5 ວິທີການຂໍສິນເຊື່ອ SME ໃນການເລີ່ມທຸລະກິດໃໝ່

ຖ້າ SME ຕ້ອງການາຂະຫຍາຍທຸລະກິດໃນອານາຄົດຕ້ອງການສ້າງທຸລະກິດໃຫ້ເຕີບໂຕ ຈຳເປັນຕ້ອງມີການວາງແຜນລ່ວງໜ້າ ເພື່ອກູ້ສິນເຊື່ອທະນາຄານໄດ້ງ່າຍ ເພາະວ່າການຂໍສິນເຊື່ອຈາກທະນາຄານ ຈຳເປັນຕ້ອງສ້າງຄວາມໜ້າເຊື່ອຖື

ແຕ່ການຂໍສິນເຊື່ອ ບໍ່ແມ່ນວ່າທຸກ SME ຈະກູ້ຜ່ານ ມັນຂຶ້ນຢູ່ກັບເງື່ອນໄຂຂອງທະນາຄານ. ແຕ່ຖ້າເຮົາກຽມໂຕເອງໃຫ້ພ້ອມ ການຂໍສິນເຊື່ອກໍສາມາດອະນຸມັດໄດ້ງ່າຍໆ ເຊັ່ນກັນ.  ມື້ນີ້ມີວິທີຂໍສິນເຊື່ອສຳລັບ SME ຂໍແນວໃດໃຫ້ຜ່ານສະບາຍ……..

  1. ວາງແຜນລ່ວງໜ້າດ້ວຍການເຮັດບັນຊີໃຫ້ເງິນເຂົ້າສະໝໍ່າສະເໝີ.

ຖ້າ SME ຕ້ອງການຂະຫຍາຍກິດຈະການໃນອານາຄົດ ຕ້ອງການສ້າງທຸລະກິດໃຫ້ເຕີບໂຕ ຈຳເປັນຕ້ອງມີການວາງແຜນລ່ວງໜ້າ ເພື່ອໃຫ້ກູ້ສິນເຊື່ອທະນາຄານໄດ້ງ່າຍ ເພາະວ່າການຂໍສິນເຊື່ອຈາກທະນາຄານ ຈຳເປັນຕ້ອງສ້າງຄວາມໜ້າເຊື່ອຖື ເພື່ອໃຫ້ທະນາຄານເຫັນວ່າ ໃນແຕ່ລະເດືອນ ມີລາຍໄດ້ເຂົ້າໃນບັນຊີຕະຫຼອດ.

ແນະນຳໃຫ້ SME ລວບລວມເງິນເປັນກ້ອນແລ້ວຝາກເຂົ້າທະນາຄານທຸກເດືອນ ເປັນປະຈຳ ໂດຍການກຳນົດເອົາວັນທີໃດໜຶ່ງຂອງເດືອນນັ້ນໆ ເຊັ່ນ ລວມເງິນທີ່ຂາຍເຄື່ອງໄດ້ ຝາກທະນາຄານທຸກວັນທີ 1-5 ຂອງທຸກເດືອນ ແລະ ຖ້າບໍ່ຈຳເປັນແທ້ໆບໍ່ໃຫ້ຖອນເງິນອອກໄປຈົນໝົດບັນຊີ  ໃຫ້ມີເຫຼືອຕິດບັນຊີຢ່າງໜ້ອຍພໍກັບຍອດທີ່ຜ່ອນສິນເຊື່ອລາຍເດືອນໄດ້ ເພື່ອໃຫ້ທະນາຄານເຫັນວ່າ ເຮົາສາມາດຜ່ອນຊໍາລະໃຊ້ຄືນໃຫ້ກັບທະນາຄານໄດ້.

