5 ຍຸດທະສາດໃນການສ້າງຍີ່ຫໍ້ສິນຄ້າ ໃນໂລກອອນໄລ໌

ຫຼາຍໆຄົນອາດຈະເຂົ້າໃຈວ່າ ການສ້າງຍີ່ຫໍ້ສິນຄ້າ ໃນໂລກອອນໄລ໌ເປັນເລື່ອງງ່າຍ ແຕ່ທີ່ຈິງແລ້ວມັນບໍ່ງ່າຍຄືກັບທີ່ເຮົາຄິດ ເພາະໃນຍຸກນີ້ມີຫຼາຍຍີ່ຫໍ້ສິນຄ້າ (Brand) ທີ່ເກີດຂຶ້ນທັງເກົ່າທີ່ເປັນ Brand ໃຫຍ່ທີ່ກຳລັງຫັນປ່ຽນມາບຸກຕະຫຼາດທາງອອນໄລ໌ຢ່າງຫຼວງຫຼາຍ ແລະ Brand ໃໝ່ ຂອງ SMEs ຫຼື ທຸລະກິດ Startup ທີ່ມາຍາດແຍງ ພື້ນທີ່ການຕະຫຼາດໃນອອນໄລ໌ຫຼາຍ ເນື່ອງຈາກທຸກໆມື້ນີ້ທຸກຄົນໃນສັງຄົມລ້ວນແຕ່ຢູ່ກັບໂລກອອນໄລ໌ເປັນຫຼັກ. ສະນັ້ນ, ຍຸດທະສາດການສ້າງຍີ່ຫໍ້ສິນຄ້າ ໃນໂລກອອນໄລ໌ ໂດຍໃຊ້ເວັບໄຊ ແລະ ສື່ໂຊຊຽວມີເດຍຈຶ່ງເປັນເຄື່ອງມືການຕະຫຼາດໃນການດຳເນີນທຸລະກິດ ເຮົາຄວນເຮັດຕາມຂັ້ນຕອນດັ່ງນີ້.

1. ວາງແຜນ
ກ່ອນທີ່ຍີ່ຫໍ້ສິນຄ້າ ຫຼື ການບໍລິການຂອງທ່ານຈະໄປຢູ່ໃນໂລກອອນໄລ໌ ທ່ານຕ້ອງມີການວາງແຜນກ່ອນຢ່າງດີ. ປັບປຸງ ໂລໂກ້, ເວັບໄຊ ແລະ ຂໍ້ມູນຕ່າງໆໃຫ້ມີຄວາມທັນສະໄໝຂຶ້ນ ພ້ອມທັງກຽມເນື້ອໃນທີ່ຈະນຳສະເໜີໃຫ້ກັບກຸ່ມເປົ້າໝາຍຫຼັກ ວ່າຕ້ອງການຈະສື່ສານຫຍັງອອກໄປໃຫ້ກັບຜູ້ບໍລິໂພກ ແນ່ນອນວ່າຄວນຈະເລື່ອງທີ່ແປກໃໝ່ບໍ່ຊໍ້າກັບການຕະຫຼາດແບບອ໋ອບໄລ໌. ໂດຍພະຍາຍາມເຊື່ອມໂຍງຍີ່ຫໍ້(Brand) ສິນຄ້າ ຫຼື ການບໍລິການຂອງເຮົາກັບກຸ່ມຄົນໃນໂລກອອນໄລ໌ໃຫ້ໄດ້.

2. ກຳນົດກຸ່ມເປົ້າໝາຍ

ເບິ່ງແລ້ວບໍ່ແມ່ນເລື່ອງຍາກ ແຕ່ໃນໂລກອອນໄລ໌ ກຸ່ມເປົ້າໝາຍກໍມີຄວາມຫຍຸ່ງຍາກຊັບຊ້ອນຄືກັນ, ການຈະສ້າງເນື້ອໃນຕ່າງໆຕ້ອງຜ່ານການວິເຄາະມາແລ້ວວ່າ ສາມາດຕອບໂຈດໃຫ້ກັບຜູ້ບໍລິໂພກໄດ້ ບາງທີອາດຈະຕ້ອງເພິ່ງພາກຸ່ມຄົນໃນສື່ສັງຄົມອອນໄລ໌ທີ່ເປັນກຸ່ມມີສະມາຊິກເປັນຈຳນວນຫຼວງຫຼາຍໃນການຕອບໂຈດໃຫ້ ຖ້າເລືອກຖືກກຸ່ມ ຖືກຄົນກໍຖືວ່າໄດ້ສົ່ງສານໄປຍັງກຸ່ມເປົ້າໝາຍທີ່ເໝາະສົມແລ້ວ.

