ລັດຖະບານສິງກະໂປ ເບິ່ງການໄກ ກຽມກັບມືກັບຍຸກໃໝ່ທີ່ຈະເກີດຂຶ້ນໃນໂລກ

ທາເກັດ ເຄີຍສະເໜີມາແລ້ວວ່າ AI ໝາຍເຖິງຫຍັງ? ເປັນຫຍັງຄືມີຄົນເວົ້າເຖິງຫຼາຍແທ້ໃນຍຸກນີ້!! ມື້ນີ້ ຈະມາສະເໜີຄືນໜ້ອຍໜຶ່ງວ່າ AI ( Artificial Intelligence ) ເປັນປັນຍາປະດິດ ທີ່ສະຫຼາດລໍ້າ ທີ່ສາມາດຄິດ ແລະ ວິເຄາະ ຮວມໄປຮອດກາານໄຈ້ແຍກວິທີການຈັດການໃນຫຼາຍໆເລື່ອງ , ສົ່ງຜົນໃຫ້ AI ຖືກຈັບຕາເບິ່ງວ່າຈະເຂົ້າມາມີບົດບາດສໍາຄັນກັບຊີວິດມະນຸດໃນອະນາຄົດອັນໃກ້ນີ້.

ສໍາຫຼັບລະບົບ AI ມີຄວາມສາມາດພິເສດຢ່າງໜຶ່ງຄືການຮຽນຮູ້ ແລະ ການຈື່ຈໍາຂໍ້ມູນປະລິມານຫຼາຍທີ່ສຸດ ທີ່ສໍາຄັນຄືມັນຍັງຊ່ວຍໄຈ້ແຍກ ຮວມເຖິງວິເຄາະໃຫ້ໄດ້ອີກວ່າ ອັນໃດຖືກ ອັນໃດຜິດແລະ ມີຄວາມແມ່ນຢໍາສູງ ດັ່ງນັ້ນ ລະບົບ AI ຈຶ່ງຖືກກຽມມານໍາເຂົ້າມາໃຊ້ໃນວຽກງານທີ່ມີຄວາມສໍາຄັນສູງສຸດ

ດັ່ງນັ້ນ, ລັດຖະບານສິງກະໂປ ຈຶ່ງເບິ່ງການໄກໃນອະນາຄົດໄວ້ດີ ຈຶ່ງໃຫ້ປະຊາຊົນກຽມກັບມືກັບຍຸກໃໝ່ທີ່ຈະເກີດຂຶ້ນໃນໂລກ ເຊິ່ງເລີ່ມສ້າງໂຄງການ “AI Singapore”  ໃຫ້ຄວາມຮູ້ປະຊາຊົນໃນການໃຊ້ AI ໃນປະເທດ.

ນັ້ນຄື ລັດຖະບານໄດ້ຈັດເຝິກອົບຮົມນັກພັດທະນາໃນລາຄາຖືກ, ສ່ວນຄົນທົ່ວໄປທີ່ບໍ່ແມ່ນນັກພັດທະນາ ສາມາດເຂົ້າເຝິກອົບຮົມການໃຊ້ AI ໃນການເຮັດວຽກໂດຍບໍ່ເສຍຄ່າ.

ລັດຖະບານສິງກະໂປໄດ້ແບ່ງໂຄງການນີ້ເປັນ 2 ຫຼັກສູດຄື:

“AI4E” ສຳມະນາ 3 ຊົ່ວໂມງຟຣີໃຫ້ກັບປະຊາຊົນທົ່ວໄປ, ແນະນຳໃຫ້ຮູ້ຈັກກັບປັນຍາປະດິດ ແລະ ແນວທາງນຳມາໃຊ້ໃນການເຮັດວຽກ.

“AI4I” ຫຼັກສູດ 3 ເດືອນ ຮຽນແບບອອນໄລ໌ ແລະ ອ໋ອບໄລ໌ ດ້ວຍລາຄາ 500 ໂດລາສິງກະໂປ ຫຼື  3 ລ້ານປາຍກີບ. ໂດຍຈົບແລ້ວໄດ້ໃບປະກາດ ໃບຢັ້ງຍືນ ນຳໄປເຮັດວຽກໄດ້ເລີຍ.

ແລະ ນອກຈາກຫຼັກສູດທັງສອງແລ້ວ ລັດຍັງຈະສົ່ງເສີມການໃຊ້ປັນຍາປະດິດໃນອຸດສາຫະກຳຕ່າງໆອີກດ້ວຍ. ຖືໄດ້ວ່າ ລັດຖະບານສິງກະໂປ ແມ່ນມິຄວາມພ້ອມກຽມຮັບມືກັບຍຸກທີ່ກຳລັງປ່ຽນໄປໃນໂລກໄດ້ດີ ເພື່ອບໍ່ໃຫ້ປະຊາຊົນທັນຍຸກທັນສະໄໝ ແລະ ເຂົ້າໃຈກັບການນຳມາໃຊ້ໃນຊີວິດໄດ້ງ່າຍຂຶ້ນ.

ຂໍ້ມູນຈາກ: straitstimes.com/singapore/12000-to-benefit-over-next-three-years-from-two-new-ai-initiatives

Comments