Author Archives: Targetlaos Editor

ຢາກໄດ້ທຶນ!!! 5.000-60.000 ໂດລາ ເພື່ອສ້າງຜົນປະໂຫຍດໃຫ້ສັງຄົມ ອ່ານດ່ວນ……

ໂອກາດດີໆມີມາໃຫ້ອີກແລ້ວ! ສໍາລັບ ທ່ານໃດ ກຳລັງມີແນວຄວາມຄິດ ແລະ ວາງແຜນໂຄງການ ເຊິ່ງສ້າງຜົນປະໂຫຍດແກ່ສັງຄົມ? ຕອນນີ້ ທຶນຊ່ວຍເຫຼືອໂດຍກົງ ຂະໜາດນ້ອຍ ຂອງສະຖານທູດ ອົດສະຕຣາລີ ໄດ້ເປີດໃຫ້ຜູ້ສົນໃຈສາມາດຍື່ນບົດສະເໜີໂຄງການ ໄດ້ແລ້ວ ໃນວົງເງິນຊ່ວຍເຫຼືອ ແຕ່ AU$5.000 – AU$60.000 ເພື່ອສົ່ງເສີມບັນດາໂຄງການພັດທະນາຂະໜາດນ້ອຍ ທົ່ວປະເທດລາວສາມາດເຮັດກິດຈະກໍາທີ່ໃຫ້ປະໂຫຍດຕໍ່ຊຸມຊົນ. ຢ່າລືມສະໝັກກ່ອນວັນທີ 12 ຕຸລາ 2018 ນີ້ເດີ້. ອ່ານຂໍ້ມູນ ລາຍລະອຽດ ກ່ຽວກັບ ທຶນໄດ້ທີ່: https://goo.gl/WPYD2x ———— Do you have a project in mind that creates positive impact in your community? The Australian Embassy’s small grants Direct Aid Program is now accepting applications for grants ...

Read More »

ເປີດຮັບສະໝັກທຶນ ໄປສຶກສາຕໍ່ ທີ່ອົດສະຕຣາລີ ອ່ານດ່ວນ….

ເປີດຮັບສະໝັກແລ້ວ ທຶນການສຶກສາ Australia Endeavour Leadership Program 2019 ປິດຮັບສະໝັກວັນທີ 15/11/2018 ລາຍລະອຽດ ແລະ ວິທີການສະໝັກອອນລາຍທີ່: https://internationaleducation.gov.au/…/…/Pages/default.aspx https://www.thaiwahclub.com/news/396/Endeavour-Scholarships-Leadership-Program-2019/ ເປີດຮັບສະຫມັກແລ້ວ ທຶນການສຶກສາ Australia Endeavour Leadership Program 2019ປິດຮັບສະຫມັກວັນທີ່ 15/11/2018ລາຍລະອຽດ ແລະ… Posted by Lao Youth Radio FM 90.0 Mhz on Wednesday, September 26, 2018  

Read More »

ກະຊວງສຶກສາ ລົງໂທດ ຄູ ແລະ ນັກຮຽນ ຜູ້ລະເມີດກົດລະບຽບການສອບເສັງຊັ້ນ ມ 7.

