Author Archives: Paeng KC

ຂ່າວດ່ວນ!!! ຂ່າວດີຂອງໂລກ ສາມາດຄົ້ນຄວ້າ ວັກຊີນ ຕ້ານ Covid-19 ທົດສອບກັບຄົນໃຊ້ໄດ້ຜົນແລ້ວ….

ຂ່າວດີຂອງໂລກ… ເມື່ອບໍລິສັດ Moderna Inc ເຊິ່ງເປັນບໍລິສັດໃນທຸລະກິດ Biotech ຂອງ ສ.ອາເມຣິກາ ໄດ້ຖະແຫຼງການໃນມື້ວານນີ້ວ່າ ຜົນການທົດລອງທາງ Clinic ໃນການສີດວັກຊີນຕ້ານ Covid-19 ໄດ້ເຮັດໃຫ້ຮ່າງກາຍຂອງອາສາສະໝັກ ສາມາດຜະລິດ Antibody ເຊິ່ງສາມາດຂ້າເຊື້ອໄວຣັດໃນຜູ້ປ່ວຍ Covid-19 ໄດ້… ໃນການທົດສອບແມ່ນໄດ້ແບ່ງກຸ່ມອອກເປັນ 3 ກຸ່ມ ກຸ່ມລະ 15 ຄົນຄື: 25 ໄມໂຄຼກຣັມ ສໍາລັບ ຜູູ້ທີ່ເຄີຍເປັນແລ້ວເຊົາ 100 ໄມໂຄຼກຣັມ ສໍາລັບ ຜູ້ທີ່ເປັນແລ້ວກັບມາເປັນອີກ 250 ໄມໂຄຼກຣັມ ສໍາລັບ ຜູ້ທີ່ມີຜົນຂ້າງຄຽງເລັກນ້ອຍ Dose ຫຼາຍໄປ! ບໍ່ຈໍາເປັນ ຜົນການສຶກສາທີ່ດໍາເນີນການໂດຍສະຖາບັນສຸຂະພາບແຫ່ງຊາດ (NIH) ພົບວ່າ ລະດັບຂອງ Antibody ດັ່ງກ່າວເທົ່າກັບໃນຕົວຢ່າງເລືອດຂອງຄົນເຈັບທີ່ຝື້ນຕົວຈາກ Covid-19; Moderna ຍັງລະບຸອີກວ່າ ວັກຊີນດັ່ງກ່າວ ທີ່ມີຊື່ວ່າ mRNA-1273 ມີຄວາມປອດໄພ ແລະ ຕອບສະໜອງໄດ້ດີໃນການທົດລອງໃນໄລຍະທໍາອິດ. ແລະກໍາລັງເຮັດການທົດສອບກັບຄົນກຸ່ມໃຫຍ່ຂຶ້ນ ຖ້າໃຊ້ໄດ້ຜົນດີຄືເກົ່າ ກໍຈະຜະລິດວັກຊີນໃຫ້ແລ້ວໃນທ້າຍປີນີ້. ທີ່ມາ: LDA ลดา – ...

Read More »

