Brand Storytelling ສຳຄັນຕໍ່ທຸລະກິດຍຸກນີ້ແບບໃດ?

ສະບາຍດີ ທ່ານຜູ້ອ່ານທີ່ຕິດຕາມອ່ານ ວາລະສານທາເກັດເປັນປະຈຳ ສະບັບເດືອນກຸມພາ 2019 ທາງຄໍລຳ Marketing & Branding ຈະມານຳສະເໜີໃຫ້ທຸກທ່ານ ໄດ້ຮູ້ຈັກກັບການສ້າງ Brand Storytelling ຫຼືເລື່ອງເລົ່າຂອງແບຣນ ວ່າມີຄວາມສໍາຄັນແນວໃດ? ຍ້ອນຫຍັງຈຶ່ງຈໍາເປັນຕ້ອງມີໃນທຸລະກິດ? ເນື່ອງຈາກສະບັບທີ່ຜ່ານມາ ຜູ້ຂຽນໄດ້ສະເໜີກ່ຽວກັບການສ້າງ Brand ໃຫ້ກັບທຸລະກິດໄປແລ້ວ ແລະ ຖ້າເຮົາມີ Brand ທີ່ດີແລ້ວ ເຮົາກໍຍັງຈຳເປັນຕ້ອງມີ Brand Storytelling ໃຫ້ກັບທຸລະກິດນຳອີກ ບໍ່ວ່າຈະເປັນສິນຄ້າ ຫຼື ການບໍລິການ.

Brand Storytelling ຄືການສ້າງ Brand ໃຫ້ຜູ້ບໍລິໂພກໄດ້ຈື່ ສິນຄ້າ ຫຼື ການບໍລິການໄດ້ດີ ໂດຍຜ່ານການເລົ່າເລື່ອງລາວ ຫຼື ສ້າງຕໍານານໃຫ້ Brand ດ້ວຍເຕັກນິກ Storytelling.  ເນື່ອງຈາກຍຸກນີ້ ທຸກໆ Brand ແມ່ນມີສື່ຢູ່ໃນມືແບບເທົ່າທຽມກັນ, ສາມາດນຳສະເໜີ Brand ໃຫ້ເປັນທີ່ຮູ້ຈັກແບບບໍ່ມີຂີດຈໍາກັດ ແລະໄຮ້ພົມແດນໄດ້. ສະນັ້ນ, ສິ່ງຈໍາເປັນທີ່ຈະເຮັດໃຫ້ແຕ່ລະ Brand ມີຄວາມແຕກຕ່າງ ຫຼື ໂດດເດັ່ນອອກຈາກຄູ່ແຂ່ງ ກໍຄືການສ້າງ Storytelling ໃຫ້ຜູ້ບໍລິໂພກມີຄວາມຮູ້ສຶກຜູກພັນກັບ Brand ເມື່ອລູກຄ້າຄິດເຖິງສິນຄ້າໃນຕະຫຼາດກຸ່ມນີ້ກໍຈະຄິດເຖິງ Brand ເຮົາເປັນອັນດັບຕົ້ນໆ. ເອີ້ນໄດ້ວ່າ Brand Storytelling ແມ່ນສາມາດເຮັດໃຫ້ທຸລະກິດກ້າວສູ່ຄວາມເປັນດາວເດັ່ນຂອງຕະຫຼາດໄດ້.

Storytelling ເປັນຮູບແບບການເລົ່າເລື່ອງຄືກັບນິທານ ຫຼື ນະວະນິຍາຍ, ລະຄອນ, ເລົ່າປາກຕໍ່ປາກ, ສ້າງອາລົມຮ່ວມໃຫ້ຄົນສົນໃຈ ແລະ ຈື່ຈຳເລື່ອງລາວໄດ້ດີ. ການເລົ່າເລື່ອງແບບ Storytelling ເຮັດໃຫ້ຜູ້ບໍລິໂພກນັ້ນຮູ້ສຶກມີອາລົມຮ່ວມ ຄືກັບໄດ້ເຂົ້າໄປຢູ່ໃນບົດເລື່ອງ ຫຼືຕົວລະຄອນທີ່ຖືກຖ່າຍທອດ, ເຮັດໃຫ້ສາມາດຈື່ເນື້ອເລື່ອງໄດ້ຫຼາຍກວ່າ ແລະ ຍັງເຮັດຜູ້ບໍລິໂພກສາມາດນໍາເອົາເລື່ອງນັ້ນໄປເລົ່າຕໍ່ໄດ້.

