່ອບໍ່ດົນມານີ້ ກ່ຽວກັບການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງວ່າ: ຜ່ານການຄົ້ນຄວ້າກ່ຽວກັບເລື່ອງດັ່ງກ່າວພົບວ່າ ບັນຫາການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງເກີດຈາກ 3 ຂະແໜງການໃຫຍ່ຄື: ​ການຄ້າ, ອາດຊະຍາກຳ ແລະ ສໍ້ລາດບັງຫຼວງ. ພາບປະກອບເທົ່ານັ້ນ ການຄ້າ ແມ່ນກ່ຽວກັບ ການບິດເບືອນລາຄາຂອວສິນຄ້າ, ຄຸນນະພາບຂອງສິນຄ້າ, ປະລິມານຂອງສິນຄ້າ ແລະ ອັດຕາແລກປ່ຽນເງິນຕາ.​ ອາດຊະຍາກຳ ແມ່ນກ່ຽວກັບ ການຄ້າ-ຂາຍຢາເສບຕິດ, ອາວຸດເຖື່ອນ ...

Read More »

ປັບຂຶ້ນລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ, ສ່ວນການຊວນປັບລົງ…

ວັນທີ 20 ສິງຫາ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0762/ອຄ.ກຄພນ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ; ເລື່ອງ: ແຈ້ງການປັບລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ. ໃນນີ້, ປັບຂຶ້ນນ້ຳມັນແອັດຊັງພິເສດ 80 ກີບຕໍ່ລິດ, ປັບຂຶ້ນນໍ້າມັນແອັດຊັງທຳມະດາ 90 ກີບຕໍ່ລິດ; ສ່ວນນໍ້າມັນກາຊວນປັບລົງ 40 ກີບຕໍ່ລິດ ໂດຍເລີ່ມປະຕິບັດແຕ່ເວລາ 6:00 ໂມງຂອງວັນທີ 21 ສິງຫາ 2020. ຈາກການປັບຄັ້ງນີ້ ເຮັດໃຫ້ນໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນຂຶ້ນມາເປັນ 8.510 ກີບຕໍ່ລິດ, ແອັດຊັງທຳມະດາ ຂຶ້ນມາຢູ່ທີ່ 8.080 ກີບຕໍ່ລິດ; ສ່ວນນໍ້າມັນກາຊວນລົງມາຢູ່ທີ່ 7. ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?

Read More »

ຍີ່ປຸ່ນ ຈະຊ່ວຍເຫຼືອ ເຝິກອົບຮົມໃຫ້ກອງທັບລາວ ກ່ຽວກັບການຊ່ວຍເຫຼືອມະນຸດສະທຳ ແລະ ການບັນເທົາທຸກໄພພິບັດ …

