SMM = Social Media Marketing ນັກຕະຫຼາດບໍ່ຄວນພາດ!!!!

ການເຮັດທຸລະກິດ ກັບການຕະຫຼາດເປັນຂອງຄູ່ກັນຢູ່ແລ້ວແມ່ນບໍ່? ຍຸດທະສາດການຕະຫຼາດແບບເກົ່າທີ່ເຮົາຮູ້ດີ ຄືການໃຊ້ສື່ໂຄສະນາ ທັງສື່ສິ່ງພິມ, ສື່ເຄື່ອນໄຫວ, ໃບປິວ ຫຼື ປ້າຍບິວບ໋ອດ ເຊິ່ງເປັນຊ່ອງທາງທີ່ຜູ້ປະກອບການໃຊ້ໃນການເຂົ້າເຖິງຜູ້ບໍລິໂພກມາດົນນານແລ້ວ. ຈົນເຖິງມີອິນເຕີເນັດເຂົ້າມາ ແລະ ສື່ສັງຄົມອອນໄລ໌ກໍໄດ້ກຳເນີດຂຶ້ນ. ການຕະຫຼາດຜ່ານສື່ອອນໄລ໌ ຫຼື SMM (social Media Marketing) ກາຍເປັນຊ່ອງທາງທີ່ເຂົ້າມາແທນທີ່ ແລະ ກຳລັງໄດ້ຮັບຄວາມນິຍົມສູງໃນຕອນນີ້ ເຊິ່ງການຈະເປັນຜູ້ນຳຕະຫຼາດ ຜູ້ປະກອບການຕ້ອງຮູ້ເທຣນຂອງ SMM ມາສຳຫຼວດ 10 ແນວໂນ້ມທີ່ຄວນຈັບຕາເບິ່ງໃນຕອນນີ້.

1. Content Marketing ຄື: ການນຳສະເໜີເນື້ອຫາທີ່ມີປະໂຫຍດໃຫ້ກັບຜູ້ບໍລິໂພກ ແລະ ຕ້ອງຫາວິທີໃນການກະຈາຍຂໍ້ມູນໃຫ້ເຂົ້າເຖິງຄົນອ່ານໄດ້ແບບມີປະສິດທິພາບຫຼາຍທີ່ສຸດ

2. Real Time Social Media Marketing ຄື: ການເຮັດໃນສິ່ງທີ່ກຳລັງເປັນກະແສ Talk of the town ທີ່ສຸດໃນສັງຄົມ ການຕະຫຼາດແບບນີ້ຕ້ອງສາມາດຕອບສະໜອງຜູ້ບໍລິໂພກໄດ້ຢ່າງທັນເວລາ ເພື່ອສ້າງຄວາມສຳພັນທີ່ດີຕໍ່ກັບລູກຄ້າ.

3. Audio & Video Content ຄື: ການໃຫ້ຂໍ້ມູນໃນຮູບແບບ ຮູບພາບ ແລະ ສຽງ ເຊິ່ງປັດຈຸບັນ ເປັນທີ່ນິຍົມກັນທີ່ສຸດ ແລະ ເປັນເຄື່ອງມືທີ່ມີແຮງຜັກດັນໃນການສ້າງຄວາມສຳພັນທີ່ດີກັບຜູ້ບໍລິໂພກ.

4. Mobile Social Media ຄື: ສື່ສັງຄົມອອນໄລ໌ຜ່ານສະມາດໂຟນ ມີການຄາດການຈໍານວນຜູ້ໃຊ້ສະມາດໂຟນຢ່າງດຽວເພື່ອເຂົ້າອິນເຕີເນັດທົ່ວໂລກໃນປີນີ້ມີເຖິງ 5.135 ລ້ານຄົນແລ້ວ.

5. Paid Social Media Advertising ຄື: ການເຂົ້າເຖິງກຸ່ມບໍລິໂພກໃນຈໍານວນທີ່ກວ້າງຂຶ້ນໂດຍເສຍຄ່າໃຊ້ຈ່າຍ ຕົວຢ່າງ: ໃນເຟສບຸກ ກໍມີບໍລິການໂຄສະນາຜ່ານແບຣນເນີ້ (Banner) ເຊິ່ງສາມາດກຳນົດກຸ່ມເປົ້າໝາຍໄດ້ນຳອີກ.