ການວາງແຜນເຮັດບັນຊີ ໃຫ້ມີເງິນເຂົ້າສະໝໍ່າສະເໝີຈະເຮັດໃຫ້ການຂໍສິນເຊື່ອຈາກທະນາຄານເຮັດໄດ້ງ່າຍຂື້ນ ເພາະທະນາຄານຈະເບີ່ງວ່າ ເຖິງວ່າເຮົາຈະເປັນ SME ແຕ່ມີລະບົບການເຮັດບັນຊີທີ່ດີ ຕໍ່ເນື່ອງ ໜ້າເຊື່ອຖື ເພາະມັນໝາຍເຖິງຄວາມເຂັ້ມແຂງຂອງທຸລະກິດ ທີ່ສາມາດດຳເນີນການໄດ້ຢ່າງຕໍ່ເນື່ອງ ແລະ ມີທິດທາງທີ່ດີຂຶ້ນ.

2. ກຽມຫຼັກຖານເອກະສານທີ່ສະແດງລາຍໄດ້ໃຫ້ຄົບຖ້ວນທີ່ສຸດ.

ເຊັ່ນ ບັນຊີເງິນຝາກ ປື້ມບັນທຶກລາຍຮັບ-ລາຍຈ່າຍຂອງກິດຈະການ ຫຼັກຖານການເສຍພາສີ, ຮູບຖ່າຍໜ້າຮ້ານ, ຍິ່ງມີເອກະສານໄປສະແດງຕໍ່ທະນາຄານໄດ້ຄົບຖ້ວນເທົ່າໃດ ກໍຈະເຮັດໃຫ້ທະນາຄານພິຈາລະນາອະນຸມັດໄດ້ງ່າຍຂຶ້ນ ເພາະທະນາຄານໄດ້ຂໍ້ມູນຄົບຖ້ວນໄວ ກໍອະນຸມັດໃຫ້ສິນເຊື່ອ ໃຫ້ກັບເຮົາໄວເຊັ່ນກັນ.

ການຂໍສິນເຊື່ອກັບທະນາຄານເຮົາຕ້ອງຄິດສະເໝີວ່າ ເຂົາຈະອະນຸມັດເງິນໃຫ້ກັບເຮົາກໍຕໍ່ເມື່ອ ເຂົາໝັ້ນໃຈໃນລາຍໄດ້ ແລະ ຄວາມໝັ້ນຄົງທຸລະກິດຂອງເຮົາ ວ່າສາມາດຜ່ອນຊໍາລະເງິນຄືນທະນາຄານໄດ້ຕາມເງື່ອນໄຂ ເພາະສະນັ້ນ, ຖ້າເຮົາຢາກໄດ້ຮັບອະນຸມັດ ເຮົາກໍຈຳເປັນຕ້ອງເຮັດຕາມເງື່ອນໄຂຂອງທະນາຄານ ຖ້າຜິດເງື່ອນໄຂທະນາຄານເຖິງວ່າເຈົ້າຈະສະໜິດກັບເຈົ້າໜ້າທີ່ສ່ຳໃດ ທະນາຄານກໍບໍ່ສາມາດອະນຸມັດສິນເຊື່ອໃຫ້ຢູ່ແລ້ວ.

ສີ່ງທີ່ SME ຄວນເຮັດຖ້າຢາກຂໍສິນເຊື່ອມາຂະຫຍາຍກິດຈະການ ຕ້ອງມີເງິນເຂົ້າໃນບັນຊີຂອງຮ້ານຢ່າງຕໍ່ເນື່ອງ ແລະ ເຮັດປື້ມບັນທຶກ ລາຍຮັບ-ລາຍຈ່າຍ ເສຍພາສີຢ່າງຕໍ່ເນື່ອງຈະເຮັດໃຫ້ທະນາຄານອະນຸມັດງ່າຍ ດີບໍ່ດີ ອາດມີສິດທິພິເສດຕ່າງໆໃຫ້ ເຊັ່ນ: ຫຼຸດດອກເບ້ຍ, ເພີ່ມວົງເງິນກູ້,​ ໃຫ້ເຂົ້າຮ່ວມໂຄງການເພື່ອອົບຮົມຄວາມຮູ້ກັບຜູ້ປະກອບການທີ່ທາງທະນາຄານຈັດຂຶ້ນອີກຕ່າງຫາກ ແລະ ອີກຫຼາຍໆຢ່າງ.

