ຮ້ານ ດັກແດ້ – ເປັນວິສາຫະກິດເພື່ອສັງຄົມ ແບບໃດ? (ອ່ານເລີຍ…)

ວາລະສານທາເກັດສະບັບນີ້ ຈະພາທ່ານມາຮູ້ຈັກກ່ຽວກັບ ວິສາຫະກິດເພື່ອສັງຄົມ (Social Enterprise) ຫົວໜ່ວຍໜຶ່ງ ຊຶ່ງໜ້າສົນໃຈທາງດ້ານແນວຄິດປະສົມປະສານ ດ້ານການຕະຫຼາດທີ່ເນັ້ນໜັກໃສ່ການຊ່ວຍເຫຼືອສັງຄົມເປັນຈຸດເດັ່ນ ໂດຍສະເພາະ ການສ້າງເຄືອຂ່າຍຊາວສວນ ຫຼື ຜູ້ຜະລິດ ກັບຕະຫຼາດໂດຍກົງ, ພ້ອມນັ້ນ, ກໍເນັ້ນໜັກໃນການສ້າງວຽກເຮັດງານທໍາໃຫ້ກັບໄວໜຸ່ມ ນັ້ນກໍຄື ຮ້ານ “ດັກແດ້” ຊຶ່ງຜູ້ລິເລີ່ມສ້າງຕັ້ງມີນໍາກັນ 3 ຄົນຄື: ທ່ານ ນາງ ອານຸສອນ ພິມມະຈັນ, ນາງ ບຸນຍວງ ອຸດົມພອນ ແລະ ນາງ ບຸນຍົງ ອຸດົມພອນ ທີ່ເປັນໝູ່ເຄີຍເຮັດວຽກນໍາກັນມາກ່ອນ ຊຶ່ງເປີດຕົວໃນວັນທີ 11 ມັງກອນ 2018 ຜ່ານມາ. ໃນເບື້ອງຕົ້ນ, ທັງສາມເຫັນໄດ້ເຖິງຊ່ອງວ່າງຂອງໂອກາດທີ່ວ່າ: ຜະລິດຕະພັນບ້ານເຮົາມີຫຼາຍແຕ່ຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ ໂດຍສະເພາະແມ່ນວັດຖຸດິບ ແມ່ນບໍ່ທັນໄດ້ມີການປຸງແຕ່ງ ຫຼື ເພີ່ມມູນຄ່າ ເຊັ່ນ ການຫຸ້ມຫໍ່ໃຫ້ງາມ ແລະ ຊວນຊື້. ພ້ອມນັ້ນ, ຍັງເຫັນວ່າ: ລາວເຮົາ ຍັງບໍ່ມີຜະລິດຕະພັນໃໝ່ໆອອກ; ໂດຍ ນາງ ອານຸສອນ ເອງ ແມ່ນເຮັດວຽກກ່ຽວກັບພັດທະນາ ແລະ ໄດ້ລົງໄປຫຼາຍບ້ານ-ຫຼາຍຊຸມຊົນ ແລະ ຂາຮຸ້ນອີກຄົນໜຶ່ງ ກໍເຮັດວຽກກັບເຄືອຂ່າຍຊາວກະສິກອນ ເຫັນວ່າ: ຜະລິດຕະພັນເບື້ອງຕົ້ນຂອງລາວເຮົາ ຖືກສົ່ງອອກ ໃນລັກສະນະເປັນວັດຖຸດິບສ່ວນໃຫຍ່ ຫຼື ເຄິ່ງແປຮູບ ແລ້ວນໍາເຂົ້າມາຂາຍຢູ່ລາວຄືນ. ສະນັ້ນ, ຮ້ານ ດັກແດ້ ແມ່ນເລີ່ມຕົ້ນການສ້າງມູນຄ່າເພີ່ມໃຫ້ກັບສິນຄ້າ ໂດຍເບື້ິອງຕົ້ນແມ່ນເຮັດກະຕ່າຂອງຂວັນປີໃໝ່ ທີ່ເອົາຜະລິດຕະລາວໃສ່ທັງໝົດ, ເພາະທີ່ສັງເກດເຫັນກະຕ່າປີໃໝ່ ສ່ວນຫຼາຍແມ່ນເຄື່ອງຈາກຕ່າງປະເທດມາຫຸ້ມຫໍ່. ສິ່ງສໍາຄັນ ສິນຄ້າໃນຮ້ານເຮົາຈະເນັ້ນວ່າ: ຈະຕ້ອງເປັນຜະລິດຕະພັນທີ່ເປັນທໍາມະຊາດ ແລະ ມີຜົນດີຕໍ່ສຸຂະພາບເປັນຫຼັກ ແລະ ມີຄຸນນະພາບ.