6. Social Media Commerce ຄື: ສື່ໂຊຊຽວ ຄືກັບ ເຟສບຸກ (Facebook) ຫຼື ທະວິດເຕີ້ (Twitter) ເຊິ່ງມີລະບົບອີຄອມເມີດ (E-Commerce) ຂອງຕົວເອງ, ລູກຄ້າສາມາດຊື້ສິນຄ້າ ແລະ ບໍລິການຜ່ານລະບົບນີ້ໄດ້ງ່າຍ.

7. Social Media Wallet ຄື: ການເຮັດທຸລະກໍາທາງການເງິນຜ່ານສະມາດໂຟນ ເຊິ່ງໄດ້ກາຍເປັນເລື່ອງປົກກະຕິໃນປັດຈຸບັນ ເຊິ່ງແອັບພິເຄຊັນ E-Wallet ຖ້າຢູ່ບ້ານເຮົາກໍແມ່ນ One Pay ແລະ Yes pay ທີ່ກຳລັງປ່ຽນພຶດຕິກຳການຊື້ຂອງຜູ້ບໍລິໂພກຄັ້ງໃຫຍ່.

8. Smart & Analytical Media ຄື: ການທີ່ໂຊຊຽວມີເດຍຖືກພັດທະນາໃຫ້ເປັນເຄື່ອງມືການວິເຄາະທີ່ເຈົ້າຂອງທຸລະກິດສາມາດນຳໄປໃຊ້ໃນເລື່ອງທຸລະກິດໄດ້ອີກ ນອກຈາກໃຊ້ເປັນສື່ອອນໄລ໌ທີ່ນຳສະເໜີຂາຍສິນຄ້າ ແລະ ການບໍລິການ.

9. Social Media and the B2B Market ຄື: ການເຮັດໃຫ້ການຕະລາດລະຫວ່າງທຸລະກິດກັບທຸລະກິດຜ່ານໂຊຊຽວມີເດຍ ເຊິ່ງປີຜ່ານມາເຟສບຸກເປັນເຄື່ອງມືທີ່ມີອັດຕາການໃຊ້ງານສູງທີ່ສຸດສຳລັບກຸ່ມ B2B.

10. ການເກີດໃໝ່ຂອງ Social Network ໄດ້ເຂົ້າມາສ້າງສີສັນດ້ວຍສິ່ງທີ່ດຶງດູດໃຈແບບຕ່າງໆ ເຊິ່ງມີສື່ນ້ອງໃໝ່ອອກມາຫຼາຍ ແລະ ຄິດວ່າຍັງຈະມີກຳເນີດເກີດຂຶ້ນມາອີກເລື້ອຍໆໃນອະນາຄົດ ເຊິ່ງປັດຈຸບັນກໍມີ Ello, Yik, Yak ແລະ Tsu ແຕ່ສື່ແບບເກົ່າຄື Facebook twiter Intargame ແລະ Line ກໍຍັງມາແຮງຢູ່.

ສະຫຼຸບແລ້ວ!!! ໂຊຊຽວມີເດຍຖືກເປັນເຄື່ອງມືສຳຄັນສຳລັບນັກການຕະລາດໃນຍຸກນີ້ ໃນການເຮັດໃຫ້ສິນຄ້າ ແລະ ການບໍລິການໃຫ້ເປັນທີ່ຮູ້ຈັກຂອງຜູ້ບໍລິໂພກ, ເຊິ່ງຂໍ້ມູນໄດ້ລະບຸວ່າ ປີ 2018 ນີ້ ມີຈຳນວນຜູ້ໃຊ້ໂຊຊຽວມີເດຍເປັນປະຈຳທົ່ວໂລກສູງເຖິງ 3.196 ພັນລ້ານຄົນ ແລະ 97% ຂອງນັກການຕະຫຼາດແມ່ນອາໄສໂຊຊຽວມີເດຍໃນການເຮັດການຕະຫຼາດ. ຂະນະທີ່, 92% ຂອງຜູ້ໃຊ້ອິນເຕີເນັດ ກ່່າວວ່າ ໂຊຊຽວມີເດຍມີຄວາມສຳຄັນຫຼາຍຕໍ່ການພັດທະນາທຸລະກິດ, ຮູ້ແບບນີ້ແລ້ວ ຜູ້ປະກອບການທັງຫຼາຍບໍ່ຄວນເບິ່ງຂ້າມເພາະອາດພາດໂອກາດແຫ່ງຂຸມຊັບນີ້ໄປໄດ້.

Comments