Author Archives: Targetlaos Editor

Brand ສົ່ງເສີມຫຍັງແດ່ໃຫ້ການເຮັດທຸລະກິດ?

ຫາກທ່ານເປັນຄົນໜຶ່ງທີ່ກຳລັງຢາກສ້າງຍີ່ຫໍ້ (Brand) ສິນຄ້າ ຫຼື ບໍລິການໃດໜຶ່ງເປັນຂອງຕົນເອງຫຼື ທ່ານອາດເປັນເຈົ້າຂອງຍີ່ຫໍ້ໃດໜຶ່ງຢູ່ໃນລາວແລ້ວກໍຕາມຜູ້ຂຽນເຊື່ອວ່າ ສິ່ງໜຶ່ງທີ່ຫຼາຍໆຄົນມັກເຂົ້າໃຈຜິດວ່າ: ການສ້າງຍີ່ຫໍ້ (Brand) ກໍຄືການຕັ້ງຊື່ຮ້ານໃຫ້ມ່ວນໆຈື່ໄດ້ງ່າຍ, ສ້າງກາໝາຍ (Logo) ໃຫ້ງາມໆ, ໂດດເດັ່ນ, ສີສັນສວຍງາມເທົ່ານັ້ນ ແຕ່ຄວາມຈິງແລ້ວການສ້າງຍີ່ຫໍ້ຂອງສິນຄ້າ ຫຼື ການບໍລິການນັ້ນແມ່ນລົງເລິກໄປກວ່ານັ້ນອີກ. ການສ້າງ Brand ສົ່ງເສີມຫຍັງແດ່ໃຫ້ການເຮັດທຸລະກິດ? ເຮັດໃຫ້ລູກຄ້າຮູ້ສຶກກຸ້ມຄ່າທີ່ໄດ້ໃຊ້ສິນຄ້າ ຫຼື ບໍລິການ, ລາຄາອາດຈະເທົ່າກັນກັບຮ້ານອື່ນ ແຕ່ຈະເຮັດໃຫ້ລູກຄ້າຮູ້ສຶກໄດ້ວ່າ ຊື້ ສິນຄ້າ ຫຼື ບໍລິການ ຈາກ Brand ນີ້ຮູ້ສຶກກຸ້ມຄ່າກວ່າ ຊື້ ຫຼື ໃຊ້ບໍລິການຮ້ານທົ່ວໆໄປ. ເຮັດໃຫ້ລູກຄ້າ ຫຼື ກຸ່ມເປົ້າໝາຍຮູ້ສຶກໄວ້ໃຈ, ເຊື່ອໃຈ ແລະ ໝັ້ນໃຈທີ່ຈະຊື້ສິນຄ້າ ຫຼື ໃຊ້ບໍລິການຂອງທ່ານ. ເຮັດໃຫ້ລູກຄ້າຮູ້ສຶກພູມໃຈທີ່ໄດ້ໃຊ້ Brand ຂອງທ່ານເຖິງວ່າລາຄາອາດຈະແພງກວ່າກໍຕາມ. ການທີ່ເຮົາຈະສ້າງ Brand ທີ່ດີ Brand ໜຶ່ງ ມັນຈໍາເປັນທີ່ຕ້ອງມີ 2 ສ່ວນຄື: Brand Say ຄື Brand ເວົ້າຫຍັງ? ສື່ສານຫຍັງ? ...

Read More »