3.ສິ່ງທີ່ຕ້ອງການຈະນຳສະເໜີ
ການເຮັດການຕະຫຼາດອອນໄລ໌ ຫຼາຍຄົນມັກເນັ້ນທີ່ຈະສ້າງຄວາມປະທັບໃຈໃຫ້ກັບຜູ້ບໍລິໂພກ ຈຶ່ງເນັ້ນໄປທີ່ການສ້າງບຸກຄະລິກທີ່ໂດດເດັ່ນ ແລະ ແຂ່ງຂັນກັນໃນເລື່ອງລາຄາກ່ອນສ່ວນຫຼາຍ ແຕ່ກໍຄວນໃສ່ໃຈເນັ້ນພັດທະນາສິນຄ້າໃຫ້ມີຄຸນນະພາບສົມກັບລາຄາ ເພື່ອການສ້າງປະສົບການທີ່ດີຮ່ວມກັນກັບຜູ້ບໍລິໂພກ ເຊິ່ງແນວທາງນີ້ຖືວ່າເປັນການຕະຫຼາດອອນໄລ໌ທີ່ຍັ້ງຢືນຫຼາຍກວ່າການຫຼຸດລາຄາ, ແຈກ, ແຖມອີກ.

4. ຊ່ອງທາງໃນການສື່ສານ
ການສ້າງຍີ່ຫໍ້ສິນຄ້າ ໃນໂລກອອນໄລ໌ ມີສອງຊ່ອງທາງຫຼັກທີ່ຕ້ອງມີ ເພື່ອໃຊ້ເປັນຊ່ອງທາງໃນການສື່ສານກໍຄື: ເວັບໄຊ ແລະ ເພສ, ເພາະໃນປັດຈຸບັນສື່ຫຼັກໆໃນໂລກອອນໄລ໌ຍຸກນີ້ຄື: ເວັບເຄື່ອງມືຄົ້ນຫາຂໍ້ມູນອັນດັບ 1 ຂອງໂລກກໍຄື Google ແລະ ສື່ Social media ອັນດັບ 1 ຄື Facebook ແລະ ຍັງມີ ສື່ອື່ນໆອີກຄື YouTube, Twitter, Instagram ອີກ. ຂຶ້ນຢູ່ກັບວ່າຍີ່ຫໍ້ສິນຄ້າ ຫຼື ການບໍລິການຂອງທ່ານສາມາດເພີ່ມໃນຊ່ອງທາງໃດໄດ້ອີກ.

5. ການປະເມີນຜົນ
ສິ່ງທີ່ຄວນໃສ່ໃຈໃນການສ້າງຍີ່ຫໍ້ສິນຄ້າໃນອອນໄລ໌ ກໍຄື ມີລະບົບການປະເມີນຜົນທີ່ເປັນຮູບປະທຳ, ຊັດເຈນ, ຈັບຕ້ອງໄດ້ ຫຼາຍກວ່າສື່ອ໋ອບໄລ໌ອີກໃນບາງປະເພດສິນຄ້າ ເຊິ່ງຂັ້ນຕອນການປະເມີນຜົນຈະເປັນຕົວຊີ້ບອກຂໍ້ດີ ຫຼື ຂໍ້ເສຍຂໍ້ຍີ່ຫໍ້ສິນຄ້າ ຫຼື ການບໍລິການຂອງເຮົາ ເພື່ອໃຫ້ເຮົາຈະສາມາດນຳໄປປັບປຸງແກ້ໄຂໄດ້, ເຮົາຕ້ອງສາມາດຮັບຮູ້ໄດ້ວ່າ ມີຄົນເຂົ້າມາເວັບໄຊຂອງເຮົາຫຼາຍເທົ່າໃດໃນແຕ່ລະມື້, ແຕ່ເດືອນ ແລະ ເຮົາມີສ່ວນຮ່ວມກັບແຟນເພສ ຫຼື ຜູ້ຕິດຕາມເພສ ຫຼື ເວັບໄຊເຮົາຫຼາຍເທົ່າໃດ ເຊິ່ງຂໍ້ມູນເຫຼົ່ານີ້ຄືກະແຈສຳຄັນທີ່ອາດຈະນຳທ່ານໄປເປີດປະຕູສູ່ຄວາມສຳເລັດທາງ ດິຈິຕ໋ອນກໍໄດ້.

Comments