6 ແນວຄິດຜິດໆ ເຮັດໃຫ້ SME ສ້າງຍີ່ຫໍ້ ແລ້ວບໍ່ເປັນທີ່ຮູ້ຈັກ

ທ່ານເປັນຄົນໜຶ່ງທີ່ກຳລັງຈະສ້າງຍີ່ຫໍ້ ເປັນຂອງຕົນເອງແມ່ນບໍ່? ຫຼື ວ່າທ່ານກຳລັງເັປນເຈົ້າຂອງຍີ່ຫໍ້ໃດໜຶ່ງຢູ່ໃນລາວ ແຕ່ຍີ່ຫໍ້ຂອງທ່ານຍັງບໍ່ເປັນທີ່ຮູ້ຈັກຂອງສັງຄົມຢ່າງກວ້າງຂວາງ.  ການຈະສ້າງຍີ່ຫໍ້ (Brand) ໃຫ້ຕິດຕະຫຼາດ ແລະ ເປັນທີ່ຮູ້ຈັກຂອງສັງຄົມໄດ້ນັ້ນ ຜູ້ປະກອບການ SME ຫຼາຍທ່ານຕ້ອງຄິດວ່ານີ້ເປັນໜຶ່ງວິທີທີ່ຈະຊ່ວຍເຮັດໃຫ້ທຸລະກິດປະສົບຄວາມສຳເລັດ ເພາະຖ້າຫາກຍີ່ຫໍ້ ຂອງເຮົາເປັນທີ່ຮູ້ຈັກ ແລະ ນິຍົມ ກໍຕ້ອງເຮັດໃຫ້ລູກຄ້າຄິດເຖິງ ແລະ ຢາກຊື້ສິນຄ້າ ຫຼື ການບໍລິການຂອງເຮົາເປັນອັບດັບທຳອິດ. ແຕ່ເຊື່ອບໍ່ວ່າ ຍັງມີອີກຫຼາຍທ່ານທີ່ເຂົ້າໃຈ ໃນການສ້າງຍີ່ຫໍ້ ໄປໃນທາງທີ່ບໍ່ຖືກຕ້ອງຈົນເຮັດໃຫ້ບໍ່ປະສົບຄວາມສຳເລັດ. ຂໍແນະນຳ 6 ແນວຄິດຜິດໆທີ່ເຮັດໃຫ້ ຜູ້ປະກອບການ SME ເຂົ້າໃຈຜິດໃນການສ້າງຍີ່ຫໍ້.