3. ສ້າງເຄຣດິດໃຫ້ເປັນຜູ້ປະກອບການເອງ.

ການທີ່ SME ຈະກູ້ເງິນເພື່ອຂໍສິນເຊື່ອ ບໍ່ມີຂໍ້ຫ້າມວ່າ ຈະຕ້ອງບໍ່ມີໜີ້ບ່ອນອື່ນ ຜູ້ປະກອບການສາມາດມີໜີ້ບ່ອນອື່ນໄດ້ ແຕ່ຕ້ອງມີໜ້ອຍທີ່ສຸດ ແລະ ມີການຜ່ອນຊຳລະທີ່ດີ, ຕໍ່ເນື່ອງ ບໍ່ມີປະຫວັດເສຍຫາຍ, ບໍ່ຕິດແບັກລິສ, ຍິ່ງປະຫວັດການຜ່ອນຊຳລະດີ ຈະຍິ່ງເຮັດໃຫ້ທະນາຄານເຫັນເຖິງຄວາມສາມາດ ແລະ ວິໄນໃນການຜ່ອນຊໍາລະຂອງເຮົາ ແລະ ປະຫວັດການຜ່ອນຊໍາລະດີ ມີຜົນທີ່ທາງທະນາຄານຈະນຳ ເອກສານມາປະກອບການພິຈາລະນາໄດ້ໄວ.

ແຕ່ທະນາຄານກໍຈະເບີ່ງເງິນຄົງເຫຼືອອື່ນໆ ແລະ ຄ່າໃຊ້ຈ່າຍອື່ນໆນຳອີກ  ແຕ່ຢ່າງໜ້ອຍ ເຄຣດິດຂອງເຈົ້າກໍສ້າງຄວາມໜ້າເຊື່ອຖືໃຫ້ກັບໂຕເຈົ້າເອງ ເຊີ່ງຖືວ່າເປັນສີ່ງທີ່ດີ ແລະ ເຮັດໃຫ້ທະນາຄານພິຈາລະນາງ່າຍຂື້ນນຳອີກ.

4. ມີບັນຊີເງິນຝາກອື່ນໆ ເພື່ອເປັນຫຼັກຄໍ້າປະກັນ.

ການທີ່ຜູ້ປກອບການ SME ມີເງິນຝາກປະຈຳ ມີເງິນກ້ອນຢູ່ໃນບັນຊີທະນາຄານ ກໍຈະເຮັດໃຫ້ທະນາຄານເບີ່ງເຫັນເຖິງຄວາມມີວິໄນທາງການເງິນ ແລະ ມີສະພາບຄ່ອງຈົນສາມາດມີເງິນຝາກປະຈຳ ແລະ ມີເງິນທີ່ນຳມາຝາກໂດຍແບບບໍ່ມີປະຫວັດການຖອນເງິນກ້ອນນັ້ນເລີຍ.  ຫາກຜູ້ປະກອບການ SME ຕ້ອງການກູ້ເງິນຈຳນວນຫຼາຍ ກໍສາມາດນຳເງິນຝາກເຫຼົ່ານີ້ມາເປັນຫຼັກຊັບໃນການຄ້ຳປະກັນຮ່ວມນຳໄດ້.

