ໂລກ້າລາວ (Loca Laos) ແອັບພຣີເຄຊັ່ນ ເພີ່ມຄວາມສະດວກສະບາຍໃນການເດີນທາງ…

ບັນດາທ່ານອາດໄດ້ຍິນແລ້ວວ່າເຕັກໂນໂລຊີ ໂດຍສະເພາະດ້ານ ໄອທີ ພາໃຫ້ເກີດທຸລະກິດຮູບແບບໃໝ່ທີ່ບໍ່ເຄີຍມີມາກ່ອນ ພ້ອມທັງກາຍເປັນຄູ່່ແຂ່ງສຳຄັນຕໍ່ທຸລະກິດແບບດັ້ງເດີມນຳອີກ. ຕົວຢ່າງຢູ່ຕ່າງປະເທດຈະມີ  “ແອັບພລີເຄຊັ່ນ”(application)ທີີ່ຊື່ວ່າ: ແກຣັບ (Grab) ຫຼື ອູເບີ (Uber) ທີ່ຊ່ວຍພາທ່ານເດີນທາງຈາກບ່ອນໜຶ່ງໄປຫາອີກບ່ອນໜຶ່ງໂດຍໃຫ້ບໍລິການດ້ວຍລົດສ່ວນຕົວ ຄືກັບການຂີ່ແທັກຊີ (Taxi) ແຕ່ບໍ່ເອີ້ນວ່າເປັນການບໍລິການແທັກຊີ ເຊິ່ງທ່່ານສາມາດເອີ້ນໃຊ້ບໍລິການພຽງແຕ່ກົດເອີ້ນຜ່ານ “ແອັບພລີເຄຊັ່ນ” ໃນໂທລະສັບມືຖື. ຮູ້ບໍ່ວ່າຢູ່ລາວ ປັດຈຸບັນນີ້ ກໍມີການບໍລິການແບບດຽວກັນນີ້ ໂດຍເປັນການລິເລີ່ມແລະສ້າງຕັ້ງດ້ວຍຄົນລາວເຮົາເອງ.


ໂອກາດນີ້ພວກເຮົາມາຮູ້ຈັກກັບ ທ່ານ ສຸລິໂຍ ວົງດາລາ ອາຍຸ 28 ປີ ແຕ່ກໍສາມາດເຮັດຫຼາຍທຸລະກິດທາງ “ອອນໄລ໌” ໃນຖານະຜູ້ສ້ງຕັ້ງ ບໍລິສັດ ໂລກ້າລາວ (Loca Laos). ນອກນີ້ຍັງມີທຸລະກິດອື່ນທີ່ໃຫ້ບໍລິການດ້ານ “ອອນໄລ໌” ບໍ່ວ່າຈະເປັນ ດ້ານ ”ຊອບແວ” (software), ການຕະຫຼາດ “ດີຈິຕອນ” ແລະ ເວັບໄຊ໌ມ່ວນ. ທ່ານ ສຸລິໂຍ ຮຽນຈົບຂະແໜງໄຟຟ້າມາແຕ່ ອາເມຣິກາ. ໂດຍສ່ວນຕົວແລ້ວເພິ່ນມັກດ້ານເຕັກໂນໂລຊີ ແລະ ຢາກຮູ້ກ່ຽວກັບພະລັງງານໄຟຟ້າທົດແທນຈຶ່ງເລືອກຮຽນຂະແໜງນີ້. ຄວາມຈິງແລ້ວເພິ່ນໄດ້ເຮັດວຽກດ້ານໄອທີຕັ້ງແຕ່ປີ 2009 ກ່ອນຈະໄປຮຽນຢູ່ອາເມຣິກາແລ້ວຈົບມາໃນປີ 2016.