ທີ່ຜ່ານມາບໍ່ແມ່ນວ່າພະນັກງານເຮັດຜິດແລ້ວຈະບໍ່ຖືກສຳຫຼວດ ແລະລົງໂທດ ພຽງແຕ່ເຮັດແບບງຽບໆ ບໍ່ເປີດເຜີຍຄືຍຸກສັງຄົມອອນໄລ໌ໍ ອີກຢ່າງເມື່ອກ່ອນຍັງມີການໂຍະຍານໃຫ້ກັນ ແຕ່ປັດຈຸບັນຍຸກສະໄໝມັນປ່ຽນແລ້ວເຮັດຜິດຄືຜິດ ເພາະຄົນດີຄົນເກັ່ງມີຫຼາຍສາມາດປ່ຽນແທນກັນໄດ້ ໃໝ່ໆໝາດໆນີ້ກໍແມ່ນກົມຈັດຕັ້ງພະນັກງານລົງວິໄນຕໍ່ພະນັກງານຄູ ແລະນັກຮຽນທີ່ມີສ່ວນຮ່ວມໃນການສ້າງປະກົດການຫຍໍ້ທໍ້ໃນບັ້ນສອບເສັງຊັ້ນ ມ7 ສົກ 2017-2018. ອີງຕາມໜັງສືແຈ້ງການສະບັບເລກທີ 3097/ຈຕ ລົງວັນທີ 10 ກັນຍາ 2018 ໃຫ້ຮູ້ວ່າ: ກົມຈັດຕັ້ງ ແລະພະນັກງານໄດ້ຈັດກອງປະຊຸມຮ່ວມປຶກສາຫາລືແລ້ວເຫັນດີໃຫ້ລົງວິໄນຜູ້ລະເມີດລະບຽບການສອບເສັງ ມ7 ສົກຮຽນ 2017-2018ດັ່ງນີ້: 1. ນາງແພງ ໄຊຍະສານ ເປັນຄູສອນປະຈຳຢູ່ໂຮງຮຽນມັດທະຍົມສົມບູນສີສັດຕະນາກ ຜູ້ກ່ຽວເປັນຄະນະກຳມະການຍາມຫ້ອງເສັງຢູ່ສູນສາລະຄຳ ມີເຈດຕະນາເອົາໂທລະສັບເຂົ້າຫ້ອງເສັງຖ່າຍເອົາຫົວຂໍ້ບົດສອບເສັງສົ່ງໄປໃຫ້ນັກຮຽນ ສົ່ງຂໍ້ມູນສອບເສັງໃຫ້ຫຼານໂຕເອງທີ່ສູນເສັງຢູ່ ສາລະຄຳ ກອງປະຊຸມຈິ່ງເຫັນດີລົງວິໄນຄື: – ໂຈະການເລື່ອນຊັ້ນ-ຂັ້ນ. ບໍ່ໃຫ້ຜູ້ກ່ຽວໄດ້ປະເມີນເປັນເວລາ 5 ປີ, ໂຈະການຍ້ອງຍໍ, ໃຫ້ຜູ້ກ່ຽວຂຽນໃບສຳຫຼວດ, ຍົກຍ້າຍໄປສອນບ່ອນອື່ນ, ບໍ່ໃຫ້ເປັນຄະນະກຳມະການສອບເສັງຕື່ມອີກ ແລະບັນທຶກຄວາມຜິດໄວ້ໃນປະຫວັດລັດຖະກອນຂອງຜູ້ກ່ຽວ. 2. ນາງ ລານີ ທຳມະວົງ ເປັນຄູສອນປະຈຳຢູ່ໂຮງຮຽນມັດທະຍົມສຶກສາສົມບູນຫງຽນຢູ ຜູ້ກ່ຽວມີຄວາມຜິດຍ້ອນແກ້ບົດສອບເສັງວິຊາພູມສາດ ມ7 ສົ່ງລົງກຸ່ມສອບເສັງຂອງໂຮງຮຽນມັດທະຍົມສົມບູນຫງຽນຢູ, ແລ້ວສົ່ງຫົວບົດສອບເສັງວິຊາຊີວະສາດໃຫ້ນາງ ຄຳແພງ ປະຖັມມະວົງແກ້ ຈາກນັ້ນສົ່ງໃຫ້ນາງ ລານີ ຄືນ ເພື່ອລົງກຸ່ມ, ສ່ວນວິຊາຄະນິດສາດ ແລະພາສາລາວ ...

Read More »

ຜູ້ແທນຂັ້ນສູງຂອງພັກ-ລັດເຂົ້າວາງພວງມາລາ ທີ່ຮ່າໂນຍ

ໃນລະຫວ່າງວັນທີ 26-27 ກັນຍາ 2018, ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ, ໄດ້ນຳພາຄະນະເດີນທາງໄປເຂົ້າຮ່ວມພິທີ ໄວ້ອາໄລ ແດ່ສະຫາຍ ເຈິ່ນ ດາຍ ກວາງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ເຖິງແກ່ມໍລະນະກຳ ຢູ່ນະຄອນຫຼວງຮາໂນຍ. ໃນຕອນເຊົ້າຂອງວັນທີ 26 ກັນຍາ 2018, ຄະນະ ໄດ້ໄປວາງພວງມາລາ ແລະ ຂຽນປື້ມ ໄວ້ອາໄລທີ່ ຫໍຊາປະນະກິດສົບແຫ່ງຊາດ, ເຮືອນເລກທີ 5 ເຈິ່ນ ແຖງ ຕົງ, ນະຄອນຫຼວງຮາໂນຍ, ເພື່ອສະແດງຄວາມໄຫວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເຈິ່ນ ດາຍ ກວາງ, ປະທານປະເທດ ...

