ແຈ້ງການ!!!! ປິດຫົວໜ່ວຍບໍລິການອອກວິຊາກັບດ່ານ ໃນບາງດ່ານສາກົນໃນລາວ

ອີງຕາມໜັງສື່ສະເໜີ ຂອງກະຊວງການຕ່າງປະເທດ ເລກທີ 7170/ຕປທ, ລົງວັນທີ 23 ກັນຍາ 2019 ແລະ ໜັງສືຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 09 ຕຸລາ 2019.  ດັ່ງນັ້ນ, ຫ້ອງວ່າການນໍານັກງານນາຍົກລັດຖະມົນຕີ ເຫັນດີໃຫ້ປິດ ການບໍລິການອອກວິຊາກັບດ່ານສາກົນຢູ່ບາງດ່ານສາກົນ ປະກອບມີ: ແຂວງຜົ້ງສາລີ, ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແລະ ແຂວງອັດຕະປື.

ແຈ້ງການສະບັບເລກທີ 1845/ຫສນຍ, ລົງວັນທີ 16 ຕຸລາ 2019 ກ່ຽວກັບ ການປິດໃຫ້ບໍລິການອອກວິຊາກັບດ່ານສາກົນຢູ່ບາງດ່ານສາກົນ ແມ່ນເຫັນດີໃຫ້ປິດການບໍລິການອອກວິຊາຢູ່ 9 ດ່ານສາກົນຄື: ດ່ານສາກົນປາງທີກ (ແຂວງຜົ້ງສາລີ), ດ່ານສາກົນນໍ້າໂສຍ (ແຂວງຫົວພັນ), ດ່ານສາກົນນໍ້າກັ່ນ (ແຂວງຊຽງຂວາງ), ດ່ານສາກົນນໍ້າເງິນ (ແຂວງໄຊຍະບູລີ), ດ່ານສາກົນຂົວມິດຕະພາບນໍ້າເຫືອງ (ແຂວງໄຊຍະບູລີ), ດ່ານສາກົນນໍ້າພາວ (ແຂວງບໍລິຄໍາໄຊ), ດ່ານສາກົນນາເຟົ້າ (ແຂວງຄໍາມ່ວນ), ດ່ານສາກົນສະໜາມບີນສະຫວັນນະເຂດ (ແຂວງສະຫວັນນະເຂດ), ດ່ານສາກົນພູເກືອ (ແຂວງອັດຕະປື).

ເພື່ອບໍ່ໃຫ້ຖືກທ່າຮັບ ແລະ ບໍ່ໃຫ້ສົ່ງຜົນກະທົບຕໍ່ຜູ້ທີ່ມີຈຸດປະສົງເອົາວິຊາກັບດ່ານສາກົນດັ່ງກ່າວ ຈິ່ງມອບໝາຍໃຫ້ ກະຊວງການຕ່າງປະເທດ ຮັບຜິດຊອບ ເປັນໃຈກາງໃນການປະສານສົບທົບກັບບັນດາແຂວງກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ປິດດ່ານຢູ່ແຕ່ລະດ່ານສາກົນ ຕາມແຕ່ລະຂັ້ນຕອນທີ່ໄດ້ສະເໜີ.

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

Comments