ເຊບໂຣເລດ ເປີດຕົວລົດໃຫມ່ປີ 2020 Equinox ແລະ Malibu

ກຸ່ມບໍລິສັດມະນີຍົມກຣຸບ ຜູ້ນຳເຂົ້າ ແລະ ຈັດຈຳໜ່າຍ ລົດ Chevrolet ແຕ່ພຽງຜູ້ດຽວໃນປະເທດລາວ  ໄດ້ເປີດຕົວລົດໃຫມ່  Chevrolet  2 ລຸ້ນຄື: Equinox ປີ 2020 ແລະ Malibu 2020. ພ້ອມຈັດງານລ້ຽງຂອບໃຈລູກຄ້າ ຢູ່ທີ່ສູນ Chevrolet  Lao T2.ໃນຄ່ຳຄືນຂອງວັນທີ 8 ພະຈິກ 2019 ທີ່ຜ່ານມາ

ໂດຍການເຂົ້າຮ່ວມຂອງທ່ານ  ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ,  ທ່ານ ສຸກສະຫວັນ ສີຫາເທບ ປະທານກຸ່ມບໍລິສັດ ມະນີຍົມກຣຸບ, ພ້ອມບັນດາແຂກຄົນສຳຄັນ, ບັນດາລູກຄ້າ ໄດ້ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ສຸກສະໝອນ ສີຫາເທບ  ກ່າວໃນງານວ່າ: ບໍລິສັດ ເຊບໂຣເລດ ລາວ ເປັນໜື່ງບໍລິສັດໃນເຄືອຂອງກຸ່ມ ມະນີຍົມກຣຸບ ໄດ້ເປັນຜູ້ນຳເຂົ້າ ແລະ ຈັດຈຳໜ່າຍລົດ Chevrolet   ແຕ່ພຽງຜູ້ດຽວໃນປະເທດລາວ ແຕ່ປີ 2012 ແລະ ໃກ້ຈະຄົບຮອບ 7 ປີແລ້ວ ໃນວັນທີ 12 ທັັນວາ 2019 ທີ່ຈະມາເຖິງນີ້.  ປັດຈຸບັນ, ແມ່ນຈັດຈຳໜ່າຍ ແລະ ມີສູນບໍລິການຫຼັງການຂາຍ ທີ່ຄົບວົງຈອນກວມເອົາ 3 ແຂວງຄື:

  1. ສູນ Chevrolet   ສຳນັກງານໃຫຍ່ນະຄອນຫຼວງວຽງຈັນ
  2. ສູນ Chevrolet  ສາຂານະຄອນຈຳປາສັກ
  3. ສູນ Chevrolet   ສາຂາສະຫວັນນະເຂດ (ໃນຂະບວນການປັບປຸງ ແລະ ຄາດວ່າຈະເປີດໃຫ້ບໍລິການຢ່າງເປັນທາງການໃນຕົ້ນປີ 2020.

ແລະ ເພື່ອເປັນການຂະຫຍາຍຖານຂອງກຸ່ມລູກຄ້າ ເຊບໂຣເລດອອກໄປຢ່າງກວ້າງຂວາງ ທາງເຊບໂຣເລດລາວ ຈຶ່ງໄດ້ນຳເຂົ້າລົດໃໝ່ ແລະ ພູມໃຈສະເໜີ ລົດລຸ້ນໃຫມ່ທີ່ຈະຈຳໜ່າຍໃນລາວຄື:

  • Equinox ປີ 2020 ເປັນລົດ SUV ຄາຍຄື MPV ທີ່ນຳເຂົ້າມາຈາກອາເມລິກາໂດຍກົງເຊິ່ງເຊບໂຣເລດ Equinox  ຈະເປັນລົດຂະໜາດກາງທີ່ເໝາະກັບທັງການນຳໃຊ້ແບບຄອບຄົວ ຫຼື ສ່ວນບຸກຄົນລວມທັງການນຳໃຊ້ທີ່ຫຼາກຫຼາຍໃນຊີວິດປະຈຳວັນມີພ້ອມດ້ວຍສິ່ງງອຳນວຍຄວາມສະດວກທີ່ທັນສະໄໝ, ຄວາມປອດໄພຢ່າງສູງສຸດ ແລະ ທີ່ສຳຄັນເລື່ອງຂອງການປະຫຍັດນໍ້າມັນເພາະໃຊ້ເຄື່ອງຈັກຂະໜາດ 1.5 ລິດໂທໂບ ແຕ່ສາມາດໃຫ້ເຖິງ 170 ແຮງມ້າ .✔️ມາພ້ອມຄວາມຫຼູຫຼາ ທີ່ທ່ານຕ້ອງໄດ້ສຳພັດ ບໍ່ວ່າຈະເປັນ
    – ລະບົບເບກໂອໂຕ ກ່ອນຕໍາ
    – ລະບົບຖອຍຈອດເຂົ້າຊອງແບບບໍ່ຈັບພວງມະໄລ
    – ເປີດ-ປິດ ຝາກກະໂປກຖາຍແບບບໍ່ຕ້ອງໃສ່ມື້
    – ກະແຈອັດສະລິຍະ ສາມາດສະຕາດເຄື່ອງຈັກໄດ້ກ່ອນ ທ່ານຈະຂຶ້ນລົດ ພ້ອມເປີດແອ ແລະ ຍັງມີອີກຫລາຍລະບົບຄວາມປອດໄພ.
  • ສຳລັບ ລົດ ເຊບໂຣເລດ Malibu ຫຼາຍຄົນອາດຈະຮູ້ຈັກ ກັນດີ ເພາະທາງເຊບໂຣເລດລາວ ໄດ້ນຳເຂົ້າມາແລ້ວ 2 ລຸ້ນ ກ່ອນໜ້ານີ້ຄື: Malibu MY2014 ແລະ Malibu MY2016 ແຕ່ມາຂອງປີ 2020  ແມ່ນໄດ້ນຳເຂົ້າມາໃນຕະຫຼາດລາວອີກ ເພາະໄດ້ພິສູດເຖິງຄວາມສຳເລັດ ແລະ ຄວາມນິຍົມຂອງລົດ ເຊບໂຣເລດ Malibu  ຂອງຕະຫຼາດລົດລຸ້ນໃໝ່ໃນກຸ່ມ Midsize Sedan ຫຼື Car-D ທີ່ມາພ້ອມກັບຄວາມຫຼູຫຼານຳສະໄໝ, ຮູບຮ່າງສວຍງານ, ຄວາມປອດໄພ ແລະ ຄວາມແຮງຂະໜາດຈັກ 2.0 ລິດເທີໂບ, 250 ແຮງມ້າ ທີ່ສາມາດຕອບສະໜອງໃນທຸກຈັງຫວະຂອງການຂັບຂີ່ຕາມແບບສະບັບຂອງຜູ້ບໍລິຫານລຸ້ນໃຫມ່ ແລະ ຍັງປະຫຍັດນໍ້າມັນ ກວ່າລຸ້ນທີ່ຜ່ານມາອີກດ້ວຍ.

ທ່ານສາມາດເຂົ້າມາທົດລອງຂັບໃດ ທີ່ສູນເຊບໂຣເລດ-ລາວ ເຕ2

? 020 7999 0000
ຕິດຕໍ່ທາງແອັບກົດລີ້ງລຸ່ມນີ້ເລີຍ
https://api.whatsapp.com/send?phone=8562079990000&text=Hello

 

Comments