ກອງປະຊຸມສະໄໝພິເສດທາງໄກຂອງລັດຖະມົນຕີກະສິກໍາອາຊຽນວ່າ ດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ພາຍໃຕ້ຫົວຂໍ້ “ການຫລຸດຜ່ອນຄວາມທຸກຍາກ ແລະ ຄວາມຕ້ານທານໃນການສ້າງ ແລະ ຟື້ນນຟູແຜນພັດທະນາ ພາຍຫລັງການລະບາດຂອງພະຍາດ ໂຄວິດ19” ຈັດຂື້ຶ້ນຕອນບ່າຍວັນທີ 19 ສິງຫາ 2020 ພາຍໃຕ້ການເປັນປະທານຂອງ ດຣ ອັງທູ ລັດຖະມົນຕີກະຊວງກະສິກໍາ, ລ້ຽງສັດ ແລະ ຊົນລະປະທານຂອງສສ ມຽນມາ ແລະ ການເຂົ້າຮ່ວມຂອງ ທ່ານ ລິນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ແລະລັດຖະມົນຕີກະຊວງກະສິກໍາຈາກ 10 ປະເທດ ສະມາຊິກອາຊຽນ.
ໃນໂອກາດດັ່ງກ່າວ, ທ່ານ ລິນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີຄໍາເຫັນໃນກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນໄລຍະທີ່ຫລາຍປະເທດສະມາຊິກອາຊຽນ ກໍາລັງປະເຊີນກັບສິ່ງທ້າທ້າຍ ຈາກການລະບາດຂອງພະຍາດໂຄວິດ 19 ເຊິ່ງສົ່ງຜົນກະທົບຕໍ່ຫລາຍໆດ້ານ ໃນການຜະລິດເປັນສິນຄ້າ ກໍ່ຄືແຜນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

ຜູ້ເຂົ້າຮ່ວມຄວນສົນທະນາກັນຢ່າງກົງໄປກົງ ແລະ ທົບທວນຄືນຫລາຍໆບັນຫາທີ່ກ່ຽວຂ້ອງກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄລຍະແຕ່ປິ 2016 ຫາ 2020 ແລະ ແຜນວຽກທີ່ກ່ຽວຂ້ອງ ກັບອາຊຽນ ລວມທັງຄູ່ຮ່ວມມືຕ່າງໆຂອງອາຊຽນ; ກອງປະຊຸມຄັ້ງນີ້ ຍັງເປັນໂອກາດດີໃຫ້ແກ່ປະເທດສະມາຊິກອາຊຽນໃນການກ້າວໄປຂ້າງໜ້າ, ໂດຍສະເພາະການສ້າງໂຄງການຫລາຍຝ່າຍ ກ່ຽວກັບ ການຟື້ນຟູເສດຖະກິດໃນຊົນນະບົດ, ການສົ່ງເສີມທີ່ມີປະສິດທິຜົນສໍາລັບການຫລຸດຜ່ອນຄວາມທຸກຍາກເຊິ່ງກັນ ແລະ ກັນ ທີ່ສອດຄ່ອງກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດການພັດທະນາ SDG 1 ຮອດປີ 2030 ຂອງກອງປະຊຸມສະຫະປະຊາຊາດໄດ້ກໍານົດໄວ້ ໂດຍສອດຄ່ອງກັບແຜນປະຕິບັດງານຂອງອາຊຽນໃນປີິ 2025.

ລວມທັງແຜນການຂອງອາຊຽນ ເພື່ອຫລຸດຜ່ອນຊ່ອງຫວ່າງຂອງການພັດທະນາລະຫວ່າງບັນດາປະເທດສະມາຊິກອາຊຽນດ້ວຍກັນ, ຕະຫລອດເຖິງຄູ່ຮ່ວມງານພາຍນອກ ເພື່ອສະໜັບສະໜູນ ກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບການລຶບລ້າງຄວາມທຸກຍາກ, ການສ້າງພື້ນຖານໂຄງລ່າງ ລວມທັງການເຊື່ອມຕໍ່ໃນບັນດາປະເທດ ສະມາຊິກອາຊຽນໃໝ່ ຄື ກໍາປູເຈຍ, ລາວ, ມຽນມາ ແລະໄທ ຫລື CLMV, ລວມທັງວຽກງານອື່ນໆອີກ.
ແຫຼ່ງຂໍ້ມູນ: ຂປລ