ທ່ານ ສຸລິໂຍ ມີແຜນສ້າງທຸລະກິດນີ້ແຕ່ປີ 2016 ໂດຍດຳເນີນການສຳຫຼວດ ແລະ ສຶກສາໂອກາດ ທຸລະກິດກ່ອນ. ຜົນການສຳຫຼວດພົບວ່າຄົນລາວຍັງບໍ່ທັນມີຄວາມຈຳເປັນໃຊ້ບໍລິການລົດຮັບ-ສົ່ງຮູບແບບນີ້ຫຼາຍປານໃດ ເນື່ອງຈາກຍັງສາມາດອາໄສລົດຂອງໝູ່ຄູ່ ຫຼື ຄອບຄົວໄດ້ຢູ່ ແຕ່ໃນທາງກົງກັນຂ້າມໃນກຸ່ມຄົນຕ່າງປະເທດທີ່ມາເຮັດວຽກຢູ່ລາວ ຫຼື ບັນດານັກທ່ອງທ່ຽວພັດມີຄວາມຕ້ອງການຊົມໃຊ້ບໍລິການລົດຮັບ-ສົ່ງສູງ ເພາະເຂົາເຈົ້າບໍ່ມີໝູ່ ຫຼື ພີ່ນ້ອງຢູ່ໃນລາວ ຊຶ່ງກໍຄືກັບປະສົບການຂອງເພິ່ນເອງຂະນະທີ່ເພິ່ນອາໄສຢູ່ຕ່າງປະເທດ.

ເມື່ອເຫັນໂອກາດທາງທຸລະກິດແລ້ວ ຈຶ່ງເລີ່ມເປີດ ບໍລິສັດ Loca ເລີ່ມເປີດນຳໃຊ້ “ແອັບພລີເຄຊັ່ນ” ໂລກ້າ ໃນຕົ້ນປີ 2018 ແລະ ຖືວ່າຕ່າງຈາກຂອງບໍລິສັດຢູ່ຕ່າງປະເທດ ເຊັ່ນ Grab ຫຼື Uber ຍ້ອນມີຈຸດຢືນໃນການແກ້ໄຂບັນຫາທີ່ແຕກຕ່າງກັນ. ນອກນີ້ ກໍຕ່າງຈາກບັນດາລົດແທັກຊີທົ່ວໄປ ເພາະວ່າແທັກຊີຈະຈອດຢູ່ເປັນຈຸດ ແລະ ຄົນທົ່ວໄປມັກຈະເຂົ້າຫາບໍ່ໄດ້. ໂລກ້າ ຈຶ່ງຊ່ວຍແກ້ບັນຫາການເຂົ້າເຖິງ ທັງເຮັດໃຫ້ມີຄວາມໂປ່ງໃສດ້ານລາຄາ ຍ້ອນລູກຄ້າຄິດໄລ່ລາຄາໄດ້ອີງຕາມໄລຍະທາງ ຫຼື ເວລາທີ່ໃຊ້ບໍລິການ. ນີ້ຄືຈຸດຂາຍຂອງ Loca ທີ່ເນັ້ນເລື່ອງຄວາມໂປ່ງໃສ ແລະ ການບໍລິການໃຫ້ເປັນແບບມືອາຊີບທີ່ສຸດ.

ການໂຄສະນາຂອງບໍລິສັດແມ່ນເນັ້ນກຸ່ມຄົນຕ່າງປະເທດທີ່ເດີນທາງມາດ້ວຍເຮືອບິນ ແລະ ຜ່ານທາງ ”ກູເກີລ”. ນອກນີ້ ກຸ່ມລູກຄ້າກໍແນະນຳຕໍ່ ແລະຫຼາຍຄົນດາວໂຫຼດ “ແອັບໂລກ້າ” ກ່ອນມາຮອດລາວ.ມີຄົນໃຊ້ບໍລິການຫຼາຍ ໂດຍສະເພາະລະດູຝົນ ແລະຍາມກາງຄືນໃນເວລາໄປງານລ້ຽງສັງສັນທີ່ບໍ່ຕ້ອງຂັບລົດກັບບ້ານເອງ. ນີ້ຖືວ່າເປັນການສະໜອງຕອບຕໍ່ນະໂຍບາຍຂອງລັດຖະບານທີ່ວ່າເມົາບໍ່ຂັບນຳອີກດ້ວຍ. ບໍລິສັດມີຍອດຜູ້ໃຊ້ເພີ່ມຂຶ້ນປະມານ 10-15% ຕໍ່ເດືອນ.

