ຢາກຫາປະສົບການຄວນອ່ານ….ວິທີສະໝັກທຶນ YSEALI Professional Fellowship Program

ການຮຽນຮູ້ ການຊອກຫາປະສົບການມາເພີ່ມ ໃຫ້ຕິດຕົວເຮົາໄປຕະຫຼອດນັ້ນເປັນສິ່ງທີ່ຫຼາຍຄົນຕ້ອງໃຝ່ຫາຢູ່ແລ້ວ ແລະ  ດຽວນີ້ເປັນເລື່ອງງ່າຍໆເທົ່ານັ້ນ ຖ້າເຮົາເປັນຄົນມີຄວາມຮູ້ຄວາມສາມາດ ບວກກັບຄວາມຕັ້ງໃຈເປັນທີ່ສຸດແລ້ວ ຜູ້ຂຽນຄິດວ່າ ຈະໄປສະໝັກທຶນຮຽນຢູ່ໃສ ເຮັດວຽກຢູ່ໃສ ກໍຕ້ອງມີຄວາມກ້າວໜ້າ ແລະ ປະສົບຜົນສຳເລັດແນ່ນນອນ. ເພາະເຫັນວ່າປັດຈຸບັນນີ້, ມີທຶນການສຶກສາຈາກຫຼາຍປະເທດແມ່ນເປີດໂອກາດໃຫ້ຄົນລາວ ມີສິດສະໝັກ ແລະ ໄດ້ຮັບທຶນໄປສຶກສາຕໍ່ໃນຫຼາຍລະດັບ ບໍ່ວ່າຈະເປັນການສຶກສາໃນໄລຍະສັ້ນ ຫຼື ລະດັບປະລິນຍາຕີ, ໂທ, ເອກ. ທຶນຮຽນຈາກປະເທດຝັງອາຊີເຮົາເອງ ຫຼື ປະເທດຝັງເອີຣົບ ຫໍເຫັນມີທຶນເຂົ້າຫຼາກຫຼາຍ.  ສະນັ້ນ, ມື້ນີ້ ຜູ້ຂຽນເລີຍເອົາຄວາມຮູ້ເລັກນ້ອຍໆ ທີ່ໄດ້ໄປອ່ານມາຈາກ blogspot ຂອງ phonesavanhder.blogspot.com  ແລະ  ຄິດວ່າຈະມີປະໂຫຍດຕໍ່ຫຼາຍໆຄົນທີ່ຈະໄປສຶກສາຕໍ່ຫາປະສົບການຢູ່ຕ່າງແດນແນ່ນອນ ເພື່ອກັບມາຊ່ວຍເຫຼືອພັດທະນາປະເທດ ແລະ ເຮັດຕົນເອງມີຊີວິດທີ່ດີຂຶ້ນໃນໜ້າທີ່ວຽກງານ. ໃນເວັບໄຊ ໄດ້ຂຽນວ່າ: ແນະນຳທຶນ YSEALI Professional Fellowship Program ພ້ອມທັງວິທີການສະໝັກທຶນນີ້. ມີເນື້ອໃນດັ່ງນີ້: 

ສະບາຍດີ. ຂ້າພະເຈົ້າ ພອນສະຫວັນ ຈິນດາມະນີ ຫຼືເອີ້ນວ່າ #ນ້ອງຫວັນ ກໍໄດ້ເດີ. ຕອນນີ້ອາຍຸຫາກໍໄດ້ 26 ປີ. ປະຈຸບັນແມ່ນກຳລັງເຂົ້າຮ່ວມໂຄງການ YSEALI Professional Fellowship Program Fall 2018 ທີ່ ລັດ ມອນທານາ (Montana), ປະເທດ ສະຫະລັດອາເມລິກາ (USA). ພູມໃຈ ^^ !!!

