ມາເບິ່ງ!! ລາຄາ ແລະ ການບໍລິການ ຂອງລົດໄຟລາວ-ຈີນ ມີດັ່ງນີ້໊:…..

ຄວາມຫວັງຈະໄດ້ຂີ່ລົດໄຟຄວາມໄວສູງຂອງຄົນລາວຈະມາຮອດແລ້ວ!!!!  ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເປັນອີກທາງເລືອກໜຶ່ງໃຫ້ຜູ້ໂດຍສານທາງພາກເໜືອລົງຫານະຄອນຫຼວງວຽງຈັນ ນອກຈາກການເດີນທາງດ້ວຍລົດເມ ແລະ ຍົນແລ້ວ ຕໍ່ຈາກນີ້ປະມານທ້າຍປີ 2022 ກໍຈະມີການຄົມມະນາຄົມ ທາງລົດໄຟນີ້ແລ ຈະຕອບໂຈດຄວາມຕ້ອງການຂອງຜູ້ຊົມໃຊ້ໄດ້ແຖມລາຄາຖືກ ແລະ ໃຊ້ເວລາສັ້ນກວ່າອີກ.

ອີງຕາມຂໍ້ມູນຈາກນັກວິຊາການ ພ້ອມດ້ວຍຊ່ຽວຊານຈາກ ອາຊຽນ ແລະ ສປຈີນ ໄດ້ເປີດເຜີຍວ່າ: ການຄຸ້ມຄອງການບໍລິການດ້ານຂົນສົ່ງໂດຍສານຂອງໂຄງການລົດໄຟ ລາວ-ຈີນ ເຊິ່ງກຳນົດໃຫ້ມີທັງໝົດ 33 ສະຖານີ; ໃນນັ້ນ: ການເປີດນໍາໃຊ້ໄລຍະຕົ້ນຈະມີ 21 ສະຖານີ ສາມາດກຳນົດໄດ້ 23 ຖ້ຽວຕໍ່ວັນ ແຕ່ຖ້າຫາກມີການເປີດນຳໃຊ້ທັງໝົດ 33 ສະຖານີ ແມ່ນສາມາດເພີ່ມເປັນ 39 ຖ້ຽວຕໍ່ວັນ.

ສ່ວນອັດຕາຄ່າໂດຍສານແຕ່ນະຄອນຫຼວງວຽງຈັນ-ບໍ່ເຕັນ ສະເລ່ຍປະມານ 140.000 ກີບຕໍ່ຄົນ, ທຽບໃສ່ຄ່າຂົນສົ່ງທາງລົດ ແມ່ນຖືກກວ່າຫຼາຍເທົ່າໂຕ ແລະ ໃຊ້ເວລາເດີນທາງສັ້ນກວ່າ ແລະ ຄ່າຂົນສົ່ງສິນຄ້າປະມານ 6,000 ກີບຕໍ່ໂຕນເທົ່ານັ້ນ. ນອກນັ້ນ, ໃນຈໍານວນ 33 ສະຖານີ ຈະມີສະຖານີໂດຍສານ ແລະ ສະຖານີສິນຄ້າ ລວມຢູ່ນຳກັນ 11 ແຫ່ງ. ໃນນັ້ນ: ສະຖານີສິນຄ້າສະເພາະ 01 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ແລະ ມີຈຸດສະຫຼັບລາງ ແລະ ຈຸດຫຼີກ ທັງໝົດ 284 ແຫ່ງ.

ສະເພາະການບໍລິການຂົນສົ່ງໂດຍສານສ່ວນໃຫຍ່ ຈະເປັນເວລາກາງເວັນ, ສ່ວນການບໍລິການຂົນສົ່ງສິນຄ້າແມ່ນເປັນເວລາກາງຄືນ. ຂະນະທີ່ຄວາມໄວອອກແບບສະເພາະລົດໄຟໂດຍສານ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ສຳຮອງໄວ້ 200 ກິໂລແມັດຕໍ່ຊົ່ວໂມງ ສ່ວນຄວາມໄວລົດໄຟຂົນສົ່ງສິນຄ້າ 120 ກິໂລແມັດຕໍ່ຊົ່ວໂມງ ແລະ ໃຊ້ໄຟຟ້າເປັນພະລັງແລ່ນລົດໄຟ, ໂຄງການດັ່ງກ່າວນີ້ລວມມູນຄ່າກໍ່ສ້າງທັງໝົດ 5,8 ຕື້ໂດລາສະຫະລັດ, ຕາມແຜນຈະໃຫ້ສຳເລັດສົມບູນພາຍໃນປີ 2022.

ຂໍຂອບໃຈຂໍ້ມູນ : ໜັງສືພິມເສດຖະກິດ-ສັງຄົມ

Comments