ເປັນຫຍັງ?? ຕ້ອງບິນກັບສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ?

ການເດີນທາງມັກຈະເປັນສິ່ງທີ່ເຮັດໃຫ້ເຈັບຫົວທີ່ສຸດສຳລັບບາງຄົນ, ໂດຍສະເພາະຖ້າມັນເປັນຄັ້ງທຳອິດຂອງທ່ານ ຫຼື ບາງຄົນທີ່ເຄີຍເດີນທາງມາແລ້ວຫຼາຍຄັ້ງກໍຕາມ. ເຊື່ອວ່າຫຼາຍໆຄົນລ້ວນແຕ່ມີຄວາມກັງວົນກ່ຽວກັບປະສົບການໃນເລື່ອງການເດີນທາງດ້ວຍຍົນ ແລະ ຄຸນນະພາບຂອງສາຍການບິນ; ໂດຍຫວັງວ່າສາຍການບິນທີເຮົາເລືອກຈະເໝາະສົມກັບເຮົາ ແລະ ການຈອງບ່ອນນັ່ງກໍຍັງມີບ່ອນວ່າງສຳລັບເຮົາຢູ່?  ສ່ວນຫຼາຍເຮົາກໍມັກທີຈະເລືອກສາຍການບິນທີ່ມີລາຄາສົມເຫດສົມຜົນ ແລະ ຫວັງວ່າຈະໄດ້ຮັບການບໍລິການລະດັບ First-Class ໃນທ່ຽວບິນ, ແຕ່ນີ້ມັນບໍ່ແມ່ນກໍລະນີທີ່ມີສາຍການບິນຫຼາຍແຫ່ງແຂ່ງຂັນກັນທົ່ວໂລກ.

    ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ເປັນເຈົ້າຂອງສາຍການບິນອັນດັບທີ 14 ໃນ SKYTRAX ຂອງທົ່ວໂລກ, ແລະເປັນອັນດັບທີ 1 ໃນປະເທດຈີນທີໄດ້ຮັບລາງວັນ ສາຍການບິນ First-Class ທີດີທີ່ສຸດ ແລະ ອີກຫຼາຍໆລາງວັນ, ເຮັດໃຫ້ ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ເປັນສາຍການບິນທີໃຫຍ່ທີສຸດ ແລະ ເປັນອັນດັບຕົ້ນໆຂອງສາຍການບິນລະດັບ 4 ດາວທົ່ວໂລກ. ດ້ວຍຄຸນນະພາບເຫຼົ່ານີ້ທ່ານສາມາດຄາດຫວັງໄດ້ວ່າຈະໄດ້ຮັບການບໍລິການທີດີ. ຈະບໍ່ມີຄວາມເປັນກັງວົນໃນການຈອງປີ້ຍົນ, ບ່ອນນັ່ງ, ຄວາມບັນເທິງ, ອາຫານ, ການບໍລິການ ຫຼື ການບິນທີປອດໄພ ແລະ ສິ່ງເຫຼົານີ້ຈະບໍ່ເປັນບັນຫາເມື່ອທ່ານຈອງປີ້ຍົນກັບ ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌; ນັບຕັ້ງແຕ່ ການເຊັກອິນ ແລະ ບໍລິການເທິງທ່ຽວບິນ ພວກເຮົາຮັບປະກັນໄດ້ວ່າທ່ານຈະໄປເຖິງຈຸດໝາຍໄດ້ຢ່າງປອດໄພ, ມີປະສິດທິຜົນ, ວ່ອງໄວ ແລະ ສະດວກສະບາຍ ແລະ ໃນແບບທີ່ເໝາະສົມກັບງົບປະມານຂອງທ່ານ.

ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ເປັນການສາຍການບິນທີມີຍົນໃຫຍ່ທີ່ສຸດໃນ ສ.ປ.ຈີນ ດ້ວຍການພັດທະນາລະບົບເຄື່ອຂ່າຍເສັ້ນທາງທີຫຼາຍທີ່ສຸດ ແລະ ດ້ວຍປະລິມານຂອງຜູ້ໂດຍສານທີຫຼາຍທີສຸດໃນປະເທດຈີນ ຊຶ່ງມີເຖິງ 137 ລ້ານຄົນໃນປີທີ່ຜ່ານມາ. ມີຍົນຜູ້ໂດຍສານ ແລະ ມີຍົນຂົນສົ່ງສິນຄ້າຫຼາຍກວ່າ 820 ລາຍການ ເຮັດໃຫ້ ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ເປັນໜຶ່ງໃນກຸ່ມຍານພາຫະນະໃຫຍ່ທີ່ສຸດໃນໂລກ, ເປັນອັນດັບ 1 ໃນ ອາຊີ ແລະ ອັນດັບທີ 3 ຂອງໂລກ. ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ຍັງເປັນສາຍການບິນທີນຳໜ້າໃນສະຖິຕິເລື່ອງການເບິ່ງແຍງຮັກສາຄວາມປອດໄພສູງທີ່ສຸດໃນປະເທດຈີນ ແລະ ທົ່ວໂລກ; ຮັບປະກັນຄວາມປອດໄພຂອງທ່ານ ແລະ ຄວາມສະດວກສະບາຍໃນການເດີນທາງທີປາສະຈາກຄວາມຄຽດ. ເລືອກໃນການບິນຕັ້ງແຕ່ຊັ້ນ First-Class ໄປຈົນເຖິງ ຊັ້ນ Business ແລະ Economy ຊຶ່ງມີຈຸດໝາຍຫຼາຍເຖິງ 220 ທີໃຫ້ທ່ານເລືອກ. ບິນພາຜູ້ໂດຍສານໄປເຖິງຈຸດໝາຍທີ່ພວກເຂົາຕ້ອງການໄດ້ຢ່າງສະດວກສະບາຍ ແລະ ທັນເວລາ, ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ຈຶ່ງກາຍເປັນສາຍການບິນທີ່ໃຫຍ່ທີ່ສຸດໃນໂລກ.

ເປົ້າໝາຍທີ່ສຳຄັນຂອງພວກເຮົາແມ່ນເນັ້ນຍ້ຳເພື່ອໃຫ້ຜູ້ໂດຍສານທຸກຄົນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນດ້ວຍການບໍລິການລະດັບຕົ້ນໆຈາກທີມງານຄຸນນະພາບທີ່ໄດ້ຮັບການເຝິກຝົນ ແລະ ຊຳນານ. ຜູ້ໂດຍສາຍທຸກຄົນຈະໄດ້ຮັບອາຫານລົດເລີດບໍ່ວ່າຈະເປັນອາຫານແບບຊາວຕາເວັນອອກ ຫຼື ຕາເວັນຕົກທີ່ມີໄວ້ໃຫ້ເລືອກຫຼາກຫຼາຍພ້ອມທັງມີໄວນ໌, ເຄື່ອງດື່ມ ແລະ ເຄື່ອງດື່ມແອລກໍຮໍຫຼາກຫຼາຍ. ພ້ອມທັງໂປຣແກຣມຄວາມບັນເທິງຫຼາຍກວ່າ 600 ຊົ່ວໂມງ ທີ່ຕອບສະໜອງຄວາມສົນໃຈຂອງທ່ານ, ຍັງມີຊຸດໜັງສືອີເລັກໂທນິກ ແລະ ວາລະສານ ລວມເຖິງ ລະບົບສຽງ/ວີດີໂອ ໄວ້ຄ່ອຍບໍລິການທ່ານ, ຫຸ້ນສ່ວນທຸລະກິດຂອງທ່ານ, ຄອບຄົວ ຫຼື​ ໝູ່ເພືອນ ຂອງທ່ານໄດ້ເພີດເພີນກັບໜັງ ແລະ ລາຍການຫຼາກຫຼາຍທີ່ທ່ານຕ້ອງການ.

