ພັດທະນາແຮງງານແມ່ຍິງເພື່ອຫຼຸດຜ່ອນການໄປຂາຍແຮງງານ ຢູ່ຕ່າງປະເທດທີ່ມີຄວາມສ່ຽງຕໍ່ແມ່ຍິງລາວ

ບັນດາທ່ານ ຄິດແນວໃດກັບຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ໂດຍສະເພາະໃນດ້ານອາຊີບ, ການເຮັດວຽກ, ການເລື່ອນຕໍາແໜ່ງ, ການເປັນຫົວໜ້າຄຸມລູກນ້ອງ… ຖ້າເບິ່ງໃນວົງການຂອງທຸລະກິດແລ້ວ ພວກເຮົາກໍເຫັນໄດ້ວ່າ ບົດບາດຍິງ-ຊາຍ ໃນທຸກມື້ນີ້ນັ້ນມີຄວາມສະເໝີພາບ  ມີຫຼາຍອົງກອນທີ່ມີແມ່ຍິງເປັນຜູ້ບໍລິຫານລະດັບສູງ, ຫຼາຍໆອົງກອນທີ່ພະນັກງານສ່ວນຫຼາຍເປັນແມ່ຍິງ ແລະ ເມື່ອມາເບິ່ງຜົນງານແລ້ວກໍຖືວ່າເຮັດໄດ້ດີເທົ່າທຽມກັບເພດຊາຍ; ແຕ່ໃນບາງອົງກອນ ຫຼື ບາງພາກສ່ວນເຫັນວ່າຍັງບໍ່ໃຫ້ສິດ-ໂອກາດ ແກ່ແມ່ຍິງເທົ່າທີ່ເຂົາເຈົ້າຄວນໄດ້ຮັບ,  ເນື່ອງຈາກສັກກະຍະພາບທາງດ້ານຮ່າງກາຍທີ່ບໍ່ແຂງແຮງເທົ່າເພດຊາຍ ແລະ ການຕັດສິນຈາກຄວາມຄິດຂອງຕົນເອງເປັນຕົ້ນ. ເນື່ອງໃນໂອກາດ ວັນແມ່ຍິງສາກົນ ວັນທີ 8 ມີນາ 2019 ນີ້. ວາລະສານທາເກັດຂອງພວກເຮົາກໍຢາກຈະເປັນສ່ວນໜຶ່ງ ເພື່ອຊ່ວຍຍົກພາລະບົດບາດຂອງແມ່ຍິງລາວ ກໍຄືສາກົນໃຫ້ສູງຂຶ້ນໄປຕຶ່ມອີກ, ໂດຍພວກເຮົາຈະຂໍແນະນໍາໃຫ້ຮູ້ຈັກກັບແມ່ຍິງຕົວນ້ອຍໆຄົນນີ້ ທ່ານ ນາງ ໄຂຄໍາ ລຸນບຸນພອນ “ກຽງ” ທີ່ມີຕໍາແໜ່ງເປັນ HR ຢູ່ທີ່ບໍລິສັດ ຊັນ-ເຕ້ລາວ ຈໍາກັດ, ຄຸມພະນັກງານຫຼາຍກວ່າ 225 ຄົນໃນນັ້ນເປັນແມ່ຍິງ 186 ຄົນ (ເນັ້ນແຮງງານແມ່ຍິງເປັນສ່ວນຫຼາຍ) ແລະ ມີປະສົບການຄຸມພະນັກງານຈາກໂຮງແຮມຫຼາຍໆບ່ອນມາກ່ອນ.

