ທະນາຄານໂລກ ໄດ້ລາຍງານການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໃນວັນທີ 4 ຕຸລາຜ່ານມາ ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນໄດ້ຊີ້ໃຫ້ເຫັນສະພາບລວມການຂະຫຍາຍຕົວທາງດ້ານເສດຖະກິດໃນຫຼາຍເດືອນຜ່ານມາ ລວມມີ: ສະພາບຄວາມເຄັ່ງຕຶງທາງການຄ້າ, ອັດຕາດອກເບ້ຍເພີ່ມຂຶ້ນໃນສະຫະລັດອາເມຣິກາ ( ສຫລ ), ເງິນໂດລາສະຫະລັດແຂງຄ່າ ແລະ ຄວາມຜັນຜວນຂອງຕະຫຼາດການເງິນຢູ່ໃນຫຼາຍປະເທດທີ່ເປັນຕະຫຼາດໃໝ່ ເຊິ່ງໄດ້ເພີ່ມທະວີຄວາມບໍ່ແນ່ນອນຕໍ່ທ່າອ່ຽງການເຕີບໂຕຂອງພາກພື້ນ ແລະ ໃນຂະນະດຽວກັນອັດຕາເງິນເຟີ້ກໍຈະເລີ່ມສູງຂຶ້ນຢູ່ໃນພາກພື້ນ.
ເສດຖະກິດຂອງປະເທດຈີນ ແມ່ນຄາດວ່າຈະຂະຫຍາຍຕົວຊ້າກວ່າປີ 2017 ມາຢູ່ໃນອັດຕາ 6,5% ໃນປີ 2018, ຖ້າບໍ່ລວມປະເທດຈີນແລ້ວ ການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທີ່ກໍາລັງພັດທະນາຢູ່ນີ້ຄາດວ່າຈະຍັງສືບຕໍ່ຂະຫຍາຍຕົວໃນອັດຕາຄົງທີ່ 5,3% ແຕ່ປີ 2018 ຫາປີ 2020 ໂດຍມີຄວາມຕ້ອງການພາຍໃນເປັນປັດໄຈຂັບເຄື່ອນ.
ຂະນະທີ່ທ້າຍເດືອນກັນຍາ 2018 ທີ່ຜ່ານມາ ທະນາຄານພັດທະນາອາຊີ ( ເອດີບີ ) ຄາດການເຕີບໂຕທາງເສດຖະກິດຂອງ ສປປ ລາວ ຈະເຕີບໂຕຢູ່ທີ່ລະດັບປານກາງໃນປີ 2018 ເນື່ອງຈາກການຜະລິດຂອງຂະແໜງກະສິກຳ ແລະ ບໍ່ແຮ່ຈະຕ່ຳກວ່າຄາດໝາຍ.
ເຖິງຢ່າງໃດກໍ່ຕາມ, ການຂະຫຍາຍຕົວຂອງຂະແໜງກໍ່ສ້າງ ແລະ ການບໍລິການຈະຊ່ວຍທົດແທນບາງສ່ວນຂອງຜົນກະທົບທາງລົບເຫຼົ່ານີ້ ໂດຍອີງຕາມບົດລາຍງານເສດຖະກິດ ສະບັບປັບປຸງຂອງ ເອດີບີ ທີ່ເອີ້ນວ່າ: ການຄາດຄະເນການພັດທະນາຂອງອາຊີ ປະຈຳປີ 2018 ທີ່ໄດ້ຄາດການລວມຍອດຜະລິດຕະພັນພາຍໃນ ( ຈີດີພີ ) ຂອງ ສປປ ລາວ ຈະເຕີບໂຕທີ່ອັດຕາ 6,6% ສຳລັບປີ 2018 ແລະ 6,9% ສຳລັບປີ 2019 ເຊິ່ງຕ່ຳກວ່າຈາກຄາດຄະເນ ໃນເດືອນເມສາ 2018 ທີ່ 6,8% ປີນີ້ ແລະ 7,0% ສຳລັບປີໜ້າ.
ທ່ານ ສຸລິນທອນ ເລືອງຄຳສິງ ນັກເສດຖະສາດທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ກ່າວວ່າ: ສປປ ລາວ ເຖິງຈະມີໄພນ້ຳຖ້ວມຢ່າງຕໍ່ເນື່ອງ ໄດ້ທຳລາຍຜົນລະປູກ ແລະ ຂັດຂວາງການບໍລິການຂົນສົ່ງໃນ ສປປ ລາວ ແຕ່ການເຕີບໂຕຂອງການສົ່ງອອກກະແສໄຟຟ້າ, ການລົງທຶນໂດຍກົງຈາກຕ່າງປະເທດທີ່ຕິດພັນກັບການກໍ່ສ້າງ ແລະ ການບໍລິການທີ່ໄດ້ຮັບການສະໜັບສະໜູນຈາກການເພີ່ມຂຶ້ນໃນການເຂົ້າມາຂອງນັກທ່ອງທ່ຽວ ຈະຊ່ວຍຮັກສາການເຕີບໂຕທາງດ້ານເສດຖະກິດຂອງປະເທດໄດ້; ຂະແໜງການກະສິກຳ ຄາດວ່າຈະຂະຫຍາຍຕົວຢູ່ທີ່ 2% ສຳລັບປີນີ້, ໃນຂະນະທີ່ການຜະລິດກະແສໄຟຟ້າ ຄາດວ່າຈະເພີ່ມຂຶ້ນ 8% ແລະ ການຜະລິດຈາກຂະແໜງບໍ່ແຮ່ ທີ່ຄາດວ່າຈະຫຼຸດລົງທີ່ 2%; ຂະແໜງການກໍ່ສ້າງຈະໄດ້ຮັບຜົນປະໂຫຍດຈາກການລົງທຶນໂດຍກົງຈາກຕ່າງປະເທດ ໃນບັນດາໂຄງການພະລັງງານໄຟຟ້າແຮງນ້ຳ ແລະ ໂຄງການກໍ່ສ້າງເສັ້ນທາງຂົນສົ່ງ ເປັນຕົ້ນແມ່ນ: ການສ້າງທາງລົດໄຟຈາກນະຄອນຫຼວງວຽງຈັນ ຫາຊາຍແດນຂອງ ສປ ຈີນ ເຊິ່ງປັດຈຸບັນກຳລັງດຳເນີນການກໍ່ສ້າງຢູ່.