Read More »

ສະໝອງກົນ AI ເລີ່ມຈະມາຍາດວຽກ Copywriters ສິນຄ້າແລ້ວ…

ລໍ້າໄປອີກ ເມື່ອເຄືອຂອງ Alibaba ລອງໃຊ້ Software ຂຽນຄໍາໂຄສະນາເອງ ໃຫ້ກັບສິນຄ້າຕ່າງໆແທນມະນຸດ ໂດຍໃຫ້ Technology Deep Leaning ຮ່ວມກັບ Natural Language processing… AI (ເປັນຍາປະດິດ) ອາດຈະມາຍາດວຽກນັກຂຽນໂຄສະນາ (Copywriter) ໃນອານາຄົດອັນໃກ້ນີ້, ໂດຍເລີ່ມຈາກບໍລິສັດ Alimama ທີ່ເບິ່ງແຍງການຕະຫຼາດ Digital ໃນເຄືອ Alibaba ລອງໃຊ້ Software ຂຽນຄໍາໂຄສະນາເອງໃຫ້ກັບສິນຄ້າຕ່າງໆ. ຊຶ່ງໃຊ້ Technology deep learning ທີ່ Software ຖານຂໍ້ມູນ ຈະຮຽນຮູ້ ແລະ ເຮັດວຽກໄດ້ດີຂຶ້ນເລື້ອຍໆ ລວມເຖິງ Technology Natural Language processing ທີ່ຄອມພິວເຕີຈະເຂົ້າໃຈພາສາມະນຸດໄດ້, ເຖິງຈະບໍ່ມີແບບແຜນທີ່ແນ່ນອນ ແຕ່ດ້ວຍຄວາມທີ່ເປັນ Machine learning ລະບົບຈຶ່ງບໍ່ໄດ້ເຮັດວຽກດີຕັ້ງແຕ່ທໍາອິດ ແຕ່ຕ້ອງຖືກເຝິກຂຽນດ້ວຍຂໍ້ຄວາມເປັນລ້ານໆຕົວຢ່າງກ່ອນ ຊຶ່ງຫຼ້າສຸດລະບົບນີ້ຖືກພັດທະນາ ແລະ ຖືກເຝິກ ຈົນສາມາດໂອ້ລົມໂຕ້ຕອບໄດ້ ຖືວ່າຜ່ານການກວດສອບມາດຕະຖານ Turing Test ເຊິ່ງເປັນມາຕະຖານຂອງ AI ...

Read More »

ດ່ວນ!!!! ນັກຮຽນຕ່າງແຂວງທີ່ເສັງຕິດ ມຊ ແລະ ມສ ແຕ່ມີບັນຫາດ້ານການເງິນ ສາມາດແລ່ນເອົາທຶນໄດ້ອ່ານເລີຍ

ຂ່າວດີສຸດໆ ສຳລັບນັກຮຽນຕ່າງແຂວງທີ່ເສັງຕິດ ມຊ ແຕ່ມີບັນຫາທາງດ້ານການເງິນ ຢາກຮຽນລ້າໆ, ຢາກມີເງິນເດືອນເວລາຮຽນ, ຢາກຮຽນເພີ່ມໂດຍບໍ່ເສຍຄ່າຫຍັງ ແລະ ມີຄ່າຫໍພັກຄ່າອຸປະກອນໃຫ້ໃນທຸກໆປີ ກໍາລັງຈະເປັນຄວາມຈິງແລ້ວ. ຕາມການລາຍງານຂອງ Australia in Laos ຈະມີການໃຫ້ທຶນການສຶກສາ LANS ແລະ ຈະເປີດຮັບແບບຟອມສະໝັກແລ້ວ ໂດຍທຶນ LANS ຫຼື ທຶນການສຶກສາ ລາວ-ອົດສະຕຣາລີ ສຳລັບ ຮຽນພາຍໃນປະເທດ ເລີ່ມເປີດໃຫ້ນັກສຶກສາຜູ້ທີ່ ສອບເສັງເຂົ້າຮຽນປີທີ 1 ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລສຸພານຸວົງ ໄດ້ແລ້ວ. ສໍາລັບຂັ້ນຕອນໃນການຢືນແບບຟອມ ແມ່ນສາມາດດາວໂຫຼດແບບຟອມສະໝັກຈາກເວັບໄຊ: www.laosaustraliainstitute.org ແລະ ໃຫ້ຍື່ນແບບຟອມດັ່ງກ່າວນີ້ໄດ້ທີ່ມະຫາວິທະຍາໄລທີ່ຕົນກໍາລັງຈະສຶກສາຢູ່ ນັບແຕ່ວັນທີ 17 ກັນຍາຈົນຮອດມື້ປິດຮັບສະໝັກ ໃນເດືອນຕຸລານີ້. #ມະຫາວິທະຍາໄລແຫ່ງຊາດ ປິດຮັບສະໝັກ ວັນທີ 12/10/2018 ໂທ 020 2243 4219 #ມະຫາວິທະຍາໄລສຸພານຸວົງ ປິດຮັບສະໝັກ ວັນທີ 19/10/2018 ໂທ 020 2862 2286 ຂໍ້ມູນຈາກ: #AustraliainLaos.

