ເປັນ​ຫຍັງ​ຄົນ​ຈີນ​ເຮັດການຄ້າ ຈຶ່ງ​ຮັ່ງມີ?

ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ຜູ້ຂຽນຂໍອະນຸຍາດຂຽນບົດຄວາມກ່ຽວຫຼັກປັດຊະຍາການຄ້າ ຫຼື ອາດຈະວ່າເປັນເຄັດລັບໃນການເຮັດທຸລະກິດທີ່
ໄດ້ຊອກຮູ້ຜ່ານການອ່ານວາລະສານຈາກຕ່າງປະເທດໂດຍສະເພາະຂອງຄົນ 3 ຊາດທີ່ຖືກໂລກຂະໜານນາມໃຫ້ວ່າ: ເປັນຊົນຊາດທີ່ເຮັດການຄ້າຂາຍເກັ່ງທີ່ສຸດໃນໂລກ. ເມື່ອ 18 ປີກ່ອນໄດ້ມີໂອກາດໄປເຝິກອົບຮົມ ແລະເຮັດວຽກຢູ່ທີ່ປະເທດ ສ.ເກົາຫລີ ມີນັກທຸລະກິດທີ່ປະສົບຄວາມສຳເລັດທ່ານໜຶ່ງບອກຂ້າພະເຈົ້າວ່າ: “ຖ້າໄປເປີດຮ້ານຄ້າໃກ້ຄົນ 3 ຊາດນີ້ຂໍໃຫ້ເຈົ້າຈົ່ງຍ້າຍໄປບ່ອນໃໝ່ ເພາະບໍ່ມີທາງທີ່ເຈົ້າຈະຄ້າຂາຍແຂ່ງຂັນກັບພວກເຂົາໄດ້ເພາະພວກເຂົາເຫຼົ່ານີ້ຈະຖ່າຍທອດຫຼັກປັດຊະຍາໃນການເຮັດ
ການຄ້າໄປຊົ່ວລູກຊົ່ວຫຼານຂອງເຂົາເຈົ້າ”. ສ່ວນຄົນ 3 ຊາດທີ່ວ່ານັ້ນກໍຄື: ຈີນ, ອິນເດຍ ແລະ ຢິວເຊິ່ງບົດຄວາມທຳອິດ ຜູ້ຂຽນຈະຂໍເລີ່ມທີ່ຄົນຈີນກ່ອນ.

ຄົນຈີນ ເປັນຊົນຊາດໜຶ່ງທີ່ມີຄວາມຮັ່ງມີ ແລະ ປະສົບຄວາມສໍາເລັດໃນການສ້າງທຸລະກິດຂອງຕົນເອງ, ບໍ່ວ່າພວກເຂົາຈະດໍາລົງຊີວິດຢູ່ແຫ່ງໃດໃນໂລກນີ້ພວກເຂົາກໍຈະສາມາດສ້າງຖານະຂອງຕົນເອງຈົນປະສົບຄວາມສໍາເລັດ. ສະນັ້ນ, ຄົນຝຣັ່ງຈິ່ງໄດ້ປຽບທຽບຄົນຈີນທີ່ອາໄສຢູ່ໃນປະເທດຝຣັ່ງວ່າ “ຄົນຝຣັ່ງເປັນຄືດັ່ງຄົນລ້ຽງງົວ ແຕ່ຄົນຈີນເປັນຄືດັ່ງຄົນບີບເອົານໍ້ານົມງົວ” ຖືວ່າເປັນຄໍາເວົ້າທີ່ມີຄວາມເໝາະສົມຫຼາຍຕໍ່ຄົນຈີນໃນປັດຈຸບັນນີ້ ເພາະເມື່ອກ່ອນຄົນຝຣັ່ງເປັນຜູ້ຄິດຄົ້ນ ແລະ ຜະລິດສິນຄ້າ
ອອກມາແລ້ວ ຄົນຈີນກໍຈະເປັນຜູ້ທີ່ນໍາເອົາສິນຄ້າດັ່ງກ່າວໄປຈໍາໜ່າຍຕໍ່ຈົນເຮັດໃຫ້ຄົນຈີນຮັ່ງມີຫຼາຍກວ່າຜູ້ທີ່ເປັນຄົນຜະລິດ ກໍຄືຄົນຝຣັ່ງຕັ້ງຫຼາຍເທົ່າ.

