ໂຕໂຢຕ້າລາວ ຈັດງານສະແດງດົນຕີການກຸສົນ ມອບເງິນ 200 ລ້ານກີບ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ໃນຄໍ່າຄືນຂອງວັນທີ 18 ຕຸລາ 2019 ທີ່ຜ່ານມາ, ຢູ່ທີ່ຫໍວັດທະນະທຳ, ນະຄອນຫຼວງວຽງຈັນ. ໂຕໂຢຕ້າລາວ ໄດ້ຈັດງານສະແດງດົນຕີການກຸສົນ “ໂຕໂຢຕ້າ ຄລາສສິກ ຄັ້ງທີ 30” ເພື່ອເປັນການລະດົມທຶນນຳລາຍໄດ້ສືບຕໍ່ຊາງຍເຫຼືອຜູ້ປະສົບໄພນໍ້າຖ້ວມພາກໃຕ້. ໃຫ້ກຽດເຂົ້າຮ່ວມງານຈາກທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ເປັນປະທານ ແລະ ກ່າວເປີດໂດຍທ່ານ Masaaki Kawabata ຜູ້ອຳນວຍການ ບໍລິສັດ ໂຕໂຢຕ້າລາວ ຈຳກັດ, ມີບັນດາການນຳພັກ-ລັດ, ສະຖານທູດ, ແຂກທີ່ຖືກເຊີຍ ແລະ ຜູ້ຊົມທີ່ສົນໃຈຊື້ບັດເຂົ້າຮ່ວມງານຈຳນວນຫຼວງຫຼາຍ.

ລາຍໄດ້ທັງໝົດຈາກການຂາຍບັດ ພ້ອມທຶນການສະໜັບສະໜູນຂອງບໍລິສດໂຕໂຢຕ້າລາວ ຈຳກັດລວມທັງໝົົດ 200 ລ້ານກີບ ໄດ້ນຳໄປບໍລິຈາກໃຫ້ກັບອົງກອນການກຸສໄນຂອງພາກລັດ ເພື່ອໃຊ້ໃນການສືບຕໍ່ຊ່ວຍເຫຼືອຟື້ນຟູຜູ້ປະສົບໄພນໍ້າຖ້ວມພາກໃຕ້.

ການສະແດງດົນຕີສົດຄັ້ງນີ້ ແມ່ນສະແດງໂດຍ ວົງລອນດອນ ແຊມເບີ ອໍເຄສຕຣ້າ ທີ່ເກົ່ແກ່ທີ່ສຸດຈາກປະເທດອັງກິດ ກໍ່ຕັ້ງໃນປີ 1921 ແລະ ເປັນວົງທີ່ມີຄວາມສຳຄັນໃນວົງກສນດົນຕີຄລາສສິກ ຢ່າງຫຼວງຫຼາຍ ອຳນວຍເພງໂດຍ ທ່ານ ຕຣິສໂຕເຟີ ວໍເຣັນ ກຣີນ (Christopher Warren-Green; Principal Conductor & Music Director) ນອກຈາກການມາສະແດງໃນງານຄັ້ງນີ້ແລ້ວ ວົງລອນດອນ ແຊມເບີ ອໍເຄສຕຣ້າ ຍັງໄດ້ໄປເຝິກຊ້ອມສອນການຫຼິ້ນດົນຕີຄລາສສິກໃຫ້ກັບນັກຮຽນໂຮງຮຽນສິລະປະດົນຕີແຫ່ງຊາດອີກດ້ວຍ.

ໂຄງການໂຕໂຢຕ້າຄລາສສິກ ເລີ່ມສ້າງຕັ້ງປີ 1990 ຈຸດປະສົງເພື່ອສົມທົບທຶນ ນຳລາຍໄດ້ທັງໝົດໂດຍບໍ່ຫັກຄ່າໃຊ້ຈ່າຍ ມອບໃຫ້ອົງກອນການກຸສົນຕ່າງໆ ນຳໄປຊ່ວຍເຫຼືອສັງຄົມພາຍໃນປະເທດ.  ໃນປີນີ້,​ງານສະແດງດົນຕີ ໂຕໂຢຕ້າ ຄລາສສິກ ໄດ້ເດີນທາງສະແດງທັງໝົດ 6 ປະເທດ ໄດ້ແກ່: ປະເທດລາວ, ໄທ, ບຣູໄນ, ມາເລເຊຍ, ກຳປູເຈຍ ແລະ ຫວຽດນາມ.

Comments