ການເຮັດທຸລະກິດ ເພື່ອສັງຄົມ ໃຫ້ຕ່າງຈາກທຸລະກິດອື່ນ ແມ່ນເນັ້ນໜັກໃສ່ການສ້າງສາຍພົວພັນໂດຍກົງລະຫວ່າງຊາວສວນ ຫຼື ຜູ້ຜະລິດໂດຍກົງກັບຕະຫຼາດ ເພື່ອໃຫ້ໃຫ້ເຂົາເຈົ້າມີສິນຄ້າມາຂາຍຢູ່ຕະຫຼາດ, ສາມາດວາງຂາຍຕາມ “ຊຸບເປີມາເກັດ” ແລະ ເຮົາຈະຊ່ວຍດ້ານການຫຸ້ມຫໍ່ ຫຼື ດ້ານຄຸນະພາບ ເພື່ອໃຫ້ຄົນເຫັນແລ້ວຢາກຊື້. ຮ້ານເຮົາທີ່ເຮົາຕັ້ງຊື່ວ່າ “ດັກແດ້” ຍ້ອນວ່າທາງເຮົາຢາກເຮັດເລື່ອງພັດທະນານັກທຸລະກິດໄວໜຸ່ມ ເພື່ອຊ່ວຍໄວໜຸ່ມທີ່ຢາກເຮັດທຸລະກິດ ສາມາດເຮັດທຸລະກິດໄດ້. ພ້ອມນັ້ນ, ໃນຮ້ານຂອງພວກເຮົາ ກໍຈະມີຜະລິດຕະພັນຈາກບໍລິສັດທີ່ມີເຄື່ອງຢູ່ແລ້ວ ເຮົາກະເອົາມາວາງຂາຍນໍາເພື່ອໃຫ້ມີຄວາມຫຼາກຫຼາຍໃນຮ້ານເຮົາ ໂດຍເຮົາຈະຫັກເປີເຊັນການຂາຍ ເພື່ອໃຊ້ເຂົ້າໃນເຮັດການຕະຫຼາດ. ພ້ອມນັ້ນ, ກໍໄດ້ສ້າງໂຄງການ “ຂອງດີບ້ານເຮົາ” ຈັດຂຶ້ນເດືອນ 9/2018 ທີ່ຜ່ານມາ ເຊິ່ງວ່າເຮົາຈະເຮັດວຽກກັບໄວໜຸ່ມອາຍຸ 18-25 ປີ ເຮົາຈະຊ່ວຍເຂົາເຈົ້າຊອກຫາທຸລະກິດທີ່ເຂົາເຈົ້າຢາກເຮັດ ພັດທະນາຜະລິດຕະພັນຂອງແຂວງຂອງເຂົາເຈົ້າ ເພື່ອມາວາງຂາຍຕາມ “ຊຸບເປີມາເກັດ” ຫຼືວາງຂາຍຢູ່ຮ້ານເຮົາກໍໄດ້ ເຊິ່ງຮ້ານເຮົາເປີດໃຫ້ໄວໜຸ່ມມາວາງເຄື່ອງຂາຍໄດ້. ໃຜທີ່ມີຜະລິດຕະພັນ ແຕ່ບໍ່ຮູ້ໄປວາງຂາຍຢູ່ໃສ ກໍສາມາວາງຢູ່ຮ້ານເຮົາໄດ້ ແລະ ເງິນຈາກການຂາຍເຄື່ອງ 5% ເຮົາຈະຫັກໄວ້ເປັນກອງທຶນພັດທະນາໄວໜຸ່ມ ເວລາທີ່ເຂົາເຈົ້າຢາກເຂົ້າມາເຝິກເຮົາຈະເຝິກໃຫ້ ໂດຍບໍ່ໄດ້ເສຍຄ່າ. ປັດຈຸບັນ, ເຮົາເຮັດການຕະຫຼາດໂຄສະນາຮ້ານຂອງເຮົາ ຜ່ານ Facebook Page ແລະ ຕິດຕໍ່ບໍລິສັດທ່ອງທ່ຽວ ໃຫ້ເອົາກຸ່ມນັກທ່ອງທ່ຽວມາລົງ.​ ປັດຈຸບັນຮ້ານເຮົາມີສິນຄ້າເກືອບທົ່ວທຸກແຂວງມາວາງຂາຍ ແລະ ຄາດວ່າໃນອະນາຄົດຈະໃຫ້ໄດ້ໝົດທຸກແຂວງ ເພື່ອນໍາເອົາຜະລິດຕະພັນທີ່ເປັນເອກະລັກຂອງແຂວງເຂົາເຈົ້າ ແລະ ສິ່ງທີ່ເຂົາເຈົ້າສົນໃຈ ນໍາມາສ້າງເປັນສິນຄ້າໃຫ້ພວກເຂົາສາມາດເຮັດເປັນ Startup ດ້ວຍຕົນເອງໄດ້.