ຂໍ້ຫຍຸ້ງຍາກຂອງ Loca ແມ່ນຍ້ອນເປັນທຸລະກິດຮູບແບບໃໝ່ໂດຍສະເພາະ ໃນປີ 2018 ທີ່ເລີ່ມເປີດຕົວ ຈຳນວນຜູ້ຂັບລົດໃຫ້ບໍລິການຍັງບໍ່ຫຼາຍບາງຄົນຄິດວ່າເປັນອາຊີບທີ່ບໍ່ແນ່ນອນ ຫຼື ຄິດວ່າຈະບໍ່ສາມາດສ້າງລາຍໄດ້ແບບຖາວອນໄດ້. ແຕ່ຄວາມຈິງຫຼາຍຄົນມີລາຍໄດ້ດີ ແລະ ຍັງໄດ້ປະກອບອາຊີບແບບອິດສະຫຼະ. ການສະໝັກຜ່ານ “ແອັບ” ຖືວ່າບໍ່ເສຍຄ່າໃຊ້ຈ່າຍຫຍັງ. ຖ້າມີເວລາວ່າງສາມາດໃຫ້ບໍລິການໄດ້ໂດຍເປີດເປັນ “ອອນໄລ໌” ແຕ່ເວລາບໍ່ວ່າງ ກໍປ່ຽນເປັນ “ອອຟໄລ໌” ນອກຈາກນັ້ນ, ທາງບໍລິສັດຍັງຈັດອົບຮົມທາງ “ອອນໄລ໌” ຖ້າຜູ້ໃຊ້ບໍລິການບໍ່ພໍໃຈ ບໍລິສັດຈະຕິດຕໍ່ຫາຄົນຂັບໂດຍກົງ ເພື່ອແຈ້ງກ່ຽວກັບຄຳຕິຊົມຂອງລູກຄ້າ.

ທຸລະກິດນີ້ ຖືວ່າໄດ້ສ້າງວຽກເຮັດງານທຳໃຫ້ຫຼາຍຄົນ ເຖິງບໍ່ຫຼາຍແຕ່ສ້າງລາຍໄດ້ໃນເວລາວ່າງ ແລະ ເປັນວຽກເສີມທັງສົ່ງເສີມການທ່ອງທ່ຽວຍ້ອນການບໍລິການລົດແທັກຊີ ແລະ ລົດຕູ້ທີ່ມີຢູ່ຍັງບໍ່ພຽງພໍກັບຄວາມຕ້ອງການຂອງນັກທ່ອງທ່ຽວ ໂດຍສະເພາະການເຂົ້າເຖິງລູກຄ້າຜ່ານ “ແພຼັດຟອມ” ແບບນີ້. Loca ເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວສະດວກ ຊ່່ວຍສົ່ງເສີມໃຫ້ຄົນມາທ່ຽວລາວຫຼາຍຂຶ້ນທັງຮັບປະກັນຄວາມປອດໄພ. ຜູ້ສະໝັກໃຫ້ບໍລິການຕ້ອງເຊັນຢັ້ງຢືນຈາກບ້ານ ແລະ ເປີດບັນຊີ. ມີການຕິດຕາມຄົນຂັບຜ່ານລະບົບ “ຈີພີເອສ” ເພື່ອໃຫ້ຮູ້ວ່າຕອນນີ້ກຳລັງຢູ່ໃສ? ຫຼື ຂັບລົດໄວປານໃດ?.

