ການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງໃນລາວ ສ່ວນຫຼາຍເກີດຈາກ 3 ຂະແໜງການໃຫຍ່…

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດແຈ້ງໃຫ້ຮູ້ວ່າ: ບັນຫາການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງຍັງເປັນບັນຫາຊໍາເຮື້ອ ແລະ ຍັງແກ້ໄຂບໍ່ຕົກ ພົບສ່ວນຫຼາຍເກີດຈາກ3 ຂະແໜງການໃຫຍ່ເຊັ່ນ: ການຄ້າ, ອາດຊະຍາກຳ ແລະ ການສໍ້ລາດບັງຫຼວງ. ທ່ານ ສະຖາບັນດິດ ອິນສິຊຽງໃໝ່ ຮັກສາການສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ໂຄງການຄົ້ນຄວ້າການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງໄດ້ສ້າງຂຶ້ນໃນປີ 2017 ມີຈຸດປະສົງເພື່ອປັບປຸງການເກັບກຳລາຍຮັບຈາກຂະແໜງການຊັບພະຍາກອນທຳມະຊາດຂອງ ສປປ ລາວ.

ປະເທດລາວ ເປັນປະເທດທີ່ກຳລັງພັດທະນາ ເຮັດໃຫ້ມີຄວາມຕ້ອງການທຶນຈຳນວນຫຼາຍ ເຂົ້າໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍຕ່າງໆຈຶ່ງມີຄວາມສ່ຽງ ໃນການບິດເບືອນລາຄາຂອງບັນດາໂຄງການຕ່າງໆ, ການຊໍາລະສະສາງ ໃນຕົວເລກທີ່ສູງ ເຊິ່ງກໍ່ໃຫ້ເກີດການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງ ແລະ ອື່ນໆ.

ພາບປະກອບເທົ່ານັ້ນ

ທ່ານ ວັນໄຊ ໄຊຍະວົງ ຫົວໜ້າພະແນກຕິດຕາມ ແລະ ພະຍາກອນເສດຖະກິດ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກໍໄດ້ກ່າວເມື່ອບໍ່ດົນມານີ້ ກ່ຽວກັບການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງວ່າ: ຜ່ານການຄົ້ນຄວ້າກ່ຽວກັບເລື່ອງດັ່ງກ່າວພົບວ່າ ບັນຫາການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງເກີດຈາກ 3 ຂະແໜງການໃຫຍ່ຄື: ​ການຄ້າ, ອາດຊະຍາກຳ ແລະ ສໍ້ລາດບັງຫຼວງ.

ພາບປະກອບເທົ່ານັ້ນ

ການຄ້າ ແມ່ນກ່ຽວກັບ ການບິດເບືອນລາຄາຂອວສິນຄ້າ, ຄຸນນະພາບຂອງສິນຄ້າ, ປະລິມານຂອງສິນຄ້າ ແລະ ອັດຕາແລກປ່ຽນເງິນຕາ.​ ອາດຊະຍາກຳ ແມ່ນກ່ຽວກັບ ການຄ້າ-ຂາຍຢາເສບຕິດ, ອາວຸດເຖື່ອນ ແລະ ການລັກລອບຕ່າງໆ. ການສໍ້ລາດບັງຫຼວງ ແມ່ນເກີດຈາກການຮັບສິນບົນ, ໂຄງການມີມູນຄ່າສູງກວ່າຄວາມເປັນຈິງ ແລະ ອື່ນໆ.

ພາບປະກອບເທົ່ານັ້ນ

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments