ຄວາມຄືບໜ້າ!!! ໃກ້ເປັນຄວາມຈິງ ກັບໂຄງການເຂດເສດຖະກິດໃໝ່ ສີທັນດອນ

ຕາມການລາຍງານຂອງ ໜັງສືພິມຈຳປາໃຫ່ມ ໃຫ້ຮູ້ວ່າ: ໃນວັນທີ 25 ກັນຍາ 2018 ທີ່ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຈຳປາສັກ ຜູ້ພັດທະນາໂຄງການເຂດເສດຖະກິດໃໝ່ ສີທັນດອນ ໄດ້ລາຍງານຄວາມຄືບໜ້າໃນການພັດທະນາໂຄງການໄລຍະຕົ້ນຕໍ່ທ່ານ ປອ. ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອກະກຽມເຂົ້າສູ່ການພັດທະນາໄລຍະທຳອິດແຕ່ປີ 2018-2025 ຂະນະດຽວກັນທ່ານຮອງນາຍົກກໍເນັ້ນໃຫ້ໂຄງການເອົາໃຈໃສ່ພັດທະນາຫຼາຍໜ້າວຽກທ່ີສຳຄັນ.

ໃນໂອກາດດັ່ງກ່າວ ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນຈຳກັດ ຂຶ້ນຜ່ານຄວາມຄືບໜ້າເບື້ອງຕົ້ນໃນການພັດທະນາເຂດເສດຖະກິດໃໝ່ສີທັນດອນໃນໄລຍະ 3 ເດືອນນັບແຕ່ໄດ້ເຊັນສັນຍາພັດທະນາໂຄງການນຳລັດຖະບານໃນທ້າຍເດືອນ ມິຖຸນາ 2018 ເຊິ່ງມີຫຼາຍວຽກງານສຳຄັນທີ່ສຳເລັດ ແລະ ກຳລັງວາງແຜນເປັນຕົ້ນ: ສຳເລັດພິທີເຊັນສັນຍາມອບ-ຮັບຣີສອດຄອນພະເພັງ ພ້ອມທັງປັບປຸງຫ້ອງຈຳນວນ 25 ຫ້ອງ ແລະ ສຳເລັດການສຳຫຼວດທີ່ຕັ້ງສຳນັກງານ,ອອກແບບເຮືອນຮັບແຂກ ແລະ ທີ່ຢູ່ອາໃສຂອງພະນັກງານມີທັງໝົດ 200 ຫ້ອງ. ສຳເລັດການຈົດທະບຽນສ້າງຕັ້ງບໍລິສັດໃນເຂດພັດທະນາຈຳນວນ 6 ບໍລິສັດ. ສຳເລັດການສຳຫຼວດອອກແບບເສັ້ນທາງອ້ອມດອນໂຂງທີ່ມີຄວາມຍາວ 43 ກິໂລແມັດ ແລະ ທາງລຽບແຄມຂອງຈາກຄອນພະເພັງ ຫາ ບ້ານຂີ້ນາກ.

ສຳເລັດການແຕ່ງຕັ້ງຄະນະກຳມະການຊົດເຊີຍຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍທັງລະດັບສູນກາງ ແລະ ທ້ອງຖິ່ນ. ສຳເລັດການສຳຫຼວດແຫຼ່ງທ່ອງທ່ຽວທີສຳຄັນ ໂດຍສະເພາະແມ່ນຄອນພະເພັງ ແລະ ສົມພາມິດ. ນອກຈາກນັ້ນກໍ່ກຳລັງປັບປຸງແຜນແມ່ບົດ ແລະ ບົດວິພາກເສດຖະກິດໃໝ່ ໃຫ້ເທດເໝາະກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະແມ່ນພື້ນຖານໂຄງລ່າງຂອງເຂດ A,B,C,D ເນື້ອທີ່ 7.075 ເຮັກຕາ. ປັດຈຸບັນກຳລັງກະກຽມພິທີວາງສິລາລືກ ແລະ ການໂຄສະນາປີທ່ອງທ່ຽວ ທັງນີ້ເພື່ອກະກຽມໃສ່ການລົງມືກໍ່ສ້າງເສັ້ນທາງອ້ອມດອນໂຂງໃນຕົ້ນເດືອນຕຸລາ 2018. ນອກນັ້ນກໍ່ແມ່ນວຽກງານສຳຫຼວດອອກແບບຣີສອດ 2 ແຫ່ງທີ່ຈະສ້າງໃນປີ 2019, ອອກແບບຕຶກອາຄານໂຮງແຮມ ແລະ ຄາຊິໂນ ແລະ ວຽກງານອື່ນໆທີ່ສໍາຄັນ.

