Author Archives: Targetlaos Editor

ເກີດເຫດໄຟໄຫມ້ ປ່າສະຫງວນແຫ່ງຊາດ ພູພະນັງ.

ຫ້ອງວ່າການເມືອງ ສັງທອງ ໃຫ້ຮູ້ວ່າ: ໃນວັນທີ 9 ມີນາ ນີ້, ໄດ້ເກີດເຫດໄຟໄໝ້ປ່າສະຫງວນແຫ່ງຊາດ ພູພະນັງ ເມືອງ ສັງທອງ ນະຄອນຫຼວງວຽງຈັນ ໄດ້ຮັບຄວາມເສຍຫາຍເປັນວົງກ້ວາງເຮັດໃຫ້ເກີດມີໝອກຄວັນປົກຄຸມເຂດຊານເມືອງສີໂຄດ ແລະ ສັງທອງ, ຊຶ່ງມາຮອດ ປັດຈຸບັນ ທາງອຳນາດການປົກຄອງເມືອງ ໄດ້ນຳກຳລັງປະຊາຊົນ ສົມທົບກັບ ກຳລັງທະຫານ ໃນເຂດພື້ນທີ່ ເພື່ອເຂົ້າສະກັດກັ້ນການເກີດໄຟໄໝ້ ທີ່ດັ່ງກ່າວ ແລະ ເລັ່ງສືບສວນ-ສອບສວນ ຫາສາເຫດ, ພ້ອມເຕືອນໃຫ້ປະຊາຊົນຜູ້ຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະວັງຕົນເພື່ອ ຫລີກເວັ້ນຜົນກະທົບຂອງເຫດໄຟໄໝ້ປ່າຄັ້ງນີ້. ທ່ານ ດາວເພັດ ອາລຸນ ເຈົ້າເມືອງ ສັງທອງ ໃຫ້ຮູ້ວ່າ: ເຫດການໄຟໄໝ້ປ່າຄັ້ງນີ້ ໄດ້ຮັບຄວາມເສຍຫາຍແລ້ວປະມານ 80 ເຮັກຕາຄື: ປ່າສະຫງວນພູພະນັງ, ພູຜາເດືອນ, ພູຍາໄຊ, ໃນນັ້ນເສຍຫາຍຫລາຍກ່ວາຫມູ່ເຂດປ່າພູພະນັງ. ຊຶ່ງເບື້ອງຕົ້ນຄາດວ່າ ສາເຫດການເກີດອັກຄີໄພ ອາດຍ້ອນສະພາບອາກາດຮ້ອນອົບເອົ້າ, ຊຶ່ງຜ່ານມາ ກໍເຄີຍເກີດມີສະພາບໄຟໄໝ້ປ່າເກີດຂຶ້ນ, ແຕ່ຢ່າງໃດກໍຕາມ ປັດຈຸບັນ ພວກເຮົາສາມາດດັບມອດໄຟໄວ້ໄດ້ແລ້ວຫລາຍກ່ວາ ເຄິ່ງໜຶ່ງ ແລະ ກຳລັງສືບຕໍ່ດັບມອດໃຫ້ໄວ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍຮ້າຍແຮງ. ໄລຍະນີ້, ໜ້າແລ້ງອາກາດຮ້ອນອົບເອົ້າ ຫາກມີປະກາຍໄຟຕົກລົງໃບໄມ້ກໍຈະກາຍເປັນເຊື້ອໄຟໄດ້. ດັ່ງນັ້ນ, ...

Read More »

ອຸຕຸແຈ້ງເຕືອນ! ວັນທີ 14 – 17 ມີນານີ້ ລະວັງຝົນຕົກ, ຟ້າຮ້ອງ ທົ່ວທຸກພາກທົ່ວປະເທດລາວ

ໃນໄລຍະວັນທີ 14-17 ມີນາ 2019 ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໝາກເຫັບຕົກ ພ້ອມມີລົມພັກແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ດັ່ງນັ້ນ ຈື່ງແຈ້ງເຕືອນເຖິງປະຊາຊົນ ບັນດາເຜົ່າ ຈົ່ງມີສະຕິຕໍ່ສະພາບອາກາດທີ່ຈະເກີດຂື້ນໃນໄລຍະ 1​ອາທິດຕໍ່ໜ້າ ແລະ ໃຫ້ຕີດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກບົດລາຍງານຄາດຄະເນສະພາບອາກາດ ສະບັບເລກທີ 0335/ກອຕທ ລົງວັນທີ 11​ ມີນາ 2019. ໃນໄລຍະວັນທີ 11-13 ມີນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.  

Read More »

ມີທຶນໜ້ອຍ!!! ກໍສາມາດເລີ່ມເຮັດທຸລະກິດໄດ້ ດ້ວຍ 5 ເຄັດລັບນີ້….

ເງິນທຶນເປັນປັດໄຈໜຶ່ງສຳຄັນຂອງການເລີ່ມຕົ້ນເຮັດທຸລະກິດ ແຕ່ກໍບໍ່ແມ່ນທັງໝົດ ຜູ້ປະກອບການຫຼາຍຄົນຕ້ອງຢຸດຄວາມຝັນຂອງຕົນເອງໄວ້ ເພາະຄຳວ່າ “ບໍ່ມີເງິນ” ມາເບິ່ງ 5 ວິທີຕໍ່ໄປນີ້ຈະຊ່ວຍໃຫ້ທ່ານສາມາດເລີ່ມຕົ້ນທຸລະກິດໄດ້ ເຖິງວ່າຈະມີເງິນທຶນພຽງໜ້ອຍດຽວກໍຕາມ. ເຊື່ອວ່າຫຼາຍໆຄົນອາດເຄີຍຢາກເຮັດທຸລະກິດເປັນຂອງຕົນເອງ ແຕ່ຄວາມຄິດນັ້ນກໍຈາງຫາຍໄປ ຫຼື ເປັນໄປບໍ່ໄດ້ ເພາະຄຳວ່າ “ບໍ່ມີເງິນ” ແລະ ກໍເປັນອຸປະສັກທີ່ໃຫຍ່ ສຳລັບຜູ້ປະກອບການຫຼາຍທ່ານ ແຕ່ດຽວນີ້ ຢ່າຟ້າວທໍ້ໃຈ. ມາເບິ່ງ 5 ວິທີ ເຫຼົ່ານີ້ອາດຈະຊ່ວຍຄວາມຝັນຂອງທ່ານໃຫ້ເປັນຈິງໄດ້ ເຖິງວ່າຈະບໍ່ມີເງິນທຶນຫຼາຍ ກໍສາມາດເລີ່ມຕົ້ນທຸລະກິດໄດ້.  1. ເລີ່ມຕົ້ນຈາກທຶນທີ່ມີຢູ່: ກ່ອນທ່ານຈະເລີ່ມຕົ້ນເຮັດທຸລະກິດ ສິ່ງທີ່ທ່ານຄິດຢາກເຮັດ ໃຫ້ທ່ານລອງສຳຫຼວດຕົນເອງ ແລະ ສິ່ງທີ່ທ່ານມີຢູ່ອ້ອມຕົວທ່ານກ່ອນເຊັ່ນ: ສະຖານທີ່ ຖ້າຍັງບໍ່ມີເງິນລົງທຶນໄປເຊົ່າຮ້ານ ກໍລອງປັບມູນໃດມູມໜຶ່ງຂອງເຮືອນທ່ານບ່ອນໃດວ່າງກໍເອົາບ່ອນນັ້ນເລີຍ, ເຄື່ອງອຸປະກອນຕ່າງໆບາງສິ່ງທ່ານອາດຈະມີແລ້ວ ຫຼື ສິ່ງໃດທີ່ສາມາດທົດແທນກັນໄດ້ໂດຍລາຄາບໍ່ແພງຈົນເກີນໄປ ຫຼື ການຕົບແຕ່ງຮ້ານດ້ວຍການລົງມືເຮັດເອງ ແລະ ມີໝູ່ເພື່ອນມາຊ່ວຍເຫຼືອ ກໍເປັນສິ່ງໜຶ່ງທີ່ເຮັດໄດ້ບໍ່ຢາກ. ລອງສຳຫຼວດແລ້ວສຳຫຼວດອີກ ຄິດແລ້ວຄິດອີກ ເພາະທ່ານອາດຈະມີຕົ້ນທຶນທີ່ມີພຽງພໍທີ່ຈະສາມາດເລີ່ມເຮັດທຸລະກິດກໍເປັນໄປໄດ້.  2. ໃຊ້ຈ່າຍສະເພາະຕົ້ນທຶນທີ່ຈຳເປັນ:  ນອກຈາກຄົ້ນຫາຕົ້ນທຶນທີ່ມີຢູ່ແລ້ວ ຈາກນັ້ນກໍລອງຈົດສິ່ງທີ່ຈຳເປັນຕ້ອງໃຊ້ຈ່າຍແທ້ໆ ບໍ່ວ່າຈະເປັນຄ່າວັດຖຸດິບທີ່ຈະລົງທຶນຊື້ເພື່ອໃຫ້ມີສິນຄ້າ ຫຼື ການບໍລິການ, ຄ່າຈົດທະບຽນທຸລະກິດ, ຄ່າໃບອະນຸຍາດ ເອີ້ນງ່າຍໆວ່າ ຕົ້ນທຶນທີ່ຈຳເປັນຕ້ອງຈ່າຍ ເພື່ອສາມາດຄຳນວນໄດ້ຄາວໆວ່າ ຈະຕ້ອງໃຊ້ຕົ້ນທຶນເທົ່າໃດ? 3. ເລີ່ມຕົ້ນແບບຄ່ອຍເປັນຄ່ອຍໄປ ...