ໃນປີຜ່ານມາ, ເຮົາໄດ້ລົງທຶນເລື່ອງການພັດທະນາຜະລິດຕະພັນຫຼາຍ, ລວມເຖິງການທົດລອງເອງເລື່ອງວັນໝົດອາຍຸຕ່າງໆ. ບັນຫາທີ່ພົບສ່ວນໃຫຍ່ ແມ່ນ ເລື່ອງລາຄາ ແລະ ຄຸນະພາບ ກໍຄືມາດຕະຖານຂອງສິນຄ້າ; ຕົວຢ່າງ: ກະຕ່າທີ່ເອົາມາເຮັດກະຕ່າປີໃໝ່ທີ່ເຮົາສັ່ງມາ, ບາງອັນກໍຜະລິດບໍ່ໄດ້ຕາມມາດຕະຖານຂອງເຮົາ ແລະ ຜະລິດບໍ່ທັນຕາມຈໍານວນທີ່ຕ້ອງການ, ຊຶ່ງກໍເຮັດໃຫ້ເຮົາເສຍລູກຄ້າໄປ ເພາະວ່າລູກຄ້າທີ່ເປັນລາຍໃຫຍ່ເຮົາຈະບໍ່ມີເຄື່ອງພໍໃຫ້ເຂົາເຈົ້າ. ໃນການສັ່ງຜະລິດບາງເທື່ອກໍບໍ່ໄດ້ຕາມທີ່ເຮົາຕ້ອງການ ບາງອັນກະບໍ່ງາມ ນ້ອຍແນ່, ໃຫຍ່ແນ່,  ແຕ່ເຮົາສັ່ງນໍາຊາວບ້ານແມ່ນເຮົາຕ້ອງໄດ້ຊື້ໝົດ ແຕ່ຜູ້ທີ່ເພິ່ນມາຊື້ເພິ່ນກໍເລືອກ, ໂຕທີ່ບໍ່ໄດ້ມາດຕະຖານເຮົາກະຕ້ອງໄດ້ຂາຍຫຼຸດ ໃນການຊື້ເຮົາກະຊື້ຫຼຸດຄືກັນ ເພື່ອໃຫ້ເຂົາເຈົ້າພັດທະນາໄປພ້ອມກັບເຮົາ, ເຊິ່ງເຮົາຈະເຮັດຕິດພັນກັບຊາວບ້ານຫຼາຍ ຄືໄລຍະງານຫັດຖະກໍາເຮົາ ກໍພາເຂົາເຈົ້າມາເບິ່ງຮ້ານເຮົາວ່າ ຜະລິດຕະພັນຂອງເຂົາເຈົ້າເຮົາເອົາມາເຮັດຫຍັງ? ເຮົາໃຊ້ຫຍັງ? ແລະ ເຮົາຂາຍໃຫ້ໃຜ ເພື່ອໃຫ້ພວກເຂົາເຂົ້າໃຈສະພາບເຮົາຈຶ່ງເຮັດວຽກນໍາກັນງ່າຍ.

