150 ກວ່າປະເທດ ສະໜັບສະໜູນຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຢ່າງກວ້າງຂວາງ

ບັນດາຄະນະຜູ້ແທນຈາກ 150 ກວ່າປະເທດທົ່ວໂລກໄດ້ເຫັນດີ ແລະ ສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຢ່າງກວ້າງຂວາງ ພາຍຫຼັງຈັດຕັ້ງປະຕິບັດມາໄດ້ 6 ປີພົບວ່າມີໝາກຜົນ ແລະ ເກີດເປັນຮູບປະທໍາຢ່າງຕັ້ງໜ້າ ເຊິ່ງສາມາດເຮັດໃຫ້ພື້ນຖານໂຄງລ່າງ, ການຄ້າ, ການລົງທຶນ, ການໄປມາຫາສູ່, ການທ່ອງທ່ຽວ ແລະ ອື່ນໆແຕກດອກອອກຜົນ.

ກອງປະຊຸມໜຶ່ງແລວ ໜຶ່ງເສັ້ນທາງຄັ້ງທີ 2 ເພື່ອການຮ່ວມສາກົນໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 26 ເມສາ 2019 ນີ້ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍເປັນປະທານຂອງ ທ່ານ ສີ ຈິ້ນ ຜີງ ປະທານປະເທດແຫ່ງ ສປ ຈີນ, ສະເພາະ ສປປ ລາວໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມດັ່ກ່າວ ນອກນັ້ນມີບັນດາປະມຸກລັດ, ຄະນະຜູ້ແທນຂັ້ນສູງ ແລະ ສື່ມວນລວມທັງໝົດ 5.000 ທ່ານຈາກ 150 ປະເທດທົ່ວໂລກເຂົ້າຮ່ວມກອງປະຊຸມຄັ້ງນີ້.

ກອງປະຊຸມຄັ້ງນີ້ດໍາເນີນ ເວລາ 3 ວັນ ( 25-27 ເມສາ 2019 ) ເຊິ່ງຄະນະຜູ້ແທນໄດ້ມີການປຶກສາຫາລື ແລະ ແລກຄວາມຄິດຄວາມເຫັນກ່ຽວກັບການຮ່ວມມືຫຼາຍດ້ານຄື: ການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ການຄົມມະນາຄົມ, ເຕັກໂນໂລຊີອັນໃໝ່, ນະວັດຕະກໍາທັນສະໄໝ, ການພັດທະນາສີຂຽວ 2030, ການພັດທະນາພື້ນຖານໂຄງລ່າງລະຫວ່າງກັນ ແລະ ກັນ, ການທ່ອງທ່ຽວ, ການໄປມາຫາສູ່ກັນ, ການແລກປ່ຽນວັດທະນະທໍາ ແລະ ອື່ນໆ.

ໃນໂອກາດດັ່ງກ່າວນີ້, ທ່ານ ສີ ຈິ້ນ ຜີງ ປະທານປະເທດແຫ່ງ ສປ ຈີນໄດ້ຂຶ້ນກ່າວໄຂກອງປະຊຸມໂດຍລະບຸວ່າ: ຈຸດປະສົງຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງເພື່ອມຸງເນັ້ນໃສ່ການເຊື່ອມຈອດກັນດ້ານການຮ່ວມມືໃນທາງປະຕິບັດຢ່າງເລີກເຊິ່ງ, ຮ່ວມກັນແກ້ໄຂສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆທີ່ມະນຸດພົບຢູ່, ບັນລຸຜົນປະໂຫຍດເຊິ່ງກັນ ແລະ ກັນ, ການພັດທະນາຮ່ວມກັນ, ເປີດຊ່ອງຫວ່າງໃໝ່ສໍາລັບການເຕີບໂຕເສດຖະກິດໂລກ, ສ້າງຕັ້ງຂຶ້ນເປັນເວທີໃໝ່ສໍາລັບການຄ້າ ແລະ ການລົງທຶນລະຫວ່າງປະເທດ, ຮ່ວມກັນຄຸ້ມຄອງເສດຖະກິດທົ່ວໂລກ, ການສຶກສາ, ສາທາລະນະສຸກ, ກະສິກໍາ, ວິທະຍາສາດ,ປະກອບສ່ວນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທຸກປະເທດ. ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງບໍ່ພຽງແຕ່ສະໜອງໂອກາດອັນໃ​ໝ່ສໍາລັບການພັດທະນາຂອງທຸກປະເທດໃນໂລກ, ແຕ່ກໍ່ເປີດກວ້າງຂອບເຂດໃໝ່ສໍາລັບການເປີດກວ້າງແລະການພັດທະນາຂອງຈີນອີກດ້ວຍ.

