ເຊີນເຂົ້າຮ່ວມປະມູນ ຊື້ໄມ້ ທີ່ແຂວງເຊກອງ ຄັ້ງວັນທີ 27 ພຶດສະພາ 2020.

ຄະນະກຳມະການຮັບຜິດຊອບປະມູນໄມ້ຢຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ໄດ້ອອກແຈ້ງການເລກທີ 021/ພອຄ.ຊກ, ລົງວັນທີ 12 ພຶດສະພາ 2020 ເພື່ອແຈ້ງເຊີນມາຍັງ ສະມາຊິກຂອງສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ແລະ ພາຍໃນແຂວງ, ບັນດາສະມາຄົມເຟີນິເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ ເພື່ອເຂົ້າມາຮ່ວມການປະມູນຊື້-ຂາຍໄມ້ຢຶດເປັນຂອງລັດ.

 ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ສາມາດຢຶດໄມ້ໄດ້ຈຳນວນ 2,209 ຕັບ/ເສັ້ນ, ບໍລິມາດ 84,002 ແມັດກ້ອນ (ແປດສິບສີ່ ຈຸດ ສູນສູນສອງ ແມັດກ້ອນ). ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ (ຂະແໜງການນໍາເຂົ້າ ແລະ ສົ່ງອອກສິນຄ້າ) ໃນໂມງລັດຖະການ.

     ລາຍລະອຽດຂອງ ວັນເວລາເປີດຂາຍຊອງປະມູນຂອງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ມີດັ່ງນີ້:

  • ກຳນົດວັນເວລາຂາຍຊອງປະມູນ ນັບຕັ້ງແຕ່ວັນທີ 12 ພຶດສະພາ 2020 ຫາ 26 ພຶດສະພາ 2020;
  • ກຳນົດວັນເວລາມື້ເປີດຊອງປະມູນແມ່ນເວລາ 08:30 ໂມງເຊົ້າ ຂອງວັນທີ 27 ພຶດສະພາ 2020;
  • ສະຖານທີ່ ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ
  • ລາຄາຊອງປະມູນ 300.000 ກີບ/ຊອງ (ສາມແສນກີບ).

ຕິດຕໍ່ພົວພັນລາຍລະອຽດເພີ່ມເຕີບໄດ້ທີ່ ທ່ານ ນາງ ໄວສອນ ພິມມະສອນ, ເບີຕິດຕໍ່: 020 9831 8380 ແລະ ທ່ານ ສົມໄຊ ໄຊຍະສານ, ເບີຕິດຕໍ່: 020 2229 8810.

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດ ແຈ້ງການສະບັບເລກທີ 021/ພອຄ.ຊກ, ລົງວັນທີ 12 ພຶດສະພາ 2020

ທີ່ມາ: www.laotradeportal.gov.la

Comments