ເປັນຫຍັງ? Amazon ຈຶ່ງເປັນບໍລິສັດທີ່ນະວັດຕະກຳລໍ້າໜ້າທີ່ສຸດຂອງໂລກ

ສະບາຍດີທ່ານຜູ້ອ່ານ ມື້ນີ້!!! ຜູ້ຂຽນຈະພາທຸກທ່ານໄປຮູ້ຈັກກັບ ນະວັດຕະກຳເຕັກໂນໂລຊີທີ່ລໍ້າໜ້າສຸດໆຂອງບໍລິສັດ  E-commerce  ລະດັບໂລກ.  ທີ່ສ້າງປະສົບການແປກໃໝ່ໃຫ້ກັບຜູ້ຄົນ ແລະ ຕອບໂຈດໃຫ້ກັບສັງຄົມຍຸກນີ້ເລີຍກໍວ່າໄດ້. ປັດດຈຸບັນ,  ເຕັກໂນໂລຊີແມ່ນສາມາດຊ່ວຍໃນການເຮັດທຸລະກິດໄດ້ດີສຸດໆ. ສະນັ້ນ, ເພື່ອເປັນແນວທາງດີໆໃຫ້ກັບຜູ້ປະກອບການ, ເຈົ້າຂອງທຸລະກິດ ຫຼື Startup ຢູ່ບ້ານເຮົາໄດ້ມີ ໄອເດຍສັງສັນຜົນງານ, ສ້າງທຸລະກິດຮູບແບບໃໝ່ໆທີ່ນຳໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ. ຈຶ່ງໄດ້ນຳເອົາ ທຸລະກິດຂອງຕ່າງປະເທດທີ່ກຳລັງໄດ້ຮັບຄວາມນິຍົມ ແລະ ກາຍເປັນ ບໍລິສັດທີ່ມີນະວັດຕະກຳທີ່ລໍ້າໜ້າທີ່ສຸດທີ່ທຸກຄົນອາດຄຸ້ນຫູ ແລະຮູ້ດີກໍມີຄື Amazon.com  ແຕ່ບໍ່ແມ່ນ ທຸລະກິດ ກາເຟ Amazon ເດີ້…..

ຕະຫຼອດໄລຍະເວລາ 20 ປີຜ່ານມາ Amazon.com ຖືວ່າເປັນ ອີຄອມເມີດ  E-commerce ທີ່ປະສົບຄວາມສຳເລັດເປັນອັນດັບຕົ້ນໆໃນໂລກ ໃນຖານະຮ້ານຂາຍປຶ້ມອອນໄລ໌ ທີ່ມີປຶ້ມໃຫ້ເລືອກຊື້ຫຼາຍກວ່າລ້ານປົກ  ເຊິ່ງນອກຈາກປຶ້ມອ່ານແລ້ວ ແນວທາງຂອງ Amazon ຍັງໃຫ້ຄວາມສຳຄັນກັບເລື່ອງນະວັດຕະກຳເປັນທີ່ສຸດ ເຫັນໄດ້ຈາກການພັດທະນາເລື່ອງການອ່ານ E-Book ທີ່ມີຊື່ວ່າ  Kindle ທີ່ມີຟັງຊັນຄັກໆ ໃຫ້ກັບຄົນມັກອ່ານປຶ້ມ ແລະ ລະບົບ Cloud Computing Amazon Web Services

ດ້ວຍປັດຍາການເຮັດທຸລະກິດຄວບຄູ່ໄປກັບນະວັດຕະກຳຂອງ Amazon ນັ້ນບໍ່ເຄີຍຢຸດ ດັ່ງນັ້ນ, ໃນປີ 2017 Amazon ໄດ້ຖືກຈັດອັນດັບໃຫ້ເປັນບໍລິສັດທີ່ມີຄວາມເປັນນະວັດຕະກຳຫຼາຍທີ່ສຸດ ອັນດັບ 1 ໂດຍການຈັດອັນດັບຈາກ  Fast Company ເຮັດໃຫ້ Amazon ລໍ້າໜ້າກວ່າ Google ແລະ Apple

ແລ້ວເກີດຫຍັງຂຶ້ນກັບຮ້ານຂາຍປຶ້ມອອນໄລ ຈົນເຮັດໃຫ້ Amazon ກາຍເປັນເບີ 1 ຂອງບໍລິສັດທີ່ນຳໜ້ານະວັດຕະກຳມາໃຊ້ກັບທຸລະກິດ?

ຄຳຕອບຄື: Amazon ເປີດຮ້ານຄ້າ ອອນໄລ໌

ກ່ອນໜ້ານີ້ ໄດ້ມີຂ່າວວ່າ ທຸລະກິດຮ້ານຄ້າຂາຍຍ່ອຍລາຍໃຫຍ່ໃນສະຫະລັດອາເມຣິກາ ໄດ້ປິດກິດຈະການ ເພາະການມີຮ້ານຄ້າຍ່ອຍແບບທົ່ວໄປ ຫຼື ແບບເກົ່າໆນັ້ນ ໄດ້ສວນທາງກັບພຶດຕິກຳຂອງຜູ້ບໍລິໂພກໃນປັດຈຸບັນ ທີ່ຫັນມາໃຊ້ບໍລິການສັ່ງຊື້ສິນຄ້າອອນໄລ໌ກັນຫຼາຍຂຶ້ນ ແຕ່ສຳລັບທີມງານຂອງ Amazon ກັບຄິດເຖິງການສ້າງປະສົບການໃຫມ່ໃຫ້ແກ່ຜູ້ບໍລິໂພກ ດ້ວຍການມີ ຊຸບເປີມາເກັດ ອັດສະລິຍະ ໃນໂຄງການ Amazon Go ທີ່ລູກຄ້າບໍ່ຈຳເປັນຕ້ອງຕໍ່ຄິວຍາວໆ ລໍຖ້າຈ່າຍເງິນ ແລະ ບໍ່ຕ້ອງຖືເງິນສົດຕິດຕາມເລີຍ.