ທ່ານ ສຸລິໂຍ ແບ່ງປັນໃຫ້ຟັງວ່າການເປັນຜູ້ລິເລີ່ມຕ້ອງເຮັດວຽກໜັກ ຍ້ອນຈຳເປັນໄດ້ສອນໃຫ້ຄົນອື່ນ (ຕົວຢ່າງຜູ້ມີລົດສ່ວນຕົວ) ຮູ້ຈັກແນວຄວາມຄິດຂອງທຸລະກິດຮູບແບບນີ້. ການເຮັດການຕະຫຼາດແກ່ລູກຄ້າກໍເຊັ່ນກັນ. ເຖິງວ່າອາດມີຜູ້ມານຳຫຼັງສາມາດເຂົ້າຕະຫຼາດໄດ້ສະດວກກວ່າ ແຕ່ການເປັນຜູ້ລິເລີ່ມຕ້ອງບໍ່ຢຸດຢູ່ບ່ອນເກົ່າດັ່ງຄຳບູຮານທີ່ວ່າ “ຖ້າຖາງປ່າແລ້ວຕ້ອງຖາງໄປໜ້າເລື້ອຍໆ” ຄົນອື່ນຈຶ່ງນຳບໍ່ທັນ. ປັດຈຸບັນຂອບເຂດການໃຫ້ບໍລິການ ແມ່ນຢູ່ສະເພາະແຕ່ນະຄອນຫຼວງ ແຕ່ກໍມີແຜນຮ່ວມມືກັບລົດຕູ້ເຊັ່ນ: ໄປຮັບສົ່ງຢູ່ວັງວຽງ. ໃນຕໍ່ໜ້າ ບໍລິສັດຈະພະຍາຍາມສະເໜີການບໍລິການໃໝ່ໃຫ້ມີທາງເລືອກຫຼາຍຂຶ້ນເຊັ່ນ: ເພີ່ມຜູ້ຂັບລົດຈັກ, ລົດຕຸກໆ ແລະ ຈຳໂບ້.

ສິ່ງທ້າທາຍສຳລັບເພິ່ນແມ່ນຄວາມບໍ່ຊັດເຈນທາງດ້ານກົດໝາຍ. ການໃຫ້ບໍລິການ “ໂລກ້າ” ເປັນການເຮັດສັນຍາຊົ່ວຄາວໂດຍນຳໃຊ້ເຕັກໂນໂລຊີຄື “ແອັບໂລກ້າ” ຄວບຄຸມສັນຍາລະຫວ່າງຜູ້ໃຫ້ບໍລິການ (ຜູ້ມີລົດສ່ວນຕົວ) ກັບຜູ້ໃຊ້ບໍລິການ (ລູກຄ້າ). ດັ່ງນັ້ນ, ຈຶ່ງບໍ່ຖືວ່າເປັນແທັກຊີຂົນສົ່ງຜູ້ໂດຍສານແບບເຕັມຕົວ. ຖ້າພາກລັດຈະເຂົ້າມາສະໜັບສະໜູນທຸລະກິດ “ສະຕາດອັບ” ຈະເຮັດໃຫ້ສາມາດເກັບອາກອນໄດ້ເພີ່ມຂຶ້ນ. ບໍລິສັດສາມາດຕັ້ງລະບົບໃຫ້ເກັບອາກອນມູນຄ່າເພີ່ມໄດ້. ແຕ່ກົດໝາຍຍັງບໍ່ຊັດເຈນ. ທຸລະກິດນີ້ ຈົດທະບຽນເປັນບໍລິສັດ “ຊອບແວ” ແຕ່ບໍ່ແມ່ນບໍລິສັດຂົນສົ່ງໂດຍສານ. ເງື່ອນໄຂທີ່ຈະໄປຂໍອອກໃບອະນຸຍາດດຳເນີນທຸລະກິດມີຄວາມຊັບຊ້ອນຍ້ອນຂໍ້ມູນບໍ່ຈະແຈ້ງ. ຕົວຢ່າງຖ້າຈະເປັນທຸລະກິດຂົນສົ່ງມີເງື່ອນໄຂຈົດທະບຽນກັບຂະແໜງຂົນສົ່ງຊຶ່ງກຳນົດວ່າຕ້ອງມີລົດ ແລະ ມີຄົນຂັບເປັນຂອງບໍລິສັດເອງເທົ່ານັ້ນ.