Read More »

5 ຍຸດທະສາດໃນການສ້າງຍີ່ຫໍ້ສິນຄ້າ ໃນໂລກອອນໄລ໌

ຫຼາຍໆຄົນອາດຈະເຂົ້າໃຈວ່າ ການສ້າງຍີ່ຫໍ້ສິນຄ້າ ໃນໂລກອອນໄລ໌ເປັນເລື່ອງງ່າຍ ແຕ່ທີ່ຈິງແລ້ວມັນບໍ່ງ່າຍຄືກັບທີ່ເຮົາຄິດ ເພາະໃນຍຸກນີ້ມີຫຼາຍຍີ່ຫໍ້ສິນຄ້າ (Brand) ທີ່ເກີດຂຶ້ນທັງເກົ່າທີ່ເປັນ Brand ໃຫຍ່ທີ່ກຳລັງຫັນປ່ຽນມາບຸກຕະຫຼາດທາງອອນໄລ໌ຢ່າງຫຼວງຫຼາຍ ແລະ Brand ໃໝ່ ຂອງ SMEs ຫຼື ທຸລະກິດ Startup ທີ່ມາຍາດແຍງ ພື້ນທີ່ການຕະຫຼາດໃນອອນໄລ໌ຫຼາຍ ເນື່ອງຈາກທຸກໆມື້ນີ້ທຸກຄົນໃນສັງຄົມລ້ວນແຕ່ຢູ່ກັບໂລກອອນໄລ໌ເປັນຫຼັກ. ສະນັ້ນ, ຍຸດທະສາດການສ້າງຍີ່ຫໍ້ສິນຄ້າ ໃນໂລກອອນໄລ໌ ໂດຍໃຊ້ເວັບໄຊ ແລະ ສື່ໂຊຊຽວມີເດຍຈຶ່ງເປັນເຄື່ອງມືການຕະຫຼາດໃນການດຳເນີນທຸລະກິດ ເຮົາຄວນເຮັດຕາມຂັ້ນຕອນດັ່ງນີ້. 1. ວາງແຜນ ກ່ອນທີ່ຍີ່ຫໍ້ສິນຄ້າ ຫຼື ການບໍລິການຂອງທ່ານຈະໄປຢູ່ໃນໂລກອອນໄລ໌ ທ່ານຕ້ອງມີການວາງແຜນກ່ອນຢ່າງດີ. ປັບປຸງ ໂລໂກ້, ເວັບໄຊ ແລະ ຂໍ້ມູນຕ່າງໆໃຫ້ມີຄວາມທັນສະໄໝຂຶ້ນ ພ້ອມທັງກຽມເນື້ອໃນທີ່ຈະນຳສະເໜີໃຫ້ກັບກຸ່ມເປົ້າໝາຍຫຼັກ ວ່າຕ້ອງການຈະສື່ສານຫຍັງອອກໄປໃຫ້ກັບຜູ້ບໍລິໂພກ ແນ່ນອນວ່າຄວນຈະເລື່ອງທີ່ແປກໃໝ່ບໍ່ຊໍ້າກັບການຕະຫຼາດແບບອ໋ອບໄລ໌. ໂດຍພະຍາຍາມເຊື່ອມໂຍງຍີ່ຫໍ້(Brand) ສິນຄ້າ ຫຼື ການບໍລິການຂອງເຮົາກັບກຸ່ມຄົນໃນໂລກອອນໄລ໌ໃຫ້ໄດ້. 2. ກຳນົດກຸ່ມເປົ້າໝາຍ ເບິ່ງແລ້ວບໍ່ແມ່ນເລື່ອງຍາກ ແຕ່ໃນໂລກອອນໄລ໌ ກຸ່ມເປົ້າໝາຍກໍມີຄວາມຫຍຸ່ງຍາກຊັບຊ້ອນຄືກັນ, ການຈະສ້າງເນື້ອໃນຕ່າງໆຕ້ອງຜ່ານການວິເຄາະມາແລ້ວວ່າ ສາມາດຕອບໂຈດໃຫ້ກັບຜູ້ບໍລິໂພກໄດ້ ບາງທີອາດຈະຕ້ອງເພິ່ງພາກຸ່ມຄົນໃນສື່ສັງຄົມອອນໄລ໌ທີ່ເປັນກຸ່ມມີສະມາຊິກເປັນຈຳນວນຫຼວງຫຼາຍໃນການຕອບໂຈດໃຫ້ ຖ້າເລືອກຖືກກຸ່ມ ຖືກຄົນກໍຖືວ່າໄດ້ສົ່ງສານໄປຍັງກຸ່ມເປົ້າໝາຍທີ່ເໝາະສົມແລ້ວ. 3.ສິ່ງທີ່ຕ້ອງການຈະນຳສະເໜີ ການເຮັດການຕະຫຼາດອອນໄລ໌ ຫຼາຍຄົນມັກເນັ້ນທີ່ຈະສ້າງຄວາມປະທັບໃຈໃຫ້ກັບຜູ້ບໍລິໂພກ ຈຶ່ງເນັ້ນໄປທີ່ການສ້າງບຸກຄະລິກທີ່ໂດດເດັ່ນ ແລະ ...