ຊົມເຊີຍ!!! ໜ່ວຍກູ້ໄພລາວ ໄດ້ຮັບລາງວັນຊະນະເລີດ ຈາກການແຂ່ງຂັນກູ້ຊີບ-ກູ້ໄພ

ໜ່ວຍກູ້ໄພນະຄອນຫລວງ1624ເຂົ້າຮ່ວມການແຂ່ງຂັນກູ້ຊີບ-ກູ້ໄພໄດ້ຮັບລາງວັນທີ1 ເປັນໜ່ວຍກູ້ໄພທຳອິດຈາກປະເທດລາວທີ່ສາມາດຍາດຂັນສະນະເລີດຈາກໂຮງໜໍຣາດຊະວິທິປະເທດໄທ ໃນວັນທີ31 ມັງກອນ 2019 ທາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ເຮົາໄດ້ສົ່ງອາສາສະໝັກໄປຮ່ວມການເຝິກອົບຮົມ ”ຫຼັກສູດການປະຖົມພະຍາບານຂັ້ນ EMT-B” ທີ່ໂຮງໝໍຣາຊະວິຖີ ບາງກອກ ປະເທດໄທ ເຊີ່ງໄດ້ຈັດຂຶ້ນມາທຸກໆປີ ແລະ ປີນີ້ກົງກັບລຸ້ນທີ 21 ຂອງການເປີດສອນຫຼັກສູດ EMT-B ເຊີ່ງທາງປະເທດໄທ ໄດ້ເຊີນມາຍັງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ຂອງພວກເຮົາໃຫ້ສົ່ງອາສາເຂົ້າຮ່ວມ ເປັນຈຳນວນ 2 ຄົນ: ທ້າວ ສຸລິຍາ ສິງຫາວົງ ແລະ ທ້າວ ສັງທອງ ຂຸນຈຳລົງ ເຊີ່ງໄດ້ເລີ່ມເຂົ້າຮ່ວມການເຝີກອົບຮົມຫຼັກສູດ ດັ້ງກ່າວ ຕັ້ງແຕ່ວັນທີ 2 ກຸມພາ ຫາ ວັນທີ 4 ມີນາ 2019 ເປັນເວລາ 1 ເດືອນ ແລະ ທັງ 2 ຄົນ ກໍໄດ້ເຂົ້າຮ່ວມການແຂ່ງຂັນກິດຈະກຳຂອງການເຝີກອົບຮົມ ຈົນສາມາດຍາດໄດ້ການແຂ່ງຂັນກູ້ຊີບ-ກູ້ໄພ ໄດ້ຮັບລາງວັນທີ 1 ເປັນໜ່ວຍກູ້ໄພທຳອິດຈາກປະເທດລາວທີ່ສາມາດຍາດຂັນລາງວັນສະນະເລີດຈາກໂຮງໝໍຣາຊະວິຖີ ແລະ ຍັງໄດ້ເຂົ້າຮ່ວມທີມເຕາະບານຂອງທີມເຝີກອົບຮົມໄດ້ຮັບລາງ 3 ອີກດ້ວຍ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ...

Read More »

ເປີດນໍາໃຊ້ ໂຮງໝໍມິດຕະພາບຫຼັງໃຫມ່ ຈາກ 150 ຕຽງ ມາເປັນ 308 ຕຽງ

ພິທີເປີດການນຳໃຊ້ໂຮງໝໍມິດຕະພາບຫຼັງໃໝ່-ພາກຂະຫຍາຍ (308 ຕຽງ) ຢູ່ທີ່ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ມີນານີ້, ພາຍຫຼັງໄດ້ດຳເນີນການກໍ່ສ້າງມາແຕ່ເດືອນກໍລະກົດ 2015 ແລະ ສຳເລັດໃນວັນທີ 28 ຕຸລາ 2018. ໂດຍການເຂົ້າຮ່ວມພິທີເປີດການນຳໃຊ້ໂຮງໝໍມິດຕະພາບຫຼັງໃໝ່-ພາກຂະຫຍາຍ (308 ຕຽງ) ຂອງທ່ານ ສົມດີ ດວງດີ, ຮອງນາຍຍົກລັກຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ. ທ່ານ ສະໜອງ ທອງຊະນະ, ຜູ້ອຳນວຍການໂຮງໝໍມິດຕະພາບໄດ້ກ່າວລາຍງານຄວາມເປັນມາຂອງໂຄງການກໍ່ສ້າງໂຮງໝໍມິດຕະພາບຫຼັງໃໝ່ ພາກຂະຫຍາຍ (308 ຕຽງ) ຊາບວ່າ: ໂຮງໝໍແຫ່ງນີ້ເປັນໂຮງໝໍທີ່ ນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝຫຼ້າສຸດ ໃນນະຄອນຫຼວງວຽງຈັນ. ດຳເນີນການກໍ່ສ້າງ ໂດຍບໍລິສັດວາເມັດ (vamed) ຈາກປະເທດໂອຕຣິດ, ເປັນອາຄານຕຶກ 4 ຊັ້ນ ມີເນື້ອທີ່ທັງໝົດ 21.229 ຕາແມັດ. ໃນນັ້ນ ເນື້ອທີ່ການປຸກສ້າງ 17.660 ຕາແມັດ, ...

