ສິ່ງທີ່ເຮັດໃຫ້ ແຈັກມ່າ ປະສົບຄວາມສຳເລັດໄດ້ຄື….

ແຈັກມ່າ ເປັນຄົນໜື່ງທີ່ປະສົບຄວາມສຳເລັດໃນດ້ານທຸລະກິດຫຼາຍທີ່ສຸດຄົນໜຶ່ຂອງໂລກກໍວ່າໄດ້ ແຈັກມ່າ ກໍ່ຕັ້ງບໍລິສັດ Alibaba ໃນປີ 1999 ຈົນປັດຈຸບັນ ກາຍເປັນໜຶ່ງໃນຄົນຈີນທີ່ລວຍທີ່ສຸດ ໃນຕອນນີ້ ທີ່ທຸກຄົນອາດຈະຮູ້ຈັກກັນດີແລ້ວ ແຕ່ຮູ້ບໍ່ວ່າ ແຈັກມ່າ ປະສົບຄວາມສຳເລັດໄດ້ແບບນີ້  ແມ່ນ ແຈັກມ່າ ໄດ້ຈົດບັນທຶກສິ່ງທີ່ ລາວເຮັດ ເຊິ່ງຖືກກັບອັດຕາການເຮັດທຸລະກິດຂອງຄົນປັດຈຸບັນຄື 70% ແມ່ນລົ້ມເຫຼວ ໃນເວລາ 20 ເດືອນທຳອິດຫຼັງຈາກທີ່ໄດ້ເງິນທຶນກ້ອນທຳອິດ ເຊິ່ງເກີດຈາກເຫດຜົນສຳຄັນຄື “ຂາດເປົ້າໝາຍ” ເຊິ່ງ ແຈັກມ່າ ເຄີຍກ່າວໃນງານ The International Monetary Fund and the World Bank  ກ່ຽວກັບສິ່ງທີ່ເຮັດໃຫ້ລາວປະສົບຄວາມສຳເລັດໄດ້ ກໍຄື:  “ການຕັ້ງຄຳຖາມກັບຕົວເອງ”  ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ໃຫຍ່ ພຽງແຕ່ຕັ້ງຄຳຖາມກັບຕົວເອງ 3 ຂໍ້ວ່ານີ້:

  1. ເຮົາມີຫຍັງ?
  2. ເຮົາຕ້ອງການຫຍັງ?
  3. ເຮົາຈະຍອມແພ້ໃຫ້ກັບສິ່ງໃດ?

ຫຼາຍຄົນມັກບໍ່ໄດ້ຕັ້ງຄຳຖາມເຫຼົ່ານີ້ ຈຶ່ງເຮັດໃຫ້ຫຼາຍໆຄົນຄິດວ່າ ຕົນເອງຍັງມີບໍ່ຫຼາຍພໍທີ່ຈະສູ້ຕໍ່…ແລະ  ຢ່າຄິດວ່າ ເຮົາຈະປະສົບຄວາມສຳເລັດໃນປີໜ້າ ແຕ່ໃຫ້ຄິດວ່າເຮົາເຮັດເພື່ອໄວ້ອີກ 10 ຕໍ່ໜ້າ.  Alibaba ກໍບໍ່ໄດ້ປະສົບຄວາມສຳເລັດໄດ້ ໃນປີດຽວ 2 ປີ ແລ້ວຈະກາຍມາເປັນແບບທຸກມື້ນີ້ ແຕ່ເຂົາພວກກໍພະຍາຍາມສ້າງມາຫຼາຍປີພໍສົມຄວນຈຶ່ງປະສົບຜົນສຳເລັດໄດ້ ແລະ ຍັງຈະມີການພັດທະນາ ເລື້ອຍໆ.

ແຈັກມ່າ ກ່າວວ່າ ຕອນທີ່ພວກເຮົາໄດ້ກໍ່ຕັ້ງບໍລິສັດ ຂ້ອຍກັບທີມງານກໍບໍ່ໄດ້ເປັນຄົນມີເງິນ, ມີຄວາມຮູ້ ຫຼື ມີເຄືອຂ່າຍຫຼາຍ ແຕ່ພວກເຮົາພິສູດໃຫ້ທຸກຄົນໄດ້ເຫັນວ່າ ການທີ່ເຮົາເຮັກວຽກໜັກ, ມີຄວາມເຊື່ອໃນອະນາຄົດ ແລະ ເຊື່ອວ່າມື້ໜຶ່ງຄວາມຝັນຂອງເຮົາຈະກາຍເປັນຈິງ ນີ້ແຫຼະຄືສິ່ງທີ່ພວກເຮົາພິສູດມາແລ້ວ. ດັ່ງນັ້ນ ການທີ່ເຮົາບໍ່ໄຂ້ວຄວ້າ ພະຍາຍາມກັບເປົ້າໝາຍທີ່ເຮົາໄດ້ຕັ້ງໄວ້ ກໍຄືການບໍ່ຕັ້ງຄຳຖາມກັບຕົວເອງເປັນປະຈຳນັ້ນເອງ.

ທີ່ມາ:   CNBC, Entrepreneur- Market Think

Comments