Read More »

SMM = Social Media Marketing ນັກຕະຫຼາດບໍ່ຄວນພາດ!!!!

ການເຮັດທຸລະກິດ ກັບການຕະຫຼາດເປັນຂອງຄູ່ກັນຢູ່ແລ້ວແມ່ນບໍ່? ຍຸດທະສາດການຕະຫຼາດແບບເກົ່າທີ່ເຮົາຮູ້ດີ ຄືການໃຊ້ສື່ໂຄສະນາ ທັງສື່ສິ່ງພິມ, ສື່ເຄື່ອນໄຫວ, ໃບປິວ ຫຼື ປ້າຍບິວບ໋ອດ ເຊິ່ງເປັນຊ່ອງທາງທີ່ຜູ້ປະກອບການໃຊ້ໃນການເຂົ້າເຖິງຜູ້ບໍລິໂພກມາດົນນານແລ້ວ. ຈົນເຖິງມີອິນເຕີເນັດເຂົ້າມາ ແລະ ສື່ສັງຄົມອອນໄລ໌ກໍໄດ້ກຳເນີດຂຶ້ນ. ການຕະຫຼາດຜ່ານສື່ອອນໄລ໌ ຫຼື SMM (social Media Marketing) ກາຍເປັນຊ່ອງທາງທີ່ເຂົ້າມາແທນທີ່ ແລະ ກຳລັງໄດ້ຮັບຄວາມນິຍົມສູງໃນຕອນນີ້ ເຊິ່ງການຈະເປັນຜູ້ນຳຕະຫຼາດ ຜູ້ປະກອບການຕ້ອງຮູ້ເທຣນຂອງ SMM ມາສຳຫຼວດ 10 ແນວໂນ້ມທີ່ຄວນຈັບຕາເບິ່ງໃນຕອນນີ້. 1. Content Marketing ຄື: ການນຳສະເໜີເນື້ອຫາທີ່ມີປະໂຫຍດໃຫ້ກັບຜູ້ບໍລິໂພກ ແລະ ຕ້ອງຫາວິທີໃນການກະຈາຍຂໍ້ມູນໃຫ້ເຂົ້າເຖິງຄົນອ່ານໄດ້ແບບມີປະສິດທິພາບຫຼາຍທີ່ສຸດ 2. Real Time Social Media Marketing ຄື: ການເຮັດໃນສິ່ງທີ່ກຳລັງເປັນກະແສ Talk of the town ທີ່ສຸດໃນສັງຄົມ ການຕະຫຼາດແບບນີ້ຕ້ອງສາມາດຕອບສະໜອງຜູ້ບໍລິໂພກໄດ້ຢ່າງທັນເວລາ ເພື່ອສ້າງຄວາມສຳພັນທີ່ດີຕໍ່ກັບລູກຄ້າ. 3. Audio & Video Content ຄື: ການໃຫ້ຂໍ້ມູນໃນຮູບແບບ ຮູບພາບ ແລະ ສຽງ ...