ສຳລັບ YSEALI ມີຢູ່ 2 programs ນຳກັນ, ນັ້ນກໍຄື: YSEALI Academic Fellowship Program ແລະ YSEALI Professional Fellowship Program. ເຊິ່ງແຕ່ລະ program ເປັນແນວໃດນັ້ນ ເຮົາມາຮຽນຮູ້ໄປນຳກັນເລີຍ.

YSEALI Academic Fellowship Program ແມ່ນສະຖາບັນການສຶກສາໄລຍະສັ້ນໆທີ່ມີຈຸດປະສົງເພື່ອໃຫ້ກຸ່ມຜູ້ນໍາໄວໜຸ່ມມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບສະຫະລັດ ແລະຫົວຂໍ້ພິເສດ ໃນຂະນະດຽວກັນເພື່ອເພີ່ມຄວາມສາມາດໃນການນໍາພາຂອງເຂົາເຈົ້າ. ເຊິ່ງຈະແນ່ໃສ່ຫນຶ່ງໃນສາມຫົວຂໍ້ຄື ການປະສານງານດ້ານພົນລະເມືອງ, ສິ່ງແວດລ້ອມ ແລະການຄຸ້ມຄອງຊັບພະຍາກອນທໍາມະຊາດ, ການປະກອບອາຊີບດ້ານສັງຄົມ ແລະການພັດທະນາເສດຖະກິດ ແລະສະຖາບັນ 5 ອາທິດ. ທີ່ຢູ່ ກິດຈະກໍາຕ່າງໆ ແລະການຮຽນໃນຫ້ອງຮຽນ ເຊິ່ງປະກອບດ້ວຍການເດີນທາງດ້ານການສຶກສາ, ການຢ້ຽມຢາມສະຖານທີ່ຕ່າງໆ, ກິດຈະກໍາຂອງຜູ້ນໍາ ແລະການເປັນອາສາສະຫມັກພາຍໃນຊຸມຊົນທ້ອງຖິ່ນ. ສະຖາບັນດັ່ງກ່າວຈະປະກອບມີອົງປະກອບທີ່ຢູ່ອາໄສທາງວິຊາການປະມານ 4 ອາທິດ ແລະການສຶກສາໃນປະເທດປະມານ 1 ອາທິດ. ໃນລະຫວ່າງການເຂົ້າຮ່ວມ, ຜູ້ເຂົ້າຮ່ວມຍັງມີໂອກາດເຂົ້າຮ່ວມກິດຈະກໍາດ້ານການສຶກສາ ແລະວັດທະນະທໍາຢູ່ນອກຫ້ອງຮຽນອີກດ້ວຍ.

YSEALI Professional Fellowship Program ແມ່ນໂຄງການແລກປ່ຽນການພັດທະນາຄວາມເປັນມືອາຊີບສໍາລັບຜູ້ນໍາຊຸມຊົນທີ່ດີທີ່ສຸດ ແລະເດັ່ນທີ່ສຸດຈາກອາຊຽນ, ທີ່ເຮັດວຽກໃນຂົງເຂດການມີສ່ວນຮ່ວມຂອງພົນລະເມືອງ, ການຄຸ້ມຄອງ NGO, ການສ້າງຄວາມສາມາດດ້ານເສດຖະກິດ, ການຄຸ້ມຄອງ, ຂະບວນການນິຕິກໍາ, ການຄຸ້ມຄອງສິ່ງແວດລ້ອມ ແລະຊັບພະຍາກອນທໍາມະຊາດ. ໂຄງການນີ້ ແມ່ນໃຫ້ເວລາເພື່ອເຂົ້າຮ່ວມເປັນເວລາຫນຶ່ງເດືອນເພື່ອຫາປະສົບການໃນອົງກອນທີ່ບໍ່ຫວັງຜົນກໍາໄລ ຫຼືອົງການອື່ນໆ, ຫ້ອງການຂອງລັດຖະບານ ຫຼືອົງການຈັດຕັ້ງທາງກົດຫມາຍ. ຜູ້ເຂົ້າຮ່ວມຈະໄດ້ເຮັດວຽກຮ່ວມກັບຜູ້ນໍາຊຸມຊົນເພື່ອເສີມຂະຫຍາຍຄວາມຊໍານານການປະຕິບັດວຍກງານ, ຄວາມສາມາດໃນການນໍາພາ ແລະການເຮັດວຽກຢ່າງເປັນມືອາຊີບເພື່ອແກ້ໄຂບັນຫາໃນຊຸມຊົນໃນໜ້າວຽກຂອງຕົນ.

