ປະຊາຊົນຈຳນວນ 109 ຫຼັງຄາເຮືອນຢູ່ບ້ານ ແຊລະບຳ ເມືອງຊະນະສົມບູນ ແຂວງຈຳປາສັກ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຕົ້ນ ເດືອນ ກັນຍາ ທີ່ຜ່ານມາ ສ່ວນຫຼາຍຍັງອາໄສຢູ່ ເຮືອນພັກຊົ່ວຄາວ ແລະ ບ້ານພີ່ນ້ອງ ຍ້ອນວ່າຍັງ ບໍ່ມີທີ່ດິນ ແລະ ທືນເພື່ອປຸກສ້າງເຮືອນໃໝ່ ສ່ວນທີ່ດິນເກົ່າແມ່ນຖືກນ້ຳເຊາະເປັນຮອງເປັນ ຂຸມໃຊ້ການບໍ່ໄດ້ ແລະ ມີຄວາມສ່ຽງທີ່ຈະເກີດ ນ້ຳຖ້ວມອີກ.
ທ່ານທະວີຈິດ ໂຊພາ ປະຊາຊົນບ້ານແຊລະບຳ ເມືອງຊະນະສົມບູນ ທີ່ໄດ້ສູນເສຍເຮືອນສອງຫຼັງ ລວມທັງເຄື່ອງໃຊ້ຄົວເຮືອນ ທີ່ມີມູນຄ່າ 148 ກວ່າລ້ານກີບໃຫ້ສຳພາດຕໍ່ສື່ມວນຊົນໃນບໍ່ດົນມານີ້ວ່າ : ຂ້າພະເຈົ້າ ກໍ່ຄືຕາງໜ້າປະຊາຊົນຢູ່ບ້ານ ແຊລະບຳ ຢາກໃຫ້ຂັ້ນເທີງຊ່ວຍຮີບດ່ວນ, ເຊິ່ງຄວາມຕ້ອງການໃນປັດຈຸບັນຢາກໃຫ້ເພີ່ນຊ່ວຍ ຈັດສັນທີ່ດິນດ່ວນໃຫ້ຄອບຄົວທີ່ໄດ້ຮັບຜົນກະ ທົບໜັກ ພ້ອມທັງຕໍ່ໄຟຟ້າເຂົ້າ, ເຈາະນ້ຳບາດານ ແລະ ພ້ອມທັງຊ່ວຍທືນປຸກສ້າງເຮືອນໃໝ່ ດຽວນີ້ແມ່ນໄດ້ອາໄສບ້ານພີ່ນ້ອງເປັນບ່ອນເພິ່ງ ພາອາໄສຊົ່ວຄາວ ເພາະຍັງບໍ່ມີດິນ ແລະ ທືນເພື່ອ ປຸກເຮືອນໃໝ່. ຜ່ານມາທາງຂັ້ນເທີງກໍ່ໄດ້ມີການຊ່ວຍເຫຼືອປະ ເພດເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ ແລະ ສັງກະ ສີຈຳນວນ 16 ແຜ່ນຕໍ່ຄອບຄົວ ເພື່ອໃຫ້ກຳລັງໃຈ.
ເຫດການນໍ້າຖ້ວມ ບ້ານແຊລະບຳ ເຮັດໃຫ້ເຮືອນ ຊຸໄຫຼ ແລະ ເປ່ເພຈຳນວນ 109 ຫຼັງ ມູນຄ່າເສຍ ຫາຍ 5,6 ຕື້ກວ່າກີບ ພ້ອມນັ້ນຍັງມີເລົ້າເຂົ້າ, ສັດລຽ້ງ, ພື້ນຖານໂຄງລ່າງ, ພືດກະສິກຳ, ຊົນ ລະປະທານ, ເສົາໄຟຟ້າ ແລະ ອື່ນໆ ມູນຄ່າ ເສຍຫາຍລວມຫຼາຍກວ່າ 16,4 ຕື້ກວ່າກີບ.
ຂ່າວ : ສົມພາວັນ (ໜັງສືພິມ ວຽງຈັນທາຍ)
ພາບ: ປອງ