ຜ່ານມາເຫັນວ່າ: ຂໍ້ລິເລີ່ມດັ່ງກ່າວໄດ້ສ້າງກາລະໂອກາດໃໝ່ສອດຄອງກັບປະຫວັດສາດ ແລະ ຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການ ແລະ ການຮ່ວມມື ເຊິ່ງນັ້ນໝາຍວ່າຕ້ອງອີງໃສ່ຫຼັກການປຶກສາຫາລືຮ່ວມກັນ, ເປີດໂອກາດໃຫ້ແຕ່ລະຝ່າຍມີສ່ວນຮ່ວມ, ນໍາໃຊ້ທ່າແຮງບົ່ມຊ້ອນ, ພວກເຮົາຕ້ອງຮ່ວມກັນຕໍ່ຕ້ານການສໍ້ລາດບັງຫຼວງ, ສົ່ງເສີມການພັດທະນາແບບຍືນຍົງ, ການປະມູນ ແລະ ຈັດຊື້ຕ້ອງປະຕິບັດຕາມລະບຽບກົດໝາຍຂອງປະເທດນັ້ນໆ, ຮັບປະກັນຄວາມຍືນຍົງການຄ້າ ແລະ ການລົງທຶນ, ເພີ່ມທະວີການເຊື່ອມເຊື່ອດຈອດ, ເຊື່ອວ່າພວກເຮົາຈະເຮັດຈະວຽກຮ່ວມກັນຢ່າງໃກ້ຊິດ ແລະ ຕ້ອງມີຄຸນນະພາບສູງ, ເພື່ອເສີມເຄື່ອຂ່າຍການເຊື່ອມຈອດກັນເຊັ່ນ: ການສ້າງຂົວຢູຣາຊຽນ, ເສັ້ນທາງລົດໄຟຈີນ-ອາຊີ-ເອີລົບ-ອາຟຣິກກາ ລວມກອງທຶນເສັ້ນທາງສາຍໄໝ, ກອງທຶນພິເສດທີ່ພວກເຮົາໄດ້ຊຸກໃຫ້ມີການຮ່ວມມືລວມທັງບັນດາອົງການກ່ຽວຂ້ອງຕ່າງໆ. ນອກນີ້ຕ້ອງສົ່ງເສີມການຄ້າ ແລະ ການລົງທຶນໂດຍສະເພາະການຄ້າເສລີ, ເປີດກວ້າງການລົງທຶນ, ເຂົ້າຮ່ວມການເຈລະຈາກັບທຸກປະເທດ, ເລັ່ງລັດການຮ່ວມມືສາກົນ, ສ້າງລະບຽບການໃນການສະໜອງທຶນໃຫ້ແກ່ການພັດທະນາພາຍໃຕ້ໆ, ການພັດທະນາຍືນຍົນ, ການວາງສະແດງສິນຄ້າເອັກສະໂປຈະໄຈຂຶ້ນປີນີ້, ພວກເຮົາຈະໄດ້ນໍາໃຊ້ທ່ານອ່ຽງໃໝ່ປະຕິບັດອຸດສະຫາະກໍາຍຸກໂດຍສະເພາະ ນະວັດຕະກໍາໃໝ່, ເຕັກໂນໂລຊີ, ທຸລະກິດທີ່ເປັນຕົວແບບ, ສິ່ງຂັບເຄື່ອນການເຕີບໂຕແບບໃໝ່ ໃນນັ້ນແຜນຈັດຕັ້ງປະຕິບັດການຮ່ວມມືດ້ານນະວັດຕະກໍາ ແລະ ວິທະຍາສາດ, ຖ່າຍທອດເຕັກໂນຊີ, ສ້າງໂຄງການແລກພອນສະຫວັນໃນການເຝິກອົບຮົມໃຫ້ແກ່ພະນັກງານ ແລະ ນັກສຶກສາຈໍານວນ 5.000 ຄົນໃນອະນາຄົດ, ຈະເຊື້ອເຊີນພະນັກສັງກັດລັດ ແລະ ບໍ່ສັງກັດລັດຈໍານວນ 10.000 ຄົນເຂົ້າຮ່ວມ ແລະ ອື່ນໆ.

