ມາຄົ້ນຫາ!!! ຄຳຕອບສຸດທ້າຍ  Nissan TERRA SUV ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນຍ້ອນຫຍັງ?

Nissan TERRA ແບບ (SUV) ເປັນລົດທີ່ສາມາດຕອບໂຈດທຸກຄວາມທ້າທາຍທີ່ສຸດ ໃນການໃຊ້ຊີວິດປະຈຳວັນຂອງທີ່ຄົນທີ່ຂັບຂີ່ລົດໃນເມືອງ ແລະ ເດີນທາງໄກ, ເປັນລົດທີ່ນຳເຂົ້າ ໂດຍ ບໍລິສັດຕັນຈົງມໍເຕີລາວ ຈຳກັດພຽງຜູ້ດຽວ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈົງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ.

ໃນ EP 2 ເຮົາໄດ້ຮູ້ກັນໄປກຽ່ວກັບລະບົບຈັກ,ເກຍ,ການຂັບເຄື່ອນ ແລະ ຄວາມປອດໄພຈາກດ້ານໃນ ຂອງ Terra ໄປແລ້ວນັ້ນ (ບົດຄວາມ EP 1-Ep2 ອ່ານຄືນໄດ້ຢູ່ກອງບົດຄວາມນີ້) ແລະ ໃນ Ep3 ສຸດທ້າຍນີ້ເຮົາຈະມາຮູ້ກັນເລີຍວ່າມີຫຍັງແດ່?

Ep3 ສຸດທ້າຍ: ເຮົາຈະມາຮູ້ຈັກກັນເລີຍວ່າລົດນິສສັນເທີລາທີ່ເປັນຈຸດຂາຍຫຼັກສຸດທ້າຍມີຫຍັງແດ່.

1. I-AVM (ກ້ອງ 360 ອົງສາ)

+ ໂຫມດກວດຈັບການເຄື່ອນທີ່ອ້ອມຕົວລົດ MOD

  • ຄຸນລັກສະນີ້ເຮັດໃຫ້ທ່ານໄດ້ເຫັນທັງໝົດ 360 ອົງສາ ນັ້ນໝາຍຄວາມວ່າມີຄວາມສະດວກສະບາຍໃນການເຂົ້າຈອດຢ່າງປອດໄພ

ຕົວຢ່າງ: ເມື່ອທ່ານກຳລັງຈະຈອດ, ທ່ານຈະເຫັນທາງໜ້າຈະແຈ້ງ, ສົມມຸດວ່າທາງໜ້າລົດຂອງເຮົາເປັນໂຖດອກໄມ້ ແລະ ທາງຫຼັງເປັນຖັງສຳລັບດັບເພີງ ກ້ອງນີ້ຈະຊ່ວຍໃຫ້ທ່ານເຫັນຊັດເຈນ ແລະ ຫຼີກລຽງບໍ່ໃຫ້ຂູດລົດຂອງທ່ານ.

  • MOD – ເພື່ອປ້ອງກັນການກວດຈັບວັດຖຸອ້ອມໆຕົວລົດ, ເພື່ອເປັນສິ່ງເຕືອນໃຫ້ຄົນຂັບ, ເທັກໂນໂລຢີນີ້ອອກແບບມາເພື່ອຄວາມປອດໄພ ເວລາທ່ານລົງຈາກລົດ, ທ່ານຈະບໍ່ຮູ້ສຶກຢ້ານ ແລະ ບໍ່ເປັນອັນຕະລາຍ.

 2. ລະບົບເປີດຝາຫຼັງອັດຕະໂນມັດ

  • ທ່ານເຄີຍພົບກັບຄວາມຫຍຸ້ງຍາກບໍເມື່ອເວລາທີ່ເຈົ້າຖືກ່ອງ ຫຼື ເຄື່ອງຂອງຕ່າງໆທີ່ໃຫ່ຍໆ ແລະ ຫຼາຍໆ ຈົນບໍ່ສາມາດໃຊ້ມືເປີດຝາຫຼັງໄດ້?
  • ລະບົບເປີດຝາຫຼັງອັດຕະໂນມັດສາມາດຊ່ວຍທ່ານໄດ້ໂດຍການຍົກຕີນຂຶ້ນໃສ່ເຊັນເຊີກ້ອງກັນຊົນຫຼັງເພື່ອທີ່ເຮັດໃຫ້ຝາຫຼັງເປິດໂດຍອັດຕະໂນມັດ

