8 ວິທີເຂົ້າໃຈຜູ້ບໍລິໂພກ ໃນປີ 2019

ເມື່ອຄວາມຕ້ອງການຂອງຜູ້ບໍລິໂພກປ່ຽນແປງທຸກໆນາທີ ທັງຈາກຄວາມກ້າວໜ້າຂອງເຕັກໂນໂລຊີ ການເຂົ້າເຖິງຂໍ້ມູນຂ່າວສານຕ່າງໆຫຼາຍຂຶ້ນ ແບບ Real time, ພຶດຕິກໍາທີ່ມີຄວາມເປັນ Multi-screen ຫຼາຍຂຶ້ນ ລວມໄປເຖິງຄວາມຕ້ອງການຕ່າງໆທີ່ຊັບຊ້ອນ, ລະອຽດ ແລະ ລົງເລິກຍິ່ງກວ່າເກົ່າ ເຮັດໃຫ້ພຶດຕິກຳຜູ້ບໍລິໂພກປ່ຽນໄປ; ເຖິງວ່າຈະເປັນລູກຄ້າຄົນດຽວ ຫຼື ກຸ່ມລູກຄຄ້າດຽວກັນກັບທີ່ ຍີ່ຫໍ້ສິນຄ້າ ຫຼື ນັກການຕະຫຼາດ ແບບທ່ານເຄີຍຮູ້ຈັກ ຫຼືເຂົ້າໃຈ. ແຕ່ໃນອະນາຄົດອັນໃກ້ນີ້ ພວກເຂົາຈະປ່ຽນໄປ ບໍ່ໄດ້ມີຄວາມຕ້ອງການຄືເມື່ອກ່ອນອີກ. ເຊິ່ງບັນຫາເຫຼົ່ານີ້ ນໍາມາເຊິ່ງການປັບຕົວຂອງຕະຫຼາດ ແລະ ນັກໂຄສະນາສິນຄ້າ ໃນການດຶງດູດໃຈຜູ້ບໍລິໂພກທີ່ມີຄວາມທ້າທາຍຫຼາຍຂຶ້ນ. ໂດຍສະເພາະຍຸດທະສາດຕ່າງໆທີ່ຈະສາມາດເຂົ້າເຖິງ ແລະ ຕອບໂຈດຜູ້ບໍລິໂພກໄດ້ຢ່າງມີປະສິດທິພາບນັ້ນ ຈະຕ້ອງສຶກສາໃຫ້ເຂົ້າໃຈເລິກເຊິ່ງກ່ຽວກັບພຶດຕິກໍາ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກໃນໂລກຍຸກໃໝ່. ເຊິ່ງຈາກການວິໄຈກ່ຽວກັບຄວາມຕ້ອງການຂອງຜູ້ບໍລິໂພກໃນປີ 2019 ສາມາດສະຫຼຸບໄດ້ວ່າ ຂະບວນການຂອງຕະຫຼາດໃນປີ 2019 ນັ້ນຈະຕ້ອງມີ 8 ວິທີນີ້:

  1. Deeper Personalization: ຫຼື ການເຮັດການຕະຫຼາດແບບລາຍບຸກຄົນທີ່ລົງເລິກ ແລະ ຊັດເຈນຫຼາຍຂຶ້ນ ເຊິ່ງສອດຄ່ອງກັບ ”ເທຣນ” ຜູ້ບໍລິໂພກທີ່ປ່ຽນແປງຈາກເປັນກຸ່ມກ້ອນ (Segmentation) ມາສູ່ແບບກຸ່ມຍ່ອຍ ຫຼືບຸກຄົນ (Fragmentation) ປະກອບກັບຜູ້ປະກອບການຕ່າງກໍມີຂໍ້ມູນຂອງຜູ້ບໍລິໂພກຫຼາຍຂຶ້ນ ລວມໄປເຖິງການພັດທະນາເຕັກໂນໂລຊີໃນເລື່ອງຂອງ AI ຫຼື Machine Learning ເພີ່ມຫຼາຍຂຶ້ນ. ເຮັດໃຫ້ສາມາດຮູ້ຈັກຜູ້ບໍລິໂພກໄດ້ດີຂຶ້ນ, ຈາກຄວາມສົນໃຈທີ່ລູກຄ້າແຕ່ລະຄົນຕອບສະໜອງຕໍ່ “ໂປຣໂມຊັນ”, ບົດຄວາມ ຫຼື ຂໍ້ສະ ເໜີຕ່າງໆ ທີ່ຍີ່ຫໍ້ມອບໃຫ້; ເຮັດໃຫ້ສາມາດຂະຫຍາຍຈາກການເຮັດການຕະຫຼາດແບບສະເພາະກຸ່ມໃດກຸ່ມໜຶ່ງ ມາເປັນການລົງທຶນສູ່ຄົນໃດຄົນໜຶ່ງຫຼາຍຂຶ້ນ. ໂດຍສາມາດຕອບສະໜອງຄື Offer ສິ່ງໃດສິ່ງໜຶ່ງທີ່ກົງກັບຜູ້ບໍລິໂພກຄົນນັ້ນໆຕ້ອງການຫຼາຍຂຶ້ນອີກດ້ວຍ.
  2. Improvement Content Driven: ຫຼື ການນໍາສະເໜີ ”ຄອນເທັນ” ທີ່ມີປະໂຫຍດ ຫຼື ຊ່ວຍໃຫ້ຜູ້ບໍລິໂພກສາມາດພັດທະນາຕົວເອງໄດ້; ເນື່ອງຈາກວ່າ ຄວາມສາມາດໃນການເຂົ້າເຖິງ Social media ແລະ ຢູ່ທ່າມກາງ ”ຄອນເທັນ” ຈໍານວນຫຼາຍ ເຮັດໃຫ້ຜູ້ບໍລິໂພກເບິ່ງວ່າ: ຄວາມສໍາເລັດບໍ່ແມ່ນເລື່ອງໄກຕົວ ແລະ ມີຕົວຢ່າງໃຫ້ສຶກສາໄດ້ມາຈາກຂໍ້ມູນທີ່ເປັນປະໂຫຍດເຊັ່ນ: “ຄອນເທັນ”ໃນກຸ່ມ How to ຫຼື ການເບິ່ງຍີ່ຫໍ້ຫໍ້ ທີ່ຈະຊ່ວຍເພີ່ມຄວາມສາມາດໃຫ້ກ້າວສູ່ຄວາມສໍາເລັດຕາມທີ່ຕ້ອງການ. ໂດຍສະເພາະສິນຄ້າທີ່ສາມາດແບ່ງປັນປະສົບການໃຫ້ ກັບຜູ້ບໍລິໂພກໄດ້ຫຼາຍກວ່າພຽງການຕອບຂໍ້ຄວາມ ຫຼື ຫຼາຍກວ່າການໂຄສະນາ ແຕ່ສາມາດເຊື່ອມໂຍງກັບຜູ້ບໍລິໂພກໃນຮູບແບບໃໝ່ໆ ຫຼື ເປັນປະໂຫຍດຕໍ່ການພັດທະນາຕົວເອງຂອງຜູ້ບໍລິໂພກ.
  3. Being Real: ຍີ່ຫໍ້ທີ່ສາມາດໃຫ້ຄວາມເຊື່ອໝັ້ນກັບຜູ້ບໍລິໂພກໄດ້ຄື ຍີ່ຫໍ້ທີ່ມີຄວາມຈິງໃຈ, ມີຄວາມຊື່ສັດສອດຄ່ອງກັບໜຶ່ງໃນ ”ເທຣນ” ຜູ້ບໍລິໂພກ ທີ່ພະຍາຍາມຊອກຫາຄວາມຈິງໃຈ ແລະ ຕົວຕົນຂອງສິນຄ້າຫຼາຍຂຶ້ນເຊັ່ນ: ເມື່ອຕ້ອງການຂາຍເຄື່ອງກໍຂາຍກົງໆ ຫຼື ດິບໆໄດ້ເລີຍ. ເພາະຜູ້ບໍລິໂພກສະຫຼາດ ແລະ ຮູ້ທັນການຕະຫຼາດຫຼາຍຂຶ້ນ, ການຂາຍເຄື່ອງແບບແອບແຝງຄືທີ່ຜ່ານມາຈະເຮັດໃຫ້ຜູ້ບໍລິໂພກຮູ້ສຶກວ່າ ຍີ່ຫໍ້ເອງບໍ່ມີຄວາມຈິງໃຈ ແລະ ເປັນໜຶ່ງໃນເຫດຜົນທີ່ຜູ້ບໍລິໂພກເລືອກທີ່ຈະຮັບຂໍ້ມູນໃນກຸ່ມ KOL- Key Opinion Leaders ຫຼາຍກວ່າ ຈາກຍີ່ຫໍ້ໂດຍກົງ ເຊິ່ງນອກຈາກຊື່ສັດແລ້ວ ຍັງຕ້ອງ Real time ນໍາອີກ​ ພະຍາຍາມເຂົ້າໄປຢູ່ໃນກະແສທີ່ Positive ກໍຈະຊ່ວຍເພີ່ມການວິເຄາະຈາກຜູ້ບໍລິໂພກໄດ້ຫຼາຍຂຶ້ນ.