“ກຽງ” ໄດ້ໃຫ້ສໍາພາດກັບທາງທີມງານພວກເຮົາວ່າ: ສໍາລັບໃນໂຮງງານ ຊັນ-ເຕ້ລາວ ຂອງພວກເຮົາແມ່ນຈະໃຊ້ແຮງງານແມ່ຍິງເປັນສ່ວນຫຼາຍ ເຊິ່ງໂດຍສ່ວນຕົວແລ້ວຄິດວ່າ ແມ່ຍິງເປັນເພດທີ່ມີຄວາມລະອຽດອ່ອນ, ມີຄວາມຄິດຄວາມອ່ານໃນການເຮັດວຽກໄວກວ່າເພດຊາຍ ເພາະໃນໂຮງງານຂອງພວກເຮົາກໍມີແຮງງານເພດຊາຍເປັນບາງສ່ວນ ເຊິ່ງສາມາດທຽບໄດ້ເລີຍວ່າ ແມ່ຍິງເຮັດວຽກໄດ້ໄວກວ່າ ຮຽນຮູ້ໄດ້ໄວກວ່າ ຫຼື ອາດຈະເປັນວຽກທີ່ມັນກ່ຽວຂ້ອງກັບແມ່ຍິງແດ່ເຊັ່ນ: ການຫຍິບ, ການແຕ້ມແບບ… ເລື່ອງການຄຸມແຮງງານທີ່ເປັນແມ່ຍິງນີ້ຈະສະດວກຫຼາຍກວ່າເພດຊາຍເຊັ່ນກັນ ເພາະຈາກປະສົບການເຮັດວຽກມາຫຼາຍບ່ອນສັງເກດເຫັນວ່າ ເພດຊາຍຈະເປັນຄົນດື້, ເວົ້າກໍບໍ່ຢາກຟັງ ຫຼື ຟັງເວລາເວົ້າ ແຕ່ເວລາເຮັດກໍແລ້ວແຕ່ ບາງເທື່ອກໍເຮັດບາງເທື່ອກະບໍ່ເຮັດ ຫຼື ເຮັດບໍ່ໄດ້ຕາມເປົ້າແບບນີ້ (ແຕ່ກໍບໍ່ເປັນໝົດທຸກຄົນ). ສ່ວນຂໍ້ຫຍຸ້ງຍາກໃນການໃຊ້ແຮງງານຍິງກໍຄື ເວລາເຂົາເຈົ້າຖືພາ ແລະ ເກີດລູກຕ້ອງໄດ້ຊອກຄົນມາເຮັດວຽກປ່ຽນ ເພາະຈໍານວນຄົນເຮົາມີສະເພາະໜ້າທີ່ ແລະ ເວລາຖືພາກໍເຮັດວຽກໄດ້ບໍ່ເຕັມເມັດເຕັມໜ່ວຍຕາມທີ່ບໍລິສັດໄດ້ວາງໃຫ້ ສະນັ້ນ ຖ້າແມ່ຍິງຖືພາເຮົາກໍໄດ້ມີການແຍກອອກ ເພາະບໍ່ສາມາດເຮັດບັນລຸເປົ້າຄືໝູ່ໄດ້ ແລ້ວກໍຊອກຄົນມາໃຫ້ລາວສອນ ສອນເປັນແລ້ວກໍໃຫ້ຄົນໃໝ່ນັ້ນເຮັດວຽກແທນ ແລ້ວກໍຍ້າຍໄປເຮັດຢູ່ບ່ອນທີ່ວຽກເບົາຂຶ້ນ ໃຫ້ໄດ້ເລີກ 5 ໂມງ ແລະ ບໍ່ຕ້ອງມາເລັ່ງເປົ້ານໍາໝູ່ ຮອດຍາມເກີດລູກເຮົາກໍໃຫ້ພັກວຽກຈົນກວ່າຈະກັບມາເຮັດວຽກຄືນໄດ້.