 ສະເໜີ 8 ນະໂຍບາຍ ແລະ ມາດຕະການ ຕໍ່ລັດຖະບານ ເພື່ອຟື້ນຟູເສດຖະກິດ ຫຼັງ COVID-19

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອ ແຫ່ງຊາດລາວ) ໃນນາມຄະນະສະເພາະກິດຕາມຂໍ້ຕົກລົງເລກທີ 32/ນຍ ຂໍຖືເປັນກຽດຢ່າງສູງ ນໍາສົ່ງ “ບົດລາຍງານສັງລວມຂໍ້ສະເໜີກ່ຽວກັບມາດຕະການ ແລະ ນະໂຍບາຍເພື່ອຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດ ຈາກວິກິດການ COVID-19” ພາຍຫຼັງທີ່ມີການສໍາຫຼວດ ແລະ ຄົ້ນຄວ້າຈາກໜ່ວຍງານ ສະເພາະກິດ ຂອງ ສຄອ ແຫ່ງຊາດລາວ. ບົດລາຍງານດັ່ງກ່າວນີ້ ສຄອ ແຫ່ງຊາດລາວ ໄດ້ສະເໜີໃຫ້ລັດຖະບານພິຈາລະນາບາງນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດ ຂອງ ສປປ ລາວ ໃນໄລຍະຂອງການລະບາດ ແລະ ຫຼັງໄລຍະຂອງການລະບາດຂອງພະຍາດ COVID-19 ໃນໂລແມງ IV ຂອງບົດລາຍງານດັ່ງກ່າວນີ້. ຂໍ້ສະເໜີທີ່ສໍາຄັນປະກອບມີ: ການຟື້ນຟູເສດຖະກິດຈາກວິກິດການ COVID-19 ຮຽກຮ້ອງໃຫ້ລັດຖະບານໄດ້ວາງນະໂຍບາຍ ແລະ ມາດຕະການສະເພາະເພື່ອສ້າງໄມ້ງັດເສດຖະກິດ ໃນການຜະລິດໃນທຸກໆຂະແໜງການໄດ້ຜະລິດຄືນໃໝ່ໂດຍມີປະສິດທິພາບສູງກວ່າເກົ່າ. ການຟື້ນຟູເສດຖະກິດອາດໃຊ້ເວລາເຖິງ 28 ເດືອນ ຕາມສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ. ສຄອ ແຫ່ງຊາດລາວ ສະເໜີໃຫ້ລັດຖະບານ ອອກນະໂຍບາຍ ແລະ ມາດຕະການເພື່ອແກ້ໄຂໃຫ້ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນມີສະພາບຄ່ອງ ໃນການສະໜອງທຶນກູ້ຢືມໃຫ້ແກ່ທຸລະກິດອັນສໍາຄັນແມ່ນການຈັດຕັ້ງປະຕິບັດຄໍາສັ່ງເລກທີ ...

Read More »

ຄຳແນະນຳ ເປີດບໍລິການຂົນສົ່ງ ທາງບົກ, ທາງນໍ້າ, ທາງອາກາດ ພາຍໃນປະເທດ…

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດ ການເປີດບໍລິການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ພາຍໃນປະເທດ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເພື່ອເປັນການຜັນຂະຫຍາຍແຈ້ງການສະບັບເລກທີ 580/ຫສນຍ, ລົງວັນທີ15/5/2020 ມີລາຍລະອຽດດັ່ງລຸ່ມນີ້:

Read More »

ເຄືອໄໝຫັດຖະກຳ ງາມສະຫງ່າຢ່າງມີຄຸນຄ່າ

ໃນຕົ້ນເດືອນມີນາທີ່ຜ່ານມາ, ບັນດາທ່ານຄົງໄດ້ເຂົ້າຮ່ວມຊົມ ແລະ ເຫັນຂ່າວທາງໂທລະພາບກ່ຽວກັບງານສະເຫຼີມສະຫຼອງຄົບຮອບ 20 ປີ ຂອງເຄືອໄໝຫັດຖະກໍາ. ຄວາມຈິງແລ້ວຮ້ານເພິ່ນໄດ້ເປີດຕົວ ນັບແຕ່ ວັນທີ 8 ມີນາ 2000 ເປັນຕົ້ນມາ. ໂອກາດນີ້ ພວກເຮົາຈະມາທຳຄວາມຮູ້ຈັກກັບນັກທຸລະກິດຍິງລາວ ຜູ້ທີ່ມີໄຟແຮງ ແລະ ພະຍາຍາມປັບກົນລະຍຸດທາງທຸລະກິດໄດ້ດີ ອີກທ່ານໜຶ່ງ ຄື ທ່ານນາງ ສົມສະຫວັນ ໄຊຍະວົງ (ຫຼື ຕິກ) ຊຶ່ງເພິ່ນຈະມາແບ່ງປັນນຳພວກເຮົາກ່ຽວກັບເຄືອໄໝຫັດຖະກໍາ (Kheuamai Handicraft) ແລະ ການປະກອບສ່ວນຕໍ່ການສົ່ງເສີມ ແລະ ອະນຸຮັກວັດທະນະທຳລາວ. ເລີ່ມຈາກຄວາມມັກຮັກ ແລະ ຫຼົງສະເໜ່ໃນແຜ່ນແພລາວ ທ່ານນາງ ສົມສະຫວັນ ຈຶ່ງມີຄວາມຄິດຢາກສ້າງຜົນງານຈາກຜ້າໄໝ ແລະ ຜ້າຝ້າຍ ດ້ວຍສີມືຂອງຄົນລາວເອງ.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ ...