ສຳລັບວິທີການສະໝັກກໍມີຂັ້ນຕອນງ່າຍໆດັ່ງນີ້:
ຮອບທີ 1: ການສະໝັກດ້ວຍຕົນເອງ
1. ກົດເຂົ້າໄປ Link ຂອງ program (Link ແນບໄວ້ໃຫ້ທາງດ້ານລຸ່ມ).
2. ເມື່ອກົດເຂົ້າໄປແລ້ວກໍຈະເຫັນຂໍ້ຄວາມອະທິບາຍກ່ຽວກັບທຶນ ແລະມີຫົວຂໍ້ໃຫ້ເຮົາໄດ້ເລືອກ.
3. ກົດເຂົ້າໄປຫົວຂໍ້ທີ່ເຮົາສົນໃຈ ແລະເຮັດການຕື່ມຂໍ້ມູນ.
4. ຫຼັງຈາກຕື່ມຂໍ້ມູນຄົບທຸກຢ່າງແລ້ວ, ກໍກົດ Submit ໄດ້ເລີຍ.

ຮອບທີ 2: ລາຍຊື່ Shortlist
1. ຫຼັງຈາກເຮົາ Submited ແລ້ວ, ທາງຜູ້ຮັບຜິດຊອບຈະໃຊ້ເວລາໃນການຄັດເລືອກແບບຟອມ ເພື່ອຫາຜູ້ທີ່ຜ່ານຮອບທີ 1.
2. ເມື່ອໄດ້ Shortlist ເພິ່ນຈະແຈ້ງມາຍັງ E-mail ຂອງເຮົາເພື່ອນັດມື້ສຳພາດ.
3. ທຳການສຳພາດ ທີ່ສະຖານທູດຕາມໝາຍນັດ (ບາງທ່ານ ກໍສຳພາດທາງ Online ໃນກໍລະນີທີ່ບໍ່ສະດວກມາສຳພາດທີ່ສະຖານທູດໄດ້).
4. ຫຼັງຈາກສຳພາດແລ້ວ ກໍຈະເປັນຊ່ວງເວລາທີ່ທັງຕື່ນເຕັ້ນ ແລະ ຄ່ອງຄອຍ. ^^
5. ຖ້າທ່ານຖືກຄັດເລືອກ ທ່ານຈະໄດ້ຮັບ E-mail ຈາກທາງຄະນະຮັບຜິດຊອບວ່າ Congratulations!!! (ຕໍ່ໄປທ່ານກໍພຽງປະຕິບັດຕາມທີ່ທາງຄະນະຮັບຜິດຊອບແຈ້ງມາໃຫ້ທ່ານປະຕິບັດຕາມ).

ຂໍ້ຄວນໃສ່ໃຈ:
1. ຕ້ອງສະໝັກເປັນສະມາຊິກຂອງ YSEALI ກ່ອນ, ຈຶ່ງຈະສາມາດທຳການສະໝັກທຶນນີ້ໄດ້. ເຊິ່ງທ່ານສາມາດເປັນສະມາຊິກໄດ້ທີ່ນີ້: http://yseali.state.gov
2. ສຶກສາທຶນໃຫ້ດີ ເປັນຕົ້ນແມ່ນຫົວຂໍ້ທີ່ຈະສະໝັກ, ວິທີການສະໝັກ.
3. ມີຄວາມຊັດເຈນວ່າເປັນຫຍັງຈຶ່ງສົນໃຈຫົວຂໍ້ນັ້ນ ແລະ ແຜນໃນອານາຄົດຂອງເຮົາພ້ອມ (ອັນນີ້ສຳຄັນຫຼາຍ).