Read More »

ຍີ່ປຸ່ນ ຊ່ວຍເຫຼືອລ້າ 65 ຕື້ກ່ວາກີບ ຟື້ນຟູຈາກໄພພິບັດນ້ຳຖ້ວມ ປີ 2018

ພິ­ທີ​ລົງ​ນາມ​ເອ­ກະ­ສານ​ແລກ­ປ່ຽນ​ສຳ­ລັບ​ໂຄງ­ການ​ຊ່ວຍ­ເຫຼືອ​ລ້າ ໃຫ້­ການ​ຟື້ນ​ຟູ​ຈາກ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ຢູ່ ສປປ ລາວ ໃນ​ປີ 2018 ຈັດ​ຂຶ້ນ​ວັນ​ທີ 6 ມີ­ນາ 2019 ຢູ່​ຫ້ອງ­ການ​ສະ­ຫະ​ປະ­ຊາ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ທ່ານ ທາ​ເຄ​ຊິ ຮີ​ຄິ​ຮາ​ຣະ ເອກ​ອັກ​ຄະ​ຣາ​ຊະ​ທູດ​ຍີ່­ປຸ່ນ ປະ­ຈຳ ສປປ ລາວ ກັບ​ທ່ານ Octavian Bivol ຜູ້­ຕາງ­ໜ້າ​ອົງ­ການ UNICEF ປະ­ຈຳ ສປປ ລາວ ທ່ານ Avi Sarkar ທີ່​ປຶກ­ສາ​ພາກ​ພື້ນ​ອົງ­ການ UN-Habitat ປະ­ຈຳ ສປປ ລາວ ທ່ານ Nasar Hayat ຜູ້­ຕາງ­ໜ້າ​ອົງ­ການ FAO ປະ­ຈຳ ສປປ ລາວ ໂດຍ​ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ມູນ​ຄ່າ​ການ​ຊ່ວຍ­ເຫຼືອ​ລ້າ​ຄັ້ງ​ນີ້ 7.6 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 65.23 ຕື້​ກີບ ປະ­ກອບ​ມີ ໂຄງ­ການ​ດ້ານ​ການ​ສຶກ​ສາ ໂດຍ​ອົງ­ການ UNICEF ຈະ​ໃຫ້­ການ​ສະ­ໜັບສະໜູນ​ເພື່ອ​ສົ່ງ­ເສີມ​ການ​ລົງ­ທະ­ບຽນ​ໂຮງ­ຮຽນ ການ​ເຂົ້າ​ຮຽນ​ຢ່າງ​ສະ​ໝ່ຳ​ສະ­ເໝີ ແລະ ການ​ຮຽນ​ຮູ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ​ໃຫ້​ເດັກ­ນ້ອຍ​ກ່ອນ ແລະ ...