Read More »

ແມ່ນໃຜມີອໍານາດຕັດສິນບັນຫາໃນບໍລິສັດຈຳກັດ

ທ່ານຜູ້ອ່ານເຄີຍສົງໄສບໍ່ວ່າ ໃນບໍລິສັດຈຳກັດໃດໜຶ່ງ ແມ່ນໃຜເປັນຜູ້ມີສິດຕັດສີນບັນຫາຕ່າງໆຂອງບໍລິສັດ ລະຫວ່າງ ຜູ້ລົງທຶນ ຫຼື ຜູ້ຖືຮຸ້ນ ຫຼື ປະທານ ຫຼື ຜູ້ອຳນວຍການບໍລິສັດນັ້ນ. ມື້ນີ້ ຄໍລຳກົດໝາຍທຸລະກິດຂອງເຮົາ ຂໍນຳສະເໜີ ແລະ ແລກປ່ຽນຫຼັກການກ່ຽວກັບການຄຸ້ມຄອງບໍລິຫານບໍລິສັດຈຳກັດ. ກ່ອນອື່ນໝົດຂໍໃຫ້ຜູ້ອ່ານເຂົ້າໃຈວ່າ ບໍລິສັດຈຳກັດ ທີ່ຂ້າພະເຈົ້າໝາຍເຖິງແມ່ນ ບໍລິສັດທີ່ສ້າງຕັ້ງຂຶ້ນຢ່າງຖືກ ຕ້ອງຕາມກົດໝາຍ ໄດ້ຮັບການຈົດທະບຽນເປັນບໍລິສັດ “ຈຳກັດ” ຕາມກົດໝາຍວ່າດ້ວຍວິສາຫະກິດຄັກແນ່. ສະນັ້ນ ຮູບແບບວິສາຫະກິດອື່ນ ທີ່ມີການຮ່ວມທຶນກັນແຕ່ບໍ່ໄດ້ສ້າງຕັ້ງ ແລະ ຈົດທະບຽນເປັນບໍລິສັດຈຳກັດ ແມ່ນບໍ່ນອນຢູ່ໃນຄວາມໝາຍຂອງການແລກປ່ຽນສົນທະນາໃນເທື່ອນີ້..(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 165 ເດືອນພຶດສະພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)   who has the power to make decisions in ...

Read More »

ກຸ່ມບໍລິສັດ ເຄແອນຊີ ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນ ມສ ວຽງຈັນ ຕ້ານໂຄວິດ-19

ໃນຕອນບ່າຍ ວັນທີ 15 ພຶດສະພາ 2020, ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ,  ບໍລິສັດ ເຄແອນຊີ ກຣຸບ ໄດ້ເຂົ້າມອບອຸປະກອນ ປ້ອງກັນ ຄວບຄຸມໂຄວິດ-19  ໃຫ້ກັບໂຮງຮຽນ ມສ ວຽງຈັນ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ. ຕາງໜ້າບໍລິສັດ ເຄແອນຊີກຣຸບມອບໂດຍ  ທ່ານ ວັດທະນາ ແສງສຸລິຍາ  ຮອງປະທານບໍລິຫານການເງິນ ກຸ່ມບໍລິສັດ ເຄແອນຊີ ກຣຸບ  ແລະ ທ່ານ ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລບີ ມີເດຍລາວ ພ້ອມດ້ວຍຄະນະບໍລິຫານ, ເຊິ່ງກ່າວຮັບໂດຍ ທ່ານນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ.  ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື ແອວກໍຮໍ 10 ແກັດ ແລະ ຖົງຂີ້ເຫຍື້ອ ຜ້າໄວນິວ ລີໄຊໂຄ ລວມມູນຄ່າ 10 ລ້ານກວ່າກີບ​ ທັງນີ້ກໍເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຂອງໂຮງຮຽນ ທີ່ໄດ້ເປີດຮຽນຄືນໃຫມ່ແລ້ວມື້ນີ້ ...

Read More »

ຫຼຸດຜ່ອນ 9 ມາດຕະການ Lock down ປະເທດລາວ ໄລຍະທີສອງ

ລັດຖະບານເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜຶ່ງເພີ່ມຕື່ມ ໃນໄລຍະ 18 ພຶດສະພາ – 01 ມິຖຸນາ 2020 ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ສາມາດກັບມາໃຊ້ຊີວິດ ເປັນປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ, ລາຍລະອຽດຂອງບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້: 1). ອະນຸຍາດໃຫ້ ສໍານັກງານອົງການຂອງພັກ-ລັດ, ສຳນັກງານ ຂອງບໍລິສັດ ເປີດດໍາເນີນການປົກກະຕິ ໂດຍໃຫ້ພະນັກງານ, ລັດຖະກອນ ໄປເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການ ປ້ອງກັນ ການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດ, ຖ້າຫາກສໍານັກງານອົງການໃດ ມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ; 2). ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ...