ໃນມື້ນີ້ດຽວກັນ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວໄດ້ຖືໂອກາດນີ້ປະກອບຄໍາເຫັນວ່າ: ນັບ​ຕັ້ງ​ແຕ່ ​ປະ​ທານ ສີ ຈິ້ນ​ຜີງ ​ໄດ້​ປະ​ກາດຂໍ້​ລິ​ເລີ່ມ​ ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ ໃນ​ປີ 2013 ເປັນ​ຕົ້ນ​ມາ, ​ຂໍ້​ລິ​ເລີ່ມ​ ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ ​ໄດ້​ສ້າງ​ຄວາມ​ສົນ​ໃຈຢ່າງ​ກ້​ວາງ​ຂວາງ​ຢູ່​ໃນ​ເວ​ທີ​ສາ​ກົນ. ກອງ​ປະ​ຊຸມ ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ ເພື່ອ​ການ​ຮ່ວມ​ມື​ສາ​ກົນ ​ຄັ້ງ​ທີ 1 ແລະ ກອງ​ປະ​ຊຸມ​ປິ່ນ​ອ້ອມ ​ສຳ​ຄັນ​ຂອງ​ຂະ​ແໜງ​ການ​ກ່ຽວ​ຂ້ອງຕ່າງໆ ໃນ​ປີ 2017 ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜົນສຳ​ເລັດ​ທີ່​ເປັນ​ຮູບ​ ປະ​ທຳ​ຕົວ​ຈິງ​ ​ໃນ​ເບື້ອງຕົ້ນ ​ແລະ ​ໄດ້ເປີດ​ສັງ​ກາດ​ໃຫມ່​ໃຫ້​ແກ່​ການ​ເປີດກ້​ວາງ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ການກໍ່​ສ້າງ​ແລວ​ເສດ​ຖະ​ກິດ ແລະ ພື້ນ​ຖານ​ໂຄງ​​ລ່າງ​ຕາມ​ທ່າ​ແຮງ ແລະ ຈຸດ​ພິ​ເສດ​ ຂອງ​ບັນ​ດາ​ປະ​ເທດ​ລຽບ​ຕາມໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ ​ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ ​ປະ​ໂຫຍດ ແລະ ເຄົາ​ລົບ​ຊຶ່ງ​ກັນ ​ແລະ ​ກັນ. ສປປ ລາວ ຕີ​ລາ​ຄາ​ສູງໝາກຜົນຂອງ​ການ​ຮ່ວມ​ມື​ພາຍໃຕ້ກອບ ໜຶ່ງແລວ ໜຶ່ງເສັ້ນທາງ ແລະໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຕາມ​ພາ​ລະ​ບົດ​ບາດ ແລະ ຄວາມ​ສາ​ມາດ​ຂອງ​ຕົນ​ເຂົ້າ​ໃນ​ການ ຈັດຕັ້ງປະຕິບັດ​ຂໍ້​ລິ​ເລີ່​ມດັ່ງກ່າວ. ໝາກຜົນຕົວຈິງທີ່ ສປປ ລາວ ໄດ້ຮັບກໍແມ່ນການພັດທະນາພື້ນຖານໂຄງລ່າງ ເຮັດໃຫ້ ສປປ ລາວ ສາມາດເຊື່ອມຈອດເຂົ້າກັບປະເທດໃນອານຸພາກພື້ນ ແລະ ສາກົນ, ເຊິ່ງໃນນີ້ອັນທີ່ພົ້ນເດັ່ນກໍ່ແມ່ນໂຄງ​ການ​ລົດ​ໄຟຄວາມໄວສູງ ລາວ-ຈີນ ​ທີ່ເປັນໜຶ່ງໃນໂຄງ​ການ​ຮ່ວມ​ມື​ທີ່​ໃຫຍ່​ທີ່​ສຸດ​ສຳ​ລັບ ສ​ປ​ປ ລາວ ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ.