Read More »

ຕ້ອງການງົບກວ່າ 5 ຕື້ກີບ ອະນາໄມຄອງ, ທໍ່ລະບາຍນ້ຳ ອັ່ງໃນລະດູຝົນ

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ຕ້ອງການງົບປະມານໃນການອະນາໄມຄອງນ້ຳ 4 ຕົວເມືອງໃນ ນະຄອນຫຼວງ ເພື່ອແກ້ໄຂບັນຫານ້ຳຖ້ວມອັ່ງໃນເວລາຝົນຕົກໜັກ, ຂະນະທີ່ປັດຈຸບັນງົບທີ່ສະໜອງເຂົ້າໃນໜ້າວຽກດັ່ງກ່າວມີພຽງ 10% ເທົ່ານັ້ນ. ທ່ານ ນາງ ວາດສະໜາ ອິນສີຊຽງໃໝ່ ຮອງຫົວໜ້າຂະແໜງຄຸ້ມຄອງຮ່ອງລະບາຍນ້ຳ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ໃຫ້ສໍາພາດວ່າ: ກ່ຽວກັບບັນຫານ້ຳຖ້ວມອັ່ງເສັ້ນທາງເວລາຝົນຕົກໜັກໃນເຂດນະຄອນຫຼວງວຽງຈັນ ປັດຈຸບັນມີຈຸດສຸມເຝົ້າລະວັງຕະຫຼອດເວລາ ແລະ ແກ້ໄຂໃຫ້ທັນສະພາບການ ໂດຍສະເພາະແມ່ນບັນດາຮ່ອງແຄມທາງ 5 ຖະໜົນ ຄື: 1). ຖະໜົນຫຼວງພະບາງ ແຕ່ໄຟແດງສີໄຄ ຫາ ໜ້າໂຮງໝໍເມືອງສີໂຄດຕະບອງ; 2). ຖະໜົນສຸພານຸວົງ ( ແຕ່ຕະຫຼາດຊັ່ງຈຽງ ຫາ ວັດໄຕນ້ອຍ ); 3). ຖະໜົນກຳແພງເມືອງ ( ຈຸດໄຟແດງທາດຫຼວງ ແລະ ຈຸດໄຟແດງໂພນປ່າເປົ້າ ); 4). ຖະໜົນມິດຕະພາບ ລາວ – ໄທ ( ຈຸດຄ້ອຍຂ້າງໂຮງຮຽນການຊ່າງລາວ ...

Read More »

ງານແຂ່ງຂັນປັ່ນລົດຖີບ BIKE FOR HER 2019 ມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ກວ່າຄົນ.

ວາລະສານ ຂວັນໃຈ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ແລະ  ສະຫະພັນລົດຖີບແຫ່ງຊາດລາວ.  ໄດ້ຈັດງານແຂ່ງຂັນປັ່ນລົດຖີບເພື່ອການກຸສົນເປັນປີທີ 2 ພາຍໃຕ້ຊື່ໂຄງການ  “Bike for her 2019” ເພື່ອຊີງຄວາມເປັນໜຶ່ງໃນແຂ່ງຂັນກິລາປັ່ນລົດຖີບຂອງນັກກິລາລາວ ແລະ ພ້ອມກັນປະກາດຈຸດຢືນ  ລົນນະລົງ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງລະດົມເງິນບໍລິຈາກເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ ຜ່ານກິດຈະກຳເຝິກອົບຮົມວິຊາຊີບ ຂອງສູນກາງສະຫະພັນແມ່ຍິງລາວ ແລະ ເປັນການສ້າງຂະບວນການ ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 109 ປີ.   ງານແຂ່ງຂັນປັ່ນລົດຖີບ “Bike for her 2019” ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມີນາ 2019 ຢູ່ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ເປັນກຽດຮ່ວມເປັນປະທານໃນງານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສິລິປັນຍາ ຮອງລັດທະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານນາງ ເຈນ ຊາດເລີ ...