Read More »

ລັດ ຈະຮື້-ຖອນ ສິ່ງກີດຂວາງຕາມເສັ້ນທາງດົງໂດກ-ສີເກີດ ໃຫ້ສຳເລັດພາຍໃນ 1 ເດືອນ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະຮື້-ຖອນເທີບ-ເງີບ, ຕູບ-ເຕັ້ນ, ປ້າຍໂຄສະນາ ແລະ ສິ່ງປຸກສ້າງອື່ນໆ ທີ່ກວມເອົາເຂດສະຫງວນຂອງທາງດົງໂດກ-ສີເກີດ ເມືອງໄຊທານີ ໃຫ້ສໍາເລັດພາຍໃນ 30 ວັນ ແລະ ສໍາລັບທົ່ວນະຄອນຫຼວງວຽງຈັນ ໃຫ້ສໍາເລັດພາຍໃນປີ 2019. ໃນວັນທີ 27 ກຸມພາ 2019, ໜ່ວຍງານຈັດສັນ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ບຸນຈັນ ແກ້ວສີທໍາມະ ຮອງຫົວໜ້າພະແນກ ຍທຂ ຜູ້ຊີ້ ນໍາວຽກຄຸ້ມຄອງເຄຫາ-ຜັງເມືອງ, ວຽກງານຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ໄດ້ລົງເຄື່ອນໄຫວກວດກາບັນດາຫ້າງຮ້ານຕາມເສັ້ນທາງເອກຂອງຕົວເມືອງໄຊທານີ ທີ່ອາໄສຢູ່ແຄມທາງຖະໜົນດົງໂດກ-ສີເກີດ ແຕ່ສີ່ແຍກໄຟແດງ 450 ປີ ຫາ ສີ່ແຍກໄຟແດງຕານມີໄຊ; ເຊິ່ງເປັນຄັ້ງທໍາອິດຂອງເມືອງ ໂດຍຮ່ວມກັບ ທ່ານ ຄໍາປ່ຽນ ອິນທະລືໄຊ ຮອງເຈົ້າເມືອງໆໄຊທານີ, ມີອໍານາດການປົກຄອງບ້ານສະພັງເມິກ-ບ້ານຊ້າງຄູ້ ພ້ອມກັບພາກສ່ວນກ່ຽວຂ້ອງລົງ ກວດກາ ແລະ ວັດແທກຕາມແລວທາງ ດັ່ງກ່າວ. ທ່ານ ບຸນຈັນ ແກ້ວສີທໍາມະ ໃຫ້ຮູ້ວ່າ: ...

Read More »

ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ໃນວັນທີ 28 ກຸມພາ 2019, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ປະເທດລາວ, ຊຶ່ງການໄດ້ມາສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດ ທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 2 ປະຈໍາປີ 2018-2019 ຢູ່ເຂດເມືອງວຽງໄຊ, ແຂວງຫົວພັນ. ພິທີມອບຮັບຖືກຈັດຂຶ້ນລະຫວ່າງ ທ່ານ ແສງເພັດ ຮຸ່ນບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ເປັນຜູ້ກ່າວມອບ, ແລະ ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ຊຶ່ງຕາງໜ້າໃຫ້ແກ່ລັດຖະບານສະຫະລັດອາເມລິກາ ເປັນຜູ້ກ່າວຮັບ. ນອກນີ້, ເຂົ້າຮ່ວມພິທີ, ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດລາວ, ແລະ ຄະນະພະແນກການຕ່າງປະເທດນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາພະນັກງານວິຊາການຂອງສອງຝ່າຍລາວ-ອາເມຣິກາທີ່ເຮັດວຽກຕົວຈິງໃນພາກສະໜາມຈໍານວນໝຶ່ງ, ຊຶ່ງລວມຜູ້ທີ່ເຂົ້າຮ່ວມທັງໝົດແມ່ນ 150 ຄົນ. ໃນການສໍາຫຼວດ ແລະ ຂຸດຄົ້ນຄັ້ງນີ້, ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ...