ແນະໃຫ້ໃຫ້ເຈົ້າຂອງທຸລະກິດນຳເງິນໄປຝາກໄວ້ກັບທະນາຄານຢ່າງເປັນປະຈຳ. ການຝາກຈະຝາກຫຼາຍຝາກໜ້ອຍ ຫຼື ຝາກຈຳນວນເທົ່າໃດ ຕ້ອງເບີ່ງທີ່ສະພາບຄ່ອງຂອງກິດຈະການນຳ, ເງິນຝາກຕ້ອງບໍ່ມີຜົນກະທົບຕໍ່ສະພາບຄ່ອງຂອງການດຳເນີນກິດຈະການ ແຕ່ກໍຈຳເປັນຕ້ອງສ້າງວິໄນໃນການຝາກປະຈຳທຸກເດືອນ ເຊິ່ງວິໄນໃນການຝາກ ແລະ ຍອດເງິນຝາກນີ້ແລະ ທີ່ຈະເຮັດໃຫ້ສາມາດນຳໄປເປັນຫຼັກຄຳ້ປະກັນໃນອານາຄົດໄດ້.

5. ມີຫຼັກຊັບຄ້ຳປະກັນ.

ຜູ້ປະກອບການຫຼາຍຄົນ ທີ່ເປັນ SME ຕ້ອງການທີ່ຈະຂະຫຍາຍກິດຈະການ ແຕ່ກູ້ບໍ່ຜ່ານ ທັງທີ່ເຮັດຕາມຂໍ້ 1-4 ມາທັງໝົດ, ເຊີ່ງເຮົາຕ້ອງມາເບີ່ງວ່າວົງເງິນທີ່ຜູ້ປະກອບການຂໍກູ້ນັ້ນຫຼາຍໜ້ອຍສໍ່າໃດ ຖ້າວົງເງິນກູ້ສູງແຕ່ເງິນຝາກທີ່ນຳເປັນຫຼັກຊັບໜ້ອຍ ກໍເປັນເລື່ອງປົກກະຕິທີ່ທະນາຄານຈະບໍ່ໃຫ້ຜ່ານ ເພາະຍອດເງິນທີ່ຕ້ອງຜ່ອນຊໍາລະມັນສູງກວ່າເຄຣດິດທີ່ເຮົາເຄີຍສ້າງມາເຮັດໃຫ້ທະນາຄານເກີດຄວາມບໍ່ໝັ້ນໃຈໃນຄວາມສາມາດໃນການຜ່ອນຊໍາລະຂອງເຮົາ. ການມີຫຼັກຊັບບໍ່ວ່າຈະເປັນທີ່ດິນ, ອາຄານ, ເຮືອນ, ຈະເຮັດໃຫ້ທະນາຄານພິຈາລະນາງ່າຍຂຶ້ນ.

ຖ້າວ່າຜູ້ປະກອບການກັງວົນບໍ່ຢາກເອົາເຮືອນ ຫຼື ທີ່ດິນມາເປັນຫຼັກຊັບຄ້ຳປະກັນ, ຈຳເປັນຈະຕ້ອງປັບແຜນໃນການຂະຫຍາຍກິດຈະການ ເພື່ອໃຫ້ເໝາະກັບສະພາບທາງການເງິນ ທີ່ສາມາດກູ້ຈາກທະນາຄານໄດ້ ກໍຈະເຮັດໃຫ້ຄວາມສ່ຽງ ແລະ ຄວາມບໍ່ສະບາຍໃຈ ຫຼຸດລົງໄດ້.

ທະນາຄານທຸກບ່ອນ ມີເງື່ອນໄຂໃນການປ່ອຍສິນເຊື່ອໃຫ້ກັບ SME ຢູ່ແລ້ວ ການວາງແຜນລ່ວງໜ້າ ແລະ ການກຽມຕົວໃຫ້ພ້ອມ ໃຫ້ເຂົ້າກັບເງື່ອນໄຂຂອງທະນາຄານ, ເມືອເຖິງເວລາຈຳເປັນທີ່ຈະຕ້ອງຂະຫຍາຍກິດຈະການກໍຈະເຮັດໃຫ້ເຮົາສາມາດຂໍກູ້ ແລະ ມີໂອກາດທີ່ຈະຜ່ານການອະນຸມັດໄດ້ງ່າຍຂຶ້ນນນຳ.

By: Soukseed

ທີ່ມາ– https://taokaemai.com

Comments