ໃນເລື່ອງການເຮັດວຽກ ເຮົາໄດ້ມີການຕັ້ງເປົ້າໃຫ້ແຕ່ລະພະແນກ ຖ້າທະລຸເປົ້າເຮົາກະຈະມີເງິນ”ໂບນັດ”ໃຫ້ທຸກໆເດືອນ 130.000/ເດືອນ/ຄົນ ແລະ ຖ້າໄດ້ກາຍເປົ້າກໍໄລ່ຕຶ່ມໃຫ້ອີກ. ແຕ່ເນື່ອງຈາກເປັນວຽກໂຮງງານ ເຮົາກໍບໍ່ສາມາດດຶງເຂົາເຈົ້າໃຫ້ຢູ່ກັບເຮົາໄດ້ຖາວອນ, ກໍຈະມີການປ່ຽນຄົນເຂົ້າ-ອອກແດ່ ແຕ່ເຮົາກໍພະຍາຍາມບໍ່ໃຫ້ມີຫຼາຍ ເພື່ອຮັກສາມາດຕະຖານໃນການຜະລິດ, ໃຫ້ຄົນທີ່ເຮັດວຽກເປັນແລ້ວຢູ່ກັບເຮົາຕໍ່ໄປໃຫ້ຫຼາຍທີ່ສຸດ. ເຮົາຈຶ່ງມີມາດຕະການຄື ໃຜທີ່ເຮັດວຽກມາດົນ ແລະ ເຮັດວຽກດີ ກໍຈະມີການເພີ່ມເງິນເດືອນໃຫ້ ເພາະຢູ່ນີ້ຈະບໍ່ມີການເລື່ອນຕໍາແໜ່ງ, ຈະເຮັດວຽກເກົ່າ ແຕ່ຖ້າເກັ່ງກໍຈະໄດ້ເພີ່ມເງິນເດືອນຂຶ້ນ. ບໍ່ຢາກໃຫ້ເຂົາເຈົ້າຄິດວ່າຢູ່ໂຮງງານແລ້ວຈະບໍ່ມີການພັດທະນາ ເຮົາຈຶ່ງພະຍາຍາມສ້າງສັນສິ່ງຕ່າງໆໃຫ້ເຂົາເຈົ້າຢາກເຮັດວຽກຢູ່ບ່ອນນີ້, ໂດຍສະເພາະແຮງງານທີ່ເປັນແມ່ຍິງ. ການທີ່ໂຮງງານເຮົາຮັບແຮງງານຍິງເປັນສ່ວນຫຼາຍນັ້ນ ຄິດວ່າເປັນການຊ່ວຍເຫຼືອສັງຄົມອອີກຮູບແບບໜຶ່ງຄື ຊ່ວຍບໍ່ໃຫ້ແມ່ຍິງຕ້ອງເຄື່ອນຍ້າຍໄປເຮັດວຽກຢູ່ປະເທດອື່ນ ເຊິ່ງມີຄວາມສ່ຽງຕໍ່ການຖືກຕົວະຍົວະໄປໃນທາງບໍ່ດີເຊັ່ນ: ການຄ້າປະເວນີເປັນຕົ້ນ. ສະນັ້ນ ໂຮງງານເຮົາກໍຖືວ່າເປັນການພັດທະນາແມ່ຍິງລາວ ທີ່ບໍ່ໄດ້ຮັບການສຶກສາສູງທີ່ເທົ່າທີ່ຄວນ ໄດ້ມີວຽກເຮັດງານທໍາ ແລະ ບໍ່ຕ້ອງສ່ຽງອອກນອກປະເທດ.