ເພື່ອເປັນການວິເຄາະເລິກເຖິງກົກເຖິງຮາກວ່າເປັນຫຍັງຄົນຈີນຈິ່ງເກັ່ງໃນເລື່ອງການຄ້າ ຜູ້ຂຽນຈິ່ງຂໍອະນຸຍາດນຳບັນດາທ່ານຊ່ວຍຕິດຕາມອ່ານໃຫ້ຈົບທັງສີ່ຕອນ(ສີ່ສະບັບ)ໃນວາລະສານ ທາເກັດເພາະເປັນບົດຄວາມທີ່ຂ້ອນຂ້າງຍາວ ຕ້ອງອ່ານຕໍ່ເນື່ອງກັນຈິ່ງຈົບທັງນີ້ກໍເພື່ອຄວາມເຂົ້າໃຈເຖິງແກ່ນແທ້ທີ່ບໍ່ເຄີຍເປີດເຜີຍມາກ່ອນ.

ຄົນຈີນເກັ່ງເລື່ອງເຮັດການຄ້ານັ້ນກໍເພາະປະເທດຈີນມີປະຫວັດສາດທີ່ຍາວນານທີ່ສຸດແຫ່ງໜຶ່ງຂອງໂລກ ພວກເຂົາຮູ້ຈັກເລື່ອງການລົງທຶນເຮັດການຄ້າມາໄດ້ດົນກວ່າ 2.000 ປີແລ້ວ, ນັບໄດ້ຕັ້ງແຕ່ສະໄໝຣາຊະວົງຊິນ (Qin dynasty) ປີ 221 ກ່ອນ ຄສ. ທີ່ເປັນອານາຈັກທຳອິດຂອງຈີນ, ເຊິ່ງກ່ອນໜ້ານັ້ນ ຈີນເປັນພຽງລັດນ້ອຍໆທີ່ຕັ້ງຢູ່ກະແຈກກະຈາຍຫຼາຍສິບລັດທີ່ຕ່າງກໍເຮັດສົງຄາມຍາດຊິງດິນແດນກັນ.

ໃນສະໄໝນັ້ນມີພໍ່ຄ້າຄົນໜຶ່ງຊື່ ລີ ປູ ເວີຍ (Lü Buwei) ທີ່ຮັ່ງມີຈາກລັດເວ້ (Wey) ພໍດີຕອນນັ້ນລັດຈ້າວ (Zhao) ແລະ ລັດ ຊິນ (Qin) ກຳລັງເຮັດສົນທິສັນຍາສະຫງົບເສິກ ຫຼັງຈາກສູ້ຮົບກັນມາຫຼາຍປີ ໂດຍໃນສົນທິສັນຍາດັ່ງກ່າວ ລັດຊິນຕ້ອງສົ່ງອົງຊາຍ “ຢິ້ເຣັນ” (Yiren) ທີ່ເປັນໜຶ່ງໃນຊາວອົງຊາຍຂອງລັດຊິນໄປເປັນຕົວປະກັນທີ່ລັດຈ້າວ ຫຼັງຈາກນັ້ນພໍ່ຄ້າລີກໍໄດ້ພົບກັບອົງຊາຍ “ຢິ້ເຣັນ” ໂດຍບັງເອີນ ແລະ ເປັນເພື່ອນກັນໃນເວລາຕໍ່ມາ.

ແຕ່ຄວາມຈິງແລ້ວບໍ່ມີໃຜຮູ້ເບື້ອງຫຼັງວ່ານີ້ບໍ່ແມ່ນຄວາມບັງເອີນ ແຕ່ມັນຄືການຈັດສາກ ເພາະກ່ອນໜ້ານັ້ນພໍ່ຄ້າ “ລີ” ເຄີຍຖາມພໍ່ຂອງເພິ່ນວ່າ:

“ຈະໄດ້ກຳໄລເທົ່າໃດ ຖ້າລົງທຶນເຮັດນາປູກເຂົ້າ?” ພໍ່ຂອງເພິ່ນຕອບວ່າ “ຈະໄດ້ກຳໄລປະມານສິບເທົ່າຈາກການລົງທຶນ” ພໍ່ຄ້າ “ລີ” ກໍເລີຍຖາມພໍ່ຂອງເພິ່ນຕື່ມອີກວ່າ “ຈະໄດ້ກຳໄລເທົ່າໃດ ຖ້າລົງທຶນຄ້າຂາຍໄຂ່ມຸກ ແລະ ຢົກ?” ພໍ່ຂອງເພິ່ນໄດ້ຕອບວ່າ “ຈະໄດ້ກຳໄລຮ້ອຍເທົ່າຈາກການລົງທຶນ” “ຈະໄດ້ກຳໄລເທົ່າໃດຈາກການລົງທຶນ ຖ້າໄດ້ຊ່ວຍກໍ່ຕັ້ງຜູ້ປົກຄອງ ແລະ ປົກປ້ອງລັດໃດໜຶ່ງ?” ພໍ່ຄ້າ “ລີ” ໄດ້ຖາມພໍ່ຕື່ມອີກເປັນຄັ້ງທີສາມ ພໍ່ຂອງເພິ່ນກໍເລີຍຕອບວ່າ “ກຳໄລທີ່ໄດ້ຈະສູງເກີນກວ່າຈະປະເມີນລາຄາໄດ້”

ຫຼັງຈາກນັ້ນພໍ່ຄ້າ “ລີ” ກໍກ່າວຕໍ່ວ່າ “ຖ້າຂ້າພະເຈົ້າອຸທິດພະລັງງານທັງໝົດ ເພື່ອເຮັດໄຮ່ໄຖນາແລ້ວ ມັນກໍຍາກທີ່ສຸດທີ່ຂ້າພະເຈົ້າຈະກຸ້ມຢູ່ກຸ້ມກິນມີເຄື່ອງນຸ່ງຄືຄົນອື່ນເຂົາ, ແຕ່ຖ້າຂ້າພະເຈົ້າຫາກປົກປ້ອງລັດ ແລະ ຊ່ວຍກໍ່ຕັ້ງຣາຊະວົງແລ້ວ ຜົນກຳໄລທັງໝົດກໍຈະສືບຕໍ່ໆສູ່ຮຸ່ນລູກ ຮຸ່ນຫຼານ ຂອງຂ້າພະເຈົ້າ.ສະນັ້ນຂ້າພະເຈົ້າຈະຊ່ວຍເຫຼືອອົງຊາຍ “ຢິ້ເຣັນ”ທີ່ຖືກກັກເປັນຕົວປະກັນຢູ່ທີ່ລັດຈ້າວໃຫ້ກ້າວຂຶ້ນເປັນອົງຣາຊາແຫ່ງລັດຊິນໃຫ້ໄດ້”.

ຫຼັງຈາກນັ້ນພໍ່ຄ້າ “ລີ” ກໍເລີ່ມດຳເນີນການວາງແຜນຊື້ຈ້າງບັນດາຂຸນນາງ ເພື່ອປູທາງໃຫ້ອົງຊາຍ “ຢິ້ເຣັນ” ກັບຄືນໄປເປັນອົງມົງກຸດຣາຊະກຸມມານຂອງລັດຊິນເພື່ອຂຶ້ນສືບທອດບັນລັງໃນພາຍພາກໜ້າ ພ້ອມກັນນັ້ນກໍໃຊ້ນາງລຳທີ່ເປັນເມຍລັບຂອງຕົນໃຫ້ກາຍເປັນພະຊາຍາຂອງອົງຊາຍ “ຢິ້ເຣັນ”ໂດຍເຮັດຕັ້ງຕິວ່າລູກໃນທ້ອງຂອງນາງລຳນັ້ນເປັນພະໂອລົດທີ່ເກີດຈາກອົງຊາຍ “ຢິ້ເຣັນ”.ເມື່ອອົງຊາຍ “ຢິ້ເຣັນ” ກັບຄືນລັດຊິນ ແລະ ໄດ້ຖືກແຕ່ງຕັ້ງຂຶ້ນເປັນອົງມົງກຸດຣາຊະກຸມມານແລ້ວ
ບໍ່ດົນອົງຣາຊາຜູ້ເປັນບິດາກໍສະຫວັນຄົດ ຈິ່ງຖືເປັນໂຊກເຂົ້າຂ້າງຂອງອົງມົງກຸດ  “ຢິ້ເຣັນ” ໂດຍໄດ້ຮັບການຊ່ວຍເຫຼືອຈາກພໍ່ຄ້າ “ລີ” ກໍໄດ້ຂຶ້ນເປັນອົງຣາຊາໃນເວລາຕໍ່ມາ.

