ສຽງຈາກປະຊາຊົນ ສະເໜີຂັ້ນເທິງແກ້ໄຂ

ຈາກການລົງສຳພາດປະຊາຊົນຈຳນວນໜຶ່ງຂອງທີມງານ ທາເກັດຂອງພວກເຮົາ ກ່ຽວກັບຄວາມຄິດເຫັນຂອງເຂົາເຈົ້າທີ່ຢາກຂໍສະເໜີ ເພື່ອໃຫ້ລັດຖະບານແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ຕ່າງໆດັ່ງນີ້:
ທ້າວ ນໍ້າ ອາຍຸ 25 ປີ ຈົບການສຶກສາລະດັບ ປ.ຕີ ແຕ່ບໍ່ໄດ້ເຮັດວຽກ ຈຶ່ງຫັນໄປເຮັດອາຊີບຄ້າຂາຍ ລາວໃຫ້ຄວາມເຫັນວ່າ: ຈະເວົ້າແລ້ວອາຊີບຄ້າຂາຍບໍ່ຈໍາເປັນຕ້ອງຈົບເຖິງ ປ.ຕີ ກໍສາມາດເຮັດໄດ້, ຂ້າພະເຈົ້າຂໍສະ ເໜີວ່າ: ລັດຖະບານຕ້ອງແກ້ໄຂດ່ວນບັນຫານັກສຶກສາຈົບໃໝ່ແລ້ວບໍ່ມີວຽກເຮັດ ເພາະພວກເຂົາເຫຼົ່ານີ້ເປັນກຳລັງແຮງໜຶ່ງທີ່ຈະຂັບເຄື່ອນປະເທດໃຫ້ພັດທະນາໃນອະນາຄົດ. ແຕ່ທຸກມື້ນີ້ ໄປສະໝັກວຽກບ່ອນໃດ ກໍວ່າເຕັມແລ້ວ ແລະ ບາງບ່ອນຕ້ອງໃຊ້ເງິນເປັນໃບເບີກທາງ, ແລ້ວຜູ້ທີ່ທຸກຍາກເດ? ເຖິງແມ່ນວ່າຈະຮຽນເກັ່ງກໍຕາມ ໃບຄະແນນ ໃບປະລິນຍາ ກໍຊ່ວຍບໍ່ໄດ້,ບາງຄົນກໍເປັນອາສາສະໝັກ 4-5 ປີບໍ່ມີເງິນເດືອນ ແຕ່ຄ່າຄອງຊີບສູງ ໂດຍບໍ່ຮູ້ວ່າປີໃດຈະໄດ້ເຂົ້າເປັນລັດຖະກອນສົມບູນ, ບາງຄົນຮຽນຈົບມາໄປເປັນກໍາມະກອນ ຫຼື ເຮັດວຽກສາຂາອື່ນທີ່ຕົນບໍ່ໄດ້ຮຽນມາ.
ພະນັກງານ ບໍລິສັດເອກະຊົນແຫ່ງໜຶ່ງຂໍໃຊ້ນາມສົມມຸດວ່າ: ສາວຊະນະຄາມ ມີຄວາມເຫັນວ່າ: ຢາກໃຫ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນເປັນຫຼັກ ເຊັ່ນ: ຄ່າຄອງຊີບກັບລາຍໄດ້ ຖ້າຄ່າຄອງຊີບຍັງສູງຄືທຸກມື້ນີ້ ແລ້ວລາຍໄດ້ພັດໜ້ອຍແບບນີ້ ກະບໍ່ຕ້ອງເວົ້າເຖິງການພັດທະນາ ເອົາພຽງວ່າຊອກເງິນຊື້ເຂົ້າ ເຊົ່າບ່ອນຢູ່ໃຫ້ມັນໄດ້ກ່ອນ. ຖ້າເວົ້າເລື່ອງລາຍໄດ້ປະຊາຊົນໂດຍສະເພາະຊາວນາ ແລະ ຄໍາເວົ້າທີ່ວ່າ “ຊາວນາເປັນກະດູກສັນຫຼັງຂອງຊາດ” ດຽວນີ້ກະດູກສັນຫຼັງຂອງຊາດໃກ້ຈະຫັກແລ້ວ ຍ້ອນເຮັດຫຼາຍ ແຕ່ລາຍໄດ້ໜ້ອຍ. ກໍາມະກອນຜູ້ເອົາເຫື່ອແຮງແລກເງິນກົ້ມໜ້າເຮັດວຽກຕາມນາຍສັ່ງ ບາດຄ່າແຮງງານພັດຊື້ກິນໄດ້ແຕ່ໝີ່. ຈຶ່ງຢາກຝາກມາຍັງພາກສ່ວນທີ່ກ່ຽວຂ້ອງໃຫ້ພິຈາລະນາບັນຫານີ້ໃຫ້ແດ່ ເພາະຖ້າປະຊາຊົນມີລາຍໄດ້ດີ ມີຄ່າຕອບແທນທີ່ສົມເຫດສົມຜົນ ນັ້ນຈຶ່ງໝາຍຄວາມວ່າ: ປະເທດເຮົາຈະຫຼຸດພົ້ນຈາກປະເທດດ້ອຍພັດພະນາ ໂດຍແທ້ຈິງ.