ຫຼັງຈາກນັ້ນ ທ່ານ ປອ. ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດຊີ້ນຳໂດຍເນັ້ນໃຫ້ບໍລິສັດຜູ້ພັດທະນາກະກຽມແຜນວຽກລະອຽດໃນການຈັດຕັ້ງປະຕິບັດໂຄງການ ເຊິ່ງໂຄງການດັ່ງກ່າວໄດ້ແບ່ງອອກເປັນ 6 ໄລຍະໃນການພັດທະນາ ໃນນັ້ນໄລຍະທີ່ໜຶ່ງແຕ່ປີ 2018-2025 ໃນເນື້ອທີ່ 7.075 ເຮັກຕາ ໃນເຂດຄອນພະເພັງ ກວມເອົາ 8 ບ້ານທີ່ປະກອບດ້ວຍ 17 ກິດຈະການ ທີ່ຈະປະຕິບັດເຂົ້າເປັນແຜນວຽກລະອຽດ, ໃນປີ 2019 ເພື່ອລາຍງານລັດຖະບານ. ພ້ອມທັງສ້າງໂຄງປະກອບການຈັດຕັ້ງຂອງບໍລິສັດໃຫ້ລະອຽດ, ສ້າງແຜນຈຳລອງການພັດທະນາໂຄງການ ເພື່ອນຳເອົາໄປໂຄສະນາດຶງດູດການລົງທຶນຈາກຕ່າງປະເທດ.

ໂດຍມອບໃຫ້ຄະນະກຳມະການຂັ້ນແຂວງ,ເມືອງຮ່ວມກັບໂຄງການ ເພື່ອນຳເອົານະໂຍບາຍການພັດທະນາໂຄງການດັ່ງກ່າວລົງເຜີຍແຜ່ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຮັບຮູ້ເຂົ້າໃຈ. ສິ່ງສໍາຄັນຈຸດທີ່ເຮົາຈະພັດທະນາທີ່ແຕະຕ້ອງກັບດິນປະຊາຊົນຕ້ອງຊົດເຊີຍ,ຈັດສັນທີ່ຢູ່ໃໝ່ໃຫ້ປະຊາຊົນໃຫ້ເຂົາເຈົ້າມີການຜະລິດໃໝ່,ອາ ຊີບໃໝ່ຈຶ່ງຄ່ອຍເຂົ້າໄປພັດທະນາ. ສຳລັບການປຸກສ້າງອາຄານໃນເຂດພັດທະນາຕ້ອງອອກແບບໃຫ້ມີລັກສະນະວັດທະນະທຳລາວ ເພື່ອສົ່ງເສີມວຽກງານການທ່ອງທ່ຽວ. ສ່ວນວັດສະດຸການກໍ່ສ້າງຢາກໃຫ້ນຳໃຊ້ວັດຖຸດິບພາຍໃນໂດຍສະເພາະແມ່ນຊີມັງ. ສຳລັບການກໍ່ສ້າງເສັ້ນທາງໃນເຂດພັດທະນາໂຄງການແມ່ນໃຫ້ຂະແໜງການພາກລັດສົມທົບກັບບໍລິສັດກວດກາ,ຕິດຕາມການກໍ່ສ້າງໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບ.
ຂ່າວ-ພາບ: ຄຳຫຼ້າ

Comments