  4. Control & Meaningful: ວິທີນີ້ຈະຊ່ວຍໃຫ້ຜູ້ບໍລິໂພກຮັບ ຫຼື ວິເຄາະຂໍ້ຄວາມ ແລະ ບົດຄວາມຕ່າງໆຈາກຍີ່ຫໍ້ຫຼາຍຂຶ້ນ; ດ້ວຍການໃຫ້ອໍານາດແກ່ຜູ້ບໍລິໂພກ ໃນການເລືອກຮັບ ຫຼື ເລືອກເວລາທີ່ຈະຮັບບົດຄວາມຕ່າງໆໄດ້ຕາມຄວາມຕ້ອງການ ຫຼື ໃຫ້ຄວາມຮູ້ສຶກວ່າເປັນຜູ້ຄວບຄຸມ ແລະ ອະນຸຍາດໃຫ້ຂໍ້ຄວາມຕ່າງໆຂອງຍີ່ຫໍ້ເຂົ້າມາສື່ສານໄດ້ດ້ວຍຕົນເອງ ໂດຍບໍ່ຮູ້ສຶກວ່າຖືກບັງຄັບຈົນເກີນໄປ. ລວມທັງເຂົ້າໃຈຕໍ່ສິ່ງທີ່ຜູ້ບໍລິໂພກຊອກຫາ ຫຼື ສ້າງຄວາມສໍາພັນລະຫວ່າງຍີ່ຫໍ້ກັບຜູ້ບໍລິໂພກ ຈາກການເຂົ້າໃຈຍຸດທະສາດ Personalization ຫຼື ຄວາມແຕກຕ່າງຂອງຜູ້ບໍລິໂພກແຕ່ລະຄົນ ເພື່ອໃຫ້ຍີ່ຫໍ້ຂອງຕົນເອງມີປະໂຫຍດ ຫຼື ມີຄວາມໝາຍຕໍ່ຜູ້ບໍລິໂພກແຕ່ລະຄົນ ໂດຍສະເພາະການເຂົ້າຫາຜູ້ບໍລິໂພກດ້ວຍຂໍ້ມູນທີ່ເລິກເຊິ່ງຖືກຕ້ອງ ແລະການເຮັດວຽກທີ່ເໝາະສົມ.
  5. Newness & Excitement: ການສ້າງປະສົບການໃຫ້ກັບຍີ່ຫໍ້ໃໝ່ໆ ເພື່ອໃຫ້ຍີ່ຫໍ້ ຫຼື ບົດຄວາມຂອງຍີ່ຫໍ້ສາມາດພັດທະນາ ຫຼື ສ້າງຄວາມໂດດເດັ່ນໃຫ້ຕົວເອງຫຼາຍຂຶ້ນ ທ່າມກາງພາວະ Content ເຫຼືອເຊື່ອເກີນໄປທີ່ຜູ້ບໍລິໂພກກໍາລັງພົບພໍ້ຢູ່ຕອນນີ້ ດ້ວຍການເຮັດໃຫ້ບົດຄວາມຈາກຍີ່ຫໍ້ມີຄວາມແຕກຕ່າງ ຫຼື ສ້າງຄວາມຕື່ນເຕັ້ນ ແລະ ໜ້າສົນໃຈໃຫ້ກັບຜູ້ບໍລິໂພກໄດ້ ຈົນນໍາມາສູ່ Brand Conversation ທີ່ເພີ່ມຂຶ້ນມາໄດ້.
  6. ການສ້າງ Total Brand Experience ຫຼື ການເຂົ້າໃຈ Journey ຕະຫຼອດທຸກຂັ້ນຕອນຂອງຜູ້ບໍລິໂພກຕັ້ງແຕ່ເລີ່ມຮູ້ສຶກດີ ຈົນນໍາໄປສູ່ການຕັດສິນໃຈຊື້ ຫຼື Action ໂດຍເບິ່ງການສ້າງປະສົບການໂດຍລວມທີ່ໄຫຼຕໍ່ກັນ ແລະ ເປັນ Seamless ບໍ່ແມ່ນແຕ່ໄລຍະໃດໜຶ່ງ ຫຼື ແຍກຕາມປະເພດຂອງສື່ ແຕ່ຕ້ອງສາມາດປະສານ (Integrated) ທຸກປະສົບການມາຕໍ່ກັນ ເພື່ອສ້າງທຸກອົງປະກອບທີ່ກ່ຽວຂ້ອງກັບຍີ່ຫໍ້ ທີ່ສາມາດເຮັດໃຫ້ລູກຄ້າເພິ່ງພໍໃຈໄດ້ຕະຫຼອດ.
  7. Nemo Marketing: ອີກໜຶ່ງຍຸດທະສາດສໍາລັບນັກການຕະຫຼາດທີ່ຄວນຮຽນຮູ້ ໃນການເຮັດການຕະຫຼາດປີ 2019 ຄືການຄິດໄວ, ເຮັດໄວ ແລະ ປ່ຽນແປງໄວ; ເພາະຜູ້ບໍລິໂພກປັດຈຸບັນທີ່ປ່ຽນແປງຢ່າງໄວວາ ເຖິງວ່າຈະເປັນຜູ້ບໍລິໂພກຄົນເກົ່າ ຫຼື ກຸ່ມເກົ່າກໍປ່ຽນແປງໄປຕ່າງເກົ່າ ຈາກທີ່ຍີ່ຫໍ້ເຄີຍຮູ້ຈັກ, ຈຶ່ງບໍ່ສາມາດຄາດເດົາ ຫຼືຕັດສິນຜູ້ບໍລິໂພກໄດ້ງ່າຍໆອີກຕໍ່ໄປ. ດັ່ງນັ້ນ, ການດໍາເນີນໂຄງການຕ່າງໆຈໍາເປັນຕ້ອງ Taste & Trial ເພື່ອຮຽນຮູ້ ແລະປັບຕົວໄປເລື້ອຍໆ.
  8. Mystique Marketing: ຕ້ອງມີຄວາມສາມາດພິເສດໃນການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມຕ່າງໆໄດ້ດີ ໂດຍສະເພາະການພະຍາຍາມເຂົ້າໃຈຜູ້ບໍລິໂພກ ແລະ ສາມາດເຂົ້າໄປຢູ່ໃນກະແສທີ່ຜູ້ບໍລິໂພກໃຫ້ຄວາມສົນໃຈ ໂດຍສະເພາະກະແສທີ່ເປັນ Positive ຫຼື Top Search Topic ຕ່າງໆ ເພື່ອໃຫ້ຍີ່ຫໍ້ເຂົ້າໄປມີສ່ວນຮ່ວມກັບສິ່ງຕ່າງໆທີ່ຄົນກໍາລັງໃຫ້ຄວາມສົນໃຈຢ່າງໄວວາ.