ທ້າວ ຜາ ອາຍຸ 31 ປີ ອາຊີບ ພະນັກງານລັດ ສັງກັດຢູ່ເມືອງໜຶ່ງທີ່ຂຶ້ນກັບ ແຂວງຫຼວງພະບາງ ໃຫ້ຄວາມເຫັນວ່າ: ບັນຫາທີ່ຢາກໃຫ້ແກ້ໄຂທີ່ສຸດ ຖ້າເປັນໄປໄດ້ໃຫ້ໝົດໄປ ໃນປີ 2018 ນີ້ເລີຍແມ່ນ: ບັນຫາການສໍ້ລາດບັງຫຼວງ ເພາະເປັນບັນຫາສຳຄັນທີ່ຕິດພັນກັບລັດຖະກອນ ຈໍານວນໜຶ່ງຂອງ ສປປລາວ ໂດຍສະເພາະ ບັນດາທ່ານທີ່ມີຊັ້ນຕຳແໜ່ງບໍລິຫານລະດັບສູງຂອງຊາດຈົນເຖິງຂັ້ນຮາກຖານ, ບັນຫາດັ່ງກ່າວ ແມ່ນກົດໜ່ວງຖ່ວງດຶງໃນຫຼາຍດ້ານ ເຊັ່ນ: ການພັດທະນາ ໂຄງລ່າງພືື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ການຄ້າຂາຍສິ່ງເສບຕິດ ກໍເນື່ອງມາຈາກການສໍ້ລາດບັງຫຼວງ ເປັນຜົນໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ກັບພະນັກງານລັດຖະກອນ, ເກີດມີການແບ່ງແຍກຊົນຊັ້ນວັນນະ ຮ້າຍແຮງໄປກ່ວານັ້ນປະຊາຊົນຂາດຄວາມເຊື່ຶອໝັ້ນຕໍ່ກັບແນວທາງຂອງພັກ-ລັດຂັ້ນເທິງ, ສະນັັ້ນບັນຫາດັ່ງກ່າວຄວນໄດ້ຮັບການແກ້ໄຂໂດຍໄວເພື່ອຜົນປະໂຫຍດສຸງສຸດຂອງຊາດ.
ນາງໃຈ, ຢູ່ບ້ານ ໜອງພະຍາ, ນະຄອນຫຼວງວຽງຈັນ ອາຊີບຄູ ສອນໂຮງຮຽນ ເອກະຊົນ ໃຫ້ຄວາມເຫັນວ່າ: ຢາກໃຫ້ພາກສ່ວນກ່ຽວຂ້ອງ ລົງແກ້ໄຂບັນຫາການສັນຈອນທາງຫນອງພະຍາ ເພາະພົບຄວາມຫຍຸ້ງຍາກຫຼາຍ ຍ້ອນທາງບໍ່ແລ້ວ ແຕ່ຍານພາຫະນະທຽວທາງຫຼາຍ ສົ່ງຜົນໃຫ້ມີຂີ້ຝຸ່ນຫຼາຍ, ທາງເປັນຂຸມ, ໄປວຽກຍາມເຊົ້າ-ແລງ ມີຄວາມຫຼ້າຊ້າ ຈຶ່ງຢາກໃຫ້ມີການຫົດນໍ້າຍາມເຊົ້າ, ກວາດທາງໃຫ້ຮຽບຮ້ອຍ ແລະ ເມື່ອມີີີການກໍ່ສ້າງ ກໍສະເໜີສ້າງໃຫ້ໄດ້ຕາມມາດຕະຖານ ແລະ ມີຄຸນະພາບສູງໆ.