Read More »

ລັດຖະບານສິງກະໂປ ເບິ່ງການໄກ ກຽມກັບມືກັບຍຸກໃໝ່ທີ່ຈະເກີດຂຶ້ນໃນໂລກ

ທາເກັດ ເຄີຍສະເໜີມາແລ້ວວ່າ AI ໝາຍເຖິງຫຍັງ? ເປັນຫຍັງຄືມີຄົນເວົ້າເຖິງຫຼາຍແທ້ໃນຍຸກນີ້!! ມື້ນີ້ ຈະມາສະເໜີຄືນໜ້ອຍໜຶ່ງວ່າ AI ( Artificial Intelligence ) ເປັນປັນຍາປະດິດ ທີ່ສະຫຼາດລໍ້າ ທີ່ສາມາດຄິດ ແລະ ວິເຄາະ ຮວມໄປຮອດກາານໄຈ້ແຍກວິທີການຈັດການໃນຫຼາຍໆເລື່ອງ , ສົ່ງຜົນໃຫ້ AI ຖືກຈັບຕາເບິ່ງວ່າຈະເຂົ້າມາມີບົດບາດສໍາຄັນກັບຊີວິດມະນຸດໃນອະນາຄົດອັນໃກ້ນີ້. ສໍາຫຼັບລະບົບ AI ມີຄວາມສາມາດພິເສດຢ່າງໜຶ່ງຄືການຮຽນຮູ້ ແລະ ການຈື່ຈໍາຂໍ້ມູນປະລິມານຫຼາຍທີ່ສຸດ ທີ່ສໍາຄັນຄືມັນຍັງຊ່ວຍໄຈ້ແຍກ ຮວມເຖິງວິເຄາະໃຫ້ໄດ້ອີກວ່າ ອັນໃດຖືກ ອັນໃດຜິດແລະ ມີຄວາມແມ່ນຢໍາສູງ ດັ່ງນັ້ນ ລະບົບ AI ຈຶ່ງຖືກກຽມມານໍາເຂົ້າມາໃຊ້ໃນວຽກງານທີ່ມີຄວາມສໍາຄັນສູງສຸດ ດັ່ງນັ້ນ, ລັດຖະບານສິງກະໂປ ຈຶ່ງເບິ່ງການໄກໃນອະນາຄົດໄວ້ດີ ຈຶ່ງໃຫ້ປະຊາຊົນກຽມກັບມືກັບຍຸກໃໝ່ທີ່ຈະເກີດຂຶ້ນໃນໂລກ ເຊິ່ງເລີ່ມສ້າງໂຄງການ “AI Singapore”  ໃຫ້ຄວາມຮູ້ປະຊາຊົນໃນການໃຊ້ AI ໃນປະເທດ. ນັ້ນຄື ລັດຖະບານໄດ້ຈັດເຝິກອົບຮົມນັກພັດທະນາໃນລາຄາຖືກ, ສ່ວນຄົນທົ່ວໄປທີ່ບໍ່ແມ່ນນັກພັດທະນາ ສາມາດເຂົ້າເຝິກອົບຮົມການໃຊ້ AI ໃນການເຮັດວຽກໂດຍບໍ່ເສຍຄ່າ. ລັດຖະບານສິງກະໂປໄດ້ແບ່ງໂຄງການນີ້ເປັນ 2 ຫຼັກສູດຄື: “AI4E” ສຳມະນາ 3 ຊົ່ວໂມງຟຣີໃຫ້ກັບປະຊາຊົນທົ່ວໄປ, ແນະນຳໃຫ້ຮູ້ຈັກກັບປັນຍາປະດິດ ແລະ ແນວທາງນຳມາໃຊ້ໃນການເຮັດວຽກ. ...