ບັນດາທ່ານ, ເຖິງວ່າທ່ານຈະວາງຍຸດທະສາດໃນການສື່ສານ ຫຼື ເຂົ້າໃຈຜູ້ບໍລິໂພກມາເປັນຢ່າງດີ ແຕ່ບາງຄັ້ງກໍມີໂອກາດທີ່ຈະເກີດຄວາມຜິດພາດໄດ້ເຊັ່ນກັນ. ດັ່ງນັ້ນ, ການສ້າງສິ່ງປ້ອງກັນສໍາຄັນ ໂດຍສະເພາະການມີເຄື່ອງມືກ່ຽວກັບ Social Listening ຕ່າງໆ ຈຶ່ງມີຄວາມສໍາຄັນຫຼາຍເຊັ່ນກັນ. ເພື່ອໃຫ້ສາມາດ Mornitor ຫຼື ຕິດຕາມຄວາມເປັນໄປ, ລວມທັງຄວາມຮູ້ສຶກຕ່າງໆທີ່ຜູ້ບໍລິໂພກມີຕໍ່ຍີ່ຫໍ້. ເມື່ອມີຈຸດອ່ອນເກີດຂຶ້ນ ສິ່ງທີ່ຄວນເຮັດກໍຄືແກ້ໄຂ ແລະ ຮັບມືກັບສະຖານະການໃຫ້ໄດ້ຢ່າງທ່ວງທັນ ກ່ອນທີ່ຈະລຸກລາມກວ້າງອອກໄປ ຈົນນໍາໄປສູ່ຄວາມເສຍຫາຍຕໍ່ຍີ່ຫໍ້ຫຼາຍຂຶ້ນ.