Read More »

8 ວິທີເຂົ້າໃຈຜູ້ບໍລິໂພກ ໃນປີ 2019

ເມື່ອຄວາມຕ້ອງການຂອງຜູ້ບໍລິໂພກປ່ຽນແປງທຸກໆນາທີ ທັງຈາກຄວາມກ້າວໜ້າຂອງເຕັກໂນໂລຊີ ການເຂົ້າເຖິງຂໍ້ມູນຂ່າວສານຕ່າງໆຫຼາຍຂຶ້ນ ແບບ Real time, ພຶດຕິກໍາທີ່ມີຄວາມເປັນ Multi-screen ຫຼາຍຂຶ້ນ ລວມໄປເຖິງຄວາມຕ້ອງການຕ່າງໆທີ່ຊັບຊ້ອນ, ລະອຽດ ແລະ ລົງເລິກຍິ່ງກວ່າເກົ່າ ເຮັດໃຫ້ພຶດຕິກຳຜູ້ບໍລິໂພກປ່ຽນໄປ; ເຖິງວ່າຈະເປັນລູກຄ້າຄົນດຽວ ຫຼື ກຸ່ມລູກຄຄ້າດຽວກັນກັບທີ່ ຍີ່ຫໍ້ສິນຄ້າ ຫຼື ນັກການຕະຫຼາດ ແບບທ່ານເຄີຍຮູ້ຈັກ ຫຼືເຂົ້າໃຈ. ແຕ່ໃນອະນາຄົດອັນໃກ້ນີ້ ພວກເຂົາຈະປ່ຽນໄປ ບໍ່ໄດ້ມີຄວາມຕ້ອງການຄືເມື່ອກ່ອນອີກ. ເຊິ່ງບັນຫາເຫຼົ່ານີ້ ນໍາມາເຊິ່ງການປັບຕົວຂອງຕະຫຼາດ ແລະ ນັກໂຄສະນາສິນຄ້າ ໃນການດຶງດູດໃຈຜູ້ບໍລິໂພກທີ່ມີຄວາມທ້າທາຍຫຼາຍຂຶ້ນ. ໂດຍສະເພາະຍຸດທະສາດຕ່າງໆທີ່ຈະສາມາດເຂົ້າເຖິງ ແລະ ຕອບໂຈດຜູ້ບໍລິໂພກໄດ້ຢ່າງມີປະສິດທິພາບນັ້ນ ຈະຕ້ອງສຶກສາໃຫ້ເຂົ້າໃຈເລິກເຊິ່ງກ່ຽວກັບພຶດຕິກໍາ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກໃນໂລກຍຸກໃໝ່. ເຊິ່ງຈາກການວິໄຈກ່ຽວກັບຄວາມຕ້ອງການຂອງຜູ້ບໍລິໂພກໃນປີ 2019 ສາມາດສະຫຼຸບໄດ້ວ່າ ຂະບວນການຂອງຕະຫຼາດໃນປີ 2019 ນັ້ນຈະຕ້ອງມີ 8 ວິທີນີ້: Deeper Personalization: ຫຼື ການເຮັດການຕະຫຼາດແບບລາຍບຸກຄົນທີ່ລົງເລິກ ແລະ ຊັດເຈນຫຼາຍຂຶ້ນ ເຊິ່ງສອດຄ່ອງກັບ ”ເທຣນ” ຜູ້ບໍລິໂພກທີ່ປ່ຽນແປງຈາກເປັນກຸ່ມກ້ອນ (Segmentation) ມາສູ່ແບບກຸ່ມຍ່ອຍ ຫຼືບຸກຄົນ (Fragmentation) ປະກອບກັບຜູ້ປະກອບການຕ່າງກໍມີຂໍ້ມູນຂອງຜູ້ບໍລິໂພກຫຼາຍຂຶ້ນ ລວມໄປເຖິງການພັດທະນາເຕັກໂນໂລຊີໃນເລື່ອງຂອງ AI ...

Read More »

ເປັນ​ຫຍັງ​ຄົນ​ຈີນ​ເຮັດການຄ້າ ຈຶ່ງ​ຮັ່ງມີ?

ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ຜູ້ຂຽນຂໍອະນຸຍາດຂຽນບົດຄວາມກ່ຽວຫຼັກປັດຊະຍາການຄ້າ ຫຼື ອາດຈະວ່າເປັນເຄັດລັບໃນການເຮັດທຸລະກິດທີ່ ໄດ້ຊອກຮູ້ຜ່ານການອ່ານວາລະສານຈາກຕ່າງປະເທດໂດຍສະເພາະຂອງຄົນ 3 ຊາດທີ່ຖືກໂລກຂະໜານນາມໃຫ້ວ່າ: ເປັນຊົນຊາດທີ່ເຮັດການຄ້າຂາຍເກັ່ງທີ່ສຸດໃນໂລກ. ເມື່ອ 18 ປີກ່ອນໄດ້ມີໂອກາດໄປເຝິກອົບຮົມ ແລະເຮັດວຽກຢູ່ທີ່ປະເທດ ສ.ເກົາຫລີ ມີນັກທຸລະກິດທີ່ປະສົບຄວາມສຳເລັດທ່ານໜຶ່ງບອກຂ້າພະເຈົ້າວ່າ: “ຖ້າໄປເປີດຮ້ານຄ້າໃກ້ຄົນ 3 ຊາດນີ້ຂໍໃຫ້ເຈົ້າຈົ່ງຍ້າຍໄປບ່ອນໃໝ່ ເພາະບໍ່ມີທາງທີ່ເຈົ້າຈະຄ້າຂາຍແຂ່ງຂັນກັບພວກເຂົາໄດ້ເພາະພວກເຂົາເຫຼົ່ານີ້ຈະຖ່າຍທອດຫຼັກປັດຊະຍາໃນການເຮັດ ການຄ້າໄປຊົ່ວລູກຊົ່ວຫຼານຂອງເຂົາເຈົ້າ”. ສ່ວນຄົນ 3 ຊາດທີ່ວ່ານັ້ນກໍຄື: ຈີນ, ອິນເດຍ ແລະ ຢິວເຊິ່ງບົດຄວາມທຳອິດ ຜູ້ຂຽນຈະຂໍເລີ່ມທີ່ຄົນຈີນກ່ອນ. ຄົນຈີນ ເປັນຊົນຊາດໜຶ່ງທີ່ມີຄວາມຮັ່ງມີ ແລະ ປະສົບຄວາມສໍາເລັດໃນການສ້າງທຸລະກິດຂອງຕົນເອງ, ບໍ່ວ່າພວກເຂົາຈະດໍາລົງຊີວິດຢູ່ແຫ່ງໃດໃນໂລກນີ້ພວກເຂົາກໍຈະສາມາດສ້າງຖານະຂອງຕົນເອງຈົນປະສົບຄວາມສໍາເລັດ. ສະນັ້ນ, ຄົນຝຣັ່ງຈິ່ງໄດ້ປຽບທຽບຄົນຈີນທີ່ອາໄສຢູ່ໃນປະເທດຝຣັ່ງວ່າ “ຄົນຝຣັ່ງເປັນຄືດັ່ງຄົນລ້ຽງງົວ ແຕ່ຄົນຈີນເປັນຄືດັ່ງຄົນບີບເອົານໍ້ານົມງົວ” ຖືວ່າເປັນຄໍາເວົ້າທີ່ມີຄວາມເໝາະສົມຫຼາຍຕໍ່ຄົນຈີນໃນປັດຈຸບັນນີ້ ເພາະເມື່ອກ່ອນຄົນຝຣັ່ງເປັນຜູ້ຄິດຄົ້ນ ແລະ ຜະລິດສິນຄ້າ ອອກມາແລ້ວ ຄົນຈີນກໍຈະເປັນຜູ້ທີ່ນໍາເອົາສິນຄ້າດັ່ງກ່າວໄປຈໍາໜ່າຍຕໍ່ຈົນເຮັດໃຫ້ຄົນຈີນຮັ່ງມີຫຼາຍກວ່າຜູ້ທີ່ເປັນຄົນຜະລິດ ກໍຄືຄົນຝຣັ່ງຕັ້ງຫຼາຍເທົ່າ. ເພື່ອເປັນການວິເຄາະເລິກເຖິງກົກເຖິງຮາກວ່າເປັນຫຍັງຄົນຈີນຈິ່ງເກັ່ງໃນເລື່ອງການຄ້າ ຜູ້ຂຽນຈິ່ງຂໍອະນຸຍາດນຳບັນດາທ່ານຊ່ວຍຕິດຕາມອ່ານໃຫ້ຈົບທັງສີ່ຕອນ(ສີ່ສະບັບ)ໃນວາລະສານ ທາເກັດເພາະເປັນບົດຄວາມທີ່ຂ້ອນຂ້າງຍາວ ຕ້ອງອ່ານຕໍ່ເນື່ອງກັນຈິ່ງຈົບທັງນີ້ກໍເພື່ອຄວາມເຂົ້າໃຈເຖິງແກ່ນແທ້ທີ່ບໍ່ເຄີຍເປີດເຜີຍມາກ່ອນ. ຄົນຈີນເກັ່ງເລື່ອງເຮັດການຄ້ານັ້ນກໍເພາະປະເທດຈີນມີປະຫວັດສາດທີ່ຍາວນານທີ່ສຸດແຫ່ງໜຶ່ງຂອງໂລກ ພວກເຂົາຮູ້ຈັກເລື່ອງການລົງທຶນເຮັດການຄ້າມາໄດ້ດົນກວ່າ 2.000 ປີແລ້ວ, ນັບໄດ້ຕັ້ງແຕ່ສະໄໝຣາຊະວົງຊິນ (Qin dynasty) ປີ 221 ກ່ອນ ຄສ. ທີ່ເປັນອານາຈັກທຳອິດຂອງຈີນ, ເຊິ່ງກ່ອນໜ້ານັ້ນ ...