Read More »

ບໍລິສັດ ຕັນຈົງ ມໍເຕີ ລາວ ຈະເຕີບໃຫຍ່ຄຽງຄູ່ກັບສັງຄົມລາວ.

ທ່ານ Song Choon Beng ຜູ້ອໍານວຍການບໍລິສັດ TCMH ປະຈໍາລາວ ແລະ ກໍາປູເຈຍ ໄດ້ໃຫ້ກຽດສໍາພາດຕໍ່ທາງວາລະສານທາເກັດເພື່ອນໍາສະເໜີປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ Tan Chong Motor Holdings ຜູ້ຜະລິດລົດຍົນຍີ່ຫໍ້ ນິດສັນ (Nissan) ເຊິ່ງມີຕົ້ນກໍາເນີດໃນປະເທດມາເລເຊຍ ແລະ ເລີ່ມເຂົ້າມາຂະຫຍາຍການຕະຫຼາດຈໍາໜ່າຍໃນ ສປປ ລາວ ເມື່ອປີ 2010 ເປັນຕົ້ນມາ,ພ້ອມທັງມີຍອດຈໍາໜ່າຍເພີ່ມຂຶ້ນໃນແຕ່ລະປີຢ່າງຕໍ່ເນື່ອງ. ທ່ານຍັງໄດ້ໃຫ້ຮູ້ເຖິງວິໄສທັດຂອງ ຕັນ ຈົງ ມໍເຕີ ລາວ ທີ່ຈະເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບສັງຄົມລາວ ແລະ ນໍາຜະລິດຕະພັນທີ່ທັນສະໄໝ ແລະ ການບໍລິການຫຼັງຂາຍທີ່ດີເລີດ ມາໃຫ້ກັບລູກຄ້າຊາວລາວໄດ້ຊົມໃຊ້ຢ່າງທົ່ວເຖິງ.  ກະລຸນາເລົ່າປະຫວັດຄວາມເປັນມາໂດຍຫຍໍ້ ກ່ຽວກັບ ການພັດທະນາ ບໍລິສັດ Tan Chong Motor Holdings Berhad ແລະ ບໍລິສັດ Tan Chong Motor (ລາວ) ຈໍາກັດ ຜູ້ດຽວ. ທີ່ຜ່ານມາ, ບໍລິສັດສາມາດບັນລຸຍອດຂາຍໄດ້ ຫຼື ບໍ່? ບໍລິສັດມີສ່ວນແບ່ງຕະຫຼາດຫຼາຍເທົ່າໃດ? ...

Read More »

ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 24 ກໍລະນີ

ໜ່ວຍງານທີ່ກ່ຽວຂ້ອງຂອງຫວຽດນາມໄດ້ສະຫຼຸບລາຍງານຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ໃນເວລາ 6 ໂມງ 00 ຂອງວັນສຸກ ທີ 15 ພຶດສະພານີ້ ວ່າ: ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ມີ 24 ກໍລະນີ ສົ່ງຜົນເຮັດໃຫ້ມີຈໍານວນຜູ້ຕິດເຊື້ອພະຍາດເພີ່ມຂຶ້ນເປັນ 312 ກໍລະນີ. ຈໍານວນຜູ້ຕິດເຊື້ອພະຍາດ 24 ກໍລະນີ ໃໝ່ນີ້ ແມ່ນຊາວຫວຽດນາມທີ່ໄດ້ເດີນທາງກັບມາຈາກປະເທດລັດເຊຍ ແລະ ໄດ້ຖືກກັກຕົວຢູ່ໃນສູນນັບຕັ້ງແຕ່ພວກເຂົາໄດ້ເດີນທາງມາຮອດຫວຽດນາມ ໃນວັນທີ 13 ພຶດສະພານີ້ ດ້ວຍຖ້ຽວບີນ VN0062 ທີ່ສະໜາມບີນ ວັນໂດ Van Don, ແຂວງ ກວາງນິງ Quang Ninh ທາງພາກເໜືອຂອງຫວຽດນາມ. ຈໍານວນຜູ້ຕິດເຊື້ອ 24 ກໍລະນີໃໝ່ນີ້, 23 ຄົນ ແມ່ນໄດ້ຮັບການປິ່ນປົວຢູ່ໂຮງໝໍໃຫ່ຍຂອງແຂວງ ໄທບິງ Thai Binh ແລະ ຢູ່ໂຮງໝໍເລກ 2 ຂອງແຂວງ ກວາງນິງ Quang Ninh. ໜ່ວຍງານທີ່ກ່ຽວຂ້ອງຍັງໄດ້ລາຍງານໃຫ້ຮູ້ວ່າ: ຫວຽດນາມຍັງບພົບຜູ້ຕິດເຊື້ອຢູ່ພາຍໃນປະເທດເປັນເວລາ 29 ວັນຕິດຕໍ່ກັນ. ເພາະວ່າ ຈໍານວນຜູ້ຕິດເຊື້ອໃໝ່ນີ້ ...