(ວາລະສານທາເກັດ ສະບັບ 151 ເດືອນກຸມພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

8 ways to understand consumers in 2019

When consumer’s demand changes so rapidly by becoming more complex, detailed and sophisticated triggered by the advancement of technology which enables a real-time access to information and the increase of multi-screen behaviors, consumer’s behaviors also change. Customers, whether an individual or a group, that you have been familiar with will later no longer have the same need as they do now. These issues make marketing and advertising approach more challenging which require adjustment in order to ensure attractiveness for a certain product. In order to form strategies which are able to effectively reach and respond to customer’s need, behaviors and demands of consumers in this new era must be thoroughly understood. According to an analysis regarding consumer’s demand in 2019, it can be summarized that a marketing approach for 2019 must consist of the following 8 elements:

  1. Deeper Personalization or a marketing approach focuses mainly and clearly on an individual which works in line with the shift from segmentation to fragmentation trend. We are in the era when entrepreneurs possess more information about their consumers plus the advancement of technology, such as AI or Machine Learning, which enables us to know and understand more about our customers judging from the way they react to “promotion,” content or offer given by a particular brand. With that, we are able to alter our marketing approach which focused on a particular group before towards concentrating more on a specific person now. Moreover, we can now provide the right product to an individual customer more easily.

 

  1. Improvement Content Driven or the introduction to a useful “content” which helps consumers in self-improvement. Due to the ease of accessing social media and a tremendous amount of contents available, consumers are now feeling that success is not far from reach. They can study from tons of examples online, such as “content” in the how-to category or learn from famous brands as a guiding pathway towards achievement, especially brands that help sharing experience rather than just focusing on chatting with customers or advertisement, but ones that have applied new methods in interacting with consumers or help them in self-improvement.

 

  1. Being Real: brands that are able to create trust among customers refer to ones that are honest and straightforward to consumers in compliance with the “trend” now when consumers always seek for honesty and the real identity of a certain brand. For instance, when you want to sell something, just say you want to sell it. Customers nowadays are a lot smarter and can keep up with any marketing trick which will not work anymore. On the contrary, such trick will reveals dishonesty. Customers now tend to inquire information from key opinion leaders rather than directly from a certain brand because it is more accurate and real-time. Businesses must stay in these positive trends in order to help them learn more about consumers.

 

  1. Control and Meaningful: this method will help consumers to receive or analyze messages and news from any brand more easily. This allows customers to choose whether they would like to receive what kind of news and when to receive it giving them the power to control the communication without the feeling of being forced. Business owners must also understand what consumers are seeking or form relationship between brand and customers based on the understanding that each customer shares different personality or identification. This will help them make their brand useful or meaningful to each consumer, especially to communicate properly with consumers with detailed and accurate information.

 

  1. Newness and Excitement: create products embedded with new experience in order for them or their content to help developing or boosting brand image. In the mid of an incredibly high-content environment that consumers are facing now, coming up with a unique, exciting or interesting product content will trigger a wider brand conversation among consumers.

 

  1. Total Brand Experience or the understanding of consumer’s emotional journey starting from feeling pleasure to making decision or taking action to buy a particular product by looking at the total brand experience they had with the good in order to help strengthening a brand which will constantly satisfy customers.

 

  1. Nemo Marketing: this is another must-know strategy for marketing planner. Business in 2019 must think, act and adapt fast because consumer’s need can change so rapidly from one brand to another making it more difficult to know what their demand really is. Therefore, business operators must keep learning through test and trial, and adapting to change.

 

  1. Mystique Marketing: businesses must be an expert adapting themselves well to any environment, especially the attempt to understand consumers and enter into their trend of interest whether it is a positive trend they followed or their top search topic online. This helps your brand getting engaged with public interest quickly.

Dear readers, even though you have set a perfect strategy to help you communicate and understand your customers well, problems can still arise. Therefore, you must prevent issues from happening by utilizing social listening tools to help you monitor situations or follow your customers to learn about their feeling towards your brand. If weakness is spotted, you should immediately fix it before it spreads out and yields more damage to your brand.

 

Comments