ຜະລິດຕະພັນຂອງເຮົາເຖິງວ່າຈະແພງກວ່າຜະລິດຕະພັນທົ່ວໄປໜ້ອຍໜຶ່ງ ແຕ່ໃຫ້ເຊື່ອໝັ້ນວ່າ ເປັນຜະລິດຕະພັນທໍາມະຊາດ, ປອດສານພິດ ແລະ ເຮົາກໍມີເບື້ອງຫຼັງທີ່ດີໃນການຊ່ວຍສະໜັບສະໜູນສັງຄົມ. ການເຮັດທຸລະກິດເພື່ອສັງຄົມນີ້ ບໍ່ພຽງແຕ່ເບິ່ງດ້ານສັງຄົມຢ່າງດຽວ, ເຮົາເບິ່ງເລື່ອງສິ່ງແວດລ້ອມນໍາ.  ໃນເລື່ອງການຕະຫຼາດເຮົາກະໄດ້ມີການລົມກັບຮ້ານໃຫຍ່ໆເພື່ອເອົາສິນຄ້າເຮົາໄປວາງຂາຍ, ເຮົາມີແຜນຈະເຮັດ “ແຄັດຕະລ໊ອກ” ເພື່ອສົ່ງແບບ “ເດຣີ່ເວີລີ່ນໍາ”, ແລ້ວ ກໍຈະຂາຍ Service ໃຫ້ກັບຜູ້ທີ່ສົນໃຈເລື່ອງການພັດທະນາຜະລິດຕະພັນຊາວບ້ານ ໂດຍສະເພາະແມ່ນ ສະມາຄົມບໍ່ຫວັງຜົນກໍາໄລ ທີ່ເຮົາເຄີຍເຮັດນໍາເຂົາເຈົ້າຜ່ານມາ.

ໃນອະນາຄົດ ເຮົາກະຢາກໃຫ້ມີຜະລິດຕະພັນຄົບທຸກແຂວງມາວາງຂາຍ ຈາກພູມປັນຍາຊາວບ້ານ ແລະ ຈາກໄວໜຸ່ມທີ່ສົນໃຈ, ຢາກໃຫ້ສິນຄ້າຂອງເຮົາໄດ້ສົ່ງອອກຕ່າງປະເທດ ເພາະປັດຈຸບັນກະໄດ້ມີການລົມໆກັບເຂົາເຈົ້າຢູ່ ຫາກໍສົ່ງຕົວຢ່າງໄປມີ: ໝາກແຄ່ນ, ກັບຊາ; ພ້ອມທັງພັດທະນາຜະລິດຕະພັນລາວໄປເລື້ອຍໆ.

ສຸດທ້າຍຢາກຝາກເຖິງຄົນທີ່ຢາກເຮັດທຸລະກິດວ່າ: ຖ້າຢາກເຮັດທຸລະກິດຕ້ອງຄິດເຖິງສິ່ງທີ່ຕົນເອງມັກ ຕ້ອງຮັກໃນສິ່ງທີ່ຕົນເອງເຮັດ ແລະ ຕ້ອງຊອກຮູ້ລົງເລິກໃນຂົງເຂດທີ່ຕົນເອງຢາກເຮັດ, ຕ້ອງມີຄວາມສາມາດໃນດ້ານນັ້ນ; ຖ້າເຮົາມັກອັນໃດຈົ່ງເຮັດໃຫ້ເຖິງທີ່ສຸດ ແລະ ໃຊ້ສິ່ງທີ່ມີໃຫ້ເປັນປະໂຫຍດທີ່ສຸດ. ແຕ່ສໍາລັບທຸລະກິດເພື່ອສັງຄົມ ສາມາດເບິ່ງໄດ້ຫຼາຍແນວ ຕ່າງປະເທດເຂົາເຮັດຫຼາຍແລ້ວ ແຕ່ບ້ານເຮົາຍັງບໍ່ຫຼາຍເທື່ອ ຢາກໃຫ້ຂະຫຍາຍຂຶ້ນ ເປັນທຸລະກິດທີ່ໃຫ້ຄໍາຕອບຂອງສັງຄົມ ແລະ ກໍເປັນການພັດທະນາຊຸມຊົນ ຄື ຊື່ສັດກັບທັງຜູ້ຜະລິດ ແລະ ລູກຄ້າ.