Read More »

Brand Storytelling ສຳຄັນຕໍ່ທຸລະກິດຍຸກນີ້ແບບໃດ?

ສະບາຍດີ ທ່ານຜູ້ອ່ານທີ່ຕິດຕາມອ່ານ ວາລະສານທາເກັດເປັນປະຈຳ ສະບັບເດືອນກຸມພາ 2019 ທາງຄໍລຳ Marketing & Branding ຈະມານຳສະເໜີໃຫ້ທຸກທ່ານ ໄດ້ຮູ້ຈັກກັບການສ້າງ Brand Storytelling ຫຼືເລື່ອງເລົ່າຂອງແບຣນ ວ່າມີຄວາມສໍາຄັນແນວໃດ? ຍ້ອນຫຍັງຈຶ່ງຈໍາເປັນຕ້ອງມີໃນທຸລະກິດ? ເນື່ອງຈາກສະບັບທີ່ຜ່ານມາ ຜູ້ຂຽນໄດ້ສະເໜີກ່ຽວກັບການສ້າງ Brand ໃຫ້ກັບທຸລະກິດໄປແລ້ວ ແລະ ຖ້າເຮົາມີ Brand ທີ່ດີແລ້ວ ເຮົາກໍຍັງຈຳເປັນຕ້ອງມີ Brand Storytelling ໃຫ້ກັບທຸລະກິດນຳອີກ ບໍ່ວ່າຈະເປັນສິນຄ້າ ຫຼື ການບໍລິການ. Brand Storytelling ຄືການສ້າງ Brand ໃຫ້ຜູ້ບໍລິໂພກໄດ້ຈື່ ສິນຄ້າ ຫຼື ການບໍລິການໄດ້ດີ ໂດຍຜ່ານການເລົ່າເລື່ອງລາວ ຫຼື ສ້າງຕໍານານໃຫ້ Brand ດ້ວຍເຕັກນິກ Storytelling.  ເນື່ອງຈາກຍຸກນີ້ ທຸກໆ Brand ແມ່ນມີສື່ຢູ່ໃນມືແບບເທົ່າທຽມກັນ, ສາມາດນຳສະເໜີ Brand ໃຫ້ເປັນທີ່ຮູ້ຈັກແບບບໍ່ມີຂີດຈໍາກັດ ແລະໄຮ້ພົມແດນໄດ້. ສະນັ້ນ, ສິ່ງຈໍາເປັນທີ່ຈະເຮັດໃຫ້ແຕ່ລະ Brand ມີຄວາມແຕກຕ່າງ ຫຼື ໂດດເດັ່ນອອກຈາກຄູ່ແຂ່ງ ກໍຄືການສ້າງ ...

Read More »

ຮ້ານ ດັກແດ້ – ເປັນວິສາຫະກິດເພື່ອສັງຄົມ ແບບໃດ? (ອ່ານເລີຍ…)

