ກະຊວງສຶກສາ ລົງໂທດ ຄູ ແລະ ນັກຮຽນ ຜູ້ລະເມີດກົດລະບຽບການສອບເສັງຊັ້ນ ມ 7.

ທີ່ຜ່ານມາບໍ່ແມ່ນວ່າພະນັກງານເຮັດຜິດແລ້ວຈະບໍ່ຖືກສຳຫຼວດ ແລະລົງໂທດ ພຽງແຕ່ເຮັດແບບງຽບໆ ບໍ່ເປີດເຜີຍຄືຍຸກສັງຄົມອອນໄລ໌ໍ ອີກຢ່າງເມື່ອກ່ອນຍັງມີການໂຍະຍານໃຫ້ກັນ ແຕ່ປັດຈຸບັນຍຸກສະໄໝມັນປ່ຽນແລ້ວເຮັດຜິດຄືຜິດ ເພາະຄົນດີຄົນເກັ່ງມີຫຼາຍສາມາດປ່ຽນແທນກັນໄດ້ ໃໝ່ໆໝາດໆນີ້ກໍແມ່ນກົມຈັດຕັ້ງພະນັກງານລົງວິໄນຕໍ່ພະນັກງານຄູ ແລະນັກຮຽນທີ່ມີສ່ວນຮ່ວມໃນການສ້າງປະກົດການຫຍໍ້ທໍ້ໃນບັ້ນສອບເສັງຊັ້ນ ມ7 ສົກ 2017-2018.
ອີງຕາມໜັງສືແຈ້ງການສະບັບເລກທີ 3097/ຈຕ ລົງວັນທີ 10 ກັນຍາ 2018 ໃຫ້ຮູ້ວ່າ: ກົມຈັດຕັ້ງ ແລະພະນັກງານໄດ້ຈັດກອງປະຊຸມຮ່ວມປຶກສາຫາລືແລ້ວເຫັນດີໃຫ້ລົງວິໄນຜູ້ລະເມີດລະບຽບການສອບເສັງ ມ7 ສົກຮຽນ 2017-2018ດັ່ງນີ້:

1. ນາງແພງ ໄຊຍະສານ ເປັນຄູສອນປະຈຳຢູ່ໂຮງຮຽນມັດທະຍົມສົມບູນສີສັດຕະນາກ ຜູ້ກ່ຽວເປັນຄະນະກຳມະການຍາມຫ້ອງເສັງຢູ່ສູນສາລະຄຳ ມີເຈດຕະນາເອົາໂທລະສັບເຂົ້າຫ້ອງເສັງຖ່າຍເອົາຫົວຂໍ້ບົດສອບເສັງສົ່ງໄປໃຫ້ນັກຮຽນ ສົ່ງຂໍ້ມູນສອບເສັງໃຫ້ຫຼານໂຕເອງທີ່ສູນເສັງຢູ່ ສາລະຄຳ ກອງປະຊຸມຈິ່ງເຫັນດີລົງວິໄນຄື:
– ໂຈະການເລື່ອນຊັ້ນ-ຂັ້ນ. ບໍ່ໃຫ້ຜູ້ກ່ຽວໄດ້ປະເມີນເປັນເວລາ 5 ປີ, ໂຈະການຍ້ອງຍໍ, ໃຫ້ຜູ້ກ່ຽວຂຽນໃບສຳຫຼວດ, ຍົກຍ້າຍໄປສອນບ່ອນອື່ນ, ບໍ່ໃຫ້ເປັນຄະນະກຳມະການສອບເສັງຕື່ມອີກ ແລະບັນທຶກຄວາມຜິດໄວ້ໃນປະຫວັດລັດຖະກອນຂອງຜູ້ກ່ຽວ.

2. ນາງ ລານີ ທຳມະວົງ ເປັນຄູສອນປະຈຳຢູ່ໂຮງຮຽນມັດທະຍົມສຶກສາສົມບູນຫງຽນຢູ ຜູ້ກ່ຽວມີຄວາມຜິດຍ້ອນແກ້ບົດສອບເສັງວິຊາພູມສາດ ມ7 ສົ່ງລົງກຸ່ມສອບເສັງຂອງໂຮງຮຽນມັດທະຍົມສົມບູນຫງຽນຢູ, ແລ້ວສົ່ງຫົວບົດສອບເສັງວິຊາຊີວະສາດໃຫ້ນາງ ຄຳແພງ ປະຖັມມະວົງແກ້ ຈາກນັ້ນສົ່ງໃຫ້ນາງ ລານີ ຄືນ ເພື່ອລົງກຸ່ມ, ສ່ວນວິຊາຄະນິດສາດ ແລະພາສາລາວ ຜູ້ກ່ຽວເອົາຄຳຕອບຈາກວັອດແອບແລ້ວສົ່ງລົງກຸ່ມ ຈິ່ງໃຫ້ລົງວິໄນດັ່ງນີ້:
– ໃຫ້ຜູ້ກ່ຽວຂຽນໃບລາອອກຕໍ່ຄວາມຜິດ, ໂຈະການເປັນອາຊີບຄູເປັນເວລາ 5 ປີ ພ້ອມທຶກໄວ້ໃນປະຫວັດລັດຖະກອນຂອງຜູ້ກ່ຽວ ແລະບໍ່ໃຫ້ຮັບຜິດຊອບໃນຂະບວນການສອບເສັງອີກ.