  1. ການສ້າງຍີ່ຫໍ້ຄື ການສ້າງໂລໂກ້: ຜູ້ປະກອບການມັກຄິດວ່າ ການສ້າງຍີ່ຫໍ້ສິນຄ້າຕ້ອງແມ່ນການສ້າງ ຫຼື ອອກແບບໂລໂກ້ເປັນຫຼັກ ແຕ່ໃນຄວາມຈິງແລ້ວ ໂລໂກ້ເປັນພຽງສ່ວນນ້ອຍໆເທົ່ານັ້ນ ເພາະສິ່ງສຳຄັນຄື ຕ້ອງສ້າງເປັນຂອງຍີ່ຫໍ້ ຫຼື ການສ້າງຊື່ສຽງ, ຄວາມປະທັບໃຈ ແລະ ການສ້າງຍຸດທະສາດໃນການເຮັດການຕະຫຼາດ ເຊິ່ງເປັນຫຼັກການທີ່ສຳຄັນຂອງການສ້າງຍີ່ຫໍ້ ຕ້ອງເຮັດໃຫ້ຮູ້ສຶກວ່າ ຖ້າເວົ້າເຖິງຍີ່ຫໍ້ນີ້ ລູກຄ້າຈະຮູ້ທັນທີວ່າ ຍີ່ຫໍ້ (Brand) ນີ້ແມ່ນຫຍັງ.
  2. ສ້າງຍີ່ຫໍ້ ຄື ການຄິດໃຫ້ເປັນເລີດທີ່ສຸດ. ຜູ້ປະກອບການຫຼາຍຄົນມັກຈິນຕະນາການຍີ່ຫໍ້ສິນຄ້າໃຫ້ໂດດເດັ່ນເປັນເລີດ ແຕ່ຄວາມຈິງຄືການສ້າງຍີ່ຫໍ້ທີ່ດີຈະຕ້ອງ ເກັບຂໍ້ມູນສິນຄ້າໃຫ້ຄົບຖ້ວນ ເພື່ອຈະວາງຕໍາແໜ່ງສິນຄ້າໄດ້ຖືກຕ້ອງ ໂດຍຈະຕ້ອງເກັບຂໍ້ມູນສຳຫຼວດຄວາມມັກ ທັງ 2 ທາງຄື ເກັບຂໍ້ມູນພາຍໃນ ຄື ນະໂຍບາຍ ແລະ ຄວາມເຫັນຂອງຄົນໃນຄອບຄົວວ່າ ຈຸດປະສົງແທ້ໆຂອງການສ້າງຍີ່ຫໍ້ແມ່ນຫຍັງ ແລະ ເກັບຈາກລູກນ້ອງ ເພາະການໃຊ້ຊີວິດຂອງລູກນ້ອງກໍມີຜົນຕໍ່ການສ້າງຍີ່ຫໍ້ສິນຄ້າຄືກັນ. ເກັບຂໍ້ມູນພາຍນອກ ໂດຍຕ້ອງເກັບໄດ້ທັງໝົດ 4 ສ່ວນຄື 1. ລູກຄ້າ ຕ້ອງເກັບທັງລູກຄ້າປັດຈຸບັນ, ລູກຄ້າເກົ່າ ແລະ ອະນາຄົດ. 2. Supplier ຄື ຜູ້ຜະລິດ ຫຼື ສົ່ງສິນຄ້າໃຫ້; 3. ຄົນກາງ ຄືຄົນທີ່ຊ່ວຍເຮົາຂາຍສິນຄ້າ; 4. ຄູ່ແຂ່ງ.

  1. ເນັ້ນຂາຍແຕ່ຊັບພະຄຸນ. ຜູ້ປະກອບການ ຍົກແຕ່ເອົາຊັບພະຄຸນຂອງສິນຄ້າ ມາບອກ ຖືວ່າເປັນສິ່ງທີ່ບໍ່ຖືກຕ້ອງຂອງການ ສ້າງຍີ່ຫໍ້ ເພາະການສ້າງຍີ່ຫໍ້ທີ່ແທ້ຈິງຄື ຕ້ອງເອົາອາລົມຄວາມຮູ້ສຶກ ມາໃສ່ຮ່ວມໄປກັບຍີ່ຫໍ້  ເພາະການຫຼິ້ນແຕ່ຊັບພະຄຸນຖ້າສຳເລັດຄູ່ແຂ່ງກໍຈະສາມາດຮຽນແບບໄດ້ ແຕ່ຖ້າເຮົາສາມາດສ້າງຍີ່ຫໍ້ໂດຍໃຊ້ຄວາມຮູ້ສຶກໃສ່ເຂົ້າໄປຈະເຮັດໃຫ້ລູກຄ້າສາມາດຈື່ຈຳຍີ່ຫໍ້ໄດ້ດີກວ່າ ຕົວຢ່າງ: ຮ້ານກາເຟ Starbucks ທີ່ເຮັດໃຫ້ລູກຄ້າຮູ້ສຶກວ່າ ການເຂົ້າໄປດື່ມກາເຟໃນຮ້ານນັ້ນ ຈະມີອາລົມຄືກັບເຮືອນ ຫຼື ຫ້ອງການຢູ່ແລ້ວສະບາຍໃຈ.
  2. ສ້າງຍີ່ຫໍ້ສິນຄ້າ ຄືກັບການສ້າງພາບ ໝາຍເຖິງ ສິ່ງທີ່ເຮົາບໍ່ມີແຕ່ພະຍາຍາມທີ່ຈະສ້າງພາບຂຶ້ນມາວ່າມີ ເພື່ອຕົວະລູກຄ້າ ການຕົວະລູກຄ້າເຮັດໃຫ້ເກີດຜົນເສຍຕໍ່ຍີ່ຫໍ້ ດັ່ງນັ້ນ, ສິ່ງທີ ຜູ້ປະກອບຄວນເຮັດຄື ນຳສະເໜີມູນມອງທີ່ດີຂອງລູກຄ້າອອກໄປໃຫ້ລູກຄ້່າເຫັນເພາະເມື່ອລູກຄ້າໄດ້ທົດລອງໃຊ້ແລ້ວດີແທ້ຈະເຮັດໃຫ້ຍີ່ຫໍ້ຢູ່ໄດ້ແບບຢັ້ງຍືນ.

