ສສຊ ເຂດເລືອກຕັ້ງທີ 1 ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 8 ໃຫ້ພະນັກງານ-ນັກຮົບ

ໃນວັນທີ 20 ສິງຫາ 2020 ທີ່ກະຊວງປ້ອງກັນປະເທດ, ທ່ານ ນາງ ພອນເພັດ ບຸບຜາ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ 8 ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງເຜີຍແຜ່ຜົນສໍາເລັດ ກອງປະ ຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 8 ພ້ອມຮັບຟັງຄໍາຄິດເຫັນ, ຄຳສະເໜີ ຂອງຜູ້ມີສິດເລືອກຕັ້ງ ເພື່ອເປັນຂໍ້ມູນ ນຳໄປພິຈາລະນາໃນການເຂົ້າຮ່ວມກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດຄັ້ງຕໍ່ໄປ ໃຫ້ພະນັກງານ-ນັກຮົບ ກະຊວງປ້ອງກັນປະເທດ.

ໃນໂອກາດດັ່ງກ່າວ, ທ່ານ ພົ.ຕ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ລາຍງານສະພາບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ 4 ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸ ໂດຍສະເພາະແມ່ນ ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ໜ້າທີ່ປັບປຸງກໍ່ສ້າງກຳລັງ, ໜ້າທີ່ຮັບປະກັນດ້ານພາລາທິການ-ເຕັກນິກ, ໜ້າທີ່ພົວພັນ ແລະ ຮ່ວມມື ກັບຕ່າງປະເທດ.


ທ່ານ ພົ.ຕ ສອນທອງ ພົມລາວົງ ໃຫ້ຮູ້ຕື່ມວ່າ: ສຳລັບໜ້າທີ່ ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ ແມ່ນໄດ້ຊີ້ນຳກົມກອງ-ທ້ອງຖິ່ນ ປະຕິບັດຕາມມາດຕະການຍຸດທະສາດ ຫັນກຳລັງລົງກໍ່ ສ້າງຮາກຖານຢ່າງແຂງແຮງ ແລະ ມີຈຸດສຸມ ຕາມ 4 ເນື້ອໃນ 4 ຄາດໝາຍ, ໄປຄຽງຄູ່ກັບການສ້າງທ່າສະໜາມ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ການພັດທະນາເສດຖະກິດ-ສັງຄົມ, ພື້ນຖານໂຄງລ່າງອັນຈຳເປັນຢູ່ຮາກຖານ ໂດຍສຸມໃສ່ບໍລິເວນຈຸດສຸມຂອງກະຊວງ ແລະ ທ້ອງຖິ່ນ ເປັນ 3 ກຸ່ມບ້ານຂອງແຂວງ ໄຊສົມບູນ, ຈຸດສຸມຄັງວຽງ ແລະ ບັນດາຈຸດສຸມ ຂອງລັດຖະບານ ຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້.

ແຕ່ລະກອງພົນ, ກອງພັນໃຫຍ່ ຕ້ອງມີຈຸດສຸມກໍ່ສ້າງຮາກຖານ ໂດຍສົມທົບກັບທ້ອງຖິ່ນທີ່ກ່ຽວຂ້ອງ. ນອກຈາກນີ້, ຍັງໄດ້ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບ, ການປ້ອງກັນເວນຍາມ, ກວດກາການກຽມ ພ້ອມສູ້ຮົບແຕ່ລະຂັ້ນ, ກຳແໜ້ນແກ້ໄຂສະພາບບໍລິເວນຊາຍແດນ, ປັບປຸງຂໍ້ກຳນົດ ວ່າດ້ວຍວຽກງານກຽມ ພ້ອມສູ້ຮົບຂອງກອງທັບ, ຕິດຕາມສະພາບດິນຟ້າອາກາດ, ກຽມພ້ອມກອບກູ້ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດໃນທຸກສະພາວະ ແລະ ຈັດຕັ້ງຫັດແອບການປ້ອງກັນ-ກອບກູ້ໄພພິບັດທຳມະຊາດ ປະຈຳປີ 2020 ຕາມແຜນການ.
ຂ່າວ: ມະນີທອນ, ພາບ: ອ່າຍຄຳ.

ແຫຼ່ງຂໍ້ມູນ: ຂປລ

Comments