ເປັນເຈົ້າຂອງຮ້ານຂາຍເຄື່ອງອອນໄລ໌ ຄວນຮູ້ Content Marketing

ປັດຈຸບັນນີ້, ການເປີດຮ້ານຂາຍເຄື່ອງອອນໄລ໌ ແມ່ນເປັນເລື່ອງງ່າຍແສນງ່າຍ ໃຜໆກໍສາມາດຂາຍໄດ້ພຽງມີທຶນເລັກໆໜ້ອຍໆກໍສາມາດເປັນເຈົ້າຂອງທຸລະກິດໄດ້ແລ້ວ  ສັງເກດເມື່ອເຮົາເລື່ອນໜ້າເຟສບຸກທຸກມື້ນີ້ ກໍມີແຕ່ເຫັນການໂຄສະນາຂາຍເຄື່ອງທຸກຊະນິດທຸກແບບ ບໍ່ວ່າຈະເປັນອາຫານການກິນ, ເສື້ອຜ້າ, ເຄື່ອງສຳອາງ, ເຄື່ອງໃຊ້ໃນຄົວເຮືອນ ລວມໄປເຖິງລົດລາງພາຫະນະຕ່າງ ແລະ ມີສິນຄ້າອື່ນໆຈຳນວນຫຼວງຫຼາຍ…ຈົນເຕັມໜ້າເຟສເຮົາທຸກມື້.

ສະນັ້ນ, ປັດຈຸບັນນີ້ ການມີຮ້ານຂາຍເຄື່ອງອອນໄລ໌ນັ້ນງ່າຍ ແຕ່ການຈະຄ້າຈະຂາຍໃຫ້ໄດ້ດີໃນໂລກອອນໄລ໌ນັ້ນອາດຈະບໍ່ງ່າຍແບບທີ່ເຮົາຄິດ ເພາະວ່າກໍມີຄູ່ແຂ່ງຫຼາຍພໍສົມຄວນ ເພາະໃຜໆກໍສາມາດຂາຍໄດ້ນັ້ນເອງ.

ແນ່ນອນວ່າແຕ່ລະຄົນຈະຂາຍເຄື່ອງອອນໄລ໌ ກໍຕ້ອງຮູ້ວ່າ ຈະຂາຍຫຍັງ? ສິນຄ້າມີຄວາມສົນໃຈຫຼາຍຊໍາໃດ? ແລະ ຄົນຊື້ແມ່ນໃຜ? ແຕ່ໃຫ້ຄິດສະເໝີວ່າ ການຂາຍເຄື່ອງໃຫ້ນັກຊ໋ອບອອນໄລນັ້ນ ຮູ້ແຕ່ພຽງຂໍ້ມູນເທົ່ານັ້ນກໍບໍ່ພໍ ທີ່ຈະໃຫ້ເຮົາຂາຍໄດ້. ເຖິງວ່ານັກຊ໋ອບອອນໄລ໌ກຸ່ມນີ້ຈະມັກຊື້ເຄື່ອງອອນໄລ໌ກໍຕາມ ແຕ່ພວກເຂົາກໍບໍ່ໄດ້ໜ້າມືດຕາມົວ ຈະສັ່ງຊື້ທຸກສິ່ງທຸກຢ່າງທີ່ຢາກໄດ້ ແບບບໍ່ສຶກສາກ່ອນ ເພາະທຸກຄັ້ງທີ່ພວກເຂົາສົນໃຈສິນຄ້າ ພວກເຂົາກໍຈະຊອກຫາຂໍ້ມູນສິນຄ້າມາປະກອບສະເໝີ ບໍ່ວ່າຈະຊອກຫາແຫຼ່ງທີ່ມາ, ບ່ອນຜະລິດ, ສົມທຽບລາຄາຈາກຫຼາຍໆບ່ອນ, ຊອກອ່ານລີວິວຈາກຜູ້ຊື້ຄົນກ່ອນໆ, ເບິ່ງໂປຣໂມຊັນ ເພື່ອຫຼຸດລາຄາບໍ່ວ່າຈະເປັນການຊື້ຄັ້ງທຳອິດ ແລະ ການຊື້ຄັ້ງຕໍ່ໆໄປ.  ເພາະໂລກອິນເຕີເັນດຄືທຸກສິ່ງທຸກຢ່າງສາມາດຊອກຫາໄດ້ ແລະ ໃຫ້ຄວາມຮູ້ໄດ້.