ຄຳຖາມທີ່ຫຼາຍຄົນຖາມມາ:
1. ທຶນຫຍັງ? ເປັນແນວໃດ? ສະໝັກແນວໃດ?
ຕອບ: ກັບໄປອ່ານດ້ານເທິງ.
2. ຄ່າໃຊ້ຈ່າຍເຮົາໄດ້ອອກຫຍັງແດ່?
ຕອບ: ທຶນນີ້ແມ່ນທາງລັດຖະບານສະຫະລັດຮັບຜິດຊອບຄ່າໃຊ້ຈ່າຍ 100% ເລີຍ. (ໂອ້ ມີຄ່າໃຊ້ຈ່າຍໜ້ອຍໜຶ່ງ ເຊິ່ງເຮົາຈະຕ້ອງໄດ້ໃຊ້ Internet ໃນການອ່ານຂໍ້ຄວາມຂອງຂ້າພະເຈົ້າ ^^ ສະໝັກສະມາຊິກ ແລະການ Submit ທຶນ).
3. ບໍ່ເກັ່ງພາສາອາອັງກິດ, ສະໝັກໄດ້ບໍ່?
ກ່ອນຈະຕອບ ຂໍຍ້ອງກ່ອນວ່າ ດີແລ້ວທີ່ທ່ານຮູ້ຕົວວ່າທ່ານບໍ່ເກັ່ງພາສາອັງກິດ.
ຕອບ: ສະນັ້ນ, ຖ້າບໍ່ເກັ່ງພາສາອັງກິດ, ກໍສະໝັກໄດ້ຄືກັນ. ແຕ່ແນ່ນອນວ່າທ່ານຈະບໍ່ຖືກຄັດເລືອກ. ເພາະທຶນນີ້ ການສື່ສານທຸກຢ່າງແມ່ນນຳໃຊ້ພາສາອັງກິດທັງໝົດ.
4. ໄປແລ້ວໄດ້ເຮັດຫຍັງແດ່?
=> ມາແລ້ວບໍ່ຢາກກັບແນ່ນອນ.
ຂ້າພະເຈົ້າຂໍແລກປ່ຽນປະສົບການ:
1 ອາທິດ: ເປັນການທີ່ເຮົາຈະໄດ້ທຳຄວາມຮູ້ຈັກກັບຜູ້ເຂົ້າຮ່ວມຈາກບັນດາປະເທດ ASEAN ແລະຈະໄດ້ຮຽນຮູ້ທຸກຢ່າງກ່ຽວກັບປະເທດສະຫະລັດອາເມລິກາ.
3-4 ອາທິດ: ແມ່ນເຮົາຈະໄດ້ໄປໃຊ້ຊີວິດຢູ່ກັບ Host family ແລະຮ່ວມສຶກສາວຽກກັບ Host professor ຕາມໜ້າວຽກ ຫຼືຫົວຂໍ້ທີ່ເຮົາສະໝັກຕັ້ງແຕ່ທຳອິດ.
1 ອາທິດ: ເຮົາຈະໄດ້ກັບມາພົບກັນອີກ ທີ ນະຄອນຫຼວງ Washington, DC. ເພື່ອຮັບໃບຍັ້ງຍືນ
ຫຼັງຈາກນັ້ນ, ກໍເດີນທາງກັບ.

YSEALI Academic Fellowship Program ສະໝັກໄດ້ທີ່: https://bit.ly/2KHtfnX
YSEALI Professional Fellowship Program ສະໝັກໄດ້ທີ່: https://bit.ly/2QvPDCD

ຂອບໃຈທີ່ອ່ານຈົບ.
Phonesavanh Chindamany

Comments