(ວາລະສານທາເກັດ ສະບັບ 151 ເດືອນກຸມພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Dakdae Shop – a social enterprise

On this issue of our magazine, we would like to introduce you to a social enterprise which conducts a business with a marketing approach concentrating on helping society, especially in linking farmers and producers directly to markets. In addition, the business also focuses on creating jobs for young people at “Dakdae Shop” which was originally established on January 11, 2018 by 3 founders: Ms. Anousone Phimmachanh, Ms. Bounyuang Oudomphone and Ms. Bounyong Oudomphone, who have been co-workers before.

At first, the 3 found out that Laos has a lot of undeveloped raw materials available which could be processed or value-added, for instance put in proper and beautiful packaging to attract buyers. At the same time, they also noticed that Laos did not have any new product. Through the experience of Ms. Anousone who has been working in development visiting several communities and her partner who also has worked with many agricultural groups

, they have seen that most of Lao exports are raw materials or semi-processed goods to be fully processed externally before being imported back to Laos. Therefore, Dakdae would like to add value to Lao products, for example we sell a New Year basket containing only made-in Lao goods, which is different from other baskets sold generally where they put only foreign-made products inside. What is important about our shop is that we only sell things that are natural and healthy with good quality.

Our social enterprise is different from other types of business because it aims at linking farmers or producers directly to markets i.e. enable them to sell their products directly to markets, have their goods displayed at a “supermarket” and we help them with packaging design or quality control in order to increase the attractiveness of their goods. Our shop is named “Dakdae” because we would like to focus our main mission on young entrepreneurship by helping young people doing business. Moreover, we also help selling products from other companies to earn some commission from them and spend the income on marketing. We also launched a project called “Good thing from our home” on September 2018 which we worked together with young people aged from 18-25 by helping them find the right business choice, how to improve their provincial products to be sold at a “supermarket” or at our shop, which was founded specifically to sell goods made by young businesspeople. Those with their own-made products and have nowhere to sell, please come to our shop. We only deduct 5% from the good sale to be used within a youth entrepreneur development fund providing free training to young businesspeople. Currently, we advertise ourselves via a facebook page and partner with some tourist companies having their tourists visited our shop. Now, we have products from almost every province displayed at the shop and hope to cover all provinces in Laos in the future in order to promote provincial products with unique quality and help producers develop their own start-up.

In the previous year, we invested in the development of many goods, including tests on expiry date. We found that problems were with price and quality i.e. standard of the goods, for instance some baskets used to make our New Year products were made with inconsistent standard and some producers could not keep up with our demand. These issues force us to reject some customers due to the lack of supply. Standard of the production of our order was inconsistent with some baskets made unappealing, too small or too big. The difference between us and customers is that we could not choose, we had to buy all baskets made by local villagers, while our customers would only select the good one with substandard one sold in cheaper price. However, we also bought the substandard baskets in lower price in order to urge producers to improve their quality and grow together with us. When there was any handicraft fair, we also brought them to our shop to have a look on what we did with their goods and who we sold them to in order to increase their understanding in working with us more easily.

Even though our products are slightly more expensive, these natural and organic goods help supporting society. Our social enterprise does not only care about society, but also the environment. In terms of our marketing, we have discussed with major shops to have our products displayed there. We also plan to come up with a “catalog” to promote our goods via
a “delivery service.” We also plan to sell our service to those who are interested in the development of local-made goods, especially NGOs who we have worked with previously.

In the future, we would like to have products from all provinces made from local and youth wisdom displayed at our shop. We would also like to have our goods exported as we have just sent some samples overseas, namely Sichuan pepper and tea box, while constantly developing Lao products.

Finally, for those who would like to do business, they should start from what they like. They must specialize the area of business they choose and possess proper skills. If they can find what they like, go for it and make use of every resource available. Social enterprise can be diversified into many areas, which has long been booming overseas but not so much in Laos. We would like to see this kind of business expanding, a kind of business that will help growing our society and community, while being honest to both producers and customer

Comments