ດັ່ງນັ້ນ ຈຶ່ງຢາກໃຫ້ທຸກຝ່າຍເປີດໃຈວ່າການປ່ຽນແປງເກີດຂຶ້ນແລ້ວຄວນເປີດໂອກາດໃຫ້ຄົນລາວເຮັດ ຖ້າບໍ່ເຮັດຈັກໜ້ອຍຕ່າງປະເທດກໍຈະເຂົ້າມາເປີດກິດຈະການເພື່ອຍຶດຄອງຕະຫຼາດຢູ່ແລ້ວ. ມັນຈະດີກວ່າບໍ່ ຫາກຄົນລາວເຮົາເລີ່ມເຮັດຮ່ວມກັນ ເພາະເຂົ້າໃຈກັນຫຼາຍກວ່າ. ນອກນີ້ສິ່ງທີ່ທ່ານ ສຸລິໂຍ ຢາກຝາກເປັນຂໍ້ຄິດກັບຜູ້ຢາກສ້າງຕັ້ງທຸລະກິດໃໝ່ໂດຍສະເພາະ startup ວ່າສໍາຄັນມັນແມ່ນເລື່ອງຂອງການຕັດສິນໃຈ ແລະ ສິ່ງທີ່ຕົນເອງມັກແລ້ວສິ່ງນັ້ນແມ່ນຫຍັງແທ້? ບາງຄົນພຽງແຕ່ຊອກຂໍ້ມູນຄວາມຄິດໃໝ່ກ່ຽວກັບທຸລະກິດທາງ “ອິນເຕີເນັດ” ແທນທີ່ຈະຊອກຫາບັນຫາທີ່ພວມເກີດຂຶ້ນແລ້ວຊອກວິທີການການແກ້ໄຂໃນແບບຂອງເຮົາທີ່ຫຼາຍໆຄົນພ້ອມຈ່າຍເງິນເພື່ອໃຊ້ ສິນຄ້າ / ບໍລິການນັ້ນໆ ຈຶ່ງຈະຖືວ່າເປັນໂອກາດທາງທຸລະກິດໄດ້.

ສຸດທ້າຍການໄດ້ເຮັດໃນສິ່ງທີ່ຕົນເອງມັກຈະເຮັດໃຫ້ເຮົາມ່ວນກັບມັນ ບໍ່ທໍ້ຖອຍງ່າຍໆ ແລະ ປະສົບຜົນສຳເລັດໃນທີ່ສຸດ.

(ວາລະສານທາເກັດ ສະບັບ 159 ເດືອນຕຸລາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Laos, an application to ease your commute.

Some of you might have heard that modern technology can lead to a new type of business that has never existed before and serve as a challenge for the existing companies. For example, there is an “application” used widely overseas so called Grab or Uber which helps people travel from one place to another by a private vehicle just like riding a taxi. This is, however, not regarded as a taxi service and you can use this service through a mobile “application.” Do you know that there is one in Laos nowadays which is a business started and founded by Lao entrepreneurs.

Let us take this opportunity to get to know Mr. Souliyo Vongdala, aged 28. He has been engaging in several “online” businesses who is also a founder of Loca Laos Company. Moreover, he has also offered a number of “online” services ranging from “software”, “digital” marketing and muan.la website. Mr. Souliyo graduated in electrical engineering from the USA due to his strong interest in technology and renewable energy. In fact, he has been working in the IT area since 2009 before pursuing his education in the US and graduated in 2016.

