ດ່ວນ!!!! ນັກຮຽນຕ່າງແຂວງທີ່ເສັງຕິດ ມຊ ແລະ ມສ ແຕ່ມີບັນຫາດ້ານການເງິນ ສາມາດແລ່ນເອົາທຶນໄດ້ອ່ານເລີຍ

ຂ່າວດີສຸດໆ ສຳລັບນັກຮຽນຕ່າງແຂວງທີ່ເສັງຕິດ ມຊ ແຕ່ມີບັນຫາທາງດ້ານການເງິນ ຢາກຮຽນລ້າໆ, ຢາກມີເງິນເດືອນເວລາຮຽນ, ຢາກຮຽນເພີ່ມໂດຍບໍ່ເສຍຄ່າຫຍັງ ແລະ ມີຄ່າຫໍພັກຄ່າອຸປະກອນໃຫ້ໃນທຸກໆປີ ກໍາລັງຈະເປັນຄວາມຈິງແລ້ວ.
ຕາມການລາຍງານຂອງ Australia in Laos ຈະມີການໃຫ້ທຶນການສຶກສາ LANS ແລະ ຈະເປີດຮັບແບບຟອມສະໝັກແລ້ວ ໂດຍທຶນ LANS ຫຼື ທຶນການສຶກສາ ລາວ-ອົດສະຕຣາລີ ສຳລັບ ຮຽນພາຍໃນປະເທດ ເລີ່ມເປີດໃຫ້ນັກສຶກສາຜູ້ທີ່ ສອບເສັງເຂົ້າຮຽນປີທີ 1 ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລສຸພານຸວົງ ໄດ້ແລ້ວ.
ສໍາລັບຂັ້ນຕອນໃນການຢືນແບບຟອມ ແມ່ນສາມາດດາວໂຫຼດແບບຟອມສະໝັກຈາກເວັບໄຊ: www.laosaustraliainstitute.org ແລະ ໃຫ້ຍື່ນແບບຟອມດັ່ງກ່າວນີ້ໄດ້ທີ່ມະຫາວິທະຍາໄລທີ່ຕົນກໍາລັງຈະສຶກສາຢູ່ ນັບແຕ່ວັນທີ 17 ກັນຍາຈົນຮອດມື້ປິດຮັບສະໝັກ ໃນເດືອນຕຸລານີ້.
#ມະຫາວິທະຍາໄລແຫ່ງຊາດ ປິດຮັບສະໝັກ ວັນທີ 12/10/2018 ໂທ 020 2243 4219
#ມະຫາວິທະຍາໄລສຸພານຸວົງ ປິດຮັບສະໝັກ ວັນທີ 19/10/2018 ໂທ 020 2862 2286
ຂໍ້ມູນຈາກ: #AustraliainLaos.

Comments