ແຫຼ່ງຂໍ້ມູນ https://en.wikipedia.org/wiki/Qin_Shi_Huang

(ອ່ານຕໍ່ສະບັບໜ້າ).

ໂດຍ: ກາບແກ້ວ ທຳມະວົງ

(ວາລະສານທາເກັດ ສະບັບ 151 ເດືອນກຸມພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Why are Chinese people rich?

Greetings dear readers! In order to welcome the New Year 2019, I would like to present to you an article regarding trade philosophy or you can call it tips on how to do business like people from 3 nations who are regarded as the best trader.

18 years ago, I had a chance to attend trainings and work in South Korea. I met one successful businessman who told me that “if you open a shop near people from these 3 nations, you should move your business somewhere else because you will never be able to compete with them. They have been educated with a trade philosophy passed down from generation to generation.” The 3 nations refer to Chinese, Indian and Jewish and on my first article, I would like to begin with Chinese people.

Chinese is one of the most wealthiest and successful nations in terms of business in the world. Does not matter where they are, they will be able to establish their business and be successful in the end. With that, French people always metaphorically think of Chinese people living in France that “French are cowmen, while Chinese are those who milk cows.” This saying best fits Chinese people because previously, when French invented and produced goods, Chinese people would buy and sell the goods until they became a lot wealthier than the inventor.

To analyze deeper to find out why Chinese people are so good at trade, I would like to ask dear readers to continue to read this series of 4-chapter article on Target Magazine. As this is a long article, continuing to read all chapters will ensure your full understanding of this issue which has never been exposed elsewhere.

Chinese people are good at trade due to their one of the longest histories in the world. They have known about trade dated back 2000 years ago, since Qin Dynasty or 221BC which was the first dynasty of China. Before then, China was fragmented into several small states battling each other for lands.

At that moment, there was a trader named Lu Buwei who made his fortune in Wey State. During that time, Zhao and Qin State decided to reach an armistice agreement after their long war. The agreement requested Qin to submit Prince Yiren, who was one of the Qin’s princes, as a hostage in Zhao. That was when Lu met with Prince Yiren by accident before eventually becoming friends.

In fact, the meeting was not a coincidence, but a setup by Lu the trader. Before that, he asked his father:

“How much will I get from planting rice?”

His father answered “you will get a 10-time return from your investment”

Lu asked further “how much will I get from selling pearls and jades”

His father responded “you will get a 100-time return”

“How much will I get from helping the founder and governor of state?” Lu questioned for the third time

His father replied “your return will be priceless”

Lu added more that “if I dedicated all of my energies into farming, it would be very difficult to sustain life with good clothes like others. If I help protecting a state and founding a dynasty, all of my next generations will also benefit from this. Therefore, I will help Yiren Prince who is detained in Zhao to be crowned as the King of Qin.”

After that Lu started to corrupt noblemen paving a pathway for Prince Yiren back to Qin as the Crown Prince who would succeed the throne later. In addition, the trader turned a female dancer, his secret wife, who was pregnant at that moment as the spouse of Crown Prince Yiren and pretended that the child belonged to the prince.

Not long after Prince Yiren went back to Qin and was appointed as the Crown Prince, his father passed away. Thanks to this fortunate moment and the assistance from Lu, the Crown Prince eventually ascended the throne as the King.

Subsequently, Lu helped his secret wife who was also Yiren’s spouse going back to the royal palace and becoming the Queen. Later, Yiren’s pseudo son succeeded his throne and became the King named Qin Shi Huang who was able to unite China as one before declaring himself as the King of Qin Dynasty, the first biggest empire of China (to be continued).

Written by Kabkeo Thammavong (Nakkham and Mekong Award winner).

 

Comments