ໃນນາມເປັນແມ່ຍິງ ຂ້າພະເຈົ້າກໍຢາກໃຫ້ສັງຄົມຍອມຮັບໃນຄວາມສາມາດແມ່ຍິງແດ່ ບໍ່ແມ່ນເອົາຄວາມຄິດຕົນເອງມາຕັດສິນແມ່ຍິງວ່າ ແມ່ຍິງເປັນເພດທີ່ອ່ອນແອ, ບໍ່ກ້າທີ່ຈະຕັດສິນໃຈ, ແມ່ຍິງຕ້ອງນໍາຫຼັງຜູ້ຊາຍ ເຊິ່ງອັນນີ້ບໍ່ແມ່ນແຕ່ຄວາມຄິດບາງຄົນ. ແຕ່ເປັນຄວາມເຊື່ອຂອງສັງຄົມລາວ ທີ່ມີມາແຕ່ດຶກດໍາບັນ, ມັນກໍເລີຍເປັນຄວາມຝັງໃຈຄົນລາວມາເລີຍ ວ່າແມ່ຍິງບໍ່ເໝາະກັບການເປັນຜູ້ນໍາ ແຕ່ມາຮອດປັດຈຸບັນນີ້ໂລກມັນປ່ຽນໄປແລ້ວ ໂລກມັນພັດທະນາໄປແລ້ວ ສະນັ້ນ ບ້ານເຮົາກໍຕ້ອງພັດທະນາໃຫ້ທັນກັບໂລກ ບໍ່ແມ່ນເວລາໃດຍົກໃຫ້ເພດຊາຍສູງກວ່າຕະຫຼອດ ໂດຍບໍ່ເບິ່ງຕາມສະພາບຄວາມເປັນຈິງ, ການທີ່ຈະເລືອກຄົນທີ່ມາຄຸມຄົນຈໍານວນຫຼາຍຄືຢູ່ໃນໂຮງງານແບບນີ້ ຫຼາຍຄົນກໍຄິດວ່າ ຕ້ອງແມ່ນເພດຊາຍຈຶ່ງຄຸມໄດ້ແມ່ນບໍ່? ແຕ່ຍ້ອນເຈົ້າຂອງໂຮງງານທີ່ເປັນຄົນຍີ່ປຸ່ນທີ່ຖືຫຸ້ນກັບຄົນລາວ (ຄົນຍີ່ປຸ່ນ 60% ຄົນລາວ 40%) ເພີ່ນບໍ່ໄດ້ຄິດແບບນັ້ນ ເພິ່ນເບິ່ງທີ່ຄວາມສາມາດຂອງຄົນ ແລະແມ່ຍິງຕົວນ້ອຍໆຄື “ກຽງ” ກໍເຮັດມັນໄດ້ ຍ້ອນຄວາມໄວ້ວາງໃຈຈາກຜູ້ໃຫຍ່.

ຄິດວ່າຄວາມເຊື່ອໝັ້ນເປັນສິ່ງສໍາຄັນຫຼາຍ ຖ້າມີແຕ່ຄົນເວົ້າວ່າເຮັດບໍ່ໄດ້, ບໍ່ໃຫ້ໂອກາດແມ່ຍິງໄດ້ສະແດງອອກ ແມ່ຍິງຄົນນັ້ນກໍຈະກາຍເປັນຄົນທີ່ເຮັດບໍ່ໄດ້ໄປຕະຫຼອດຊີວິດ ເພາະບໍ່ມີໂອກາດທີ່ຈະສະແດງໃຫ້ໃຜເຫັນເຖິງຄວາມສາມາດຂອງລາວ.

ສຸດທ້າຍຢາກຝາກເຖິງສັງຄົມ ເລື່ອງຄວາມຮຸນແຮງຕໍ່ແມ່ຍິງວ່າ ບໍ່ຢາກໃຫ້ມີເລື່ອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເກີດຂຶ້ນອີກ ບໍ່ວ່າໃນສັງຄົມໃດ, ແມ່ນຢູ່ວ່າແມ່ຍິງເປັນເພດທີ່ອ່ອນແອ ແຕ່ເວົ້າເລື່ອງຄວາມຮູ້, ຄວາມສາມາດແມ່ນມີເທົ່າທຽມ ຫຼື ອາດຈະຫຼາຍກວ່າຜູ້ຊາຍບາງຄົນ ສະນັ້ນ ຢ່າໃຊ້ຄວາມແຂງແຮງ ເປັນເຄື່ອງມືໃນການທໍາຮ້າຍຄົນທີ່ອ່ອນແອ ກວ່ານັ້ນກໍຄື “ແມ່ຍິງ” ແລະ ຢາກໃຫ້ສັງຄົມເຊື່ອຄືຂ້ອຍວ່າ ແມ່ຍິງທຸກຄົນມີຄວາມສາມາດໃນຕົວທີ່ແຕກຕ່າງກັນ ຢ່າຕັດສິນແມ່ຍິງດ້ວຍຄວາມຄິດຂອງຕົນເອງ, ຖ້າພໍຈະໃຫ້ໂອກາດໄດ້ ລອງໃຫ້ໂອກາດກັບແມ່ຍິງເບິ່ງ ເຊື່ອວ່າຖ້າເຈົ້າເຊື່ອໝັ້ນເຈົ້າຈະບໍ່ຜິດຫວັງຢ່າງແນ່ນອນ. ບໍ່ໃຫ້ແບ່ງແຍກວ່າວຽກໃດເໝາະສົມກັບແມ່ຍິງ ຫຼື ເພດຊາຍ ເພາະປັດຈຸບັນນີ້ແມ່ຍິງ ກໍເຮັດວຽກທຸກຢ່າງໄດ້ ຢ່າງສະເໝີພາບ.