Read More »

ເສັ້ນທາງເຂົ້າສູ່ເມືອງວັງວຽງ ຕະຫຼອດເສັ້ນທາງ ກຳລັງປູຢາງໝາກຕອຍ

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ເສັ້ນທາງເຂົ້າສູ່ເມືອງວັງວຽງ ເກືອບຕະຫຼອດເສັ້ນທາງ ໄດ້ຮັບການປູຢາງໝາກຕອຍແລ້ວ ແຕ່ໃຫ້ມີຄວາມລະມັດລະວັງ ບັນຫາ ຄາບຢາງໝາກຕອຍ ດີດໃສ່ລົດ ພ້ອມນັ້ນ ໃຫ້ລະມັດລະມັງ ບັນຫາ ເສັ້ນທາງໝື່ນ ໂດຍສະເພາະ ຜູ້ຂີ່ລົດຈັກ ລົດໃຫຍ່. ສະເພາະໃນວັນທີ 8 ມີນາ 2019 ຜ່ານມາ ມີອຸບັດຕິເຫດທັງຫມົດ 11 ຄັ້ງ ຈາກປັນຫາທາງໝື່ນ! ແນະນໍາ ໃຫ້ຜູ້ຂັບຂີ່ ຫລຸດຜ່ອນຄວາມໄວ ເມື່ອເຂົ້າເຂດດັ່ງກ່າວ ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

Read More »

ລັດປະກາດຍົກເລີກ ໂຄງການພັດທະນາແຫຼ່ງທ່ອງທ່ຽວວັງວຽງ ຍ້ອນ…

ວັງວຽງທີ່ເປັນແຫຼ່ງທ່ອງທ່ຽວຂຶ້ນຊື່ຂອງລາວ ຍ້ອນມີທິວທັດທຳມະຊາດທີ່ຈັບອົກຈັບໃຈຜູ້ທີ່ໄດ້ໄປພົບເຫັນ ແຕ່ດ້ວຍແນວຄວາມຄິດທີ່ຢາກຕອບສະໜອງຄວາມສະດວກສະບາຍ ແລະ ເພີ່ມທາງເລືອກແກ່ແຂກນັກທ່ອງທ່ຽວ, ປີ 2018 ຜ່ານມາ ຈິ່ງໄດ້ມີການອະນຸມັດໃຫ້ສຶກສາສໍາຫຼວດໂຄງການພັດທະນາແຫຼ່ງທ່ອງທ່ຽວໃນເມືອງດັ່ງກ່າວ ແລະ ກາຍເປັນຂ່າວຢ່າງໂດ່ງດັງໃນວົງສັງຄົມ ເຊິ່ງສ່ວນໃຫຍ່ແລ້ວບໍ່ເຫັນດີໃນການສ້າງອາຄານຫຼູຫຼາບົດດບັງຄວາມສວຍງາມຂອງທຳມະຊາດໃນເມືອງວັງວຽງ. ໃນເບື້ອງຂອງພັກ-ລັດຖະບານກໍ່ບໍ່ໄດ້ນິ້ງນອນໃຈຕໍ່ບັນຫາດັ່ງກ່າວ ຫຼ້າສຸດນີ້ທາງການແຂວງວຽງຈັນ ແມ່ນໄດ້ປະກາດລົບລ້າງການສຶກສາສຳຫຼວດພັດທະນາແຫຼ່ງທ່ຽວເມືອງວັງວຽງໄປແລ້ວ. ອີງຕາມຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆວຽງຈັນ ສະບັບເລກທີ 074/ຈຂ.ວຈ ລົງວັນທີ 1 ກຸມພາ 2019 ວ່າດ້ວຍການລົບລ້າງການຈັດຕັ້ງປະຕິບັດ ໂຄງການສຶກສາສໍາຫຼວດ ຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວຢູ່ບ້ານຫ້ວຍສະເຫງົ້າ, ບ້ານ ນູດິນແດງ ແລະ ບ້ານປາກເປາະ, ເມືອງ ວັງວຽງ, ແຂວງ ວຽງຈັນ. ເຊິ່ງຂໍ້ຕົກລົງສະບັບນີ້ ແມ່ນເຫັນດີໃຫ້ລົບລ້າງການຈັດຕັ້ງປະຕິບັດ ໂຄງການສຶກສາສຳຫຼວດ ຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວ ຢູ່ບ້ານຫ້ວຍສະເຫງົ້າ, ບ້ານ ນູດິນແດງ ແລະ ບ້ານປາກເປາະ, ເມືອງ ວັງວຽງ, ແຂວງວຽງຈັນ ຂອງກຸ່ມບໍລິສັດ ພັດທະນາເຂດເສດຖະກິດສະເພາະບໍ່ເຕັນລາວ ຈຳກັດ ທີ່ໄດ້ເຊັນລົດບັນທຶກຄວາມເຂົ້າໃຈ (MOU) ສະບັບລົງວັນທີ 19 ສິງຫາ 2018. ເຫັນດີລົບລ້າງຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆວຽງຈັນ ວ່າດ້ວຍ ...