Supermarket ອັດສະລິຍະ  Amazon Go ເປັນນະວັດຕະກຳ ທີ່ລໍ້າໜ້າທີ່ສຸດ ໂດຍຜ່ານການທົດລອງເປັນເວລາ 1 ປີ ເພື່ອຊອກຫາຄວາມຜິດພາດທີ່ອາດຈະເກີດຂຶ້ນໄດ້ຈາກແນວຄິດທີ່ວ່າ ໍJust walk out ຄືລູກຄ້າສາມາດເຂົ້າມາໃນຮ້ານຄ້າ ແລະ ສາມາດຈັບເອົາສິນຄ້າທີ່ຕ້ອງການ ແລະ ກໍສາມາດກັບບ້ານໄດ້ເລີຍ ເນື່ອງຈາກ Amazon Go ໄດ້ນຳເອົາລະບົບຄອມພິວເຕີ້ປະມວນຜົນຈາກພາບ (Computer Vision) ລະບົບເຊັນເຊີທີ່ຕິດຕັ້ງຕາມຈຸດຕ່າງໆ  (Sensor Fusion)  ມາຕິດກັບຝາຂອງຮ້ານທີ່ໃຫ້ເຮັດວຽກຮ່ວມກັນ.

ສ່ວນລູກຄ້າ ແນ່ນອນວ່າ ຈະຕ້ອງມີແອັບພິເຄຊັນຂອງ Amazon Go ໄວ້ໃນມືຖືສະມາດໂຟນ ພ້ອມດ້ວຍມີເລກບັນຊີມີເງິນເຂົ້າໄວ້ກັບບັນຊີຜູ້ໃຊ້ງານ ເຊິ່ງຜູ້ທີ່ຍັງບໍ່ມີບັນຊີໃຊ້ງານດັ່ງກ່າວຈະບໍ່ສາມາດຜ່ານປະຕູເຂົ້າໄປເລືອກຊື້ສິນຄ້າໄດ້. ໃນລະຫວ່າງການຍ່າງຊື້ສິນຄ້າ ເມື່ອລູກຄ້າຈັບສິນຄ້າມາລະບົບຈະບັນທຶກຂໍ້ມູນໄວ້ໃນກະຕ່າສິນຄ້າອອນໄລ໌ ຖ້າຫາກປ່ຽນໃຈຍົກເລີກການຊື້ກໍພຽງນຳເອົາສິນຄ້ານັ້ນກັບໄປໄວ້ບ່ອນເກົ່າ ລະບົບ ກໍຈະອັບເດດລາຍການໃນກະຕ່າໃໝ່ ຈາກນັ້ນ ເມື່ອໄດ້ສິນຄ້າທີ່ຕ້ອງການແລ້ວ  ເມື່ອທ່ານກ້າວຂາອອກຈາກຮ້ານ ລະບົບກໍຈະຄຳນວນ ແລະ ຫັກເງິນຈາກບັນຊີຂອງທ່ານອັດຕະໂນມັດ.

ຊົມຄຼິບ

ຫຼັງຈາກເປີດສາຂາທຳອິດ ເພື່ອທົດລອງລະບົບຕັ້ງແຕ່ປີ 2017 ທີ່ເມື່ອງ Seattle ສະຫະລັດອາເມຣິກາ Amazon Go ຕັ້ງເປົ້າໝາຍໃນການເປີດສາຂາໃຫ້ໄດ້ 2,000 ສາຂາ ໃນ 35 ລັດ ຕະຫຼອດເວລາ 10 ປີ ຕໍ່ຈາກນີ້ ທ່ານ ຈິອານນາ ເພີຣິນີ ຮອງປະທານບໍລິຫານ Amazon Go ຕ້ອງໃຊ້ແນວຄິດທີ່ຕ້ອງການໃຫ້ Amazon Go ມີຄວາມເປັນທຳມະຊາດທີ່ສຸດ ແລະ ເຮັດໃຫ້ຜູ້ເຂົ້າມາໃຊ້ບໍລິການນັ້ນບໍ່ຈຳເປັນຕ້ອງຮຽນຮູ້ການໃຊ້ງານໃດໆ ເພີ່ມຂຶ້ນ ຖືເປັນແນວຄິດທີ່ໃຊ້ຜູ້ບໍລິໂພກ ຫຼື ລູກຄ້າເປັນສູນກາງ ແລະ ມຸ່ງສ້າງທຸລະກິດທີ່ມີປະສົບການໃໝ່ໆໃຫ້ແກ່ຜູ້ບໍລິໂພກຈາກເຕັກໂນໂລຊີອັນສະລິຍະ ໃນປັດຈຸບັນ ຈົນປະສົບຄວາມສຳເລັດໃນທີ່ສຸດ .

ທີ່ມາ: themomentum.co , businessinsider.com , fastcompany.com , brandbuffet.in.th , thestandard.co

Comments