(ວາລະສານທາເກັດ ສະບັບ 152 ເດືອນມີນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Sante Lao helps improve female laborers

to mitigate the number of people working overseas

which is risky for Lao women.

            What do you think about gender equality when it comes to work, promotion, high position… If we look at the business area, we can see that men and women enjoy equal chances. There are many organizations with female executives and employees who are able to perform their job as good as men. However, some firms still refuse to offer women with rights and opportunities they deserve due to physical difference and their own judgement. On the occasion of the International Women’s Day this March 8, 2019, Target Magazine would like to be a part in empowering Lao women both regionally and internationally through a story of a little lady named Ms. Khaykham Lounbounphone or “Kieng,” HR Officer at Sante Lao Limited. She manages more than 225 people of which 186 of them are female (focuses specifically on female laborers) and had extensive experience in administering employees at many hotels before.

“Kieng” gave an interview with us saying that: for Sante Lao Factory, most of our employees are women. I personally think that women are more careful and thoughtful making them work faster than men. We also have some male workers here which we could clearly see that women perform their job or learn new things much faster than men. Part of the reason for that might be because some jobs are more related to women, such as knitting, drawing… I find it more comfortable to manage female laborers than male. Throughout my experience, men (not everyone) are more stubborn or when I asked them to do something, just listened to me, but do not comply with what they were instructed. Nevertheless, the challenge of using female labor is when they get pregnant and give birth, we need to find their substitutes. During their pregnancy, women cannot perform their job as good as in their normal stage. Therefore, when they get pregnant, they will train their substitutes who will replace them during their absence. Once the substitutes are ready, the pregnant employees will be reshuffled to a position with less work. They have to leave work at 5 and not allowed to stay over chatting with friends. They are also eligible for maternal leaves before returning once they recover.

At work, each division will be given a target to achieve. If the target is reached, we will give them a monthly “bonus” of 130,000/month/person and they will get even more if they exceed the target. Despite incentives we offer, it is difficult to keep employees with us permanently. There will be people come and go. We will try to limit that trend in order to maintain our production standard by attempting to keep them us the longest possible. We issue a measure to reward those who have work long and perform well with extra payment as we do not have a promotion system here. We do not want them to think that factory work has not advancement. Therefore, we have strived to come up with whatever they would need to keep them here, especially female workers. Accepting more female workers is considered to be another way of helping society. We help women so that they would not have to travel overseas and risk being tricked by bad people into doing illegal things, such as prostitution. In this context, our factory serves as a stage for helping Lao women who are not well educated by giving them job so that they can avoid risking their life working overseas.

As a woman, I would like society to recognize female abilities, not to pre-judge them as being weak, indecisive and have to always be protected by men. This is not just an idea of a small group of people, but the entire Lao society rooted since the ancient time. Lao people then believe that women are not suitable to be leaders. Nevertheless, the world is changing and well developed that we have to keep up with it. We have to abandon the outdated male-domination tradition while looking at the reality. You might think that need to rely on men to manage many factory workers, right? But no! Our factory owner who is Japanese and a major shareholder (Japanese 60% Lao 40%) does not think like that. He only looks at people based on their abilities. That is how a little lady like “Kieng” is trusted with the job.

I think that confidence is highly crucial. If many people say that women cannot do it and we decide not to give the women chances, they will also believe that they cannot do it for the rest of their life because they do not have chances to prove their skills.

Lastly, I would like to ask society to help eliminating violence against women. It is true that women are physical weaker, but they are as strong as men in terms of knowledge and skills. Therefore, stronger people should never use their strength as a tool in exploiting weaker ones, especially “women.” I would like society to share my belief that all women possess unique abilities and should never be pre-judged. I believe that if you give women chances, they will definitely not disappoint you. We should stop discriminating people based on their gender as everyone nowadays are equal.

 

Comments