ຊົມເຊີຍ!! ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ມອບອຸປະກອນຕ້ານໂຄວິດ-19 ໃຫ້ໂຮງໝໍ 103 

ເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໃນຂອບເຂດທົ່ວປະເທດລາວເຮົາ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2020  ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ແມ່ນບໍລິສັດທີ່ໃຫ້ບໍລິການສື່ໂຄສະນານອກບ້ານ  ໄດ້ເຂົ້າມອບອຸປະກອນ ປ້ອງກັນຄວບຄຸມໂຄວິດ-19  ໃຫ້ກັບ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ  ຕາງໜ້າບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ມອບໂດຍ  ທ່ານ  ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລນບີ ມີເດຍລາວ ຈໍາກັດ ພ້ອມດ້ວຍຄະນະບໍລິຫານ,  ກ່າວຮັບໂດຍ ທ່ານ ພັນເອກ ດຣ. ສຸລິພັນ ເພັດຈັນທາລາ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ເປັນທັງໜື່ງໃນຄະນະຮັບຜິດຊອບສະເພາະກິດກະຊວງສາທາລະນະສຸກ ໃນການຕອບໂຕ້ ແລະ ສະກັດກັ້ນໂຄວິດ-19.  ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື ແອວກໍຮໍຈໍານວນ 96 ຂວດ ແລະ ຖົງຂີ້ເຫຍື້ອ ທີີ່ຜະລິດຈາກຜ້າໄວນິວທີ່ເຫຼືອໃຊ້ ເພື່ອເປັນການຫຼຸດຈໍານວນຂີ້ເຫຍື້ອ ແລະ ລົນນາລົງໂລກຮ້ອນ ຈໍານວນ 50 ຖົງ

ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ແມ່ນ ບໍລິສັດເອກະຊົນທີ່ສ້າງຕັ້ງຂຶ້ນໃນປີ 2017 ແລະ ມີທີ່ຕັ້ງຢູ່ບ້ານ ໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໂດຍເລີ່ມຕົ້ນຈາກການຮ່ວມມືຂອງ 2 ບໍລິສັດລະຫວ່າງ ບໍລິສັດ ປັນຍາທິບ ໂຄສະນາ ແລະ ບໍລິສັດ ແພລນບີ ມີເດຍ ປະເທດໄທ ທີ່ມີຮຸ້ນຮ່ວມກັນແຍກເປັນອີກທຸລະກິດໜື່ງ ທີ່ໃຫ້ບໍລິການປ້າຍໂຄສະນາສື່ນອກບ້ານ. ປັດຈຸບັນນີ້ ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ  ມີປ້າຍທີ່ໄດ້ສໍາປະທານໄດ້ ເກືອບ 100 ປ້າຍທົ່ວນະຄອນຫຼວງວຽງຈັນ ແລະ ຈະຂະຫຍາຍອອກໄປ ແຕ່ລະແຂວງໃນອະນາຄົດ

Comments