YouTube ເປີດໃຫ້ເຈົ້າຂອງຄຼິບ ເລືອກໃສ່ໂຄສະນາ “ຫ້າມກົດຂ້າມ” ໄດ້ແລ້ວ

ແຕ່ກ່ອນນັ້ນ ໂຄສະນາໃນ Youtube “ກົດຂ້າມບໍ່ໄດ້” ຈະມີໃຫ້ສະເພາະບໍລິສັດ ຫຼື ແບຣນລະດັບ Partner  ແຕ່ຕໍ່ຈາກນີ້ໄປຈະເປີດກວ້າງໃຫ້ເຈົ້າຂອງຄຼິບ ໄດ້ເລືອກ ວ່າ ເຈົ້າຂອງຄຼິບ ຕ້ອງການໂຄສະນາແບບໃດ ໃນຄຼິບຂອງຕົນເອງ ໄດ້ແລ້ວ.

ແຕ່ກ່ອນນັ້ນໂຄສະນາໃນ Youtube ມັກຈະຖືກຜູ້ຊົມກົດຂ້າມຜ່ານຕະຫຼອດ ແຕ່ຈະຂ້າມໄດ້ກໍເມື່ອ ໂຄສະນາຜ່ານໄປແລ້ວ 5 ວິນາທີ ຈາກນັ້ນ  Youtube ກໍຈະເພີ່ມໂຄສະນາທີ່ ກົດຂ້າມບໍ່ໄດ້ ແຕ່ມີໃຫ້ສະເພາະບໍລິສັດ ຫຼື ແບຣນສິນຄ້າລະດັບ “partner” ເທົ່ານັ້ນ ທີ່ຈະສາມາດລົງໂຄສະນາທີ່ບໍ່ສາມາດກົດຂ້າມໄດ້.

ຫຼ້າສຸດ ຕໍ່ຈາກນີ້ໄປ ຈະເປີດກວ້າງໃຫ້ເຈົ້າຂອງຄຼິບ ຫຼື ຜູ້ຜະລິດລາຍການຕ່າງໆ ສາມາດເລືອກໂຄສະນາໃນຄຼິບຕົນເອງໄດ້ແລ້ວຄື: ໂຄສະນາທີ່ສາມາດກົດຂ້າມໄດ້ ແລະ ໂຄສະນາກົດຂ້າມບໍ່ໄດ້.

ການລົງໂຄສະນາແບບ ຫ້າມກົດ Skip ນີ້ ຝ່າຍຜູ້ລົງໂຄສະນາແມ່ນຕ້ອງໄດ້ຈ່າຍຄ່າລົງທີ່ແພງກວ່າແບບທົ່ວໆໄປກໍຄືກົດຂ້າມໄດ້ ຢູ່ແລ້ວ  ແລະ ກໍຈະເຮັດໃຫ້ເຈົ້າຂອງຄຼິບນັ້ນໄດ້ສ່ວນແບ່ງລາຍໄດ້ຂອງຄ່າໂຄສະນາຫຼາຍຂຶ້ນນຳອີກ (ແຕ່ຜູ້ຊົມແບບເຮົາໆກໍຕ້ອງໄດ້ອົດທົນໃນການເບິ່ງໂຄສະນາໃຫ້ຈົບ) ເຖິງຢ່າງໄດ້ກໍຕາມ ໂຄສະນາແບບນີ້ແມ່ນມີກຳນົດບໍ່ໃຫ້ຍາວເກີນ 15 ນາທີ).

 

Comments