ສະໜາມບິນຍຸກໃໝ່ ມີລະບົບຈື່ຈຳໃບໜ້າຜູ້ໂດຍສານ ເພື່ອອຳນວຍຄວາມສະດວກ

ສະໜາມບິນຍຸກດິຈິຕ໋ອນ ມີນະວັດຕະກຳໃໝ່ໆຫຼາກຫຼາຍຢ່າງເຊັ່ນ: ຫາຕໍາແໜ່ງຕິດຕາມຜູ້ໂດຍສານ ເຮັດໃຫ້ສາມາດສົ່ງລະບົບເຕືອນໃຫ້ຂຶ້ນຍົນທັນ ແລະ ແຈ້ງເສັ້ນທາງທີ່ສາມາດໄປຫາປະຕູເພື່ອຈະຂຶ້ນຍົນໄດ້ວ່ອງໄວ. ນອກຈາກນີ້ກໍ ມີເຕັກໂນໂລຊີ IoT ເປັນລະບົບສ່ອງແສງສະຫວ່າງສະໜາມບິນ ຄວບຄຸມແບບທຸກມິຕິ ແບບ Realtime

ສະໜາມບິນທີ່ໃຊ້ເຕັກໂນໂລຊີ ດ້ວຍລະບົບ AI  ຈື່ຈຳໃບໜ້າໃນການເບິ່ງຖ້ຽວບິນ

ປັດຈຸບັນ ເຕັກໂນໂລຊີ ເຂົ້າມາມີບົດບາດໃນຊີວິດປະຈຳວັນ ອຳນວຍຄວາມສະດວກສະບາຍ ແລະ ຖືກນຳມາໃຊ້ໃນສະໜາມບິນແລ້ວ ແລະ ສາມາດໃຊ້ງານໄດ້ຈິງກັບຜູ້ໂດຍສານແລ້ວ.

ເລີ່ມຕົ້ນດ້ວຍເຕັກໂນໂລຊີທີ່ເຂົ້າມາຊ່ວຍການບອກຕໍາແໜ່ງ ແລະ ຕິດຕາມຜູ້ໂດຍສານທີ່ຢູ່ໃນຫ້ອງບໍລິການຜູ້ໂດຍສານ ໂດຍເຕັກໂນໂລຊີນີ້ ເຮັດໃຫ້ສາມາດສົ່ງລະບົບເຕືອນໃຫ້ຜູ້ໂດຍສານຂຶ້ນຍົນ  ດ້ວຍຖານຂໍ້ມູນພາບໃບໜ້າ ແລະ  ລະບົບ ຂໍ້ມູນທາງພູມສາດ (geographic information system= GIS)

ຈໍພາບ FIDS ຈະສະແກຣນໃບໜ້າຂອງຜູ້ໂດຍສານ ລະບົບຈະລະບຸວ່າ ຜູ້ໂດຍສານແມ່ນໃຜ ຈາກລະບົບການຈື່ຈຳໃບໜ້າ ໜ້າຈໍ FIDS ກໍຈະສະແດງຂໍ້ມູນ ຊື່, ຖ້ຽວບິນ ແລະ ຕໍາແໜ່ງປັດຈຸບັນຂອງຜູ້ບໍລິໂດຍສານ ລວມທັງແຈ້ງບອກທາງທີ່ຈະໄປຮອດປະຕູເພື່ອຂຶ້ນຍົນໄດ້ໄວຂຶ້ນ

ໂດຍທັງ 2 ສິ່ງນີ້ ໃຊ້ເຕັກໂນໂລຊີປັນຍາປະດິດ (AI) ດ້ວຍລະົບບຈື່ໃບໜ້າແບບ End-to-End ດ້ວຍລະບົບກ້ອງວົງຈອນປິດທີ່ມີພາບຄົມແຈ້ງແບບ HD ໃນການເຮັດວຽກ.

ຊ່ວຍໃຫ້ພະແນກບໍລິຫານຈັດການສະໜາມບິນໄດ້ຢ່າງມີປະສິດທິພາບ ແລະ  ມີການເຝົ້າລະວັງດ້ວຍລະບົບອັດຕະໂນມັດ ຄອບຄຸມແບບທຸກມິຕິ ຊ່ວຍຫຼຸດຕົ້ນທຶນການກວດດ້ວຍມືໄດ້ກວ່າ 10,000 ຊົ່ວໂມງແຮງງານ/ປີ 

ເຊິ່ງນະວັດຕະກຳທີ່ພັດທະນາໃນສະໜາມບີນນີ້ເປັນການຮ່ວມມືຂອງພະແນກສະໜາມບິນຂອງ CAAC, TravelSky, ມະຫາວິທະຍາໄລການບິນພົນລະເຮືອນແຫ່ງປະເທດຈີນ ແລະ ຫົວເຫວີຍ

ທີ່ມາ: Digital Age Magazine

 

Comments