Read More »

ລົດເມນະຄອນຫຼວງພ້ອມແລ້ວ ຈະເປີດບໍລິການຄືນໃນມື້ອື່ນ!!!

ລັດວິສາຫະກິດລົດເມນະຄອນຫຼວງ ຈະເປີດບໍລິການເກືອບທຸກເສັ້ນທາງຢູ່ນະຄອນຫຼວງ ໃນມື້ອື່ນ,​ ພາຍຫຼັງທີ່ໄດ້ເປີດບໍລິການ 3 ເສັ້ນທາງ ລວມມີ​ຕະຫຼາດເຊົ້າ-ນ້ຳຊວງ,​ ຕະຫຼາດເຊົ້າ-ເພຍລາດ ແລະ ຕະຫຼາດເຊົ້າ-ເມືອງສັງທອງ ໃນວັນອັງຄານ ທີ່ຜ່ານມາ. ທ່ານ​ ບົວພາ ເພັດວິໄຊ ຮອງອຳນວຍການ ລັດວິສາຫະກິດລົດເມນະຄອນຫຼວງ ໄດ້ໃຫ້ສຳພາດວ່າ ນອກຈາກເສັ້ນທາງແຕ່ ລາວ-ໄອເຕັກ ຫາ ສະໜາມບິນສາກົນວັດໄຕ,​ ເສັ້ນທາງ ຫາ ຕະຫາດຊັນຈຽງ​ ແລະ​ ເສັ້ນທາງອອກຕ່າງແຂວງແລ້ວ​ ພວກເຮົາແມ່ນຈະໄດ້ເປີດຄືນທັງໝົດ.​ ທັງນີ້,​ ພວກເຮົາໄດ້ຫຼຸດຈຳນວນຖ້ຽວ ລວມທັງຈໍານວນລົດເມ ທີ່ໃຫ້ບໍລິການແຕ່ລະເສັ້ນທາງລົງເພື່ອໃຫ້ແທດເໜາະກັບຈຳນວນຜູ້ໂດຍສານ. ທ່ານ​ ບົວພາ ເພັດວິໄຊ ກ່າວຕື່ມວ່າ ເສັ້ນທາງຕະຫຼາດເຊົ້າ ຫາ ບ້ານທ່າເດື່ອ ທີ່ຜ່ານຂົວມິດຕະພາບລາວ-ໄທແຫ່ງທີ 1 ແມ່ນພວກເຮົາຈະຫຼຸດຈຳນວນລົດເມ ຈາກ 10 ຄັນ​ ຫຼື​ 46 ຖ້ຽວຕໍ່ມື້ ໃຫ້ເຫຼືອພຽງ ລົດເມ 2 ຄັນ​ ຫຼື ປະມານ 10 ຖ້ຽວຕໍ່ມື້. ໃນໄລຍະນີ້ແມ່ນເປັນໄລຍະທົດລອງຜູ້ໂດຍສານ ເພາະຖ້າຈຳນວນຜູ້ໂດຍສານໃນເສັ້ນທາງນັ້ນໆຫາກມີຫຼາຍ ພວກເຮົາກໍ່ຈະເພີ່ມຖ້ຽວລົດຂຶ້ນ ເພື່ອໃຫ້ແທດເໝາະກັບຕົວຈິງ. ລັດວິສາຫະກິດລົດເມນະຄອນຫຼວງ​ ແມ່ນໄດ້ໂຈະການໃຫ້ບໍລິການພາຍໃນປະເທດຕັ້ງແຕ່ວັນທີ 30 ມີນາ 2020​ ຫຼັງຈາກຢຸດໃຫ້ບໍລິການຊົ່ວຄາວເສັ້ນທາງໄປຕ່າງປະເທດ ຕັ້ງແຕ່ວັນທີ 23 ​ມີນາ 2020.​ ປະຈຸບັນເສັ້ນທາງໄປຕ່າງແຂວງ ແລະ ເສັ້ນທາງໄປຕ່າງປະເທດ ແມ່ນຍັງບໍ່ທັນເປີດໃຫ້ບໍລິການເທື່ອ. ຂ່າວ: ສຸກສະໄໝ ພາບ: ...

Read More »