ທ່ຽວບິນຊັ້ນ First-Class ຂອງພວກເຮົາຕິດອັນດັບ 1 ໃນປະເທດຈີນດ້ວຍຫຼາຍເຫດຜົນ. ເຮົານຳສະເໜີປະສົບການທີ່ມີຄຸນນະພາບສຳລັບຜູ້ໂດຍສານຊັ້ນ First-Class ຂອງເຮົາທີ່ແຕກຕ່າງກັນໄປຕັ້ງແຕ່ຍົນແຕ່ລະລຳ ແຕ່ເປັນທີ່ສຸດໃນທຸກຢ່າງບໍ່ວ່າຈະເປັນຄວາມສະດວກສະບາຍ, ຄວາມເປັນສ່ວນຕົວ, ຄວາມບັນເທິງ, ອາຫານຄ່ຳລົດເລີດ ແລະ ຍັງມີພື້ນທີ່ສ່ວນຕົວທີ່ມາພ້ອມກັບຫູຟັງທີ່ຕັດສຽງລົບກວນຈາກພາຍນອກ, ລະບົບໄຟຊ່ອງສະຫວ່າງພ້ອມຕົວເລືອກລະດັບແສງ, ແລະ ບ່ອນໄວ້ເຄື່ອງທີ່ພິເສດສຳລັບເກັບເຄື່ອງສ່ວນຕົວ, ທັງໝົດນີ້ສ້າງຂຶ້ນໃນບ່ອນນັ່ງທີ່ອອກແບບມາເປັນຄືກັບຮັງຜ້າໄໝ ແລະ ແນ່ນອນແມ່ນມີໂທລະທັດຈໍກວ້າງສ່ວນຕົວອີກດ້ວຍ. ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ First-Class ຍັງນຳໃຫ້ບໍລິການດ້ວຍແຊມເປັນ, ໄວນ໌ , ເບຍ, ກາເຟເອັກເພດໂຊ, ຄາປູຊິໂນ່, ຊາຄຸນນະພາບທີດີທີ່ສຸດ ແລະ ອາຫານທີຄັດສັນມາຢ່າງດີຊຶ່ງສາມາດປັບໃຫ້ເປັນໃນແບບທີ່ທ່ານມັກໄດ້ຢ່າງເຕັມທີ; ເມື່ອທ່ານຈອງປີ້ຍົນຊັ້ນ First-Class ແລ້ວ. ສຳຄັນທີ່ສຸດແມ່ນບ່ອນນັ່ງຂອງທ່ານນັ້ນສາມາດປັບໄດ້ເຕັມທີ່; ບ່ອນນັ່ງໃດກໍໄດ້ຈາກຕຳແໜ່ງຕັ້ງ ໄປຈົນເຖິງເປັນຕຽງນອນທີຍືດອອກຈົນສຸດໃຫ້ພື້ນທີ່ຫຼາຍສຳລັບການຍືດແຂນ ແລະ ຂາ ໂດຍບໍ່ຕ້ອງວຸ່ນວາຍກັບຜູ້ໂດຍສານຄົນອື່ນທີ່ຈະມາລົບກວນພື່ນທີ່ຂອງທ່ານ. ດັ່ງນັ້ນແລ້ວເປັນຫຍັງຈຶ່ງບໍ່ອອກເດີນທາງກັບ ສາຍການບິນຊາຍນ່າເຊົາເທຣີນແອໄລ໌

ບິນໄປກັບພວກເຮົາໄດ້ແລ້ວມື້ນີ້ ເພື່ອປົດລ໊ອດປະສົບການໃໝ່ໆໃນແບບຂອງທ່ານໃນທົ່ວໂລກ. ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ມີເຄືອຂ່າຍທີກວ້າງຂວາງກວມເອົາທັງໝົດຈາກປະເທດຈີນໄປທົ່ວອາຊີ, ເອີຣົບ, ອາເມລິກາ ແລະ ໂອເຊອານີ ເຮັດໃຫ້ເປັນສາຍການບິນທາງເຄືອຂ່າຍສາກົນ. ມີທ່ຽວບິນຫຼາຍກວ່າ 3000 ທ່ຽວບິນໃນແຕ່ລະມື້ ໄປເຖິງ 224 ຈຸດໝາຍ 40 ປະເທດທົ່ວທຸກມຸມໂລກ, ບໍ່ມີສະຖານທີ່ ແລະ ແຫຼ່ງທ່ອງທ່ຽວທີ່ທ່ານບໍ່ສາມາດຄົ້ນຫາໄດ້ໂດຍສະເພາະກັບສະຖານທີ່ທ່ອງທ່ຽວທ້ອງຖິ່ນຂອງຈີນ. ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ກັບການເດີນທາງ ແລະ ຈຸດໝາຍປາຍທາງທີບໍ່ຈຳກັດທົ່ວທຸກມຸມໂລກ. ແລ້ວເຮົາຈະລໍຖ້າໄປເຮັດຫຍັງ ? ຈອງປີ້ສຳລັບການເດີນທາງກັບພວກເຮົາ ແລະ ສຶກສາຂໍ້ມູນເພີ່ມຕື່ມໄດ້ທີ່  https://global.csair.com/LA/GB/Home  

ຂຽນໂດຍ: Souker& Rambo

ຮຽບຮຽນ: Rambo

Comments