ພ້ອມ​ດຽວ​ກັນ​ນັ້ນ, ສ​ປ​ປ ລາວ ແລະ ສ​ປ ຈີນ ຍັງ​ໄດ້​ຮ່ວມກັນ​ສ້າງແລວ​ທາງ​ເສດ​ຖະ​ກິດ ລາວ-ຈີນ ເຊິ່ງ​ເປັນ​ແລວ​ທາງ​ເສດ​ຖະ​ກິດ​ໃຫມ່​ ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ດ້ານ​ການ​ຄ້າ-ການລົງ​ທຶນ. ນອກ​ຈາກນີ້, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຂອງ ສ​ປ​ປ ລາວ ຍັງ​ໄດ້​ເຂົ້າ​ຮ່ວມ​ໃນ 8 ກົ​ນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ຂະ​ແໜງ​ການ​ຈາກ​ທັງ​ໝົດ 11 ກົນ​ໄກ​ຮ່ວມ​ມື​ຂອງ​ຂໍ້​ລິ​ເລີ່ມ ໜຶ່ງແລວ ໜຶ່ງ​ເສັ້ນ​ທາງນີ້. ແນວໃດກໍດີ ເຖິງແມ່ນຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຫາກໍ່ໄດ້ຮັບການຈັດຕັ້ງປະຕິບັດບໍ່ພໍເທົ່າໃດປີ, ແຕ່ກໍ່ສາມາດພິສູດໃຫ້ເຫັນເຖິງຜົນສຳເລັດໃນເບື້ອງຕົ້ນ ພ້ອມນີ້ເພື່ອຮັບປະກັນໝາກຜົນສູງສຸດ ຂອງການຮ່ວມມືໃນຂອບດັ່ງກ່າວນີ້, ສປປ. ລາວເຫັນວ່າ ມັນຍັງມີຄວາມຈຳເປັນຕ້ອງເພີ່ມທະວິໃນການປັບປຸງກົນໄກຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ, ແນໃສ່ຮັບປະກັນໃນການນຳໃຊ້ແຫຼ່ງທຶນທີ່ມີ ໃຫ້ເກີດຜົນສູງສຸດ, ປັບປຸງກົນໄກການປະສານງານເພື່ອໃຫ້ມີຄວາມວ່ອງໄວ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງແຕ່ລະໄລຍະ ແລະ ຫວັງວ່າຂໍ້​ລິ​ເລີ່ມໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ​ ຈະ​ສືບ​ຕໍ່​ນຳ​ຜົນ​ປະ​ໂຫຍດ​ມາສູ່​ ປະ​ເທດ​ຂອງ​ພວກ​ເຮົາ ໂດຍ​ສະ​ເພາະ​ປະ​ເທດ​ດ້ອຍພັດທະນາ ແລະ ກຳ​ລັງ​ພັດ​ທະ​ນາ ກໍຄື​ພາກ​ພື້ນ ແລະ ສາ​ກົນ. ​​ສປປ ລາວຢືນ​ຢັນ ຈະ​ສືບ​ຕໍ່​ຮ່ວມ​ມື ແລະ ສະ​ໜັບ​ສະ​ໜູນ​ ຂໍ້​ລິ​ເລີ່ມ​ ຫນຶ່ງ​ແລວ ຫນຶ່ງ​ເສັ້ນ​ທາງ ​ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ ຂອງ​ ຂໍ້​ລິ​ເລີ່​ມດັ່ງກ່າວ ເພື່ອຮ່ວມ​ກັນ​ສ້າງ​ສັນ​ຕິ​ພາບ​ ​ນຳ​​ເອົາຄວາມ​ຈະ​ເລີນສີ​ວິ​ໄລ ແລະ ການ​ພັດທະນາ​ແບບຍືນ​ຍົງມາສູ່​ທຸກ​ປະ​ເທດ​ລຽບຕາມ ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ ຄື​ດັ່ງ​ຈິດ​ໃຈ​ຂອງ​ຫົວ​ຂໍ້​ກອງ​ປະ​ຊຸມມື້ນີ້ “ການ​ຮ່ວມ​ມືຫນຶ່ງ​ແລວຫນຶ່ງ​ເສັ້ນ​ທາງ:ສ້າງ​ອະນາ​ຄົດ​ທີ່​ສົດ​ໃສ​ຮ່ວມ​ກັນ”.

