ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ກົມພິຈຳໜ່າຍ ຄົບຮອບ 70 ປີ

ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ກົມພິມຈຳໜ່າຍ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020 ຢູ່ທີ່ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃນວັນທີ 19 ສິງຫາ ໂດຍການເປັນປະທານຂອງ ທ່ານ ນາງ ປອ ບົວໄຂ ເພັງພະຈັນ ຫົວໜ້າກົມພີມຈຳໜ່າຍ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ, ມີຫົວໜ້າຂະແໜງ, ກອງວິຊາການ ແລະ ພະນັກງານວິຊາການອ້ອມຂ້າງພະແນກ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ທ່ານ ພອນຈັນ ແພງພູວັນ ໄດ້ຂຶ້ນກ່າວເຖິງ ວິວັດທະນາການ ແລະ ວຽກງານຂອງສື່ມວນຊົນ, ສື່ມວນຊົນ ໃນພາກສ່ວນລັດ ແລະ ເອກະຊົນ ພ້ອມທັງບົດບາດໜ້າທີ່ສື່ມວນຊົນລາວໃນປັດຈຸບັນ.

ພ້ອມກັນນັ້ນ ໃນກອງປະຊຸມຄັ້ງນີ້ ທ່ານ ອິນປອນ ນະຄອນສີ ຍັງໄດ້ກ່າວເຖິງການພັດທະນາຂອງສື່ມວນຊົນລາວ, ເປົ້າໝາຍ ແລະ ໜ້າທີ່ຂອງແຕ່ລະສື່ ທີ່ໄດ້ເປັນກະບອກສຽງເຊື່ອມຊຶມນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ພ້ອມທັງໄດ້ຍົກໃຫ້ເຫັນເຖິງຂໍ້ດີ ແລະ ຂໍ້ຄົງຄ້າງ ທີ່ບັນດາສື່ມວນຊົນຕ້ອງພັດທະນາ ແລະປັບປຸງແກ້ໄຂ ພ້ອມດຽວກັນນັ້ນ ຍັງໄດ້ວາງວິໄສທັດໃນຕໍ່ໜ້າ.

ທ່ານນາງ ບົວໄຂ ແພງມະຈັນ ຍັງໄດ້ກ່າວເພີ່ມເຖິງ ນະໂຍບາຍຂອງ ພັກ ແລະ ລັດຖະບານ ທີ່ມີຕໍ່ສື່ມວນຊົນລາວ,​ ການພັດທະນາບຸກຄະລາກອນຂອງສື່ມວນຊົນລາວ ແລະ ຜົນງານອັນດີເດັ່ນໃນຜ່ານມາ ທີ່ສື່ມວນຊົນເປັນກະບອກສຽງໃຫ້ກັບພັກ ແລະ ລັດຖະບານ ພ້ອມກັນນັ້ນ ຍັງຍົກໃຫ້ເຫັນຂໍ້ດວກ ແລະ ຂໍ້ຫຍຸ້ງຍາກ ຂອງວຽກງານສື່ມວນຊົນ ນັ້ນກໍຄື:​ ຂໍ້ສະດວກ ແມ່ນມີນະໂຍບາຍຈາກພັກ ແລະ ລັດ ສຳລັບການພັດທະນາໃນດ້ານຕ່າງໆ, ສ່ວນຂໍ້ຫຍຸ້ງຍາກ ຫຼືສິ່ງທ້າທາຍ ກໍຄືການແຂ່ງຂັນທາງດ້ານຂໍ້ມູນຂ່າວສານທີ່ສູງ,​ ໂຮງພິມມີຈຳນວນຫຼຸດລົງ ແລະ ເຕັກໂນໂລຊີ ໃນການອຳນວຍຄວາມສະດວກຍັງບໍ່ທັນສະໄໝເທົ່າທີ່ຄວນ.

ນອກຈາກນັ້ນ,​ ຍັງໄດ້ເວົ້າເຖິງ ທິດທາງລວມ ກໍຄືຕ້ອງມີຫຼັກໝັ້ນສື່ໃຫ້ຊັດເຈນ ແລະ ພັດທະນາເນື້ອໃນໃຫ້ຖືກຕ້ອງ ວ່ອງໄວ, ເພື່ອໃຫ້ສື່ມວນຊົນລາວ ມີຄຸນນະພາບດີຍິ່ງຂຶ້ນ ສະໜອງຂໍ້ມູນຂ່າວສານທີ່ເຕັມໄປດ້ວຍປະໂຫຍດ ແລະ ຄວາມຮູ້ ຄຽງຄູ່ກັບຄວາມ ຖືກຕ້ອງ, ທັນສະໄໝ , ວ່ອງໄວ ແລະ ຊັດເຈນໃນຕໍ່ໜ້າ.

ພ້ອມກັນນັ້ນ, ຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຄະນະພັກ ແລະ ມອບໃບຍ້ອງຍໍໃຫ້ກັບ ສື່ທີ່ພົ້ນເດັ່ນ.

Comments