ເມື່ອມີສິນຄ້າພ້ອມສົ່ງ, ມີໜ້າເພສຮ້ານຄ້າພ້ອມແລ້ວ ອີກຢ່າງໜຶ່ງທີ່ເບິ່ງຂ້າມບໍ່ໄດ້ຄື ຍຸດທະສາດທີ່ເອີ້ນວ່າ Content marketing ຫຼື ການຕະຫຼາດທາງດ້ານເນື້ອຫາ ສິ່ງທີ່ກຳລັງຈະບອກຄື ການຕະຫຼາດອອນໄລ໌ເປັນເລື່ອງຂອງຄວາມສະໝໍ່າສະເໝີ ມັນຕ່າງຈາກການອອກຈາກບ້ານໄປເປີດຮ້ານຂາຍເຄື່ອງ ຖ້າຕະຫຼາດປິດກໍກັບບ້ານ ແຕ່ການຂາຍແບບ  Always open ໃນເຟສບຸກນັ້ນ ຕ້ອງສ້າງຄວາມນ່າສົນໃຈ ສ້າງແຮງບັນດານໃຈ ແລະ ສ້າງແຮງດຶງດູດສະເໝີ ເພາະຄົນຊື້ອາດຈະເຂົ້າມາຊົມໜ້າເພສທ່ານໄດ້ຕະຫຼອດເວລາເຖິງວ່າທ່ານຈະນອນຢູ່ກໍຕາມ ແລະ ສ່ວນການຖ່າຍຮູບສິນຄ້າແລ້ວບອກວ່າລາຄາເທົ່າໃດແມ່ນໃຫ້ມີໜ້ອຍລົງ.

  1. ຫ້າມຍັດຍຽດ ຂາຍເຄື່ອງແຕ່ຢ່າງດຽວ

ໃຫ້ທ່ານລອງຄິດເບິ່ງເດີ້!!! ເວລາທີ່ເຮົາຍ່າງໄປເລາະຕະຫຼາດເບິ່ງສິນຄ້າຢູ່ ແລ້ວມີພະນັກງານຂາຍເອີ້ນໃສ່ ຊື້ນີ້ຊື້ນັ້ນຊ່ວຍບໍ່ ຫຼື ມີພະນັກງານຂາຍຍ່າງນຳກົນຕະຫຼອດເວລາ ບາງທີ່ເຮົາກໍຮູ້ສຶກລຳຄານ, ບໍ່ເປັນສ່ວນຕົວ ຫຼື ຈົນບໍ່ຢາກເຂົ້າໄປໃນຮ້ານນັ້ນເລີນແມ່ນບໍ່? ຫຼາຍໆຄົນກໍອາດເປັນຄືກັນ ຂໍ້ນີ້ 5555.  ສະນັ້ນ, ໃນເພສຮ້ານຂາຍເຄື່ອງພວກເຮົາກໍຄືກັນບໍ່ຄວນລົງແຕ່ໂຄນະນາຂາຍເຄື່ອງພ້ອມບອກລາຄາພຽງຢ່າງດຽວ ເພາະວ່ານອກຈາກມີຂໍ້ມູນສິນຄ້າທີ່ຄົບຖ້ວນແລ້ວ, ເພສຮ້ານຄ້າເຮົາກໍຄວນມີ Content ທີ່ດີໆໃຫ້ເພສເກີດຄວາມເຄື່ອນໄຫວໃນເລື່ອງອື່ນໆໃນການໃຫ້ຄວາມຮູ້ແດ່? ເຊິ່ງເລື່ອງນີ້ຈະຊ່ວຍສ້າງຄວາມຈື່ຈຳໄດ້ຫຼາຍ ທ່ານຄວນເຝິກວິທີການນຳສະເໜີ ທັກສະດ້ານການຂຽນຕ່າງໆ ໂດຍທີ່ເນື້ອຫາອາດເຊື່ອມໂຍງໄປຫາສິນຄ້າທີ່ຂາຍແບບນຽນໆ  ແຕ່ທຸກໆບົດຄວາມຂອງທ່ານຈະມີ 4 ຢ່າງນີ້ຢ່າງໜ້ອຍໜຶ່ງຂໍ້: 1. ໃຫ້ສາລະຄວາມຮູ້ ຫຼື ຄຳແນະນຳ, 2 ໃຫ້ຄວາມມ່ວນຊື່ນ ແລະ ຄວາມບັນເທີງ, 2 ໃຫ້ແນວຄິດສ້າງແຮງບັນດານໃຈ ຢາກເອົາໄປໃຊ້ຕໍ່, 4 ສ້າງແນວໂນ້ມຄວາມຄິດ ຫຼື ຈູງໃຈໃຫ້ເຮັດຕາມ.

2.  ບໍ່ຕ້ອງລົງເລື້ອຍໆ ແຕ່ໃຫ້ມີລົງບໍ່ຂາດ.

