ຍີ່ປຸ່ນ ຈະຊ່ວຍເຫຼືອ ເຝິກອົບຮົມໃຫ້ກອງທັບລາວ ກ່ຽວກັບການຊ່ວຍເຫຼືອມະນຸດສະທຳ ແລະ ການບັນເທົາທຸກໄພພິບັດ …

ເມື່ອບໍ່ດົນມານີ້, ຢູ່ທີ່ກົມພົວພັນຕ່າງປະເທດລາວ ໄດ້ເປີດກອງປະຊຸມຖ່າຍທອດສົດ ລະຫວ່າງຄະນະວິຊາການດ້ານການ ຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງ ປ້ອງກັນປະເທດແຫ່ງ ສປປ.ລາວ ກັບກະຊວງປ້ອງກັນປະເທດຢີ່ປຸ່ນ ເພື່ອຮ່ວມກັນປຶກສາຫາລືກ່ຽວ ກັບແຜນການຮ່ວມມືສອງຝ່າຍ ປະຈຳປີ 2020.

ຝ່າຍລາວນຳໂດຍ ທ່ານ ພັນເອກ ປາດຖະໜາ ວຸດຕິຈັກ – ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບຫົວໜ້າຄະນະປະສານງານ ວຽກງານຄຸ້ມຄອງໄພພິບັດ ແລະ ຝ່າຍຢີ່ປຸ່ນນຳໂດຍ ທ່ານ ໂນໂຊມູ ຢາມາຊິຕາ – ຫົວໜ້າຫ້ອງ ການເສີມສ້າງຂີດຄວາມອາດ ສາມາດ ພະແນກນະໂຍບາຍ ການຕ່າງປະເທດກະຊວງປ້ອງ ກັນປະເທດຢີ່ປຸ່ນ ພ້ອມດ້ວຍ ຄະນະວິຊາການທັງສອງຝ່າຍ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ທາງໄກຄັ້ງນີ້, ເພື່ອເອກະພາບດ້ານເວລາຮ່ວມກັນຕໍ່ການຈັດຕັ້ງຜັນຂະຫຍາຍແຜນຮ່ວມມື ລະຫວ່າງສອງກະຊວງປ້ອງກັນ ປະເທດທີ່ໄດ້ເຊັນຮ່ວມກັນກ່ຽວ ກັບການສ້າງຂີດຄວາມອາດສາ ມາດດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ໃຫ້ພະນັກງານນັກຮົບກອງທັບ ປະຊາຊົນລາວ ດ້ວຍການຮ່ວມມື ກັບກອງທັບຢີ່ປຸ່ນ ເຊິ່ງມີ 3 ໜ້າວຽກ ຄື:

1. ໂຄງການເຊື້ອເຊີນຄູ ເຝິກວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນຂອງກອງທັບປະຊາຊົນລາວໄປທັດ ສະນະສຶກສາ ແລະ ຖອດຖອນ ບົດຮຽນວຽກງານໄພພິບັດຢູ່ ປະເທດຢີ່ປຸ່ນຕາມແຜນແມ່ນ ລະຫວ່າງ ວັນທີ 22-28/11/ 2020;

2. ໂຄງການເຝິກອົບ ຮົມວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນ ປະຈຳປີ ຢູ່ ສປປ ລາວ ຕາມ ແຜນແມ່ນລະຫວ່າງວັນທີ 12-20/12/2020;

3. ເຝິກອົບຮົມວິທີການນຳໃຊ້ເຄື່ອງກົນຈັກໜັກເຂົ້າໃນວຽກງານຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ຢູ່ ສປປ ລາວ ຄາດກະວັນທີ 17/01-14/02/2121.

ອີງໃສ່ການແຜ່ລະບາດຂອງ ພະຍາດ COVID – 19 ຢູ່ບັນດາປະເທດຕ່າງໆໃນທົ່ວໂລກຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ປະເທດລາວເຮົາ ຍັງໃຊ້ມາດຕະການການປິດ ເຂົ້າ-ອອກ ປະເທດຢູ່. ດັ່ງນັ້ນ, ວິຊາການທັງສອງຝ່າຍຈຶ່ງໄດ້ຕົກລົງຮ່ວມກັນເລື່ອນບັນດາກິດຈະກຳຕ່າງໆທີ່ ກ່າວມາຂ້າງເທິງນັ້ນອອກໄປຈົນກວ່າການລະບາດຂອງພະຍາດ COVID – 19 ສະຫງົບລົງ ແລະ ສາມາດຄວບຄຸ້ມໄດ້ຢ່າງແນ່ນອນຈຶ່ງຈະສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມື.

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?

Comments