ຈະໃຊ້ງົບ 128 ລ້ານໂດລາ ປັບປຸງເສັ້ນທາງ ສີເກີດ-ໂພນໂຮງ ໃຫ້ກວ້າງຂຶ້ນໄວໆນີ້…

ພີທີເຊັນສັນຍາໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ແຕ່ສາມແຍກສີເກີດ ນະຄອນຫຼວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ມີຄວາມຍາວທັງໝົດ 58 ກິໂລແມັດ, ລະຫວ່າງກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ Hubel Changjiang Road & Bridge Co, Ltd ໄດ້ຈັດຂຶ້ນໃນວັນທີ 18 ຕຸລາ 2019 ທີ່ຜ່ານມາ.

ໂຄງການນີ້ ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ຳ ຈາກ 3 ສະຖາບັນການເງິນ ຄື: ທະນາຄານໂລກ ( World Bank ) ໃນມູນຄ່າ 40 ລ້ານໂດລາສະຫະລັດ, ທະນາຄານ ການລົງທຶນໂຄງລ່າງພື້ນຖານ ອາຊີ ( AIIB ) ມູນຄ່າ 40 ລ້ານໂດລາສະຫະລັດ, ກອງທຶນນໍດິກ ເພື່ອການພັດທະນາ ( NDF ) ມູນຄ່າ 9,5 ລ້ານໂດລາສະຫະລັດ ແລະ ລັດຖະບານລາວ ສົມທົບທັງໝົດ ມູນຄ່າ 38,5 ລ້ານໂດລາສະຫະລັດ ລວມມູນຄ່າໂຄງການກໍ່ສ້າງທັງໝົດ 128 ລ້ານໂດລາສະຫະລັດ ໃນມູນຄ່າລວມໂຄງການນີ້ ປະກອບມີ: ຄ່າກໍ່ສ້າງ ແລະ ບູລະນະຮັກສາທາງ, ຄ່າເວນຄືນທີ່ດິນ ແລະ ສິ່ງກີດຂວາງ, ຄ່າທີ່ປຶກສາ ແລະ ອື່ນໆ.

ໄລຍະກະກຽມໂຄງການ 1 ປີ ( 2018 ) ແລະ ໄລຍະປະຕິບັດໂຄງການແມ່ນ 10 ປີ ( ແຕ່ປີ 2019 ຫາ 2028 ). ໃນນີ້, ໄລຍະກໍ່ສ້າງ 3 ປີ ແລະ ບູລະນະຮັກສາ 7 ປີ, ການອອກແບບເພື່ອປັບປຸງ ແລະ ຍົກລະດັບຕອນທາງດັ່ງກ່າວ ແມ່ນເປັນການປັບປຸງຍົກລະດັບໂຄງສ້າງ ແລະ ຂະຫຍາຍໜ້າທາງ ຕາມແລວທາງເກົ່າໃຫ້ ກວ້າງອອກຕື່ມ ເພື່ອໃຫ້ສາມາດຮັບນ້ຳໜັກບັນທຸກຕາມມາດຕະຖານຂອງອາຊຽນຄື 11 ໂຕນຕໍ່ເພົາ ແລະ ສາມາດຮັບປະກັນລະບາຍການສັນຈອນໄດ້ເຖິງປີ 2030.

ສຳລັບໂຄງສ້າງທາງໄດ້ອອກແບບເປັນໜ້າທາງເບຕົງເສີມເຫຼັກແບ່ງອອກເປັນສອງສັນຍາ, ສັນຍາທີ 1 ແຕ່ສາມແຍກສີເກີດ ( ກິໂລແມັດທີ 12 ) ຫາ ບ້ານສົງເປືອຍ ( ກິໂລແມັດທີ 31 ) ປັບປຸງ ແລະ ຂະຫຍາຍໜ້າທາງຈາກ 2 ເລນ ເປັນ 4 ເລນໃຫຍ່, ມີເລນສຳລັບລົດຈັກສອງເບື້ອງເພີ່ມຕື່ມ, ມີທາງຍ່າງສອງເບື້ອງສຳລັບຊຸມຊົນ ແລະ ມີດອນກາງທາງ ເຊິ່ງຄວາມກວ້າງຂອງໜ້າທາງທັງໝົດແມ່ນ 23 ແມັດ.