ທ່ານ ວາຣາດີເມຍ ປູຕິນ ປະທານາທິບໍດີແຫ່ງຣັດເຊຍກ່າວວ່າ: ຣັດເຊຍຍາມໃດກໍສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ໃນສະພາບແວດລ້ອມທີ່ມີຄວາມໂປ່ງໃສ່ ແລະ ການຮ່ວມມືພາຍໃຕ້ຜົນປະໂຫຍດຮ່ວມກັນ ແນວໃດກໍດີ ສະພາບການເມືອງຂອງໂລກມີການປ່ຽນແປງຢ່າງວ່ອງໄວ, ບາງປະເທດກໍໃຊ້ແຕ່ມາດຕະການຝ່າຍດຽວ ໃນການຮ່ວມມືເທົ່ານັ້ນ, ການປະເຊີນໜ້າກໍ່ການຮ້າຍ, ການເຄືອນຍ້າຍຄົນ ຫລື ອົບພະຍົບ ແລະ ອື່ນໆໄດ້ກາຍເປັນສິ່ງທ້າທາຍ, ພວກເຮົາມີວັດທະນະທໍາແຕກຕ່າງກັນ ແຕ່ພວກເຮົາມີເປົ້າໝາຍອັນດຽວກັນໃນການສ້າງສັນຕິພາບ ແລະ ເຄົາລົບອະທິປະໄຕເຊິ່ງກັນ.

ຈີນເປັນປະເທດທີ່ມີອຸດົມການຄ້າຍຄືກັບຣັດເຊຍ ແລະ ບັນດາຂົງເຂດຢູຣາຊຽນຈະໄດ້ຮັບການຮ່ວມມືກັບ ສປ ຈີນ ປັດຈຸບັນ ຣັດເຊຍຈະຮ່ວມມືການຄ້າເສລີກັບຫວຽດນາມ, ອີຣານ ແລະ ພວມເຈລະຈາກັບສິງກະໂປ, ນອກນັ້ນຍັງໄດ້ຮ່ວມມືກັບເອີຣົບ.

ທ່ານ ມະຫາເທ ນາຍົກລັດຖະມົນຕີມາເລເຊຍກໍໃຫ້ຄໍາເຫັນບາງຕອນວ່າ:, ຂໍ້ລິ່ເລີມໜຶ່ງແລວໜຶ່ງເສັ້ນທາງເປັນສິ່ງທີ່ດີໂດຍສະເພາະປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ບັນດາປະເທດກ່ຽວຂ້ອງ ແຕ່ສະພາບປັດຈຸບັນຕ້ອງຮັບມືກັບສະພາບໃໝ່ເຊັ່ນ: ເຕັກໂນໂລຊີ ແລະ ປັນຍາປະດິດ, ການກໍ່ການຮ້າຍ, ອາສະຍາກໍາ ແລະ ອື່ນໆ.​

ທີ່ມາ: ຂ່າວສານປະເທດລາວ.

ພາບ-ຂ່າວ: ເກີດຂວັນໃຈ ມາລີຈັນສີ, ລາຍງານຈາກ: ປັກກິ່ງ

Comments