4 ວິທີ ການບໍລິຫານ ສະຕ໋ອກສິນຄ້າ ເພີ່ມຍອດຂາຍ ແລະ ຫຼຸດສິນຄ້າຄ້າງສະຕ໋ອກ

ໃນການເຮັດທຸລະກິດ ໂດຍສະເພາະກຸ່ມ SME ທີ່ບໍ່ໄດ້ມີເງິນທຶນໝູນວຽນ ຫຼື ເງິນສຳຮອງຫຼາຍ ການບໍລິການສະຕ໋ອກສິນຄ້າ ຖືເປັນອີກໜຶ່ງບັນຫາທີ່ເຮັດໃຫ້ຜູ້ປະກອບການຂາດທຶນ ຫຼາຍຕໍ່ຫຼາຍຄົນມາແລ້ວ ແລະ ຖ້າເປັນຜູ້ປະກອບການມືໃຫມ່ ຍິ່ງມີຄວາມສ່ຽງສູງກວ່າຜູ້ທີ່ດຳເນີນທຸລະກິດມາແຕ່ດົນນານແລ້ວ, ເພາະຍັງຂາດປະສົບການ ການຄາດເດົາຄວາມຕ້ອງການຂອງຜູ້ບໍລິໂພກບໍ່ທັນໄດ້ດີ.

ຕົວຢ່າງ: ເລື່ອງຂອງສິນຄ້າ “ສິນຄ້າຂາດສະຕ໋ອກ ສິນຄ້າລົ້ນສະຕ໋ອກ” ໃຫ້ເຂົ້າໃຈງ່າຍ.

ບໍລິສັດໜຶ່ງ ຈຳໜ່າຍເຄື່ອງໃຊ້ໄຟຟ້າ ຈຳນວນ 100 ລາຍການ ມີສິນຄ້າຂາຍດີໄດ້ຮັບຄວາມນິຍົມພຽງ 20 ລາຍການ (ທີ່ເປັນສິນຄ້າຫຼັກ) ມີຍອດຂາຍສູງເຖິງ 80% ຈາກສິນຄ້າທັງໝົດ. ສິນຄ້າກຸ່ມນີ້ ຂາຍດີມັກຈະຂາດສະຕ໋ອກ,  ບັນຫາຕໍ່ມາ ສິນຄ້າທີ່ມີຢູ່ໃນສະຕ໋ອກ ຈະຢູ່ກຸ່ມສິນຄ້າ 80 ລາຍການ ທີ່ເປັນສິນຄ້າບໍ່ໄດ້ຮັບຄວາມນິຍົມ ອາດຈະເກີດຈາກການສຳຫຼວດຕະຫຼາດທີ່ຜິດພາດຂອງຜູ້ປະກອບການ ຫຼື ເຈາະກຸ່ມເປົ້າໝາຍບໍ່ຖືກຈຸດ ເຊິ່ງວິທີແກ້ໄຂບັນຫາ ແລະ ວິທິການປ້ອງກັນບັນຫານີ້ຄື:

  1. ວາງແຜນລ່ວງໜ້າ 1 ເດືອນ ເປັນຢ່າງໜ້ອຍ. 

ຜູ້ປະກອບການຕ້ອງຄາດການແນວໂນ້ມຄວາມຕ້ອງການຂອງສິນຄ້າຫຼັກເຫັນພາບລວມວ່າ ສິນຄ້າວ່າມີການເຂົ້າ ອອກແບບໃດ?  ສິນຄ້າຊະນິດໃດຂາຍດີໃນໄລຍະໃດ ຊ່ວງໃດ ຫຼື ກັບກຸ່ມເປົ້າໝາຍໃດ ເຊິ່ງການສ້າງຄວາມເຂົ້າໃຈກຸ່ມເປົ້າໝາຍກໍມີຫຼາຍວິທີເຊັ່ນ: ການມີໂປຣໂມຊັນ ຫຼຸດລ້າງສະຕ໋ອກ ນອກຈາກການຮູ້ ສິນຄ້າຍອດນິຍົມທີ່ຊັດເຈນແລ້ວ ຍັງຊ່ວຍເພີ່ມຍອດຂາຍໃຫ້ສູງຫຼາຍຂຶ້ນດ້ວຍ.

2. ສຳຫຼວດສິນຄ້າໃນສະຕ໋ອກເປັນປະຈຳ.

ຫຼຸດຄວາມສ່ຽງສິນຄ້າຂາດ ຫຼື ລົ້ນສະຕ໋ອກ ແບບບໍ່ທັນຕັ້ງຕົວ ເພາະຄວາມເປັນລະບົບຈະຊ່ວຍໃຫ້ຮູ້ວ່າສິນຄ້າແຕ່ລະຊະນິດມີຄວາມໄວໃນການຂາຍແບບໃດ ຂາຍດີແບບໃດ ໝົດແບບໃດ, ຄວນສັ່ງເພີ່ມເມື່ອສິນຄ້າເຫຼືອເທົ່າໃດ ເພາະການຂາດສິນຄ້າເມື່ອລູກຄ້າຕ້ອງການ ເຮັດໃຫ້ລູກຄ້າໄປຫາສິນຄ້າຈາກຮ້ານອື່ນ ແລະ ອາດເຮັດໃຫ້ເສຍລູກຄ້າອີກດ້ວຍ.

3. ຈັດລະບົບສິນຄ້າພາຍໃນສະຕ໋ອກ

ການຈັດລະບົບພາຍໃນສິນຄ້າຄວນແບ່ງໝວດສິນຄ້າໃຫ້ຊັເຈນເຊັ່ນ: ສິນຄ້າທີ່ມີໄລຍະເວລາການເກັບຮັກສາຈຳກັດ, ສິນຄ້າຫຼັກ, ສິນຄ້າຄ້າງສະຕ໋ອກ ເພື່ອໃຫ້ຮູ້ເຖິງປະລິມານ,​ ຫຼຸດການສູນເສຍສິນຄ້າທີ່ໝົດອາຍຸ ຈາກການບໍ່ໄດ້ນຳມາຂາຍ ຫຼື ສາມາດຈັດໂປຣໂມຊັນເພື່ອເພີ່ມຍອດຂາຍ.

4. ຄຳນວນຕົ້ນທຶນ

ການຄຳນວນຕົ້ນທຶນຕັ້ງແຕ່ກ່ອນເລີ່ມການຜະລິດຖືເປັນສິ່ງຈຳເປັນຫຼາຍ ເຊິ່ງຈະເຮັດໃຫ້ຜູ້ປະກອບການຮູ້ເຖິງລາຄາ,​ ຕົ້ນທຶນຂອງການຜະລິດຕະພັນແຕ່ລະຢ່າງ ແລະ ຮູ້ຕັ້ງລາຄາຂາຍ ໄດ້ຢ່າງເໝາະສົມ ຮູ້ວ່າຄວນຂາຍຫຍັງຈຶ່ງໄດ້ກຳໄລທີ່ຄຸ້ມຄ່າທີ່ສຸດ.

by Smart SME

Comments