5. ຟ້າວປ່າວປະກາດໂຄສະນາຍີ່ຫໍ້ໃຫ້ຄົນຮູ້ຈັກ ການຟ້າວປະກາດຊື່ຍີ່ຫໍ້ໃຫ້ຄົນນອກຮູ້ກ່ອນ ໂດຍບໍ່ມີການສື່ສານພາຍໃນອົງກອນໃຫ້ເຂົ້າໃຈໃນເລື່ອງດຽວກັນ ຈະມີໂອກາດເຮັດໃຫ້ຍີ່ຫໍ້ເຮົາເສຍຫາຍທີ່ສຸດ ຈົນອາດຈະຕ້ອງໄດ້ສ້າງຍີ່ຫໍ້ໃຫມ່.

6. ສ້າງຍີ່ຫໍ້ຕ້ອງລົງທຶນເປັນເງິນຈຳນວນຫຼາຍ ຜູ້ປະກອບການ SME ສ່ວນຫຼາຍມັກຄິກຜິດ ໂດຍການຍອມທຸມເທເງິນລົງທຶນຈຳນວນຫຼາຍເພື່ອຈ້າງຄົນມາສ້າງຍີ່ຫໍ້ ແຕ່ການສ້າງຍີ່ຫໍ້ທີ່ຖືກຕ້ອງຄື ບໍ່ຕ້ອງໃຊ້ເງິນ ແຕ່ຕ້ອງໃສ່ໃຈໃຫ້ຫຼາຍຂຶ້ນ ຈະຊ່ວຍສ້າງຄວາມປະທັບໃຈໃຫ້ກັບລູກຄ້າໄດ້ຫຼາຍກວ່າ.

ສິ່ງທີ່ຄິດຜິດໆ 6 ຂໍ້ນີ້ ເປັນສິ່ງທີ່ຜູ້ປະກອບການ SME ສ່ວນຫຼາຍມັກຈະເກີດຄວາມເຂົ້າໃຈຜິດກ່ຽວກັບການສ້າງຍີ່ຫໍ້ມາໂດຍຕະຫຼອດ ດັ່ງນັ້ນ, ຖ້າຫາກຕ້ອງການຈະກ້າວຂ້າມແນວຄິດທີ່ຜິດໆດັ່ງກ່າວນີ້ໄປໄດ້ ຜູ້ປະກອບການຕ້ອງມີຄວາມເຂົ້າໃຈຍີ່ຫໍ້ຂອງຕົນເອງໃຫ້ຊັດເຈນ ແລະ ຄ່ອຍໆສື່ສານອອກໄປເພື່ອໃຫ້ເກີດຄວາມເຂົ້າໃຈໄດ້ຢ່າງຖືກຕ້ອງ ແລະ ຍັງຈະຊ່ວຍໃຫ້ຍີ່ຫໍ້ມີຄວາມຢັ້ງຍືນຍາວນານໄດ້.

Comments