ທ້າວ ຊົ່ງ ອາຍຸ 38 ປີ ອາຊີບ ພະນັກງານກະຊວງແຫ່ງໜຶ່ງ, ສະເໜີຕໍ່ລັດຖະບານ ຄວນແກ້ໄຂໃນປີ 2018 ນີ້ ມີຢູ່ຫຼາຍບັນຫາ ເຊັ່ນ: ຄວນແກ້ໄຂບັນຫາ ແລະ ໃຫ້ຢຸດພຶດຕິກໍາ ຫຼື ທໍານຽມປະຕິບັດໃນການຈ່າຍເງິນເພີ່ມທີ່ກ່ຽວຂ້ອງກັບການແລ່ນເອກະສານ ເພື່ອເປັນສິນນໍ້າໃຈ ຫຼື ກິນນໍ້າກິນໃນ ແລະ ຈ່າຍເພີ່ມເມື່ອເຮັດ Passport ທີ່ວ່າ: ເອົາດ່ວນ ຫຼື ບໍ່ດ່ວນ ເວົ້າແລ້ວເກືອບວ່າທຸກໆໜ່ວຍງານແມ່ນມີທໍານຽມປະຕິບັດໃນການຈ່າຍເງິນເພີ່ມ ຄ່າກິນນໍ້າກິນໃນ.
ບັນຫາການພັກເຊົາ ເຊັ່ນ: ການຖືບັດພັກເຊົາສຳລັບຄົນຕ່າງຖິ່ນ ໂດຍສະເພາະນັກສຶກສາໃຫ້ຍົກເລີກ ຍ້ອນທຸກຄົນເປັນຄົນລາວ ຈະພັກສະຖານທີ່ໃດກໍໄດ້ ຍ້ອນທຸກຄົນເປັນຄົນລາວ ຂໍພຽງມີເອກະສານຢັ້ງຢືນເຊັ່ນ: ສໍາມະໂນຄົວ ຫຼື ບັດປະຈຳຕົວ ແລະ ສໍາລັບນັກທ່ອງທ່ຽວຕ່າງປະເທດ ພຽງແຕ່ກ້າວຂາເຂົ້າປະເທດແມ່ນເສຍເງິນ ຕົວຢ່າງ: ຢູ່ຂົວມິດຕະພາບ ຊຶ່ງບາງລາຍການກໍບໍ່ສົມເຫດສົມຜົນ ແລະ ເຮັດໃຫ້ຂັ້ນຕອນຊັກຊ້າ. .
ບັນຫາອາຊີບທີ່ຄວນສະຫງວນໄວ້ໃຫ້ຄົນລາວເຮົາເຮັດ ຕົວຢ່າງ: ບາງປະເທດ ຈະສະຫງວນອາຊີບໃຫ້ຄົນພາຍໃນເຮັດເຊັ່ນ: ຮ້ານອາຫານ, ຂາຍແນວຢູ່ແນວກິນ, ຮ້ານເສີມສວຍ, ສ້ອມແປງ, ຕັດຜົມ… ອັນທີ່ຈຳເປັນທີ່ສຸດເຂົາເຈົ້າຈະສະຫງວນໃຫ້ຄົນພາຍໃນປະເທດເຮັດ ສິ່ງທີ່ໃຫຍ່ໆ ປະຊາຊົນເຮັດບໍ່ໄດ້ ຈຶ່ງເຊີນຕ່າງຊາດມາລົງທຶນ ແລະ ຄວນໃຫ້ບູລິມະສິດໃນການຈ້າງຄົນງານທີ່ເປັນຄົນລາວກ່ອນຄົນຕ່າງປະເທດ ສໍາລັບໂຮງງານອຸດສາຫະກໍາຕ່າງໆ.
ທີ່ກ່າວມາຂ້້າງເທິງນີ້ເປັນພຽງສ່ວນໜຶ່ງເທົ່ານັ້ນທີ່ພວກເຮົາໄປສໍາພາດມາ ເຊິ່ງບັນຫາ ແລະ ປະກົດການຫຍໍ້ທໍ້ຕ່າງໆນັ້ນ ຍັງມີອີກຢ່າງຫຼວງຫຼາຍທີ່ປະຊາຊົນຂໍຝາກຄວາມຫວັງໄວ້ນໍາລັດຖະບານຊຸດທີ 8 ນີ້ຈົ່ງຊ່ວຍແກ້ໄຂໃຫ້ໝົດໄປຈາກສັງຄົມບ້ານເຮົາ ເພື່ອເຮັດໃຫ້ປະເທດຊາດຈະເລີນກ້າວໜ້າ ສັງຄົມມີຄວາມສະຫງົບ ມີຄວາມເປັນທໍາ ປະຊາຊົນມີຢູ່ມີກິນ ອີ່ມໜໍາສໍາລານ ທຸກຖ້ວນໜ້າໃນອະນາຄົດ

 

 

 

 

Comments