ດັ່ງທີ່ໄດ້ເວົ້າໄປແລ້ວນັ້ນ ການສ້າງ Content ອອກມາຢ່າງສະໝໍ່າສະເໝີຄື ການສ້າງຄວາມເຄື່ອນໄຫວທີ່ດີທີ່ສຸດ ບໍ່ຕ້ອງຫຼາຍຈົນເກີນໄປ ຈົນສ້າງຄວາມລຳຄານ ແຕ່ຕ້ອງລົງແລ້ວໃຫ້ຄຸ້ມຄ່າກັບການອ່ານຂອງຄົນມາເຂົ້າອ່ານ ທຸກໆຄັ້ງທີ່ຄົນຄຣິກເຂົ້າເບິ່ງນັ້ນ ຄືຄວາມເປັນໄປໄດ້ວ່າ ບົດຄວາມຂອງທ່ານຈະໄປນັ້ງໃນໃຈລູກຄ້າໄດ້ ແລ້ວ ລູກຄ້າຍອມຈົກເງິນຊື້ສິນຄ້າຂອງທ່ານທີ່ນຳສະເໜີ.  ສ່ວນວ່າຈະໂພສເວລາໃດໃນແຕ່ລະມື້ນັ້ນ ກໍມີການວິເຄາະອອກມາຫຼາກຫຼາຍໂດຍຂຶ້ນຢູ່ກັບວ່າທ່ານຂາຍສິນຄ້າຫຍັງ? ໃຫ້ກັບກຸ່ມຄົນໃດ ເຊັ່ນ: ຖ້າກຸ່ມເຮັດວຽກມັກຫຼິ້ນເຟສບຸກໃນເວລາຫາຮອດຫ້ອງການ? ຄົນສູງອາຍຸນິຍົມຫຼິ້ນໃນຕອນສວາຍ ເຊິ່ງໂຕນີ້ກໍປັບປ່ຽນໄປຕາມພຶດຕິກຳຂອງຜູ້ບໍລິໂພກເຊິ່ງກໍມີການປ່ຽນແປງເລື້ອຍໆ.

3. ບໍ່ນ່າລຳຄານ ແຖມໃຫ້ຄວາມມ່ວນຊື່ນ ຈະຖືກແຊຣ໌ຕໍ່ໆໄປອີກ. 

ການຜະລິດ Content  ຫຼື ເນື້ອຫາຂອງບົດຄວາມ ທີ່ດີນັ້ນ ຈະເປັນບົດຄວາມທີ່ສັ້ນໆ ແບບ 2 ນາທີ ພ້ອມກັບມີຮູບງາມໆ ສີສັນໃຫ້ເຂົ້າເປົ້າ ແລະ ເນື້ອຫາຕ້ອງຖືກໃຈ. ແຕ່ຖ້າຈະຂຽນແບບຍາວໆ ວິທີການເລົ່າຕ້ອງເປັນຕາຢາກອ່ານ ໃຫ້ຜູ້ອ່ານຕ້ອງຢາກຢູ່ກັບບົດຄວາມນັ້ນໄດ້ດົນ, ໂດຍຕອນຈົບ ຜູ້ອ່ານຕ້ອງໄດ້ປະໂຫຍດຢ່າງໃດຢ່າງໜຶ່ງຈາກການອ່ານ ອາດເພີ່ມກິດຈະກຳ ຊວນແຊຣ໌ ເພື່ອຮັບໂປຣໂມຊັນຈາກທາງຮ້ານອີກ.

ສະຫຼຸບແລ້ວວ່າ ຮ້ານຄ້າອອນໄລ໌ ກັບ  Content marketing ນັ້ນຈະເປັນຂອງຄູ່ກັນ ຖ້າຫາກທ່ານເປັນເຈົ້າຂອງຮ້ານຈົ່ງຕິດຕາມ ສັງເກດເທຣນການຕະຫຼາດອອຍໄລ໌ຢ່າງສະໝໍ່າສະເໝີ ເພາະຍຸດທະສາດປະເພດນີ້ ມີການປ່ຽນແປງໄວ ເຊິ່ງຄອນເຊັບງ່າຍໆ ທີ່ມັກມາເລົ່າສູ່ຟັງນີ້ ຈະເປັນແນວທາງຊ່ວຍໃຫ້ຮ້ານນ້ອຍໆຂອງທ່ານໄດ້ມີເລື່ອງດີໆໃຫ້ແກ່ລູກຄ້າ ຫຼາຍກວ່າການຂາຍສິນຄ້າຄຸນນະພາບດີທີ່ທ່ານກຽມໄວ້ພຽງຢ່າງດຽວ.

ຂໍ້ມູນຈາກ: marketingoops.com, ceoblog.co, contentshifu.com, blog.sellsuki.co.th

Comments