Read More »

ຄະນະຈັດຕັ້ງສູນກາງພັກ ລົງວິໄນພະນັກງານຂັ້ນສູງ ແຂວງວຽງຈັນ 7 ຄົນ 

ຄະນະຈັດຕັ້ງສູນກາງພັກ ແຈ້ງການ ເລກທີ 48/ຄຈສພ ລົງວັນທີ 22/2/2019 ເຖິງຄະນະປະຈຳພັກແຂວງວຽງຈັນ ເລື່ອງ: ຈັດຕັ້ງການລົງວິໄນຕໍ່ພະນັກງານຂັ້ນສູນກາງຄຸ້ມຄອງຢູ່ອົງຄະນະພັກແຂວງວຽງຈັນ ຈຳນວນ 7 ຄົນ ຄະນະຈັດຕັ້ງສູນກາງພັກຖືເປັນກຽດແຈ້ງມາຍັງຄະນະປະຈຳພັກແຂວງວຽງຈັນ ໃຫ້ຈັດສັນເວລາປະຊຸມຄົບຄະນະບໍລິຫານງານພັກແຂວງ ແລ້ວແຈ້ງໃຫ້ໜ່ວຍງານສະເພາະກິດ ຕາມທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ທີ່ກ່າວມາຂ້າງເທິງນັ້ນ ເພື່ອເຂົ້າຮ່ວມຕິດຕາມ ແລະ ຜ່ານມະຕິຕົກລົງວ່າດ້ວຍການລົງວິໄນຕໍ່ພະນັກງານລັກຂັ້ນສູນກາງຄຸ້ມຄອງນຳພາຢູ່ໃນອົງຄະນະພັກແຂວງຂອງຕົນ ມອບໃຫ້ສະຫາຍເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ເປັນເຈົ້າການເຮັດວຽກງານນຳພາແນວຄິດຕໍ່ບັນຫາດັ່ງກ່າວ. ລາຍຊື່ເປົ້າໝາຍທີ່ຈະປະກາດວິໄນມີດັ່ງນີ້: 1. ສະຫາຍນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ 2. ສະຫາຍດາວເຮືອງ ນັນທະວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຫົວໜ້າພະແນກການເງິນແຂວງ 3. ສະຫາຍ ບຸນມີພຸດທະວົງ ອາດີດ ຮອງເຈົ້າແຂວງໆວຽງຈັນ ປັດຈຸບັນເປັນຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ 4. ສະຫາຍ ວິລັດ ສີສຸວົງ ອາດີດຫົວໜ້າຫ້ອງວ່າການແຂວງ ປັດຈຸບັນເປັນກຳມະການປະຈຳພັກແຂວງ, ປະທານ ກວດກາພັກ-ລັດແຂວງ 5. ສະຫາຍ ພູວອນ ບຸນວິໄລ ອາດີດຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ, ປັດຈຸບັນເປັນກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໝື່ນ ...

Read More »

ຢາກໄປຮຽນຕໍ່ໂທ ຢູ່ຊຽງໃໝ ສະໝັກດ່ວນ….

ສົນໃຈສະໝັກຮຽນຕໍ່ໂທ ຫຼັກສູດສາກົນ ສາຂາ ວິທະຍາສາດສັງຄົມ ທີ່ມະຫາວິທະຍາໄລຊຽງໄໝ ປະເທດໄທ ອ່ານທາງນີ້ ! ສິດທິພິເສດ ແກ່ຜູ້ສະໝັກ ຈາກ ສປປ ລາວ ດ້ວຍທຶນຮຽນ 100% ! ປິດຮັບສະໝັກ: 31/3/2019 ລາຍລະອຽດ ແລະ ວິທີການສະໝັກທີ່: http://rcsd.soc.cmu.ac.th/home/ Call for applicants: MA in Social Science (Development Studies) – Specialization in Land Issues – at Chiang Mai University. SCHOLARSHIPS ARE AVAILABLE Want to work in Development? Looking for a career as a sustainability professional, social researcher, development ...

Read More »