3. ທ້າວ ວຽງສະຫວັນ ໄຊລີວົງ ຜູ້ກ່ຽວເປັນູສອນຢູ່ ໂຮງຮຽນມັດທະຍົມສົມບູນຫງຽນຢູ, ໄດ້ສົມຮູ້ຮ່ວມຄິດກັບນາງ ນາລີ ທຳມະວົງ ສົ່ງຄຳຕອບວິຊາພູມສາດລົງກຸ່ມສອບເສັງ ມ7 ຂອງໂຮງຮຽນມັດທະນາຍົມສຶກສາຫງຽນຢູ ຈິ່ງລົງວິໄນດ້ວຍການໃຫ້ຜູ້ກ່ຽວຂຽນໃບສຳຫຼວດຕໍ່ຄວາມຜິດ, ໂຈະອາຊີບຄູເປັນເວລາ 5 ປີ ພ້ອມບັນທຶກຄວາມຜິດໄວ້ໃນປະຫວັດລັດຖະກອນຂອງຜູ້ກ່ຽວ ແລະບໍ່ໃຫ້ເຂົ້າຮັບຜິດຊອບໃນຂະບວນການສອບເສັງອີກ.

4. ນາງ ຄຳແພງ ປະຖັມມະວົງ ເປັນຄູອາສາສະໝັກຢູ່ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ສອນວິຊາຊີວະສາດ ຜູ້ກ່ຽວເປັນອາຈານຮັບເຊີນມາສອນຢູ່ໂຮງຮຽນມັດທະຍົມສົມບູນຫງຽນຢູ ຜູ້ກ່ຽວໄດ້ມີຄວາມຜິດຄື ແກ້ຄຳຕອບວິຊາຊີວະສາດ ສົ່ງໃຫ້ນາງລານີ ທຳມະວົງ ສົ່ງລົງກຸ່ມສອບເສັງ ມ7 ຂອງໂຮງຮຽນມັດທະຍົມສຶກສາສົມບູນຫງຽນຢູ ຈິ່ງເຫັນດີໃຫ້ລົງໂທດຜູ້ກ່ຽວໂດຍໃຫ້ໂຈະການເປັນຄູອາສາສະໝັກ ໃນມະຫາວິທະຍາໄລແຫ່ງຊາດ ແລະບໍ່ຮັບຜູ້ກ່ຽວເຂົ້າເປັນລັດຖະກອນຄູຕໍ່ໄປ.

5. ສຳລັບຄູຍາມຫ້ອງເສັງ ກອງປະຊຸມແມ່ນເຫັນດີເປັນເອກະພາບປະຕິບັດວິໄນຂັ້ນ1 ຕາມກົດໝາຍລັດຖະກອນ ແລະລະບຽບການສອບເສັງ, ໃຫ້ພວກກ່ຽວຂຽນໃບສຳຫຼວດ ແລະໂຈະການເປັນຄະນະກຳມະຫານສອບເສັງ 2 ປີ ຕາມມາດຕາ 21 ວ່າດ້ວຍການປະຕິບັດວິໄນຕໍ່ຄະນະກຳມະການສອບເສັງ.

6. ຕໍ່ຄະນະຮັບຜິດຊອບຊີ້ນຳສູນສອບເສັງ ກອງປະຊຸມເຫັນດີໃຫ້ເປັນເອກະພາບປະຕິບັດວິໄນຂັ້ນໜຶ່ງ ມອບໃຫ້ຫ້ອງການສຶກສາ ແລະກິລາເມືອງ ລາຍງານ ແລະຂໍຄຳເຫັນນຳເຈົ້າເມືອງ ເພື່ອຂໍຄຳເຫັນທ່ານເຈົ້າເມືອງ ເພື່ອແຈ້ງພວກກ່ຽວມາຮັບຮູ້ຄວາມຜິດຂອງຕົນ ແລະບັນທຶກຄວາມຜິດແລ້ວລາຍງານຕໍ່ພະແນກສຶກສາທິການ ແລະກິລາແຂວງ/ນະຄອນຫຼວງ ເພື່ອແຈ້ງໃຫ້ກົມສາມັນສຶກສາຮັບຊາບ ໃນນັ້ນປະກອບມີ
1. ສູນສອບເສັງ ມສ ນາຊາຍທອງ
2. ສູນສອບເສັງ ມສ ສາລະຄຳ
3. ສູນສອບເສັງ ມສ ວຽງຈັນ-ໂຮ່ຈິມິນ
4. ສູນສອບເສັງ ມສ ໄຊເສດຖາ
5. ສູນສອບເສັງ ມສ ນ້ຳຖ້ວມ ແຂວງຫຼວງພະບາງ
6. ສູນສອບເສັງ ມສ ສັນຕິພາບ ແຂວງຫຼວງພະບາງ
7. ສູນສອບເສັງ ມສ ແກ່ນທ້າວ ແຂວງໄຊຍະບູລີ
8. ສູນສອບເສັງ ມສ ບົວລະພາ ແຂວງຄຳມ່ວນ
ສຳລັບນັກຮຽນທີ່ກະທຳຜິດຕໍ່ລະບຽບວິໄນໃນການສອບເສັງ ອີງໃສ່ລະບຽບການສອບເສັງຈົບຊັ້ນມັດທະຍົມສຶກສາ ສະບັບເລກທີ 1821/ສສກ, ມຍ ຈິ່ງເຫັນດີໃຫ້ປະຕິບັດມາດຕະການຕໍ່ພວກກ່ຽວຄື ບໍ່ມີສິດໄດ້ຮັບໃບປະກາສະນີຍະບັດແດງ, ບໍ່ມີສິດເປັນນັກຮຽນເກັ່ງຮອບດ້ານ ແລະພວກກ່ຽວຈະບໍ່ມີສິດໄດ້ຮັບການຍ້ອງຍໍ

Comments