ຫ້ອງການກະສິກຳ-ປ່າໄມ້ ເມືອງບົວລະພາ ມອບແນວພັນໄກ່ 400 ກວ່າໂຕ ໃຫ້ປະຊາຊົນ 6 ບ້ານ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງການກະສິກໍາ-ປ່າໄມ້ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີມອບ-ຮັບແນວພັນໄກ່ 400 ກວ່າໂຕ ໃຫ້ປະຊາຊົນ 6 ບ້ານຄື: ບ້ານໂສຍ, ໂພນສັງໄພ, ກະແຕ້, ແກ້ງວັກ, ບ້ານກາງ ແລະ ບ້ານແກ້ງຍາລວນ ເມືອງບົວລະພາ ທີ່ຖືກຜົນກະທົບຈາກໄພພິບັດໃນປີ 2019 ຜ່ານມາ ໂດຍ ທ່ານ ຄຳຮູ້ ວົງພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ໄດ້ແນະນຳວິທີລ້ຽງໄກ່ ແລະ ການປົກປັກຮັກສາໄກ່ ເປັນຕົ້ນແມ່ນເອົາໃຈໃສ່ໃນການສັກຢາຮັກສາໄກ່ຕ້ອງເອົາໃຈໃສ່ຢອດຢາເປັນປົກກະຕິ ເພື່ອເຮັດໃຫ້ໄກ່ມີພູມຕ້ານທານ ປອດຈາກເຊື້ອພະຍາດທີ່ຈະເກີດຂຶ້ນຕາມລະດູການ.


ໂອກາດນີ້, ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງ ບົວລະພາ ກໍໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ເອົາໃຈໃສ່ໃນການປົກປັກຮັກສາເບິ່ງແຍງໄກ່ ໃຫ້ເປັນຢ່າງດີໃຫ້ມີຜົນຜະລິດທີ່ດີ ເພື່ອກາຍເປັນສິນຄ້າ ແລະ ເປັນສະບຽງອາຫານໃຫ້ເເກ່ພໍ່ແມ່ປະຊາຊົນໃນອານະຄົດຕໍ່ໜ້າ.

ແຫຼ່ງຂໍ້ມູນ: ຂປລ

Comments