ສັນຍາທີ 2 ແຕ່ບ້ານສົງເປືອຍ ( ກິໂລແມັດທີ 31 ) ຫາ ໂພນໂຮງ ( ກິໂລແມັດທີ 70 ) ປັບປຸງເປັນທາງສອງເລນໃຫຍ່, ມີສອງເລນນ້ອຍ ສຳລັບລົດຈັກສອງເບື້ອງເພີ່ມຕື່ມບໍ່ມີດອນກາງທາງແຕ່ມີໄລຍະຫ່າງໃນການແລ່ນສວນກັນ ແລະ ທາງຄົນຍ່າງສຳລັບຊຸມຊົນ ສຳລັບເຂດບໍ່ມີຊຸມຊົນຈະເປັນບ່າທາງທຳມະດາບໍ່ມີທາງຄົນຍ່າງ ເຊິ່ງຄວາມກວ້າງໜ້າທາງທັງໝົດແມ່ນແຕກຕ່າງກັນຈາກ 13 ແມັດ ຫາ 16 ແມັດ ເປັນໄລຍະໆໄປ.

ຮູບການຊຳລະໃຫ້ແກ່ຜູ້ຮັບເໝົາແມ່ນແບ່ງອອກເປັນສອງໄລຍະ ຄື: ໄລຍະທີ 1 ແມ່ນໄລຍະການດຳເນີນການກໍ່ສ້າງ 3 ປີ ໂດຍນຳໃຊ້ງົບປະມານເງິນກູ້ຢືມຈາກທະນາຄານໂລກ ແລະ ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີຊຳລະໃຫ້ບໍລິສັດຮັບເໝົາກໍ່ສ້າງ ປະມານ 80% ຂອງມູນຄ່າສັນຍາ, ໄລຍະທີ 2 ແມ່ນໄລຍະການນຳໃຊ້ ແລະ ບູລະນະຮັກສາທາງ ໂດຍນຳໃຊ້ເງິນສົມທົບຂອງລັດຖະບານ ສປປ ລາວ ( ກອງທຶນທາງ ) ຊຳລະໃຫ້ແກ່ບໍລິສັດຜູ້ຮັບເໝົາໄລຍະ 7 ປີ ປະມານ 20% ຂອງມູນຄ່າສັນຍາ, ການຄັດເລືອກຜູ້ຮັບເໝົາແມ່ນນຳໃຊ້ຮູບແບບການຈັດຊື້ – ຈັດຈ້າງດ້ວຍການປະມູນເປີດກວ້າງ ( ສາກົນ ) ຕາມລະບຽບການຂອງຜູ້ໃຫ້ທຶນ, ເອກະສານການປະມູນທີ່ນຳໃຊ້ແມ່ນເອກະສານມາດຕະຖານຂອງທະນາຄານໂລກໃນຮູບສັນຍາແບບມອບເໝົາ, ໝາຍຄວາມວ່າຜູ້ຮັບເໝົາເປັນຜູ້ດຳເນີນການກໍ່ສ້າງສຳເລັດແລ້ວ ສືບຕໍ່ບູລະນະຮັກສາໄປອີກ 7 ປີ ຈຶ່ງມອບໃຫ້ເຈົ້າຂອງໂຄງການ, ຜ່ານການປະມູນທີ່ໄດ້ເລີ່ມຕົ້ນດຳເນີນມາແຕ່ເດືອນມັງກອນປີ 2019 ຈົນເຖິງເດືອນສິງຫາ 2019 ຈຶ່ງສຳເລັດ ແລະ ໄດ້ຮັບເອົາ ບໍລິສັດ ຮູເປີຍຊາງຈຽງ ກໍ່ສ້າງຂົວທາງ ເປັນຜູ້ທີ່ມີເງື່ອນໄຂຄົບຖ້ວນ ແລະ ມີລາຄາຕໍ່າກວ່າໝູ່ເປັນຜູ້ຊະນະການປະມູນ ສໍາລັບສັນຍາ 1 ມີມູນຄ່າ 31.588.888 ໂດລາ ແລະ ສັນຍາທີ 2 ມີມູນຄ່າ 36.988.888 ໂດລາ ລວມມູນຄ່າ ທັງໜົດ 68.577.776 ໂດລາ.

ໃນພິທີເຊັນສັນຍາດັ່ງກ່າວ ຕາງໜ້າຝ່າຍເຈົ້າຂອງໂຄງການເຊັນໂດຍ ທ່ານ ລັດສະໝີ ອະລິຍະວົງສິງ ຫົວໜ້າໂຄງການ, ຕາງໜ້າບໍລິສັດເຊັນໂດຍ ທ່ານ ລີເລີຍ ປະທານບໍລິສັດ Hubel Changjiang Road & Bridge Co, Ltd ໂດຍຊ້ອງໜ້າ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເປັນສັກຂີພິຍານ.

ໂດຍ: ສົມລົດ

ຂໍ້ມູນ: ເວັບໄຊ ກະຊວງ ຍທຂ

Comments