Youtuber ແລະ Gamer ຕິດ Top 10 ອາຊີບໃນຝັນຂອງຄົນລຸ້ນໃຫມ່

ໂລກປ່ຽນ, ການໃຊ້ຊີວິດຂອງຄົນກໍປ່ຽນ  ໂດຍສະເພາະແມ່ນ ການມີເຕັກໂນໂລຊີໃໝ່ໆເຂົ້າມາ ຈຶ່ງເລີ່ມມີໃຫ້ເຫັນອາຊີບໃຫມ່ໆທີ່ເກີດຂຶ້ນຢູ່ໃນທົ່ວໂລກ ແລະ ເປັນອາຊີບທີ່ໃຜໆກໍສາມາດສ້າງ ແລະ ເຮັດເອງຂຶ້ນມາໄດ້ ແຖມຍັງມີລາຍໄດ້ດີ ຈາກອິນເຕີເນັດ, ຢູທູບ ແລະ ເຟສບຸກ  ແລະ ເຊື່ອວ່າ ໃນອະນາຄົດອີກບໍ່ເທົ່າໃດປີ ກໍຕ້ອງເກີດຂຶ້ນຢູ່ບ້ານເຮົາແນ່ນອນ.

ເປີດເຜີຍຜົນສຳຫຼວດ  ເດັກນ້ອຍໃນປະເທດເກົາຫລີໃຕ້ ພົບວ່າ ໃຫຍ່ຂຶ້ນມາຢາກເປັນ Youtuber ແລະ Gamer ຕິດ Top 10  ເທົ່າກັບອາຊີບອື່ນໆທີ່ເຄີຍເປັນຄວາມຝັນຂອງເດັກມາແຕ່ດົນນານ ເຊັ່ນ: ເປັນທ່ານໝໍ, ເປັນຄູ, ເປັນຕຳຫຼວດ, ທະຫານ, ນັກກິລາ, ກັບຕັນ, ສາວແອ  ແລະ ທະນາຍ ເຫຼົ່ານີ້ເປັນຕົ້ນ. 

ຜົນສຳຫຼວດນີ້ ຈັດຂຶ້ນໂດຍກະຊວງສຶກສາທິການ ປະເທດເກົາຫລີໃຕ້ ເຊິ່ງໄດ້ສອບຖາມເດັກປະຖົມສຶກສາວ່າ ໃນອະນາຄົດໃຫຍ່ຂຶ້ນມາຢາກເຮັດອາຊີບຫຍັງຫຼາຍທີ່ສຸດ.

ເນື່ອງຈາກວ່າ ປັດຈຸບັນນີ້ ຄົນລຸ້ນໃໝ່ໃນເກົາຫລີໃຕ້ ແມ່ນພາກັນນິຍົມ ສົ່ງຄຣິບ ຫຼື ໄລ໌ສົດຂຶ້ນ ຢູທູບ ຫຼາຍທີ່ສຸດ. ເນື້ອຫາສ່ວນຫຼາຍກໍແມ່ນເລື່ອງການກິນ, ພາທ່ຽວ, ການເຕັ້ນ…..

ທີ່ມາ: http://www.digitalagemag.com

ຂໍ້ມູນຈາກ:  pulsenews.co.kr/view.php?year=2018&no=780884

Comments