ວາລະສານທາເກັດສະບັບນີ້ ຈະພາທ່ານມາຮູ້ຈັກກ່ຽວກັບ ວິສາຫະກິດເພື່ອສັງຄົມ (Social Enterprise) ຫົວໜ່ວຍໜຶ່ງ ຊຶ່ງໜ້າສົນໃຈທາງດ້ານແນວຄິດປະສົມປະສານ ດ້ານການຕະຫຼາດທີ່ເນັ້ນໜັກໃສ່ການຊ່ວຍເຫຼືອສັງຄົມເປັນຈຸດເດັ່ນ ໂດຍສະເພາະ ການສ້າງເຄືອຂ່າຍຊາວສວນ ຫຼື ຜູ້ຜະລິດ ກັບຕະຫຼາດໂດຍກົງ, ພ້ອມນັ້ນ, ກໍເນັ້ນໜັກໃນການສ້າງວຽກເຮັດງານທໍາໃຫ້ກັບໄວໜຸ່ມ ນັ້ນກໍຄື ຮ້ານ “ດັກແດ້” ຊຶ່ງຜູ້ລິເລີ່ມສ້າງຕັ້ງມີນໍາກັນ 3 ຄົນຄື: ທ່ານ ນາງ ອານຸສອນ ພິມມະຈັນ, ນາງ ບຸນຍວງ ອຸດົມພອນ ແລະ ນາງ ບຸນຍົງ ອຸດົມພອນ ທີ່ເປັນໝູ່ເຄີຍເຮັດວຽກນໍາກັນມາກ່ອນ ຊຶ່ງເປີດຕົວໃນວັນທີ 11 ມັງກອນ 2018 ຜ່ານມາ. ໃນເບື້ອງຕົ້ນ, ທັງສາມເຫັນໄດ້ເຖິງຊ່ອງວ່າງຂອງໂອກາດທີ່ວ່າ: ຜະລິດຕະພັນບ້ານເຮົາມີຫຼາຍແຕ່ຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ ໂດຍສະເພາະແມ່ນວັດຖຸດິບ ແມ່ນບໍ່ທັນໄດ້ມີການປຸງແຕ່ງ ຫຼື ເພີ່ມມູນຄ່າ ເຊັ່ນ ການຫຸ້ມຫໍ່ໃຫ້ງາມ ແລະ ຊວນຊື້. ພ້ອມນັ້ນ, ຍັງເຫັນວ່າ: ລາວເຮົາ ຍັງບໍ່ມີຜະລິດຕະພັນໃໝ່ໆອອກ; ໂດຍ ນາງ ອານຸສອນ ເອງ ແມ່ນເຮັດວຽກກ່ຽວກັບພັດທະນາ ແລະ ໄດ້ລົງໄປຫຼາຍບ້ານ-ຫຼາຍຊຸມຊົນ ...

Read More »

ບາງກອກແອເວ ເປີດເສັ້ນທາງການບິນໃໝ່ ຊຽງໃໝ່-ກະບີ່ ແລະ ຊຽງໃໝ່-ຫຼວງພະບາງ

ໃນວັນ 28 ກຸມພາ 2019, ທີ່ຈັງຫວັດຊຽງໃໝ່, ປະເທດໄທ.   ບໍລິສັດ ການບິນ ກຸງເທບ ຈໍາກັດ (ມະຫາຊົນ) ຫຼື ສາຍການບິນ ບາງກອກແອເວ ໄດ້ຈັດງານຖະແຫຼງຂ່າວ ເປີດເສັ້ນການບິນໃໝ່ ຊຽງໃໝ່ -ກະບີ່ ແລະ ຊຽງໃໝ່ – ຫຼວງພະບາງ (ສປປ ລາວ) ທີ່ຫ້ອງອາຫານ Time Riverfront Cuisine & Bra ໂຮງແຮມ ນະນິລັນ. ໂດຍມີ ທ່ານ ວະຣົງ ອິດສະຣະເສນາ ນະອະຍຸດທະຍາ ຮອງກຳມະການຜູ້ອຳນວຍການໃຫຍ່ ຝ່າຍຂາຍຂອງສາຍການບິນ ແລະ ທ່ານນາງ ພັກຄະນັນ ວິນິດໄສ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ສຳນັກງານຊຽງໃໝ່ເປັນຜູ້ຖະແຫຼງຂ່າວ ແລະ ທ່ານນາງ ຈັນທິບ ທອງກັນຍາ ຮອງກຳມະການຜູ້ອໍານວຍການໃຫຍ່ ສຳນັກກຳມະການຜູ້ອຳນວຍການໃຫຍ່ ສາຍການບິນ ບາງກອກແອເວ ໃຫ້ກຽດເຂົ້າຮ່ວມໃນງານ. ທ່ານ ວະຣົງ ອິດສະຣະເສນາ ນະອະຍຸດທະຍາ ...

Read More »