Read More »

ສຽງຈາກປະຊາຊົນ ສະເໜີຂັ້ນເທິງແກ້ໄຂ

ຈາກການລົງສຳພາດປະຊາຊົນຈຳນວນໜຶ່ງຂອງທີມງານ ທາເກັດຂອງພວກເຮົາ ກ່ຽວກັບຄວາມຄິດເຫັນຂອງເຂົາເຈົ້າທີ່ຢາກຂໍສະເໜີ ເພື່ອໃຫ້ລັດຖະບານແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ຕ່າງໆດັ່ງນີ້: ທ້າວ ນໍ້າ ອາຍຸ 25 ປີ ຈົບການສຶກສາລະດັບ ປ.ຕີ ແຕ່ບໍ່ໄດ້ເຮັດວຽກ ຈຶ່ງຫັນໄປເຮັດອາຊີບຄ້າຂາຍ ລາວໃຫ້ຄວາມເຫັນວ່າ: ຈະເວົ້າແລ້ວອາຊີບຄ້າຂາຍບໍ່ຈໍາເປັນຕ້ອງຈົບເຖິງ ປ.ຕີ ກໍສາມາດເຮັດໄດ້, ຂ້າພະເຈົ້າຂໍສະ ເໜີວ່າ: ລັດຖະບານຕ້ອງແກ້ໄຂດ່ວນບັນຫານັກສຶກສາຈົບໃໝ່ແລ້ວບໍ່ມີວຽກເຮັດ ເພາະພວກເຂົາເຫຼົ່ານີ້ເປັນກຳລັງແຮງໜຶ່ງທີ່ຈະຂັບເຄື່ອນປະເທດໃຫ້ພັດທະນາໃນອະນາຄົດ. ແຕ່ທຸກມື້ນີ້ ໄປສະໝັກວຽກບ່ອນໃດ ກໍວ່າເຕັມແລ້ວ ແລະ ບາງບ່ອນຕ້ອງໃຊ້ເງິນເປັນໃບເບີກທາງ, ແລ້ວຜູ້ທີ່ທຸກຍາກເດ? ເຖິງແມ່ນວ່າຈະຮຽນເກັ່ງກໍຕາມ ໃບຄະແນນ ໃບປະລິນຍາ ກໍຊ່ວຍບໍ່ໄດ້,ບາງຄົນກໍເປັນອາສາສະໝັກ 4-5 ປີບໍ່ມີເງິນເດືອນ ແຕ່ຄ່າຄອງຊີບສູງ ໂດຍບໍ່ຮູ້ວ່າປີໃດຈະໄດ້ເຂົ້າເປັນລັດຖະກອນສົມບູນ, ບາງຄົນຮຽນຈົບມາໄປເປັນກໍາມະກອນ ຫຼື ເຮັດວຽກສາຂາອື່ນທີ່ຕົນບໍ່ໄດ້ຮຽນມາ. ພະນັກງານ ບໍລິສັດເອກະຊົນແຫ່ງໜຶ່ງຂໍໃຊ້ນາມສົມມຸດວ່າ: ສາວຊະນະຄາມ ມີຄວາມເຫັນວ່າ: ຢາກໃຫ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນເປັນຫຼັກ ເຊັ່ນ: ຄ່າຄອງຊີບກັບລາຍໄດ້ ຖ້າຄ່າຄອງຊີບຍັງສູງຄືທຸກມື້ນີ້ ແລ້ວລາຍໄດ້ພັດໜ້ອຍແບບນີ້ ກະບໍ່ຕ້ອງເວົ້າເຖິງການພັດທະນາ ເອົາພຽງວ່າຊອກເງິນຊື້ເຂົ້າ ເຊົ່າບ່ອນຢູ່ໃຫ້ມັນໄດ້ກ່ອນ. ຖ້າເວົ້າເລື່ອງລາຍໄດ້ປະຊາຊົນໂດຍສະເພາະຊາວນາ ແລະ ຄໍາເວົ້າທີ່ວ່າ “ຊາວນາເປັນກະດູກສັນຫຼັງຂອງຊາດ” ດຽວນີ້ກະດູກສັນຫຼັງຂອງຊາດໃກ້ຈະຫັກແລ້ວ ຍ້ອນເຮັດຫຼາຍ ແຕ່ລາຍໄດ້ໜ້ອຍ. ກໍາມະກອນຜູ້ເອົາເຫື່ອແຮງແລກເງິນກົ້ມໜ້າເຮັດວຽກຕາມນາຍສັ່ງ ...

Read More »