ຍົກຕົວຢ່າງງ່າຍໆ: ທີ່ເຮົາມັກເຫັນ ໂຄສະນາ ຢູ່ປະເທດເພື່ອນບ້ານ (ປະເທດໄທ) ທີ່ເຮົາເຈົ້າຂ້ອຍມັກເຫັນເລື້ອຍໆໃນໂທລະພາບກໍຄື: ໂຄສະນາເລື່ອງໄທປະກັນໄພຊີວິດ, ການກູ້ຍືມເງິນຈາກທະນາຄານ, ເງິນຕິດລໍ້ ແລະ ໂຄສະນາໃໝ່ໆທີ່ຮູ້ດີແມ່ນ ໂຄສະນາກ້ອງວົງຈອນປິດ ທີ່ມີຄົນບ້າ ຄົນໜຶ່ງມັກນອນເຝົ້າໜ້າຮ້ານໃຫ້ຊາຍຄົນໜຶ່ງ. ທີ່ໃຊ້ຮູບແບບການສ້າງເລື່ອງເລົ່າ ຫຼື Storytelling ໃຫ້ຄົນຈື່ຈໍາແບຣນໄດ້ດີຂຶ້ນ ໂດຍການສ້າງບົດເລື່ອງທີ່ຕື່ນຕາຕື່ນໃຈ, ເປັນເລື່ອງຊີວິດ ໃຫ້ເຮົາມີອາລົມຄວາມຮູ້ສຶກຮ່ວມ ຄືກັບການເບິ່ງລະຄອນ ແຕ່ແຝງໄປດ້ວຍການໂຄສະນາຂາຍ ຫຼື ສຸດທ້າຍແລ້ວແມ່ນການໂຄສະນານັ້ນເອງ.

ຈາກຜົນງານການວິໄຈ ທີ່ໃຫ້ຄົນນຳສະເໜີສິນຄ້າຄົນລະ 1 ນາທີ ເປັນ 2 ຮູບແບບ ຄື: ການນຳສະເໜີດ້ວຍຂໍ້ມູນຄວາມຈິງ ຜ່ານຮູບພາບ ຫຼື ຕາຕະລາງ ຜົນປາກົດວ່າ ຜູ້ທີ່ຟັງສາມາດຕອບສະຖິຕິຕ່າງໆໄດ້ພຽງ 5% ເທົ່ານັ້ນ ໃນຂະນະທີ່ການນຳສະເໜີອີກຮູບແບບໜຶ່ງຄື: ການເລົ່າເລື່ອງ ຫຼື Storytelling ຜົນປາກົດວ່າ ຜູ້ຟັງສາມາດຈື່ຂໍ້ມູນເພີ່ມຂຶ້ນ 63% ເນື່ອງຈາກວ່າການເລົ່າເລື່ອງນັ້ນສາມາດໄປກະຕຸ້ນສະໝອງຫຼາຍໆສ່ວນເຊັ່ນ: ສ່ວນການປະມວນຜົນພາບ, ສຽງ, ກິ່ນ, ການເຄື່ອນໄຫວ ແລະ ຄວາມຄິດ. ສະນັ້ນ, ຈຶ່ງສະຫຼຸບໄດ້ວ່າ ຜູ້ຄົນສ່ວນຫຼາຍແມ່ນຈະມີຄວາມຈື່ຈຳທີ່ດີທີສຸດຖ້າຜ່ານການເລົ່າເລື່ອງ. ດັ່ງນັ້ນ, ຜູ້ປະກອບການໃນຍຸກນີ້ ຈຶ່ງຄວນປັບປ່ຽນວິທີການນຳສະເໜີຈາກຂໍ້ມູນຄວາມຈິງສູ່ຮູບແບບຂອງ Storytelling ໄດ້ແລ້ວ.  

(ອ່ານວາລະສານທາເກັດ ສະບັບ 151 ເດືອນກຸມພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

How is brand storytelling important

to your business in today’s world?

 Target’s February Marketing & Branding column introduces you all to “brand storytelling” but how is this important and why is it essential in business? In our last issue, we introduced the concept of brand building for a business and if we have a brand which is already good, we must also use brand storytelling for it, irrespective of whether our product is goods or services.

Brand storytelling is similar to brand building but for consumers to remember the goods or services well, we can do so through a story or create a tradition using storytelling techniques because in this day and age, all brands have the same media at their disposal and there are no limits or borders to the extent to which they can present their brand to be known. Therefore, the key thing to do for each brand to make itself unique and set itself apart from the rest is to tell a story to consumers to make them feel attached to us. Whenever a customer is thinking about goods in our market sector, they will think of our brand first. This is known as ‘brand storytelling’ and it can be used for businesses to reach the pinnacle of their market.

Storytelling is done in the same way as just telling a story, narrative, drama, or something spread by word of mouth to build sentiment in those who are interested and ensure that they remember it well. Storytelling makes consumers feel that we share the same heart and mind just as if they played a part in the story or drama being told. It makes them remember the story itself better and they can go on to spread the word.

Simple example of storytelling: The reason we enjoy watching advertisements from neighboring countries (Thailand) and like watching them over and over again on TV for life insurance, bank loans, auto finance, and a new advertisement we know well – a CCTV advertisement in which a mentally disabled person sleeps outside the business of another man. This uses storytelling for people to remember the brand better by creating a story to catch their attention. It is a real life story and elicits mutual emotion just like when watching a drama but includes our sales advertisement too or at the end, presents the advertisement.

Research shows that two sample groups of people shown a presentation of goods for one minute in two different ways – by presenting the true information in picture or tables results in only 5% of them remembering the statistic while the other sample group watches a presentation using storytelling and 63% can remember it because they can identify with the story and this stimulates multiple parts of the brain by – for example – using pictures, sounds, odors, movements, and ideas. We can therefore come to the conclusion that most people remember things best if communicated through a story so entrepreneurs of today should adapt their methods for introducing their product and use storytelling rather than just presenting the factual information.

 

Comments