ຕະຫຼາດຕົວແບບຂອງປະເທດລາວ!!!! ຢຸດໃຊ້ຖົງຢາງພລາສຕິກ

ຕະຫຼາດຂົວດິນ ຫຼື ຕະຫຼາດໜອງຈັນ ຢູ່ນະຄອນຫຼວງວຽງຈັນ ເປັນໜຶ່ງໃນຕະຫຼາດຕົວແບບຂອງປະເທດລາວ ທີ່ລິເລີ່ມຢຸດການນໍາໃຊ້ຖົງຢາງພລາສຕິກ ເພື່ອເປັນການຮັກສາສະພາບແວດລ້ອມ ໂດຍໃຫ້ແມ່ຄ້າ-ພໍ່ຄ້າຊາວຂາຍຫັນມາໃຊ້ຖົງເຈ້ຍແທນໃນການໃສ່ເຄື່ອງໃຫ້ຜູ້ຊື້ ແຕ່ກໍຍັງມີສິນຄ້າບາງປະເພດທີ່ຍັງອະນຸຍາດໃຫ້ໃຊ້ຢູ່. ມາດຕະການຢຸດໃຊ້ຖົງຖົງຢາງພລາສຕິກຢ່າງເດັດຂາດແມ່ນນັບແຕ່ວັນທີ 17 ພຶດສະພາ 2020 ທີ່ຜ່ານມາ ຫຼັງຈາກທີ່ມີການເລີ່ມທົດລອງມາແຕ່ວັນທີ 16 ມັງກອນ 2020.

ທ່ານ ໄພທອງ ວົງລາຕີ ຄະນະປະສານງານຕະຫຼາຂົວດິນ ໄດ້ກ່າວໃນບໍ່ດົນມານີ້ວ່າ: ເຖິງແມ່ນວ່າຢູ່ໃນຕະຫຼາດຂົວດິນຈະມີມາດຕະການໃຫ້ພໍ່ຄ້າ-ແມ່ຄ້າຢຸດເຊົາການໃຊ້ຖົງຢາງພລາສຕິກ ແຕ່ກໍ່ຍັງມີສິນຄ້າບາງປະເພດທີ່ທາງຕະຫຼາດຍັງອະນຸຍາດໃຫ້ໃຊ້ ໂດຍສະເພາະສິນຄ້າປະເພດຊີ້ນ, ປາ, ອາຫານປະເພດປຽກຊຸ່ມ ຫຼື ອາຫານບາງຊະນິດຕ້ອງຫຸ້ມຫໍ່ດ້ວຍຖົງຢາງ, ສ່ວນວ່າສິນຄ້າທີ່ຕ້ອງຫ້າມນໍາໃຊ້ຖົງຢາງພລາສຕິກແມ່ນສິນຄ້າປະເພດເສື້ອຜ້າ, ເກີບ, ເຄື່ອງແຫ້ງ, ໝາກໄມ້, ຜັກ ແລະ ອື່ນໆ.

ທ່ານ ໄພທອງ ໄດ້ກ່າວຕື່ມວ່າ: ຜູ້ທີ່ບໍ່ປະຕິບັດ ຫຼື ຝ່າຝືນມາດຕະການຢຸດໃຊ້ພລາສຕິກ ຊຶ່ງຄັ້ງທຳອິດທາງເຈົ້າໜ້າທີ່ຈະມີການກ່າວຕັກເຕືອນ ແລະ ພ້ອມເຮັດບົດບັນທຶກ, ຄັ້ງທີສອງແມ່ນຈະຖືກປັບໄໝ  ແລະ ຄັ້ງທີສາມ ແມ່ນຈະໃຊ້ລະບຽບຂັ້ນສູງສຸດຄືໃຫ້ຢຸດຕິການຂາຍ.

ຂ່າວ: ວຽງຈັນທາຍ

Comments