ເມື່ອບໍ່ດົນມານີ້, ຢູ່ທີ່ກົມພົວພັນຕ່າງປະເທດລາວ ໄດ້ເປີດກອງປະຊຸມຖ່າຍທອດສົດ ລະຫວ່າງຄະນະວິຊາການດ້ານການ ຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງ ປ້ອງກັນປະເທດແຫ່ງ ສປປ.ລາວ ກັບກະຊວງປ້ອງກັນປະເທດຢີ່ປຸ່ນ ເພື່ອຮ່ວມກັນປຶກສາຫາລືກ່ຽວ ກັບແຜນການຮ່ວມມືສອງຝ່າຍ ປະຈຳປີ 2020. ຝ່າຍລາວນຳໂດຍ ທ່ານ ພັນເອກ ປາດຖະໜາ ວຸດຕິຈັກ – ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບຫົວໜ້າຄະນະປະສານງານ ວຽກງານຄຸ້ມຄອງໄພພິບັດ ແລະ ຝ່າຍຢີ່ປຸ່ນນຳໂດຍ ທ່ານ ໂນໂຊມູ ຢາມາຊິຕາ – ຫົວໜ້າຫ້ອງ ການເສີມສ້າງຂີດຄວາມອາດ ສາມາດ ພະແນກນະໂຍບາຍ ການຕ່າງປະເທດກະຊວງປ້ອງ ກັນປະເທດຢີ່ປຸ່ນ ພ້ອມດ້ວຍ ຄະນະວິຊາການທັງສອງຝ່າຍ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ທາງໄກຄັ້ງນີ້, ເພື່ອເອກະພາບດ້ານເວລາຮ່ວມກັນຕໍ່ການຈັດຕັ້ງຜັນຂະຫຍາຍແຜນຮ່ວມມື ລະຫວ່າງສອງກະຊວງປ້ອງກັນ ປະເທດທີ່ໄດ້ເຊັນຮ່ວມກັນກ່ຽວ ກັບການສ້າງຂີດຄວາມອາດສາ ມາດດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ໃຫ້ພະນັກງານນັກຮົບກອງທັບ ປະຊາຊົນລາວ ດ້ວຍການຮ່ວມມື ກັບກອງທັບຢີ່ປຸ່ນ ເຊິ່ງມີ 3 ໜ້າວຽກ ຄື: 1. ໂຄງການເຊື້ອເຊີນຄູ ເຝິກວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນຂອງກອງທັບປະຊາຊົນລາວໄປທັດ ສະນະສຶກສາ ແລະ ...

Read More »

ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ກົມພິຈຳໜ່າຍ ຄົບຮອບ 70 ປີ

ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ກົມພິມຈຳໜ່າຍ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020 ຢູ່ທີ່ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃນວັນທີ 19 ສິງຫາ ໂດຍການເປັນປະທານຂອງ ທ່ານ ນາງ ປອ ບົວໄຂ ເພັງພະຈັນ ຫົວໜ້າກົມພີມຈຳໜ່າຍ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ, ມີຫົວໜ້າຂະແໜງ, ກອງວິຊາການ ແລະ ພະນັກງານວິຊາການອ້ອມຂ້າງພະແນກ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ. ໃນກອງປະຊຸມດັ່ງກ່າວ ທ່ານ ພອນຈັນ ແພງພູວັນ ໄດ້ຂຶ້ນກ່າວເຖິງ ວິວັດທະນາການ ແລະ ວຽກງານຂອງສື່ມວນຊົນ, ສື່ມວນຊົນ ໃນພາກສ່ວນລັດ ແລະ ເອກະຊົນ ພ້ອມທັງບົດບາດໜ້າທີ່ສື່ມວນຊົນລາວໃນປັດຈຸບັນ. ພ້ອມກັນນັ້ນ ໃນກອງປະຊຸມຄັ້ງນີ້ ທ່ານ ...

Read More »

ຮອດລັດເຊຍແລ້ວ! ທີມລົດຖັງລາວ ທີ່ຮ່ວມແຂ່ງຂັນ Army Games International 2020…

ງານ Army Games International 2020 ຈະຈັດຂຶ້ນໃນລະຫວ່າງວັນທີ 23 ສິງຫາ – 5 ກັນຍາ 2020 ທີ່ປະເທດລັດເຊຍ ໂດຍຈະມີການແຂ່ງຂັນກິລາທາງການທະຫານ ປະກອບດ້ວຍ 31 ລາຍການແຂ່ງຂັນ ໂດຍມີຕົວແທນຈາກ 28 ປະເທດເຂົ້າຮ່ວມ ລວມທັງ ສປປ ລາວ ລ່າສຸດທີມລົດຖັງລາວໄດ້ໄປຮອດລັດເຊຍແລ້ວ.​ ສຳລັບກອງທັບປະຊາຊົນລາວ ໄດ້ສົ່ງທີມນັກກິລາເຂົ້າຮ່ວມ 2 ລາຍການຄື ແຂ່ງຂັນລົດຖັງ ແລະ ເຕັກນິກທາງດ້ານອາວຸດ-ຍຸດໂທປະກອນ.​ ຮູບ: ແອໂຣລາວ

Read More »