 

  • ກ້ອງຖອຍ
  • ລົດ Terra ມາພ້ອມກັບກ້ອງຖອຍຫຼັງ, ດັ່ງນັ້ນທ່ານສາມາດເຫັນເບື້ອງຫຼັງໄດ້ຢ່າງຈະແຈ້ງ ແລະ ຫຼີກລຽງການເກີດອຸບັດເຫດ ແລະ ຄວາມປອດໄພ
  • ເຈົ້າຄິດວ່າມັນສຳຄັນບໍ່?

  • ABLS (ລະບົບຫ້າມລໍ້ໝູນຟຣີ)
  • ABLS ມັນຈະຮັບຄວາມຮູ້ສຶກຈາກລໍ້ໜູນຟຣີ ຕົວຢ່າງ: ລົດນັ້ນແລ່ນເຂົ້າຂີ້ຕົມ ລົດນັ້ນມັນຈະທຳງານດ້ວຍອັດຕະໂນມັດ ດ້ວຍການສັ່ງເບຣກຈາກການໝູນຟຣີຂອງລໍ້ດັ່ງກ່າວນັ້ນ, ແລະ ສັ່ງໃຫ້ລໍ້ດັ່ງກ່າວນັ້ນ ຫຼຸດກຳລັງລົງ ກັບການຄວບຄຸມການໜູນຂອງລໍ້ເພື່ອໃຫ້ມີການຄວບຄຸມທີ່ດີເລີດ

  • RDL (ລະບົບລ໊ອກເຟື້ອງທ້າຍ)
  • ລະບົບນີ້ແມ່ນຄວບຄຸມການໜູນຂອງລໍ້ ໃນກໍລະນີທາງເປື້ອນ ທາງທີ່ເປັນຂີ້ຊາຍ, ຂີ້ຕົມປຽກ ຫຼື ທາງທຸລະກັນດານ, ເຮັດໃຫ້ທ່ານຂັບຂີ່ດ້ວຍຄວາມປອດໄພ
  • ຊ່ວງລ່າງເມົ້າຕິລິ້ງ 5 ພາກສ່ວນ
  • ຊ່ວງລ່າງທີ່ມາກັບແໜບ ເຮັດໃຫ້ທ່ານ ແລະ ຜູ້ໂດຍສານຮູ້ສຶກນຸ່ມນວນ
  • ໃນກໍລະນີທີ່ໄປທາງເປັນຂຸມເປັນໂນນ

ລົດນີສສັນເທີລາ ມີຫຼາຍສີໃຫ້ທ່ານໄດ້ເລືອກຄື: ສີນ້ຳຕານ, ສີເທົາ, ສີທອງ, ສີແດງ, ສີດຳ, ສີຟ້າແກ່, ສີເງິນ ແລະ ສີຂາວມຸກ ໃຫ້ທ່ານເລືອກຈັບຈອງ ນິສສັນ ເທີລາ ໄດ້ທີ່ຫອ້ງຂາຍ ນິສສັນ ໃກ້ບ້ານທ່ານ ຫຼື ງານສະແດງລົດໂຊໃກ້ບ້ານທ່ານ.

# ອອບຟັ່ນທີ່ມາເຕັມ ແລະ ຫຼາກຫຼາຍຄວາມສາມາດທີ່ມາກັບນິສສັນເທີລາ ຢາກໃຫ້ທຸກທ່ານສຳພັດໂຕຈິງ ແລະ ທົດລອງຂັບ ໄດ້ແລ້ວ ຕາມຫອ້ງຂາຍໃກ້ບ້ານທ່ານ

#ມີໂປຣໂມຊັ່ນພິເສດຖ້າທ່ານຢູ່ ສອບຖາມຂໍ້ມູນໄດ້ ທາງ Facebook Page /Nissan Laos/ ຫຼື ຕິດຕໍ່ 02076224494

ສຳລັບຂໍ້ມູນເພີ່ມຕື່ມຂອງລົດລຸ້ນອື່ນໆຂອງ ນິສສັນ ສາມາດເຂົ້າມາເບິ່ງລາຍລະອຽດທາງ website www.nissan-lao.la 

 

 

 

 

 

 

 

Comments