Mr. Souliyo planned out this business in 2016 by conducting a survey and feasibility study first. The survey revealed this kind of transportation is not needed by Lao people yet as most of them still rely on friends or family for a ride. On the contrary, foreign individuals working in Laos or tourists express high demand in transportation due to the lack of friends or relatives in Laos. This result matches perfectly with his own experience while studying abroad.

Seeing the business opportunity, he decided to establish Loca Company and launch the Loca “application” in early 2018. This service is unique from Grab or Uber when looking at their business stance. Moreover, this service is different from a traditional taxi service as taxis have their stand-by spots which can be difficult for people to access. Loca exists to help people access to transportation more easily with transparency in terms of price as customers will be charged based on the travel distance or service duration. This is a strength of Loca which focus on offering a transparent and professional service.

Our subject of advertisement is foreigners visiting Laos by air and those who find us on “google.” In addition, word-of-mouth recommendation helps spreading news about us and many have downloaded our “application” prior to their arrival to Laos. There are many users, especially during the rainy season and at night. People who does not want to drive home after party can use this service. This is also in response to the Government`s policy of drink-don`t-drive. Currently, the firm is enjoying an increasing number of users by 10-15% per month.

Speaking of difficulties, Loca is a new type of business. When it was first launched in 2018, there were very few customers as our drivers thought that this could never make a stable job where they could make permanent earnings. In reality, many people who have worked with us receive good income with this freelance job. Drivers can apply via an “app” free of charge. If drivers are free, they can appear online on the “app.” If they are not available, they can change their status to offline. What`s more, the company has been providing “online” trainings in a platform where customers can complain about the service. Upon hearing the feedback, the firm will contact directly with drivers to notify them with the feedback for further improvement.

​  This business has created a job for many people who can make use of their free time. Moreover, it serves as a good part-time job that helps promoting tourism by supplementing the number of taxis and rented vans available in Laos which are insufficient comparing to visitors` demand, especially for mode of transportation which can be called via a “platform” such as this service. Loca makes your commute more convenient and encourages foreigners to visit Laos more via this safe service. Those who apply as a driver has to be certified by the Head of Village and open an account with us. Drivers will be monitored through the “GPS” system to keep track of their location and driving speed.

Mr. Souliyo shares with us that we have to work very hard teaching people (for instance, private car owners) to understand this business type as well as customer marketing which is also a tough work. As a pioneer, we must never stay still just like a saying “clearing a forest, you just have to keep moving forward” as competitors can catch us up at any time. Currently, the service area covers only Vientiane Capital. Vans will be added later to serve those who want to go further distance, for example Vangvieng. In the future, the company will come up with new choices, such as motorcycle, tuk-tuk and so on.

What he finds challenging is legal indistinctness. “Loca” is a temporarily contractual service by using technology or “application” which is entered into between service provider (private car owners) and service user (customers). Therefore, it is not regarded as a taxi service.

If the Government supports this “start-up” business, they will be able to collect more tax as the company can install a system adding VAT into every billing. Since the law has been unclear, this business has to be registered as a “software” firm, not a transportation company. Requesting a business license involves complicated steps with unclear information. For example, requesting a business license for a transportation company, the concerned law stipulates that business owner must register with the transport sector and the company must have their own drivers and vehicles.

Therefore, everyone should open up for change and give Lao people an opportunity. Otherwise, foreign investors will take control of every business in our country. Would it be better for Lao people to cooperate with each other making use of our mutual understanding? Furthermore, Mr. Souliyo would like to recommend those who want to start their business, especially a start-up, that figuring out what they really like is vital. Some people only look up on the “Internet” for an idea of new business. What they should really do is to look around them to find out problems and help others solve such issues through a product or service that people are willing to pay for. This is truly considered a business opportunity. Finally, always choose to do what you like and enjoying doing so that you will not give up until you are eventually successful.

 

Comments