ສະໝອງກົນ AI ເລີ່ມຈະມາຍາດວຽກ Copywriters ສິນຄ້າແລ້ວ…

ລໍ້າໄປອີກ ເມື່ອເຄືອຂອງ Alibaba ລອງໃຊ້ Software ຂຽນຄໍາໂຄສະນາເອງ ໃຫ້ກັບສິນຄ້າຕ່າງໆແທນມະນຸດ ໂດຍໃຫ້ Technology Deep Leaning ຮ່ວມກັບ Natural Language processing…
AI (ເປັນຍາປະດິດ) ອາດຈະມາຍາດວຽກນັກຂຽນໂຄສະນາ (Copywriter) ໃນອານາຄົດອັນໃກ້ນີ້, ໂດຍເລີ່ມຈາກບໍລິສັດ Alimama ທີ່ເບິ່ງແຍງການຕະຫຼາດ Digital ໃນເຄືອ Alibaba ລອງໃຊ້ Software ຂຽນຄໍາໂຄສະນາເອງໃຫ້ກັບສິນຄ້າຕ່າງໆ. ຊຶ່ງໃຊ້ Technology deep learning ທີ່ Software ຖານຂໍ້ມູນ ຈະຮຽນຮູ້ ແລະ ເຮັດວຽກໄດ້ດີຂຶ້ນເລື້ອຍໆ ລວມເຖິງ Technology Natural Language processing ທີ່ຄອມພິວເຕີຈະເຂົ້າໃຈພາສາມະນຸດໄດ້, ເຖິງຈະບໍ່ມີແບບແຜນທີ່ແນ່ນອນ ແຕ່ດ້ວຍຄວາມທີ່ເປັນ Machine learning ລະບົບຈຶ່ງບໍ່ໄດ້ເຮັດວຽກດີຕັ້ງແຕ່ທໍາອິດ ແຕ່ຕ້ອງຖືກເຝິກຂຽນດ້ວຍຂໍ້ຄວາມເປັນລ້ານໆຕົວຢ່າງກ່ອນ ຊຶ່ງຫຼ້າສຸດລະບົບນີ້ຖືກພັດທະນາ ແລະ ຖືກເຝິກ ຈົນສາມາດໂອ້ລົມໂຕ້ຕອບໄດ້ ຖືວ່າຜ່ານການກວດສອບມາດຕະຖານ Turing Test ເຊິ່ງເປັນມາຕະຖານຂອງ AI ທີ່ເຮັດວຽກໄດ້ແທ້ໃນລະດັບໜຶ່ງ ແລະ ໃຊ້ແທ້ເທິງເວັບໃນເຄືອຂອງ Alibaba ໂດຍເຮັດວຽກຫຼາຍກວ່າ 1 ລ້ານຄັ້ງຕໍ່ມື້.
ວິທີໃຊ້ກໍງ່າຍໆພຽງແຕ່ຜູ້ຂາຍ ຫຼື ຜູ້ທີ່ສົນໃຈຢາກໄດ້ຄໍາໂຄສະນາ ພຽງແຕ່ລົງ Link ສິນຄ້າແລ້ວກົດ “Produce Smart Copy” ແລ້ວ AI ກໍຈະແຕ່ງຄໍາໂຄສະນາມາຫຼາຍໆແບບໃຫ້ເລືອກ ຊຶ່ງຜູ້ຂາຍກໍສາມາດນໍາໄປໃຊ້ເລີຍ ຫຼື ໄປດັດແປງຖ້ອຍຄໍາກ່ອນກໍໄດ້.
#Startup
ທີ່ມາ: http://www.digitalagemag.com/ai-copywriter/

Comments